ກິດຈະການ21
ໄປເຢຣູຊາເລັມ
1ເມື່ອພວກເຮົາແຍກຈາກຄົນເຫລົ່ານັ້ນແລ້ວ, ພວກເຮົາກໍອອກສູ່ທະເລ ແລະ ຂີ່ເຮືອກົງໄປທີ່ເກາະໂກດ. ໃນວັນຕໍ່ມາກໍມາເຖິງເກາະໂຣໂດ ແລະ ຈາກທີ່ນັ້ນມາເຖິງເມືອງປາຕາຣາ.2ພວກເຮົາໄດ້ພົບເຮືອລຳໜຶ່ງກຳລັງຂ້າມໄປຍັງເມືອງໂຟນີເຊຍ, ຈຶ່ງລົງເຮືອລຳນັ້ນ ແລະ ເດີນທາງຕໍ່ໄປ.3ຫລັງຈາກແນມເຫັນເກາະໄຊປຣັດ ແລະ ລ່ອງເຮືອຜ່ານທາງໃຕ້ຂອງເກາະລົງມາເຖິງແຂວງຊີເຣຍ. ພວກເຮົາກໍຈອດທີ່ທ່າເມືອງຕີເຣບ່ອນທີ່ຂົນສິນຄ້າລົງ.4ພວກເຮົາໄດ້ພົບພວກສາວົກຢູ່ທີ່ນັ້ນ ແລະ ພັກຢູ່ກັບພວກເຂົາເປັນເວລາເຈັດມື້. ພວກເຂົາຂໍຮ້ອງໂປໂລໂດຍການນຳພາຂອງພຣະວິນຍານບໍລິສຸດເຈົ້າວ່າບໍ່ໃຫ້ເພິ່ນໄປເຢຣູຊາເລັມ.5ແຕ່ເມື່ອເຖິງເວລາແລ້ວພວກເຮົາກໍໄດ້ກ່າວອຳລາ ແລະ ອອກເດີນທາງຕໍ່ໄປ. ພວກສາວົກທັງໝົດຕະຫລອດຈົນເມຍກັບບັນດາລູກຂອງພວກເຂົາກໍໄດ້ມາສົ່ງພວກເຮົາອອກຈາກເມືອງ ແລະ ພວກເຮົາກໍຄຸເຂົ່າລົງອະທິຖານຢູ່ທີ່ຫາດຊາຍ.6ຫລັງຈາກກ່າວອຳລາກັນແລ້ວ, ພວກເຮົາກໍລົງເຮືອ, ສ່ວນພວກເຂົາກໍພາກັນກັບບ້ານ.7ພວກເຮົາໄດ້ສືບຕໍ່ເດີນທາງຈາກເມືອງຕີເຣມາຂຶ້ນຝັ່ງທີ່ເມືອງປະໂຕເລມາຍ, ຢູ່ທີ່ນັ້ນ ພວກເຮົາໄດ້ໄປທັກທາຍພວກພີ່ນ້ອງ ແລະ ພັກຢູ່ກັບພວກເຂົາມື້ໜຶ່ງ.8ມື້ຕໍ່ມາພວກເຮົາກໍອອກຈາກທີ່ນັ້ນ, ພວກເຮົາມາເຖິງເມືອງກາຍຊາເຣຍ ແລະ ໄດ້ພັກຢູ່ທີ່ເຮືອນຂອງຟີລິບຜູ້ປະກາດຂ່າວປະເສີດ, ເຊິ່ງເປັນຜູ້ໜຶ່ງໃນກຸ່ມເຈັດຄົນນັ້ນ.9ຟີລິບມີລູກສາວສີ່ຄົນຍັງບໍ່ໄດ້ແຕ່ງງານ ແລະ ຕ່າງກໍເປັນຜູ້ທີ່ທຳນວາຍ.10ຫລັງຈາກພວກເຮົາພັກຢູ່ທີ່ນັ້ນໄດ້ຫລາຍວັນແລ້ວ, ກໍມີຜູ້ທຳນວາຍຄົນໜຶ່ງຊື່ອາຄະໂບມາຈາກແຂວງຢູດາຍ.11ເຂົ້າມາຫາພວກເຮົາ, ລາວເອົາສາຍແອວຂອງໂປໂລມັດມືມັດຕີນຂອງຕົນເອງ ແລະ ເວົ້າວ່າ, “ພຣະວິນຍານບໍລິສຸດເຈົ້າກ່າວວ່າ, ‘ຊາວຢິວໃນເຢຣູຊາເລັມຈະມັດເຈົ້າຂອງສາຍຮັດແອວນີ້ຢ່າງນີ້ແຫລະ ແລະ ຈະມອບລາວໃຫ້ຄົນຕ່າງຊາດ’ ”.12ເມື່ອພວກເຮົາໄດ້ຍິນຢ່າງນີ້ແລ້ວ, ພວກເຮົາກັບຄົນອື່ນທີ່ຢູ່ທີ່ນັ້ນຈຶ່ງຮ້ອງຂໍໂປໂລບໍ່ໃຫ້ຂຶ້ນໄປທີ່ເຢຣູຊາເລັມ.13ແລ້ວໂປໂລໄດ້ຕອບວ່າ, “ເປັນຫຍັງພວກເຈົ້າຈຶ່ງຮ້ອງໄຫ້ ແລະ ເຮັດໃຫ້ເຮົາເສຍໃຈຢ່າງນີ້? ເຮົາຕຽມພ້ອມບໍ່ແມ່ນແຕ່ໃຫ້ພວກເຂົາມັດເຮົາເທົ່ານັ້ນ, ແຕ່ພ້ອມທີ່ຈະຕາຍຢູ່ໃນເຢຣູຊາເລັມດ້ວຍ ເພື່ອເຫັນແກ່ນາມຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ”.14ເມື່ອພວກເຮົາບໍ່ສາມາດຊັກຊວນໃຫ້ເພິ່ນປ່ຽນໃຈແລ້ວ, ພວກເຮົາຈຶ່ງຢຸດຂໍຮ້ອງເພິ່ນ ແລະ ເວົ້າວ່າ, “ຂໍໃຫ້ເປັນໄປຕາມຄວາມປະສົງຂອງອົງພຣະຜູ້ເປັນເຈົ້າ”.15ຫລັງຈາກນັ້ນ ພວກເຮົາກໍເລີ່ມອອກເດີນທາງຂຶ້ນໄປເຢຣູຊາເລັມ.16ມີສາວົກບາງຄົນຈາກເມືອງກາຍຊາເຣຍໄດ້ໄປກັບພວກເຮົາດ້ວຍ ແລະ ນຳພາພວກເຮົາມາເຮືອນຂອງມານະໂຊນ, ບ່ອນທີ່ພວກເຮົາຈະພັກຢູ່ທີ່ນັ້ນ. ມານະໂຊນມາຈາກເກາະໄຊປຣັດ ແລະ ເປັນຜູ້ໜຶ່ງໃນບັນດາສາວົກລຸ້ນທຳອິດ.ໂປໂລມາເຖິງເຢຣູຊາເລັມ
17ເມື່ອພວກເຮົາມາເຖິງເຢຣູຊາເລັມແລ້ວ, ພວກພີ່ນ້ອງກໍໄດ້ຕ້ອນຮັບພວກເຮົາຢ່າງອົບອຸ່ນ.18ໃນມື້ຕໍ່ມາ ໂປໂລກັບພວກເຮົາໄປພົບຢາໂກໂບ ແລະ ຜູ້ອາວຸໂສທັງໝົດກໍຢູ່ທີ່ນັ້ນ.19ໂປໂລໄດ້ທັກທາຍພວກເຂົາ ແລະ ລາຍງານສິ່ງທີ່ພຣະເຈົ້າໄດ້ກະທຳທ່າມກາງຄົນຕ່າງຊາດ ຜ່ານທາງພັນທະກິດຂອງຕົນຢ່າງລະອຽດ.20ເມື່ອພວກເຂົາໄດ້ຍິນແລ້ວ, ພວກເຂົາກໍສັນລະເສີນພຣະເຈົ້າ. ແລ້ວພວກເຂົາກໍເວົ້າກັບໂປໂລວ່າ: “ອ້າຍເອີຍ, ທ່ານກໍເຫັນຊາວຢິວຈຳນວນຫລາຍພັນຄົນໄດ້ເຊື່ອ ແລະ ພວກເຂົາທັງໝົດລ້ວນແຕ່ເຄັ່ງຄັດໃນກົດບັນຍັດ.21ພວກເຂົາໄດ້ຍິນຂ່າວວ່າທ່ານສັ່ງສອນບັນດາຊາວຢິວທີ່ຢູ່ທ່າມກາງຄົນຕ່າງຊາດໃຫ້ຫັນໜີຈາກໂມເຊ, ໂດຍບອກພວກເຂົາວ່າບໍ່ຕ້ອງໃຫ້ລູກຫລານຮັບພິທີຕັດ ຫລື ດຳເນີນຊີວິດຕາມທຳນຽມຂອງພວກເຮົາ.22ພວກເຮົາຄວນຈະເຮັດຢ່າງໃດ? ພວກເຂົາຄົງໄດ້ຍິນວ່າທ່ານມາທີ່ນີ້ແລ້ວຢ່າງແນ່ນອນ.23ດັ່ງນັ້ນ ຈົ່ງເຮັດຕາມທີ່ພວກເຮົາບອກທ່ານ. ມີຊາຍສີ່ຄົນທີ່ຢູ່ກັບພວກເຮົາທີ່ສາບານຕົວໄວ້.24ຈົ່ງພາຄົນເຫລົ່ານີ້ໄປ, ຮ່ວມພິທີຊຳລະຕົວຂອງພວກເຂົາ ແລະ ຈ່າຍຄ່າທຳນຽມໃຫ້ພວກເຂົາ, ເພື່ອວ່າພວກເຂົາຈະໄດ້ແຖຫົວ. ແລ້ວທຸກຄົນຈະໄດ້ຮູ້ວ່າສິ່ງທີ່ພວກເຂົາໄດ້ຍິນມາກ່ຽວກັບທ່ານນັ້ນບໍ່ເປັນຄວາມຈິງ, ແຕ່ທ່ານເອງໄດ້ດຳເນີນຊີວິດດ້ວຍການເຊື່ອຟັງກົດບັນຍັດ.25ສຳລັບຄົນຕ່າງຊາດທີ່ຮັບເຊື່ອແລ້ວ, ພວກເຮົາໄດ້ຂຽນຈົດໝາຍແຈ້ງໃຫ້ພວກເຂົາຮູ້ເຖິງສິ່ງທີ່ພວກເຮົາໄດ້ຕົກລົງກັນວ່າໃຫ້ພວກເຂົາລະເວັ້ນຈາກການກິນອາຫານທີ່ໄດ້ຖວາຍແກ່ຮູບເຄົາລົບ, ລະເວັ້ນຈາກການກິນເລືອດ, ລະເວັ້ນຈາກການກິນຊີ້ນສັດທີ່ຖືກຮັດຄໍຕາຍ ແລະ ລະເວັ້ນຈາກການຜິດສິນທຳທາງເພດ”.26ມື້ຕໍ່ມາ ໂປໂລຈຶ່ງໄດ້ພາສີ່ຄົນນັ້ນໄປ ແລະ ຊຳລະຕົວເພິ່ນເອງຮ່ວມກັບພວກເຂົາ. ແລ້ວເພິ່ນກໍເຂົ້າໄປໃນວິຫານເພື່ອປະກາດວັນຄົບກຳນົດການຊຳລະຕົວຈະສິ້ນສຸດລົງ ແລະ ການຖວາຍເຄື່ອງບູຊາສຳລັບພວກເຂົາແຕ່ລະຄົນ.ໂປໂລຖືກຈັບກຸມ
27ເມື່ອໃກ້ຄົບເຈັດວັນ ຊາວຢິວບາງຄົນທີ່ມາຈາກແຂວງເອເຊຍເຫັນໂປໂລທີ່ວິຫານ. ພວກເຂົາຈຶ່ງປຸກລະດົມປະຊາຊົນທັງໝົດໃຫ້ຈັບໂປໂລ,28ພວກເຂົາຮ້ອງຂຶ້ນວ່າ, “ປະຊາຊົນອິດສະຣາເອນ, ຊ່ວຍພວກເຮົາແດ່! ຄົນນີ້ແຫລະທີ່ເປັນຜູ້ສັ່ງສອນຄົນທັງຫລາຍໃນທຸກບ່ອນໃຫ້ຕໍ່ຕ້ານຊົນຊາດຂອງພວກເຮົາ, ໃຫ້ຕໍ່ຕ້ານກົດບັນຍັດຂອງເຮົາ ແລະ ສະຖານທີ່ແຫ່ງນີ້. ຫລາຍກວ່ານັ້ນອີກ ລາວໄດ້ພາຄົນກຣີກເຂົ້າມາໃນບໍລິເວນວິຫານ ແລະ ເຮັດໃຫ້ສະຖານທີ່ສັກສິດນີ້ເປັນມົນທິນ”.29(ກ່ອນໜ້ານີ້ພວກເຂົາເຫັນໂທຟີໂມ ຊາວເອເຟໂຊຢູ່ກັບໂປໂລໃນເມືອງຈຶ່ງຄິດວ່າໂປໂລໄດ້ພາລາວເຂົ້າໄປໃນບໍລິເວນວິຫານ.)30ຄົນທົ່ວເມືອງກໍແຕກຕື່ນ ແລະ ຄົນແລ່ນມາຈາກທຸກທິດ. ຈັບໂປໂລ, ພວກເຂົາໄດ້ລາກໂຕເພິ່ນອອກຈາກວິຫານແລ້ວອັດປະຕູທັນທີ.31ຂະນະທີ່ພວກເຂົາກຳລັງຫາທາງຈະຂ້າໂປໂລຢູ່ນັ້ນ, ຂ່າວກໍໄປເຖິງນາຍພັນກອງທັບທະຫານໂຣມວ່າທົ່ວເຢຣູຊາເລັມເກີດຄວາມວຸ້ນວາຍ.32ລາວຈຶ່ງໄດ້ນຳເຈົ້າໜ້າທີ່ກັບທະຫານແລ່ນອອກໄປຫາປະຊາຊົນທັນທີ. ເມື່ອພວກກໍ່ຄວາມວຸ້ນວາຍເຫັນນາຍພັນກັບທະຫານມາກໍຢຸດທຸບຕີໂປໂລ.33ດັ່ງນັ້ນ ນາຍພັນຈຶ່ງເຂົ້າໄປຫາ ແລະ ຈັບເພິ່ນ ແລ້ວສັ່ງໃຫ້ເອົາໂສ້ສອງເສັ້ນລ່າມເພິ່ນໄວ້ແລ້ວຖາມວ່າເພິ່ນເປັນຜູ້ໃດ ແລະ ເພິ່ນໄດ້ເຮັດຫຍັງ.34ບາງຄົນໃນພວກປະຊາຊົນຮ້ອງບອກວ່າຢ່າງນີ້ ບາງຄົນຮ້ອງບອກວ່າຢ່າງນັ້ນ ເມື່ອນາຍພັນບໍ່ສາມາດຈັບຄວາມຈິງໄດ້ ຈຶ່ງສັ່ງໃຫ້ນຳຕົວໂປໂລເຂົ້າໄປໃນຄ້າຍທະຫານ.35ເມື່ອໂປໂລມາຮອດຂັ້ນໄດ ຝູງຊົນມີຄວາມຮຸນແຮງຫລາຍຈົນພວກທະຫານຈຳເປັນຕ້ອງຫາມໂປໂລໄປ.36ສ່ວນປະຊາຊົນທີ່ຕິດຕາມໄປນັ້ນກໍຍັງສືບຕໍ່ຮ້ອງວ່າ, “ຈົ່ງເອົາມັນໄປຂ້າ!”ໂປໂລກ່າວກັບປະຊາຊົນ
37ຂະນະທີ່ພວກທະຫານກຳລັງຈະນຳໂປໂລເຂົ້າໄປໃນຄ້າຍທະຫານ, ເພິ່ນໄດ້ຖາມນາຍພັນວ່າ, “ຂ້ານ້ອຍຂໍເວົ້າບາງສິ່ງກັບທ່ານແດ່ໄດ້ບໍ່?”ນາຍພັນຖາມວ່າ, “ເຈົ້າເວົ້າພາສາກຣີກໄດ້ບໍ່?38ຖ້າດັ່ງນັ້ນ ເຈົ້າກໍບໍ່ແມ່ນຄົນເອຢິບຄົນນັ້ນທີ່ກ່ອນໜ້ານີ້ໄດ້ກໍ່ກະບົດ ແລະ ນຳຜູ້ກໍ່ການຮ້າຍສີ່ພັນຄົນເຂົ້າໄປໃນຖິ່ນແຫ້ງແລ້ງກັນດານບໍ?”39ໂປໂລຕອບວ່າ, “ຂ້ານ້ອຍເປັນຄົນຢິວຈາກເມືອງຕາໂຊ ໃນແຂວງກີລີເກຍ ເປັນພົນລະເມືອງຈາກເມືອງທີ່ສຳຄັນ. ຂໍທ່ານອະນຸຍາດໃຫ້ຂ້ານ້ອຍກ່າວແກ່ປະຊາຊົນດ້ວຍ”.40ເມື່ອນາຍພັນອະນຸຍາດແລ້ວ ໂປໂລຈຶ່ງຢືນຢູ່ທີ່ຂັ້ນໄດ ແລະ ໂບກມື ໃຫ້ປະຊາຊົນງຽບລົງ. ເມື່ອຄົນທັງຫລາຍງຽບລົງແລ້ວ ໂປໂລຈຶ່ງກ່າວເປັນພາສາອາຣາມິກ ວ່າ:
Biblica, Inc.