2 ຕີໂມທຽວ3
ຄວາມອະທຳໃນຍຸກສຸດທ້າຍ
1ແຕ່ຈົ່ງຮູ້ໄວ້ວ່າ: ຈະມີຊ່ວງເວລາທີ່ໂຫດຮ້າຍໃນຍຸກສຸດທ້າຍ.2ຄົນທັງຫລາຍຈະເປັນຄົນຮັກຕົນເອງ, ເປັນຄົນຮັກເງິນ, ໂອ້ອວດ, ຈອງຫອງ, ປ້ອຍດ່າ, ບໍ່ເຊື່ອຟັງພໍ່ແມ່ຂອງຕົນ, ເນລະຄຸນ, ບໍ່ບໍລິສຸດ,3ປາດສະຈາກຄວາມຮັກ, ບໍ່ໃຫ້ອະໄພ, ມັກໃສ່ຮ້າຍປ້າຍສີ, ປາດສະຈາກການຄວບຄຸມຕົນເອງ, ຮ້າຍກາດ, ບໍ່ເປັນຄົນຮັກຄວາມດີ,4ເປັນຄົນທໍລະຍົດ, ໃຈຮ້ອນ, ອວດດີ, ເປັນຄົນຮັກຄວາມສະໜຸກຫລາຍກວ່າຮັກພຣະເຈົ້າ,5ຢຶດຖືທາງຂອງພຣະເຈົ້າພຽງເປືອກນອກ ແຕ່ປະຕິເສດລິດອຳນາດຂອງພຣະເຈົ້າ. ຢ່າໄປຄົບຫາກັບຄົນແບບນີ້.6ພວກເຂົາເປັນຄົນທີ່ມັກຈອບເຂົ້າໄປຕາມເຮືອນຕ່າງໆ ແລະ ໄດ້ຄວບຄຸມບັນດາແມ່ຍິງທີ່ເບົາປັນຍາ, ຜູ້ທີ່ເຕັມໄປດ້ວຍຄວາມບາບ ແລະ ຄອບງຳດ້ວຍຕັນຫາຊົ່ວທຸກຊະນິດ,7ພວກແມ່ຍິງເຫລົ່ານີ້ຮ່ຳຮຽນຢູ່ເລື້ອຍໆແຕ່ບໍ່ສາມາດຮູ້ເຖິງຄວາມຈິງໄດ້ເລີຍ.8ເຊັ່ນດຽວກັນກັບຢາເນ ແລະ ຢຳເບທີ່ຕໍ່ຕ້ານໂມເຊ ດັ່ງນັ້ນພວກຄູສອນເຫລົ່ານີ້ກໍຕໍ່ຕ້ານຄວາມຈິງ. ພວກເຂົາເປັນຄົນທີ່ມີຈິດໃຈຊົ່ວຊ້າ, ຄວາມເຊື່ອຂອງພວກເຂົາກໍບໍ່ເປັນທີ່ຍອມຮັບ9ແຕ່ພວກເຂົາຈະໄປໄດ້ບໍ່ໄກເພາະວ່າຄວາມໂງ່ຈ້າຂອງຄົນເຫລົ່ານີ້ຈະປາກົດແຈ້ງແກ່ທຸກຄົນເໝືອນໃນກໍລະນີຂອງສອງຄົນນັ້ນ.ຄຳແນະນໍາສຸດທ້າຍຕໍ່ຕີໂມທຽວ
10ແຕ່ເຖິງຢ່າງໃດກໍຕາມ, ເຈົ້າກໍຮູ້ເຖິງຄຳສອນທັງໝົດຂອງເຮົາ, ວິຖີຊີວິດຂອງເຮົາ, ເປົ້າໝາຍຂອງເຮົາ, ຄວາມເຊື່ອ, ຄວາມອົດທົນ, ຄວາມຮັກ, ຄວາມທົນທານ,11ການກົດຂີ່ຂົ່ມເຫັງ, ຄວາມທຸກທໍລະມານ, ສິ່ງຕ່າງໆທີ່ເກີດຂຶ້ນກັບເຮົາໃນເມືອງອັນຕີໂອເຂຍ, ເມືອງອີໂກນີອົມ ແລະ ເມືອງລີສະຕຣາ, ການຂົ່ມເຫັງທີ່ເຮົາໄດ້ອົດທົນ. ເຖິງປານນັ້ນອົງພຣະຜູ້ເປັນເຈົ້າກໍຊ່ວຍເຮົາໃຫ້ຫລຸດພົ້ນຈາກສິ່ງທັງປວງເຫລົ່ານີ້12ຕາມຄວາມຈິງແລ້ວ, ຜູ້ໃດກໍຕາມທີ່ປາຖະໜາຈະດຳເນີນຊີວິດຕາມທາງຂອງພຣະເຈົ້າໃນພຣະຄຣິດເຈົ້າເຢຊູນັ້ນກໍຈະຖືກຂົ່ມເຫັງ,13ໃນຂະນະທີ່ຄົນຊົ່ວ ແລະ ຄົນຫລອກລວງຈະຊົ່ວຮ້າຍລົງກວ່າເກົ່າ, ກຳລັງລໍ້ລວງ ແລະ ກຳລັງຖືກລໍ້ລວງ.14ແຕ່ສຳລັບເຈົ້າ, ຈົ່ງດຳເນີນຕໍ່ໄປໃນສິ່ງທີ່ເຈົ້າໄດ້ຮຽນຮູ້ ແລະ ໄດ້ເຊື່ອໝັ້ນ ເພາະເຈົ້າຮູ້ຈັກຄົນເຫລົ່ານັ້ນທີ່ເຈົ້າຮຽນຮູ້ຈາກພວກເຂົາ,15ແລະ ຮູ້ວ່າຕັ້ງແຕ່ເປັນເດັກນ້ອຍມາແລ້ວ ເຈົ້າກໍໄດ້ຮູ້ພຣະຄຳພີສັກສິດ ເຊິ່ງສາມາດເຮັດໃຫ້ເຈົ້າມີປັນຍາທີ່ຈະມາເຖິງຄວາມພົ້ນໄດ້ໂດຍຄວາມເຊື່ອໃນພຣະຄຣິດເຈົ້າເຢຊູ.16ພຣະຄຳພີທຸກຕອນ ໄດ້ຮັບການດົນໃຈຈາກພຣະເຈົ້າ ແລະ ເປັນປະໂຫຍດໃນການສັ່ງສອນ, ການກ່າວຕັກເຕືອນ, ການແກ້ໄຂຂໍ້ບົກຜ່ອງ ແລະ ການຝຶກຝົນໃນຄວາມຊອບທຳ17ເພື່ອວ່າຜູ້ຮັບໃຊ້ຂອງພຣະເຈົ້າ ຈະມີຄວາມພ້ອມຄົບຖ້ວນສຳລັບເຮັດການດີທຸກຢ່າງ.Biblica, Inc.