ກິດຈະການ20
ຜ່ານແຂວງມາເກໂດເນຍ ແລະ ປະເທດກຣີກ
1ເມື່ອຄວາມວຸ້ນວາຍສະຫງົບລົງແລ້ວ, ໂປໂລກໍໄດ້ເອີ້ນເອົາພວກສາວົກມາ, ຫລັງຈາກໜູນໃຈພວກເຂົາແລ້ວ ກໍກ່າວລາ ແລະ ອອກເດີນທາງໄປມາເກໂດເນຍ.2ເພິ່ນໄດ້ເດີນທາງໄປທົ່ວຂົງເຂດນັ້ນ, ກ່າວຖ້ອຍຄຳໜູນໃຈຫລາຍປະການແກ່ຄົນທັງຫລາຍ ແລະ ໃນທີ່ສຸດກໍເດີນທາງມາເຖິງປະເທດກຣີກ,3ເພິ່ນໄດ້ພັກຢູ່ທີ່ນັ້ນເປັນເວລາສາມເດືອນ. ເພາະພວກຢິວກຳລັງວາງແຜນຈະທຳຮ້າຍເພິ່ນ ຂະນະທີ່ເພິ່ນກຳລັງຈະລົງເຮືອໄປແຂວງຊີເຣຍ, ເພິ່ນຈຶ່ງໄດ້ຕັດສິນໃຈກັບໄປທາງແຂວງມາເກໂດເນຍ.4ຜູ້ທີ່ຮ່ວມເດີນທາງໄປກັບໂປໂລໄດ້ມີໂຊປາເຕລູກຊາຍຂອງປີໂຣຈາກເມືອງເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດຈາກເມືອງເທສະໂລນິກ, ໄຄໂຢຈາກເມືອງເດຣະເບ, ຕີໂມທຽວ, ຕີຂີໂກ ແລະ ໂທຟີໂມ ຈາກແຂວງເອເຊຍ.5ຄົນເຫລົ່ານີ້ໄດ້ເດີນທາງໄປລ່ວງໜ້າກ່ອນ ແລະ ຄອຍຖ້າພວກເຮົາຢູ່ທີ່ເມືອງໂທອາດ.6ແຕ່ຫລັງຈາກຜ່ານເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງໄປແລ້ວ, ພວກເຮົາກໍລົງເຮືອຈາກເມືອງຟີລິບປອຍ ແລະ ອີກຫ້າວັນກໍມາສົມທົບກັບພວກເຂົາທີ່ເມືອງໂທອາດ, ພວກເຮົາໄດ້ພັກຢູ່ທີ່ນັ້ນເຈັດວັນ.ຢູຕີໂຂເປັນຄືນມາຈາກຕາຍໃນເມືອງໂທອາດ
7ໃນວັນຕົ້ນອາທິດ ພວກເຮົາໄດ້ມາປະຊຸມກັນເພື່ອຫັກເຂົ້າຈີ່. ໂປໂລກ່າວແກ່ຄົນທັງຫລາຍ ແລະ ເພາະເພິ່ນຕັ້ງໃຈຈະຈາກໄປໃນວັນຕໍ່ໄປຈຶ່ງສືບຕໍ່ເວົ້າຈົນເຖິງທ່ຽງຄືນ.8ໃນຫ້ອງຊັ້ນເທິງທີ່ພວກເຮົາປະຊຸມກັນນັ້ນມີຕະກຽງຫລາຍໜ່ວຍ.9ມີຊາຍໜຸ່ມຄົນໜຶ່ງຊື່ຢູຕີໂຂນັ່ງຢູ່ເທິງຂອບປ່ອງຢ້ຽມ, ຍິ່ງໂປໂລເວົ້າດົນລາວກໍຍິ່ງເຫງົານອນຫລາຍຂຶ້ນ. ເມື່ອລາວນອນຫລັບສະໜິດແລ້ວລາວຈຶ່ງຕົກຈາກຊັ້ນສາມລົງມາຈົນເຖິງພື້ນດິນ ພໍປະຄອງຂຶ້ນມາກໍພົບວ່າຕາຍແລ້ວ.10ໂປໂລໄດ້ລົງໄປແລ້ວກົ້ມລົງກອດລາວໄວ້ ແລະ ເວົ້າວ່າ, “ບໍ່ຕ້ອງຕົກໃຈ ລາວຍັງມີຊີວິດຢູ່!”11ຫລັງຈາກນັ້ນ ໂປໂລກໍກັບຂຶ້ນໄປທີ່ຫ້ອງຊັ້ນເທິງອີກ ແລ້ວຫັກເຂົ້າຈີ່ ແລະ ກິນ. ຫລັງຈາກໄດ້ສົນທະນາກັນຕໍ່ຈົນເຖິງຮຸ່ງເຊົ້າ, ເພິ່ນຈຶ່ງຈາກໄປ.12ຄົນທັງຫລາຍຈຶ່ງພາຊາຍໜຸ່ມຄົນທີ່ຟື້ນນັ້ນກັບເມືອເຮືອນ ແລະ ຮູ້ສຶກສະບາຍໃຈຫລາຍ.ໂປໂລລາຜູ້ອາວຸໂສຊາວເອເຟໂຊ
13ພວກເຮົາລົງເຮືອເດີນທາງໄປຍັງເມືອງອາໂຊ, ບ່ອນທີ່ພວກເຮົາຈະໄປຮັບໂປໂລຕາມທີ່ໄດ້ນັດໄວ້ ເພາະເພິ່ນຈະມາອາໂຊທາງບົກ.14ເມື່ອເພິ່ນໄດ້ພົບພວກເຮົາທີ່ເມືອງອາໂຊ ພວກເຮົາກໍຮັບເພິ່ນລົງເຮືອ ແລະ ເດີນທາງຕໍ່ໄປຍັງເມືອງມີຕີເລເນ.15ມື້ຕໍ່ມາພວກເຮົາກໍລົງເຮືອອອກຈາກທີ່ນັ້ນ ແລະ ໄດ້ມາເຖິງເກາະຂີໂອ. ມື້ຕໍ່ມາພວກເຮົາກໍມາເຖິງເກາະຊາໂມ ແລະ ໃນມື້ຕໍ່ມາອີກກໍມາເຖິງມີເລໂຕ.16ໂປໂລໄດ້ຕັດສິນໃຈຂີ່ເຮືອກາຍເມືອງເອເຟໂຊໄປເພື່ອບໍ່ໃຫ້ເສຍເວລາຢູ່ທີ່ແຂວງເອເຊຍ, ເພາະຖ້າເປັນໄປໄດ້ເພິ່ນຈະຟ້າວໄປເຢຣູຊາເລັມ, ເພື່ອໃຫ້ທັນວັນເພັນເຕຄໍສະເຕ.17ຈາກເມືອງມີເລໂຕ, ໂປໂລໃຊ້ຄົນໄປເຊີນບັນດາຜູ້ປົກຄອງຄຣິສຕະຈັກເອເຟໂຊມາ.18ເມື່ອພວກເຂົາມາເຖິງແລ້ວ, ເພິ່ນກໍກ່າວກັບຄົນເຫລົ່ານັ້ນວ່າ: “ທ່ານທັງຫລາຍກໍຮູ້ແລ້ວວ່າຂ້າພະເຈົ້າໃຊ້ຊີວິດຢູ່ຢ່າງໃດຕະຫລອດເວລາທີ່ຂ້າພະເຈົ້າຢູ່ກັບພວກທ່ານຕັ້ງແຕ່ມື້ທຳອິດທີ່ຂ້າພະເຈົ້າໄດ້ເຂົ້າມາໃນແຂວງເອເຊຍ.19ຂ້າພະເຈົ້າຮັບໃຊ້ອົງພຣະຜູ້ເປັນເຈົ້າດ້ວຍຄວາມຖ່ອມໃຈຫລາຍ ແລະ ດ້ວຍນ້ຳຕາ ແລະ ເຖິງວ່າຖືກທົດລອງຢ່າງໜັກຈາກແຜນຮ້າຍຂອງພວກຢິວທີ່ເປັນຄູ່ຕໍ່ສູ້ຂອງຂ້າພະເຈົ້າ.20ທ່ານທັງຫລາຍຮູ້ແລ້ວວ່າຂ້າພະເຈົ້າບໍ່ໄດ້ລໍຊ້າທີ່ຈະເທດສະໜາສິ່ງໃດທີ່ເປັນປະໂຫຍດກັບພວກທ່ານເລີຍ ແຕ່ໄດ້ສັ່ງສອນທັງໃນບ່ອນສາທາລະນະ ແລະ ຕາມບ້ານເຮືອນຕ່າງໆ.21ຂ້າພະເຈົ້າໄດ້ປະກາດແກ່ຄົນຢິວ ແລະ ຄົນກຣີກວ່າ ພວກເຂົາຕ້ອງຖິ້ມໃຈເກົ່າເອົາໃຈໃໝ່ກັບຄືນມາຫາພຣະເຈົ້າ ແລະ ເຊື່ອໃນພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.22“ແລະ ບັດນີ້ ພຣະວິນຍານໄດ້ບັງຄັບໃຫ້ຂ້າພະເຈົ້າໄປເຢຣູຊາເລັມ, ບໍ່ຮູ້ວ່າຈະເກີດອັນໃດຂຶ້ນກັບຂ້າພະເຈົ້າໃນທີ່ນັ້ນ,23ຮູ້ພຽງແຕ່ວ່າໃນທຸກເມືອງທີ່ໄປພຣະວິນຍານບໍລິສຸດເຈົ້າໄດ້ເຕືອນຂ້າພະເຈົ້າວ່າຄຸກ ແລະ ຄວາມທຸກຍາກລຳບາກກຳລັງຄອຍຖ້າຂ້າພະເຈົ້າຢູ່.24ເຖິງຢ່າງໃດກໍຕາມ ຂ້າພະເຈົ້າຖືວ່າຊີວິດຂອງຂ້າພະເຈົ້າບໍ່ໄດ້ມີຄຸນຄ່າອັນໃດສຳລັບຕົນເອງ, ຈຸດໝາຍດຽວຄືແລ່ນໃຫ້ເຖິງຫລັກໄຊ ແລະ ເຮັດພາລະກິດທີ່ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າໄດ້ມອບໝາຍໄວ້ໃຫ້ສຳເລັດ ຄືພາລະກິດໃນການເປັນພະຍານເຖິງຂ່າວປະເສີດເລື່ອງພຣະຄຸນຂອງພຣະເຈົ້າ.25“ບັດນີ້ ຂ້າພະເຈົ້າຮູ້ວ່າບໍ່ມີຈັກຄົນໃນພວກທ່ານທີ່ຂ້າພະເຈົ້າໄດ້ທຽວໄປປະກາດເຖິງອານາຈັກຂອງພຣະເຈົ້າໃຫ້ຟັງນັ້ນຈະໄດ້ເຫັນຂ້າພະເຈົ້າອີກ.26ເຫດສະນັ້ນ, ຂ້າພະເຈົ້າຈຶ່ງຂໍປະກາດແກ່ພວກທ່ານໃນວັນນີ້ວ່າ ຂ້າພະເຈົ້າພົ້ນຈາກຄວາມຮັບຜິດຊອບຕໍ່ຄວາມຕາຍຂອງທຸກຄົນ.27ເພາະຂ້າພະເຈົ້າບໍ່ໄດ້ລໍຊ້າທີ່ຈະປະກາດໃຫ້ພວກທ່ານທັງຫລາຍຮູ້ຄວາມປະສົງທຸກຢ່າງຂອງພຣະເຈົ້າ.28ຈົ່ງລະວັງທັງພວກທ່ານເອງ ແລະ ຝູງແກະທີ່ພຣະວິນຍານບໍລິສຸດເຈົ້າຕັ້ງພວກທ່ານໃຫ້ເປັນຜູ້ປົກຄອງ. ຈົ່ງເປັນຜູ້ລ້ຽງແກະສຳລັບຄຣິສຕະຈັກຂອງພຣະເຈົ້າ ເຊິ່ງໄຖ່ມາດ້ວຍເລືອດ ຂອງພຣະອົງເອງ.29ຂ້າພະເຈົ້າຮູ້ວ່າເມື່ອຂ້າພະເຈົ້າຈາກໄປແລ້ວ ຈະມີພວກໝາໄນຮ້າຍກາດຈະເຂົ້າມາໃນພວກທ່ານ ແລະ ຈະບໍ່ລະເວັ້ນຊີວິດຂອງຝູງແກະເລີຍ.30ແມ່ນແຕ່ໃນທ່າມກາງພວກທ່ານເອງກໍຈະມີຄົນລຸກຂຶ້ນມາເວົ້າບິດເບືອນຄວາມຈິງ ເພື່ອຈະດຶງພວກສາວົກໄປຕິດຕາມພວກເຂົາ.31ດັ່ງນັ້ນ ຈົ່ງລະວັງໃຫ້ດີ! ຈົ່ງຈື່ຈຳໄວ້ວ່າທັງກາງຄືນ ແລະ ກາງເວັນຕະຫລອດສາມປີ ຂ້າພະເຈົ້າບໍ່ເຄີຍຢຸດໃນການເຕືອນພວກທ່ານທຸກຄົນດ້ວຍນ້ຳຕາ.32“ບັດນີ້ ຂ້າພະເຈົ້າຂໍມອບພວກທ່ານທັງຫລາຍໄວ້ກັບພຣະເຈົ້າ ແລະ ໄວ້ກັບພຣະຄຳແຫ່ງພຣະຄຸນຂອງພຣະອົງ ເຊິ່ງສາມາດເສີມສ້າງພວກທ່ານ ແລະ ໃຫ້ພວກທ່ານມີມໍລະດົກຮ່ວມກັບຄົນທັງຫລາຍທີ່ໄດ້ຮັບການຊຳລະໃຫ້ບໍລິສຸດ.33ຂ້າພະເຈົ້າບໍ່ໄດ້ໂລບເອົາເງິນ ຫລື ຄຳ ຫລື ເຄື່ອງນຸ່ງຂອງຜູ້ໃດ.34ພວກທ່ານເອງກໍຮູ້ຢູ່ແລ້ວວ່າດ້ວຍສອງມືຂອງຂ້າພະເຈົ້ານີ້ໄດ້ຫາລ້ຽງຕົນເອງ ແລະ ເພື່ອນຮ່ວມງານຂອງຂ້າພະເຈົ້າ.35ທຸກສິ່ງທີ່ຂ້າພະເຈົ້າໄດ້ເຮັດ ຂ້າພະເຈົ້າກໍສະແດງໃຫ້ພວກທ່ານເຫັນແລ້ວວ່າພວກເຮົາຕ້ອງຊ່ວຍຄົນທີ່ອ່ອນແອ ດ້ວຍການເຮັດວຽກໜັກ, ຈົ່ງຈື່ຈຳຖ້ອຍຄຳທີ່ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າເອງໄດ້ກ່າວໄວ້ໃຫ້ດີວ່າ: ‘ການໃຫ້ເປັນເຫດໃຫ້ມີຄວາມສຸກຫລາຍກວ່າການຮັບ’ ”.36ເມື່ອກ່າວຈົບແລ້ວໂປໂລກໍຄຸເຂົ່າລົງອະທິຖານຮ່ວມກັບພວກເຂົາ.37ພວກເຂົາທັງໝົດຮ້ອງໄຫ້ຂະນະທີ່ໂອບກອດ ແລະ ຈູບລາໂປໂລ.38ສິ່ງທີ່ເຮັດໃຫ້ພວກເຂົາໂສກເສົ້າທີ່ສຸດຄືເມື່ອໂປໂລເວົ້າວ່າພວກເຂົາຈະບໍ່ໄດ້ເຫັນໜ້າຂອງເພິ່ນອີກ, ຫລັງຈາກນັ້ນພວກເຂົາກໍພາກັນໄປສົ່ງໂປໂລທີ່ເຮືອ.Biblica, Inc.