2 ຕີໂມທຽວ2
1ເຫດສະນັ້ນ ລູກຂອງເຮົາເອີຍ, ຈົ່ງເຂັ້ມແຂງໃນພຣະຄຸນທີ່ມີຢູ່ໃນພຣະຄຣິດເຈົ້າເຢຊູ.2ສິ່ງທີ່ເຈົ້າໄດ້ຍິນຈາກເຮົາກ່າວຕໍ່ໜ້າພະຍານຫລາຍຄົນນັ້ນ ຈົ່ງມອບໝາຍໃຫ້ແກ່ຜູ້ທີ່ເຊື່ອຖືໄດ້ ຜູ້ທີ່ມີຄຸນສົມບັດເໝາະສົມທີ່ຈະສອນຜູ້ອື່ນດ້ວຍ.3ຈົ່ງຮ່ວມໃນຄວາມຍາກລຳບາກກັບເຮົາ ເໝືອນດັ່ງທະຫານທີ່ດີຂອງພຣະຄຣິດເຈົ້າເຢຊູ.4ບໍ່ມີຜູ້ໃດທີ່ຮັບໃຊ້ໃນໜ້າທີ່ເປັນທະຫານແລ້ວຍັງຫຍຸ້ງກ່ຽວກັບເລື່ອງຝ່າຍພົນລະເຮືອນ, ແຕ່ລາວຕ້ອງເຮັດໃຫ້ຜູ້ບັງຄັບບັນຊາຂອງຕົນພໍໃຈ.5ເຊັ່ນດຽວກັນ, ນັກກິລາຄົນໃດກໍຕາມທີ່ແຂ່ງຂັນຈະບໍ່ໄດ້ຮັບມົງກຸດແຫ່ງໄຊຊະນະຖ້າບໍ່ແຂ່ງຂັນຕາມກະຕິກາ.6ຊາວນາຜູ້ເຮັດວຽກຢ່າງໜັກໜ່ວງກໍສົມຄວນເປັນຜູ້ທຳອິດທີ່ຈະໄດ້ຮັບສ່ວນແບ່ງຂອງພືດຜົນ.7ຈົ່ງຄິດຕຶກຕອງເຖິງສິ່ງທີ່ເຮົາໄດ້ກ່າວໄວ້, ເພາະອົງພຣະຜູ້ເປັນເຈົ້າຈະໃຫ້ຄວາມເຂົ້າໃຈແກ່ເຈົ້າໃນສິ່ງທັງໝົດນີ້.8ຈົ່ງລະນຶກເຖິງພຣະເຢຊູຄຣິດເຈົ້າຜູ້ທີ່ໄດ້ຖືກບັນດານໃຫ້ເປັນຄືນມາຈາກຕາຍ, ຜູ້ສືບເຊື້ອສາຍຈາກດາວິດ. ນີ້ຄືຂ່າວປະເສີດທີ່ເຮົາປະກາດ,9ເພື່ອຂ່າວປະເສີດນີ້ເຮົາຈຶ່ງທົນທຸກຢູ່ຈົນເຖິງຖືກລ່າມໂສ້ເໝືອນໂຈນຜູ້ຮ້າຍ. ແຕ່ພຣະຄຳຂອງພຣະເຈົ້າບໍ່ໄດ້ຖືກລ່າມໂສ້.10ເຫດສະນັ້ນ ເຮົາຈຶ່ງຍອມອົດທົນທຸກຢ່າງເພື່ອເຫັນແກ່ຜູ້ທີ່ເລືອກໄວ້, ເພື່ອວ່າພວກເຂົາຈະໄດ້ຮັບຄວາມພົ້ນ ເຊິ່ງມີຢູ່ໃນພຣະຄຣິດເຈົ້າເຢຊູພ້ອມດ້ວຍສະຫງ່າລາສີນິລັນດອນ.11ນີ້ເປັນຄຳກ່າວທີ່ເຊື່ອຖືໄດ້ຄື:ຖ້າພວກເຮົາຕາຍດ້ວຍກັນກັບພຣະອົງ,ພວກເຮົາກໍຈະມີຊີວິດດ້ວຍກັນກັບພຣະອົງເໝືອນກັນ,12ຖ້າພວກເຮົາອົດທົນ,ພວກເຮົາກໍຈະໄດ້ປົກຄອງຮ່ວມກັນກັບພຣະອົງ.ຖ້າພວກເຮົາປະຕິເສດພຣະອົງ,ພຣະອົງກໍຈະປະຕິເສດພວກເຮົາເໝືອນກັນ,13ຖ້າພວກເຮົາບໍ່ສັດຊື່,ພຣະອົງກໍຍັງສັດຊື່ຢູ່,ເພາະພຣະອົງປະຕິເສດພຣະອົງເອງບໍ່ໄດ້.
ການຈັດການກັບພວກຄູສອນປອມ
14ຈົ່ງໝັ່ນເຕືອນບັນດາຄົນຂອງພຣະເຈົ້າໃຫ້ລະນຶກເຖິງສິ່ງເຫລົ່ານີ້. ຈົ່ງຕັກເຕືອນພວກເຂົາຕໍ່ໜ້າພຣະເຈົ້າບໍ່ໃຫ້ຜິດຖຽງກັນເລື່ອງຖ້ອຍຄຳຕ່າງໆທີ່ບໍ່ມີຄຸນຄ່າ ແລະ ມີແຕ່ຈະທຳລາຍບັນດາຜູ້ຟັງເທົ່ານັ້ນ.15ຈົ່ງພະຍາຍາມຢ່າງສຸດກຳລັງເພື່ອສະແດງຕົນຕໍ່ພຣະເຈົ້າເໝືອນດັ່ງເປັນຜູ້ໜຶ່ງທີ່ໄດ້ຮັບຮອງໄວ້ແລ້ວ, ເປັນຄົນງານທີ່ບໍ່ຕ້ອງອັບອາຍ ແລະ ໃຊ້ຖ້ອຍຄຳແຫ່ງຄວາມຈິງຢ່າງຖືກຕ້ອງ.16ຈົ່ງຫລີກເວັ້ນຈາກການສົນທະນາເລື່ອງທີ່ຂັດກັບທາງຂອງພຣະເຈົ້າ, ເພາະບັນດາຜູ້ທີ່ປ່ອຍໃຈໄປກັບສິ່ງນັ້ນຈະກາຍເປັນຄົນອະທຳຫລາຍຂຶ້ນເລື້ອຍໆ.17ຄຳສອນຂອງພວກເຂົາຈະແຜ່ລາມເໝືອນດັ່ງບາດແຜເປື່ອຍເນົ່າ. ໃນທ່າມກາງພວກເຂົາມີຮີເມນາໂຢ ແລະ ຟີເລໂຕ,18ເຊິ່ງເປັນຜູ້ທີ່ໄດ້ຫລົງໄປຈາກຄວາມຈິງແລ້ວ. ພວກເຂົາເວົ້າວ່າການເປັນຄືນມາຈາກຕາຍໄດ້ຜ່ານພົ້ນໄປແລ້ວ ແລະ ໄດ້ທຳລາຍຄວາມເຊື່ອຂອງບາງຄົນລົງ.19ເຖິງຢ່າງໃດກໍຕາມ, ຮາກຖານຂອງພຣະເຈົ້າກໍຕັ້ງໝັ້ນຄົງຢູ່ ແລະ ປະທັບຕາດ້ວຍຂໍ້ຄວາມວ່າ: “ອົງພຣະຜູ້ເປັນເຈົ້າຮູ້ຈັກບັນດາຜູ້ທີ່ເປັນຂອງພຣະອົງ” ແລະ “ທຸກຄົນທີ່ຮ້ອງອອກນາມຂອງອົງພຣະຜູ້ເປັນເຈົ້າຈະຕ້ອງຫັນໜີຈາກຄວາມຊົ່ວຮ້າຍ”.20ໃນເຮືອນຫລັງໃຫຍ່ບໍ່ແມ່ນມີແຕ່ພາຊະນະຄຳ ແລະ ເງິນເທົ່ານັ້ນ, ແຕ່ມີພາຊະນະໄມ້ ແລະ ພາຊະນະດິນດ້ວຍ, ບາງຢ່າງກໍໃຊ້ເພື່ອຈຸດປະສົງພິເສດ, ບາງຢ່າງກໍໃຊ້ເພື່ອໃຊ້ທົ່ວໄປ.21ບັນດາຜູ້ທີ່ຊຳລະຕົນເອງໃຫ້ພົ້ນຈາກສິ່ງໄຮ້ຄ່າ ກໍຈະເປັນພາຊະນະທີ່ມີກຽດ, ໄດ້ຮັບການຊຳລະໃຫ້ບໍລິສຸດ, ໃຊ້ງານໄດ້ສຳລັບອົງເຈົ້ານາຍ ແລະ ຖືກຈັດໄວ້ພ້ອມເພື່ອຈະເຮັດການດີທຸກຢ່າງ.22ຈົ່ງໜີຈາກລາຄະຕັນຫາຂອງຄົນໜຸ່ມ ແລະ ຈົ່ງຕິດຕາມຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ ສັນຕິສຸກຮ່ວມກັບບັນດາຜູ້ທີ່ຮ້ອງຫາອົງພຣະຜູ້ເປັນເຈົ້າດ້ວຍໃຈບໍລິສຸດ.23ຢ່າເຂົ້າຮ່ວມກັບການໂຕ້ຖຽງອັນໂງ່ຈ້າ ແລະ ໄຮ້ສາລະຕ່າງໆ ເພາະເຈົ້າຮູ້ແລ້ວວ່າສິ່ງເຫລົ່ານີ້ກໍ່ໃຫ້ເກີດການຜິດຖຽງກັນ.24ຝ່າຍຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າຈະຕ້ອງບໍ່ຜິດຖຽງກັນ ແຕ່ຕ້ອງເມດຕາຕໍ່ທຸກຄົນ, ສາມາດສອນຄົນອື່ນໄດ້, ບໍ່ເປັນຄົນໃຈຮ້າຍງ່າຍ.25ບັນດາຜູ້ທີ່ຕໍ່ຕ້ານຈະຕ້ອງໄດ້ຮັບການແນະນຳຢ່າງສຸພາບ, ໂດຍຫວັງວ່າພຣະເຈົ້າຈະໃຫ້ພວກເຂົາກັບໃຈໃໝ່ ເພື່ອຈະນຳພາພວກເຂົາໃຫ້ຮູ້ຈັກຄວາມຈິງ26ແລະ ໂດຍຫວັງວ່າພວກເຂົາຈະໄດ້ສະຕິ ແລະ ຫລຸດພົ້ນຈາກກັບດັກຂອງມານຮ້າຍ ຜູ້ທີ່ໄດ້ຈັບພວກເຂົາໄວ້ເປັນຊະເລີຍເພື່ອໃຫ້ເຮັດຕາມຄວາມປະສົງຂອງມັນ.Biblica, Inc.