2 ຕີໂມທຽວ1
1ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຜູ້ເປັນອັກຄະສາວົກຂອງພຣະຄຣິດເຈົ້າເຢຊູໂດຍຄວາມປະສົງຂອງພຣະເຈົ້າຕາມສັນຍາແຫ່ງຊີວິດທີ່ຢູ່ໃນພຣະຄຣິດເຈົ້າເຢຊູ,2ເຖິງ ຕີໂມທຽວລູກທີ່ຮັກຂອງເຮົາ:
ຂໍໃຫ້ພຣະຄຸນ, ຄວາມເມດຕາ ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາຈົ່ງມີແກ່ເຈົ້າ.
ຂໍໃຫ້ພຣະຄຸນ, ຄວາມເມດຕາ ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາຈົ່ງມີແກ່ເຈົ້າ.
ໂມທະນາຂອບພຣະຄຸນພຣະເຈົ້າ
3ເຮົາຂອບພຣະຄຸນພຣະເຈົ້າ, ພຣະອົງຜູ້ທີ່ເຮົາຮັບໃຊ້, ເຊັ່ນດຽວກັນກັບບັນພະບຸລຸດຂອງເຮົາໄດ້ກະທຳ ດ້ວຍຈິດສຳນຶກອັນໃສສະອາດ, ທັງກາງເວັນ ແລະ ກາງຄືນເຮົາໄດ້ລະນຶກເຖິງເຈົ້າໃນຄຳອະທິຖານຢູ່ສະເໝີ.4ເມື່ອເຮົາລະນຶກເຖິງນ້ຳຕາຂອງເຈົ້າ, ເຮົາກໍປາຖະໜາຈະມາຫາເຈົ້າ ເພື່ອວ່າເຮົາຈະໄດ້ເຕັມດ້ວຍຄວາມຊື່ນຊົມຍິນດີ.5ເຮົາໄດ້ຄິດເຖິງຄວາມເຊື່ອອັນຈິງໃຈຂອງເຈົ້າ ເຊິ່ງຕອນທຳອິດກໍມີຢູ່ໃນນາງໂລອີ ແມ່ເຖົ້າຂອງເຈົ້າ ແລະ ໃນນາງຢູນີເກ ແມ່ຂອງເຈົ້າ ແລະ ເຮົາເຊື່ອວ່າບັດນີ້ກໍມີຢູ່ໃນເຈົ້າເໝືອນກັນ.ຮຽກຮ້ອງໃຫ້ຈົງຮັກພັກດີຕໍ່ໂປໂລ ແລະ ຕໍ່ຂ່າວປະເສີດ
6ດ້ວຍເຫດນີ້ ເຮົາຈຶ່ງຂໍເຕືອນເຈົ້າວ່າຈົ່ງເຮັດໃຫ້ຂອງປະທານຂອງພຣະເຈົ້າທີ່ມີຢູ່ໃນເຈົ້າຜ່ານທາງການວາງມືຂອງເຮົານັ້ນຈະເລີນຮຸ່ງເຮືອງ ຫລາຍຂຶ້ນ.7ເພາະພຣະວິນຍານທີ່ພຣະເຈົ້າໄດ້ໃຫ້ພວກເຮົານັ້ນບໍ່ໄດ້ເຮັດໃຫ້ພວກເຮົາມີໃຈອັນຢ້ານກົວ ແຕ່ມອບລິດອຳນາດ, ຄວາມຮັກ ແລະ ການຮູ້ຈັກບັງຄັບຕົນໃຫ້ແກ່ພວກເຮົາ.8ດັ່ງນັ້ນ ຢ່າລະອາຍທີ່ຈະເປັນພະຍານເລື່ອງອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຫລື ລະອາຍໃນເລື່ອງເຮົາຜູ້ຖືກຈຳຈອງເພື່ອພຣະອົງ. ແຕ່ຈົ່ງຮ່ວມທົນທຸກກັບເຮົາເພື່ອຂ່າວປະເສີດໂດຍລິດອຳນາດຂອງພຣະເຈົ້າ.9ພຣະອົງໄດ້ໄຖ່ພວກເຮົາໃຫ້ພົ້ນ ແລະ ໄດ້ເອີ້ນພວກເຮົາມາສູ່ຊີວິດທີ່ບໍລິສຸດ ບໍ່ແມ່ນເພາະການກະທຳໃດໆທີ່ພວກເຮົາໄດ້ເຮັດ ແຕ່ເພາະປະສົງ ແລະ ພຣະຄຸນຂອງພຣະອົງເອງ. ພຣະຄຸນນີ້ໄດ້ມອບໃຫ້ແກ່ພວກເຮົາໃນພຣະຄຣິດເຈົ້າເຢຊູຕັ້ງແຕ່ກ່ອນຈຸດເລີ່ມຕົ້ນຂອງເວລາ.10ແຕ່ບັດນີ້ ໄດ້ເປີດເຜີຍຜ່ານທາງການມາປາກົດຂອງພຣະຄຣິດເຈົ້າເຢຊູພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ ຜູ້ໄດ້ທຳລາຍຄວາມຕາຍ ແລະ ໄດ້ນຳຊີວິດ ແລະ ຄວາມເປັນອະມະຕະມາສູ່ຄວາມສະຫວ່າງຜ່ານທາງຂ່າວປະເສີດ11ແລະ ໄດ້ແຕ່ງຕັ້ງເຮົາໃຫ້ເປັນຜູ້ປະກາດ, ເປັນອັກຄະສາວົກ ແລະ ເປັນຄູສອນຂ່າວປະເສີດນີ້.12ດ້ວຍເຫດນີ້ ເຮົາກຳລັງທົນທຸກເໝືອນທີ່ເຮົາເປັນຢູ່. ແຕ່ເຮົາກໍບໍ່ອາຍ ເພາະວ່າເຮົາຮູ້ຈັກພຣະອົງຜູ້ທີ່ເຮົາໄດ້ເຊື່ອ ແລະ ເຮົາໝັ້ນໃຈວ່າພຣະອົງສາມາດເບິ່ງແຍງຮັກສາສິ່ງທີ່ເຮົາໄດ້ມອບໄວ້ກັບພຣະອົງຈົນເຖິງວັນນັ້ນໄດ້.13ຈົ່ງຢຶດຖືແບບຢ່າງຂອງຄຳສອນອັນມີຫລັກທີ່ເຈົ້າໄດ້ຍິນຈາກເຮົາດ້ວຍຄວາມເຊື່ອ ແລະ ຄວາມຮັກໃນພຣະຄຣິດເຈົ້າເຢຊູ.14ຈົ່ງປົກປ້ອງຮັກສາຂໍ້ແນະນຳອັນດີທີ່ໄດ້ມອບໝາຍໃຫ້ແກ່ເຈົ້ານັ້ນ ຈົ່ງຮັກສາໄວ້ໂດຍການຊ່ວຍເຫລືອຈາກພຣະວິນຍານບໍລິສຸດເຈົ້າຜູ້ຢູ່ໃນພວກເຮົາທັງຫລາຍ.ແບບຢ່າງຂອງຄວາມບໍ່ຈົງຮັກພັກດີ ແລະ ຄວາມຈົງຮັກພັກດີ
15ເຈົ້າກໍຮູ້ວ່າ ທຸກຄົນໃນແຂວງເອເຊຍກໍໄດ້ປະຖິ້ມເຮົາ ລວມທັງຟູເຄໂລ ແລະ ເຮຣະໂມເກນ.16ຂໍໃຫ້ອົງພຣະຜູ້ເປັນເຈົ້າສະແດງຄວາມເມດຕາແກ່ຄອບຄົວຂອງໂອເນຊີໂຟໂຣ ເພາະລາວເຮັດໃຫ້ເຮົາຊື່ນໃຈເລື້ອຍໆ ແລະ ບໍ່ລະອາຍທີ່ເຮົາຖືກລ່າມໂສ້ຢູ່.17ກົງກັນຂ້າມ, ເມື່ອລາວຢູ່ໃນນະຄອນໂຣມ ລາວກໍພະຍາຍາມຊອກຫາເຮົາຈົນພົບ.18ຂໍໃຫ້ອົງພຣະຜູ້ເປັນເຈົ້າຊ່ວຍໃຫ້ລາວໄດ້ພົບຄວາມເມດຕາຈາກອົງພຣະຜູ້ເປັນເຈົ້າໃນວັນນັ້ນດ້ວຍ! ເຈົ້າກໍຮູ້ດີແລ້ວວ່າເມື່ອຢູ່ທີ່ເມືອງເອເຟໂຊ ລາວໄດ້ຊ່ວຍເຫລືອເຮົາໃນຫລາຍໆດ້ານ.Biblica, Inc.