2 ຕີໂມທຽວ4
1ຕໍ່ໜ້າພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູຜູ້ຈະພິພາກສາທັງຄົນເປັນ ແລະ ຄົນຕາຍ ແລະ ໂດຍຄຳນຶງເຖິງການມາປາກົດຂອງພຣະອົງ ແລະ ອານາຈັກຂອງພຣະອົງ, ເຮົາຂໍຮຽກຮ້ອງເຈົ້າວ່າ:2ຈົ່ງປະກາດຖ້ອຍຄຳ, ຈົ່ງຕຽມໂຕໃຫ້ພ້ອມທັງໃນເວລາທີ່ມີໂອກາດ ແລະ ບໍ່ມີໂອກາດ, ຈົ່ງແກ້ໄຂຂໍ້ຜິດພາດ, ຈົ່ງຕັກເຕືອນ ແລະ ໜູນໃຈດ້ວຍຄວາມອົດທົນຢ່າງໃຫຍ່ ແລະ ດ້ວຍການສັ່ງສອນຢ່າງລະມັດລະວັງ3ເພາະວ່າເວລານັ້ນຈະມາເຖິງ ເມື່ອຄົນທັງຫລາຍຈະທົນກັບຄຳສອນອັນມີຫລັກບໍ່ໄດ້. ກົງກັນຂ້າມ, ເພື່ອສະໜອງຄວາມປາຖະໜາຂອງພວກເຂົາ ພວກເຂົາຈະຮວບຮວມຄູຈຳນວນຫລາຍໄວ້ອ້ອມຂ້າງພວກເຂົາເພື່ອເວົ້າໃນສິ່ງທີ່ຫູຂອງພວກເຂົາຢາກໄດ້ຍິນ.4ພວກເຂົາຈະປິ່ນຫູຂອງພວກເຂົາໜີຈາກຄວາມຈິງ ແລະ ປິ່ນຫູໄປຫານິຍາຍຕ່າງໆ.5ແຕ່ເຈົ້າຈົ່ງມີສະຕິໃນທຸກສະຖານະການ, ຈົ່ງອົດທົນຕໍ່ຄວາມຍາກລຳບາກ, ຈົ່ງເຮັດໜ້າທີ່ຂອງຜູ້ປະກາດຂ່າວປະເສີດ, ຈົ່ງເຮັດໜ້າທີ່ທັງໝົດໃນພັນທະກິດຂອງເຈົ້າໃຫ້ສຳເລັດ.6ເພາະວ່າເຮົາກຳລັງຖືກເທອອກແລ້ວເໝືອນດັ່ງເຄື່ອງດື່ມບູຊາ ແລະ ເວລາຂອງການຈາກໄປຂອງເຮົາກໍໃກ້ເຂົ້າມາແລ້ວ.7ເຮົາໄດ້ຕໍ່ສູ້ຢ່າງເຂັ້ມແຂງ, ເຮົາໄດ້ແລ່ນແຂ່ງຂັນຈົນເຖິງເສັ້ນໄຊ, ເຮົາໄດ້ຮັກສາຄວາມເຊື່ອໄວ້ແລ້ວ.8ບັດນີ້ມົງກຸດແຫ່ງຄວາມຊອບທຳລໍຖ້າເຮົາຢູ່ ເຊິ່ງອົງພຣະຜູ້ເປັນເຈົ້າຜູ້ພິພາກສາທີ່ຍຸຕິທຳຈະໃຫ້ມົງກຸດນີ້ເປັນລາງວັນແກ່ເຮົາໃນວັນນັ້ນ ແລະ ບໍ່ແມ່ນແກ່ເຮົາພຽງຄົນດຽວ ແຕ່ຈະໃຫ້ແກ່ທຸກຄົນທີ່ລໍຖ້າການມາປາກົດຂອງພຣະອົງດ້ວຍ.
ຢູບູໂລ, ປູເດັນ, ລີໂນ, ກະໂລເດຍ ແລະ ພີ່ນ້ອງທັງໝົດກໍຝາກຄວາມຄິດເຖິງມາຍັງເຈົ້າ.22ຂໍອົງພຣະຜູ້ເປັນເຈົ້າສະຖິດກັບຈິດວິນຍານຂອງເຈົ້າ ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນ.
ຂໍ້ຄິດເຫັນສ່ວນໂຕ
9ຂໍໃຫ້ເຈົ້າພະຍາຍາມມາຫາເຮົາໂດຍໄວທີ່ສຸດ,10ເພາະເດມາໄດ້ຮັກໂລກນີ້, ໄດ້ປະຖິ້ມເຮົາໄປຍັງເມືອງເທສະໂລນິກແລ້ວ. ເຄເຊັນໄດ້ໄປຍັງແຂວງຄາລາເຕຍ ແລະ ຕີໂຕໄດ້ໄປຍັງເມືອງດັນມາເຕຍ.11ຍັງເຫລືອແຕ່ລູກາທີ່ຢູ່ກັບເຮົາ. ຈົ່ງພາມາຣະໂກມາກັບເຈົ້າເພາະລາວຊ່ວຍໃນພັນທະກິດຂອງເຮົາໄດ້ຫລາຍ.12ເຮົາໄດ້ສົ່ງຕີຂີໂກໄປຍັງເມືອງເອເຟໂຊ.13ເມື່ອເຈົ້າມາຫາເຮົາ, ຈົ່ງນຳເສື້ອຄຸມທີ່ເຮົາປະໄວ້ກັບກາຣະໂປ ທີ່ເມືອງໂທອາດ ແລະ ໜັງສືມ້ວນຂອງເຮົາມາດ້ວຍ, ໂດຍສະເພາະໜັງສືທີ່ຂຽນໃສ່ແຜ່ນໜັງ.14ອາເລັກຊັນເດີ ຊ່າງທອງແດງໄດ້ເຮັດໃຫ້ເຮົາໄດ້ຮັບອັນຕະລາຍຢ່າງຫລວງຫລາຍ. ອົງພຣະຜູ້ເປັນເຈົ້າຈະຕອບແທນໃນສິ່ງທີ່ລາວໄດ້ເຮັດ.15ເຈົ້າເອງກໍເໝືອນກັນຈະຕ້ອງລະວັງລາວໄວ້ໃຫ້ດີ ເພາະລາວຕໍ່ຕ້ານຖ້ອຍຄຳຂອງພວກເຮົາຢ່າງຮຸນແຮງ.16ໃນການສູ້ຄະດີຄັ້ງທຳອິດຂອງເຮົານັ້ນ, ບໍ່ມີຜູ້ໃດຢູ່ຝ່າຍເຮົາເລີຍ ທຸກຄົນປະຖິ້ມເຮົາໝົດ. ຂໍຢ່າໃຫ້ພວກເຂົາຕ້ອງໄດ້ຮັບໂທດ.17ແຕ່ອົງພຣະຜູ້ເປັນເຈົ້າຢູ່ຄຽງຂ້າງເຮົາ ແລະ ໃຫ້ກຳລັງໃຫ້ແກ່ເຮົາ, ເພື່ອວ່າໂດຍຜ່ານທາງເຮົາຖ້ອຍຄຳຈະຖືກປະກາດໄປຢ່າງຄົບຖ້ວນ ແລະ ຄົນຕ່າງຊາດທັງຫລາຍກໍຈະໄດ້ຍິນເລື່ອງນີ້ ແລະ ເຮົາກໍໄດ້ຮັບການຊ່ວຍໃຫ້ພົ້ນຈາກປາກສິງ.18ອົງພຣະຜູ້ເປັນເຈົ້າຈະຊ່ວຍກອບກູ້ເຮົາຈາກການໂຈມຕີທີ່ຊົ່ວຮ້າຍທຸກຢ່າງ ແລະ ຈະນຳເຮົາເຂົ້າສູ່ອານາຈັກສະຫວັນຂອງພຣະອົງຢ່າງປອດໄພ. ຂໍໃຫ້ສະຫງ່າລາສີຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ.ຄຳລົງທ້າຍ
19ເຮົາຂໍຝາກຄວາມຄິດເຖິງມາຍັງປີຊະກີລາ ກັບອາກີລາ ແລະ ຄົວເຮືອນຂອງໂອເນຊິໂຟໂຣ.20ເອຣາຊະໂຕຍັງຢູ່ທີ່ເມືອງໂກຣິນໂທ ແລະ ເຮົາໄດ້ປະໂທຟີໂມທີ່ປ່ວຍຢູ່ໄວ້ທີ່ເມືອງມີເລໂຕ21ຂໍໃຫ້ເຈົ້າພະຍາຍາມມາເຖິງບ່ອນນີ້ກ່ອນລະດູໜາວ.ຢູບູໂລ, ປູເດັນ, ລີໂນ, ກະໂລເດຍ ແລະ ພີ່ນ້ອງທັງໝົດກໍຝາກຄວາມຄິດເຖິງມາຍັງເຈົ້າ.22ຂໍອົງພຣະຜູ້ເປັນເຈົ້າສະຖິດກັບຈິດວິນຍານຂອງເຈົ້າ ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນ.
Biblica, Inc.