1 ຕີໂມທຽວ6
1ທຸກຄົນທີ່ຢູ່ໃຕ້ແອກແຫ່ງຄວາມເປັນຂ້າທາດຄວນຖືວ່ານາຍຂອງຕົນສົມຄວນໄດ້ຮັບຄວາມເຄົາລົບນັບຖືຢ່າງເຕັມທີ່, ເພື່ອວ່ານາມຂອງພຣະເຈົ້າ ແລະ ຄຳສັ່ງສອນຂອງພວກເຮົາຈະບໍ່ຖືກໝິ່ນປະໝາດ.2ສ່ວນບັນດາຄົນທີ່ມີນາຍເປັນຜູ້ທີ່ເຊື່ອກໍບໍ່ຄວນສະແດງຄວາມບໍ່ນັບຖືຕໍ່ພວກເພິ່ນ ເພາະພວກເພິ່ນເປັນຜູ້ທີ່ເຊື່ອດ້ວຍກັນ. ກົງກັນຂ້າມ, ພວກເຂົາສົມຄວນຈະຮັບໃຊ້ນາຍເຫລົ່ານັ້ນໃຫ້ດີຍິ່ງຂຶ້ນເພາະວ່ານາຍຂອງພວກເຂົານັ້ນເປັນທີ່ຮັກຂອງພວກເຂົາເປັນຜູ້ທີ່ເຊື່ອ ແລະ ໄດ້ອຸທິດຕົນເພື່ອສະຫວັດດີການ ຂອງຂ້າທາດຂອງຕົນ. ພວກຄູສອນປອມ ແລະ ການຮັກເງິນ
ເຈົ້າຈົ່ງສັ່ງສອນ ແລະ ເນັ້ນພວກເຂົາໃຫ້ເຮັດສິ່ງເຫລົ່ານີ້.3ຖ້າຜູ້ໃດສອນຕ່າງຈາກນີ້ ແລະ ຂັດກັບຄຳສັ່ງສອນອັນຖືກຕ້ອງຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະ ຄຳສອນໃນທາງພຣະເຈົ້າ4ຜູ້ນັ້ນກໍອວດໂຕຈອງຫອງ ແລະ ບໍ່ເຂົ້າໃຈສິ່ງໃດເລີຍ. ພວກເຂົາເມົາມົວຢູ່ກັບການຖົກຖຽງກັນ ແລະ ການທະເລາະວິວາດກັນໃນເລື່ອງຄຳເວົ້າຕ່າງໆທີ່ເຮັດໃຫ້ເກີດການອິດສາກັນ, ການຍາດແຍ່ງຊິງດີກັນ, ການເວົ້າຮ້າຍ, ການລະແວງສົງໄສທີ່ຊົ່ວຮ້າຍ5ແລະ ການຂັດແຍ້ງກັນຢ່າງບໍ່ມີວັນສິ້ນສຸດໃນທ່າມກາງຜູ້ມີຈິດໃຈເສື່ອມຊາມ, ຜູ້ທີ່ຖືກຍາດຊິງຄວາມຈິງໄປ ແລະ ຜູ້ທີ່ຄິດວ່າທາງຂອງພຣະເຈົ້າເປັນຊ່ອງທາງຫາຜົນປະໂຫຍດໃນດ້ານການເງິນ.6ແຕ່ທາງຂອງພຣະເຈົ້າກັບຄວາມພໍໃຈໃນສິ່ງທີ່ຕົນມີກໍເປັນກຳໄລອັນໃຫຍ່ຫລວງ.7ເພາະພວກເຮົາບໍ່ໄດ້ຖືສິ່ງໃດເຂົ້າມາໃນໂລກ ແລະ ເມື່ອອອກຈາກໂລກນີ້ໄປກໍເອົາສິ່ງໃດຕິດໂຕໄປບໍ່ໄດ້.8ແຕ່ຖ້າພວກເຮົາມີອາຫານ ແລະ ເຄື່ອງນຸ່ງຫົ່ມກໍໃຫ້ພວກເຮົາພໍໃຈກັບສິ່ງເຫລົ່ານັ້ນ.9ບັນດາຄົນທີ່ຢາກໄດ້ຄວາມຮັ່ງມີກໍຕົກຢູ່ໃນການລໍ້ລວງ ແລະ ຕົກໃນບ້ວງແຮ້ວຂອງຄວາມປາຖະໜາທີ່ໂງ່ຈ້າ ແລະ ອັນຕະລາຍຫລາຍຢ່າງທີ່ດຶງມະນຸດລົງສູ່ຄວາມຈິບຫາຍ ແລະ ການທຳລາຍ.10ເພາະວ່າການຮັກເງິນເປັນຮາກເຫງົ້າຂອງຄວາມຊົ່ວທຸກຢ່າງ. ເພາະການເຫັນແກ່ເງິນນີ້ແຫລະບາງຄົນຈຶ່ງຫລົງອອກໄປຈາກຄວາມເຊື່ອ ແລະ ແທງຕົນເອງດ້ວຍຄວາມເຈັບປວດຫລາຍຢ່າງ.
ຂໍໃຫ້ພຣະຄຸນຈົ່ງດຳລົງຢູ່ກັບພວກເຈົ້າທັງຫລາຍ.

ຄຳຮຽກຮ້ອງຄັ້ງສຸດທ້າຍ
11ສ່ວນເຈົ້າຜູ້ເປັນຄົນຂອງພຣະເຈົ້າ, ຈົ່ງຫລີກໜີຈາກສິ່ງເຫລົ່ານີ້ທັງໝົດ ແລະ ໄຝ່ຫາຄວາມຊອບທຳ, ທາງຂອງພຣະເຈົ້າ, ຄວາມເຊື່ອ, ຄວາມຮັກ, ຄວາມອົດທົນ ແລະ ຄວາມສຸພາບອ່ອນຫວານ.12ຈົ່ງຕໍ່ສູ້ຢ່າງເຂັ້ມແຂງເພື່ອຄວາມເຊື່ອນີ້. ຈົ່ງຢຶດໝັ້ນຊີວິດນິລັນດອນທີ່ໄດ້ເອີ້ນເອົາເຈົ້າເມື່ອເຈົ້າປະກາດຕົນຮັບເຊື່ອຕໍ່ໜ້າພະຍານຫລາຍຄົນ.13ໃນຕໍ່ໜ້າພຣະເຈົ້າ ຜູ້ໃຫ້ຊີວິດແກ່ທຸກສິ່ງ ແລະ ຕໍ່ໜ້າພຣະຄຣິດເຈົ້າເຢຊູ ຜູ້ປະກາດຄວາມເຊື່ອຢ່າງໜັກແໜ້ນຂະນະທີ່ເປັນພະຍານຕໍ່ປົນທຽວປີລາດ, ເຮົາຮຽກຮ້ອງເຈົ້າ14ໃຫ້ຢຶດຖືຄຳສັ່ງນີ້ໄວ້ບໍ່ໃຫ້ມີຂໍ້ບົກຜ່ອງ ຫລື ບໍ່ມີຕຳໜິຈົນກວ່າພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາຈະມາປາກົດ,15ເຊິ່ງພຣະເຈົ້າຈະໃຫ້ການມາປາກົດເປັນໄປໃນເວລາຂອງພຣະອົງ, ພຣະເຈົ້າຜູ້ເປັນທີ່ສັນລະເສີນ ແລະ ເປັນຜູ້ຄອບຄອງແຕ່ພຽງອົງດຽວ, ເປັນກະສັດເໜືອກະສັດທັງຫລາຍ ແລະ ເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ,16ອົງດຽວທີ່ເປັນອະມະຕະ ແລະ ດຳລົງຢູ່ໃນຄວາມສະຫວ່າງອັນບໍ່ສາມາດເຂົ້າໄປເຖິງໄດ້, ເປັນອົງທີ່ບໍ່ມີຜູ້ໃດເຄີຍເຫັນ ຫລື ສາມາດເຫັນພຣະອົງໄດ້. ຂໍໃຫ້ກຽດ ແລະ ລິດທານຸພາບຈົ່ງມີແກ່ພຣະອົງຕະຫລອດໄປນິລັນດອນ. ອາແມນ.17ຈົ່ງສັ່ງບັນດາຜູ້ທີ່ຮັ່ງມີໃນໂລກປັດຈຸບັນນີ້ບໍ່ໃຫ້ຈອງຫອງ ຫລື ມອບຄວາມຫວັງໄວ້ກັບຊັບສົມບັດ ເຊິ່ງເປັນສິ່ງທີ່ບໍ່ແນ່ນອນ, ແຕ່ໃຫ້ມອບຄວາມຫວັງຂອງພວກເຂົາໄວ້ໃນພຣະເຈົ້າຜູ້ຈັດຕຽມທຸກສິ່ງໃຫ້ພວກເຮົາຢ່າງບໍລິບູນເພື່ອຄວາມປິຕິຍິນດີຂອງພວກເຮົາ.18ຈົ່ງສັ່ງພວກເຂົາເຫລົ່ານັ້ນໃຫ້ເຮັດຄວາມດີ, ຮັ່ງມີໃນການເຮັດຄວາມດີ ແລະ ໃຫ້ມີໃຈເອື້ອເຟື້ອເພື່ອແຜ່ ແລະ ເຕັມໃຈທີ່ຈະແບ່ງປັນ.19ການເຮັດເຊັ່ນນີ້ພວກເຂົາຈະສະສົມຊັບສົມບັດໄວ້ໃຫ້ຕົນເອງ ເຊິ່ງເປັນຮາກຖານໝັ້ນຄົງສຳລັບຍຸກໜ້າ, ເພື່ອວ່າພວກເຂົາຈະໄດ້ຢຶດເອົາຊີວິດທີ່ເປັນຊີວິດແທ້ຈິງ.20ຕີໂມທຽວເອີຍ, ຈົ່ງເບິ່ງແຍງຮັກສາສິ່ງທີ່ໄດ້ຮັບມອບໝາຍໃຫ້ເຈົ້າດູແລ. ຈົ່ງຫັນໜີຈາກການເວົ້າທີ່ບໍ່ເປັນປະໂຫຍດ ແລະ ຄວາມຄິດຂັດແຍ້ງທີ່ເຫັນຜິດວ່າເປັນຄວາມຮູ້,21ເຊິ່ງມີບາງຄົນຮັບເອົາໄວ້ ຈຶ່ງໄດ້ຫລົງໄປຈາກຄວາມເຊື່ອ.ຂໍໃຫ້ພຣະຄຸນຈົ່ງດຳລົງຢູ່ກັບພວກເຈົ້າທັງຫລາຍ.
Biblica, Inc.