ກິດຈະການ19
ໂປໂລໃນເມືອງເອເຟໂຊ
1ຂະນະທີ່ອາໂປໂລຍັງຢູ່ທີ່ເມືອງໂກຣິນໂທ, ໂປໂລໄດ້ເດີນທາງຂ້າມເຂດພູເຂົາ ແລະ ມາຮອດເມືອງເອເຟໂຊ. ເພິ່ນໄດ້ພົບສາວົກບາງຄົນຢູ່ທີ່ນັ້ນ2ແລະ ຖາມພວກເຂົາວ່າ, “ເມື່ອ ພວກເຈົ້າໄດ້ຮັບເຊື່ອນັ້ນພວກເຈົ້າໄດ້ຮັບພຣະວິນຍານບໍລິສຸດເຈົ້າແລ້ວບໍ?”ພວກເຂົາຕອບວ່າ, “ບໍ່ ພວກເຮົາບໍ່ເຄີຍແມ່ນແຕ່ໄດ້ຍິນວ່າມີພຣະວິນຍານບໍລິສຸດເຈົ້າ”.3ດັ່ງນັ້ນ ໂປໂລຈຶ່ງຖາມວ່າ, “ແລ້ວພວກເຈົ້າໄດ້ຮັບບັບຕິສະມາແບບໃດ?”
ພວກເຂົາຕອບວ່າ, “ບັບຕິສະມາຂອງໂຢຮັນ”.4ໂປໂລຈຶ່ງເວົ້າວ່າ, “ບັບຕິສະມາຂອງໂຢຮັນຄືບັບຕິສະມາແຫ່ງການຖິ້ມໃຈເກົ່າເອົາໃຈໃໝ່. ໂຢຮັນໄດ້ບອກຄົນໃຫ້ເຊື່ອໃນພຣະອົງຜູ້ທີ່ມາພາຍຫລັງຕົນ, ຄືໃຫ້ເຊື່ອໃນພຣະເຢຊູເຈົ້າ”.5ເມື່ອໄດ້ຍິນດັ່ງນີ້, ພວກເຂົາກໍຮັບບັບຕິສະມາໃນນາມຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.6ເມື່ອໂປໂລວາງມືໃສ່ພວກເຂົາ, ພຣະວິນຍານບໍລິສຸດເຈົ້າກໍລົງມາເທິງພວກເຂົາ ແລະ ພວກເຂົາກໍເວົ້າພາສາແປກໆ ແລະ ທຳນວາຍ.7ຄົນທັງໝົດນີ້ເປັນຜູ້ຊາຍມີປະມານສິບສອງຄົນ.8ໂປໂລໄດ້ເຂົ້າໄປໃນທຳມະສາລາ ແລະ ກ່າວດ້ວຍໃຈກ້າຫານເປັນເວລາສາມເດືອນ, ມີການໂຕ້ຖຽງເລື່ອງອານາຈັກຂອງພຣະເຈົ້າໄດ້ຢ່າງໜ້າຟັງ.9ແຕ່ບາງຄົນໃນພວກເຂົາມີໃຈດື້ດ້ານ; ພວກເຂົາບໍ່ຍອມເຊື່ອ ແລະ ກ່າວໃສ່ຮ້າຍ “ທາງນັ້ນ” ຕໍ່ໜ້າຄົນທັງຫລາຍ. ດັ່ງນັ້ນ ໂປໂລຈຶ່ງໄປຈາກພວກເຂົາ. ເພິ່ນໄດ້ພາພວກສາວົກແຍກອອກໄປກັບເພິ່ນ ແລະ ໄດ້ສົນທະນາກັນໃນຫ້ອງປະຊຸມຂອງຕີລາໂນທຸກວັນ.10ພວກເພິ່ນເຮັດຢ່າງນີ້ຢູ່ສອງປີ ຈົນຊາວຢິວ ແລະ ຊາວກຣີກທັງຫລາຍທີ່ຢູ່ໃນແຂວງເອເຊຍໄດ້ຍິນພຣະຄຳຂອງອົງພຣະຜູ້ເປັນເຈົ້າ.11ພຣະເຈົ້າເຮັດການອັດສະຈັນພິເສດເຫລືອເຊື່ອຜ່ານທາງໂປໂລ,12ແມ່ນແຕ່ເມື່ອນຳເອົາຜ້າເຊັດໜ້າກັບຜ້າກັນເປື້ອນທີ່ຖືກໂຕເພິ່ນໄປວາງໃສ່ຄົນເຈັບປ່ວຍ, ຄົນເຫລົ່ານັ້ນກໍດີພະຍາດ ແລະ ຜີມານຮ້າຍກໍອອກໄປຈາກພວກເຂົາ.13ຊາວຢິວບາງຄົນທີ່ທຽວໄປຕາມບ່ອນຕ່າງໆແລ້ວຂັບໄລ່ວິນຍານຊົ່ວຮ້າຍກໍພະຍາຍາມໃຊ້ນາມຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າກັບຄົນທີ່ຖືກຜີມານຮ້າຍສິງ. ພວກເຂົາຈະສັ່ງວ່າ, “ໃນນາມຂອງພຣະເຢຊູເຈົ້າຜູ້ທີ່ໂປໂລປະກາດ, ເຮົາສັ່ງເຈົ້າໃຫ້ອອກໄປ”.14ຍັງມີຊາວຢິວຜູ້ໜຶ່ງຊື່ວ່າຊະເກວາ ເປັນຫົວໜ້າປະໂລຫິດມີລູກຊາຍເຈັດຄົນກໍໄດ້ເຮັດຢ່າງນີ້.15ມື້ໜຶ່ງ ວິນຍານຊົ່ວຮ້າຍໄດ້ຕອບພວກເຂົາວ່າ, “ພຣະເຢຊູເຈົ້າເຮົາກໍຮູ້ຈັກ ແລະ ເຮົາກໍເຄີຍໄດ້ຍິນເລື່ອງໂປໂລ, ແຕ່ພວກເຈົ້າແມ່ນຜູ້ໃດ?”16ແລ້ວຄົນທີ່ມີວິນຍານຊົ່ວຮ້າຍເຂົ້າສິງນັ້ນກໍກະໂດດເຂົ້າໃສ່ພວກເຂົາ ແລະ ເອົາຊະນະພວກເຂົາທັງໝົດ. ຄົນນັ້ນໄດ້ທຸບຕີພວກເຂົາຈົນຕ້ອງແລ່ນໜີອອກຈາກເຮືອນທັງທີ່ເປືອຍກາຍ ແລະ ເລືອດອອກຢູ່.17ເມື່ອເລື່ອງນີ້ໄປເຖິງຫູຊາວຢິວ ແລະ ຊາວກຣີກທີ່ຢູ່ໃນເມືອງເອເຟໂຊ, ພວກເຂົາທັງຫລາຍກໍຖືກຈູ່ໂຈມດ້ວຍຄວາມຢ້ານ ແລະ ນາມຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າກໍເປັນທີ່ຍົກຍ້ອງສັນລະເສີນ.18ບັດນີ້ ຄົນທີ່ເຊື່ອຫລາຍຄົນໄດ້ມາສາລະພາບ ແລະ ເປີດເຜີຍການກະທຳອັນຊົ່ວຮ້າຍທີ່ພວກເຂົາໄດ້ເຮັດມາ.19ມີຫລາຍຄົນທີ່ເຄີຍໃຊ້ເວດມົນຄາຖາກໍນຳຕຳລາຂອງຕົນມາເຜົາຖິ້ມຕໍ່ໜ້າຄົນທັງຫລາຍ. ເມື່ອພວກເຂົາຄິດໄລ່ມູນຄ່າຂອງຕຳລານັ້ນແລ້ວ, ລວມທັງໝົດຕົກເປັນເງິນເຖິງຫ້າສິບພັນຫລຽນແດກມາ. 20ດ້ວຍເຫດນີ້ ພຣະຄຳຂອງອົງພຣະຜູ້ເປັນເຈົ້າຈຶ່ງໄດ້ແຜ່ໄປຢ່າງກວ້າງຂວາງ ແລະ ຂະຫຍາຍອອກໄປຢ່າງແຂງແຮງ.21ຫລັງຈາກເຫດການເຫລົ່ານີ້ເກີດຂຶ້ນແລ້ວ, ໂປໂລກໍຕັດສິນໃຈ ວ່າຈະໄປເຢຣູຊາເລັມ, ໂດຍຜ່ານທາງແຂວງມາເກໂດເນຍ ແລະ ອະຂາຢາ. ເພິ່ນກ່າວວ່າ, “ຫລັງຈາກທີ່ເຮົາໄດ້ໄປທີ່ນັ້ນແລ້ວ, ເຮົາຕ້ອງໄປຢ້ຽມຢາມໂຣມເໝືອນກັນ”.22ດັ່ງນັ້ນ ໂປໂລຈຶ່ງໃຊ້ຜູ້ຊ່ວຍຂອງຕົນສອງຄົນຄືຕີໂມທຽວກັບເອຣາຊະໂຕໄປຍັງແຂວງມາເກໂດເນຍ, ຂະນະທີ່ເພິ່ນຍັງພັກຢູ່ແຂວງເອເຊຍຕໍ່ອີກໄລຍະໜຶ່ງ.
ຄວາມບໍ່ສະຫງົບໃນເມືອງເອເຟໂຊ
23ໃນເວລານັ້ນ ເກີດເຫດການວຸ້ນວາຍຄັ້ງໃຫຍ່ຂຶ້ນກ່ຽວກັບເລື່ອງ “ທາງນັ້ນ”.24ມີຊ່າງຕີເງິນຄົນໜຶ່ງຊື່ວ່າເດເມທີໂອ, ຜູ້ທີ່ເປັນຄົນສ້າງຮູບຈຳລອງວິຫານຂະໜາດນ້ອຍຂອງພະອາເຕມາດ້ວຍເງິນ, ເຊິ່ງເຮັດລາຍໄດ້ໃຫ້ພວກຊ່າງຫັດຖະກຳຢູ່ທີ່ນັ້ນຫລາຍ.25ລາວຈຶ່ງເອີ້ນບັນດາຊ່າງເຫລົ່ານັ້ນກັບຄົນງານທີ່ກ່ຽວຂ້ອງກັບທຸລະກິດມາ ແລະ ເວົ້າວ່າ: “ສະຫາຍທັງຫລາຍ, ພວກເຈົ້າທັງຫລາຍກໍຮູ້ຢູ່ວ່າພວກເຮົາໄດ້ຮັບລາຍໄດ້ດີຈາກທຸລະກິດນີ້.26ແລະ ພວກເຈົ້າກໍໄດ້ເຫັນ ແລະ ໄດ້ຍິນທີ່ໂປໂລຄົນນີ້ຊັກຊວນຄົນທັງຫລາຍໃຫ້ຫລົງທາງທັງໃນເອເຟໂຊກັບທົ່ວແຂວງເອເຊຍ. ລາວເວົ້າວ່າບັນດາຮູບປັ້ນທີ່ມືມະນຸດສ້າງຂຶ້ນນັ້ນບໍ່ໄດ້ແມ່ນເທບພະເຈົ້າເລີຍ.27ສິ່ງນີ້ເປັນອັນຕະລາຍເພາະບໍ່ພຽງແຕ່ຈະເຮັດໃຫ້ການຄ້າຂອງພວກເຮົາເສຍຊື່ສຽງເທົ່ານັ້ນ, ແຕ່ຍັງຈະເຮັດໃຫ້ວິຫານຂອງເທບທິດາອາເຕມາຜູ້ຍິ່ງໃຫຍ່ໝົດຄວາມໝາຍດ້ວຍ ແລະ ເທບທິດາເອງທີ່ຄົນທັງຫລາຍຂາບໄຫວ້ທົ່ວແຂວງເອເຊຍ ແລະ ທົ່ວໂລກ ຈະຖືກປຸ້ນເອົາຄວາມຍິ່ງໃຫຍ່ອັນສັກສິດຂອງພະນາງໄປ”.28ເມື່ອພວກເຂົາໄດ້ຍິນດັ່ງນັ້ນແລ້ວ, ພວກເຂົາກໍໃຈຮ້າຍຫລາຍ ແລະ ເລີ່ມຮ້ອງຂຶ້ນວ່າ: “ພະອາເຕມາຂອງຊາວເອເຟໂຊນັ້ນຍິ່ງໃຫຍ່!”29ບໍ່ດົນກໍເກີດຄວາມວຸ້ນວາຍທົ່ວທັງເມືອງຂຶ້ນ. ປະຊາຊົນໄດ້ຈັບໄຄໂຢກັບອາຣິດຕາໂຂ, ຜູ້ເປັນເພື່ອນຮ່ວມເດີນທາງຂອງໂປໂລຈາກແຂວງມາເກໂດເນຍ ແລະ ພວກເຂົາທັງໝົດຈຶ່ງຮີບພາກັນເຂົ້າໄປໃນໂຮງລະຄອນ.30ໂປໂລຢາກຈະປາກົດຕໍ່ໜ້າປະຊາຊົນ, ແຕ່ພວກສາວົກບໍ່ຍອມ.31ແມ່ນແຕ່ເຈົ້າໜ້າທີ່ບາງຄົນຂອງແຂວງນັ້ນ ເຊິ່ງເປັນໝູ່ຂອງໂປໂລກໍສົ່ງຂ່າວມາຂໍຮ້ອງບໍ່ໃຫ້ເພິ່ນເຂົ້າໄປໃນໂຮງລະຄອນນັ້ນ.32ມີຄວາມສັບສົນໃນທີ່ປະຊຸມ ບາງຄົນຮ້ອງບອກວ່າຢ່າງນີ້ ບາງຄົນຮ້ອງບອກວ່າຢ່າງນັ້ນ. ປະຊາຊົນສ່ວນຫລາຍບໍ່ຮູ້ວ່າເປັນຫຍັງຕົນເອງຈຶ່ງມາທີ່ນັ້ນ.33ພວກຢິວທີ່ຢູ່ໃນຝູງຊົນໄດ້ຊຸກອາເລັກຊັນເດີອອກໄປຂ້າງໜ້າ ແລະ ບາງຄົນໃນປະຊາຊົນກໍຮ້ອງສັ່ງລາວ. ລາວໂບກມືໃຫ້ງຽບເພື່ອຈະກ່າວແກ້ຕໍ່ໜ້າປະຊາຊົນ.34ແຕ່ເມື່ອພວກເຂົາຮູ້ວ່າລາວເປັນຊາວຢິວ, ພວກເຂົາກໍຮ້ອງເປັນສຽງດຽວກັນປະມານສອງຊົ່ວໂມງວ່າ: “ພະອາເຕມາຂອງຊາວເອເຟໂຊນັ້ນຍິ່ງໃຫຍ່!”35ເຈົ້າໜ້າທີ່ຂອງເມືອງນັ້ນກໍເຮັດໃຫ້ປະຊາຊົນງຽບລົງແລ້ວກ່າວວ່າ: “ຊາວເອເຟໂຊເອີຍ ຜູ້ໃດກໍຮູ້ວ່າຊາວເມືອງເອເຟໂຊເປັນຜູ້ຮັກສາວິຫານຂອງພະອາເຕມາຜູ້ຍິ່ງໃຫຍ່ ຕະຫລອດຈົນຮູບຈຳລອງຂອງພະນາງຕົກລົງມາຈາກຟ້າສະຫວັນ?36ເຫດສະນັ້ນ, ໃນເມື່ອຄວາມຈິງເຫລົ່ານີ້ບໍ່ອາດປະຕິເສດໄດ້, ພວກເຈົ້າທັງຫລາຍກໍຄວນງຽບສະຫງົບຢ່າເຮັດສິ່ງໃດໂດຍບໍ່ໄດ້ຄິດກ່ອນ.37ພວກເຈົ້ານຳຄົນເຫລົ່ານີ້ມາບ່ອນນີ້ໂດຍທີ່ພວກເຂົາບໍ່ໄດ້ເປັນຄົນປຸ້ນວິຫານຕ່າງໆ ຫລື ບໍ່ໄດ້ໝິ່ນປະໝາດເທບທິດາຂອງພວກເຮົາ.38ແລ້ວຖ້າເດເມທີໂອກັບພວກຊ່າງຫັດຖະກຳມີເລື່ອງຈະຮ້ອງທຸກກ່ຽວກັບຄົນໃດຄົນໜຶ່ງ, ສານກໍເປີດຢູ່ ແລະ ຜູ້ກວດການກໍມີ, ພວກເຂົາສາມາດຟ້ອງໄດ້.39ຖ້າພວກເຈົ້າມີຂໍ້ກ່າວຫາອັນໃດອີກກໍຕ້ອງຕົກລົງກັນໃນທີ່ປະຊຸມຕາມກົດໝາຍ.40ພວກເຮົາສ່ຽງຕໍ່ການເປັນຜູ້ຖືກກ່າວຫາວ່າເປັນຜູ້ກໍ່ຄວາມວຸ້ນວາຍເພາະເຫດການທີ່ເກີດຂຶ້ນໃນວັນນີ້. ໃນກໍລະນີນີ້ພວກເຮົາບໍ່ສາມາດອະທິບາຍເຖິງຄວາມວຸ້ນວາຍນີ້ໄດ້, ເພາະພວກເຮົາບໍ່ມີຂໍ້ອ້າງສຳລັບເລື່ອງນີ້”.41ຫລັງຈາກກ່າວຢ່າງນີ້ແລ້ວ ເພິ່ນກໍສັ່ງໃຫ້ເລີກປະຊຸມ.Biblica, Inc.