2 ເທສະໂລນິກ2
ຄົນນອກກົດໝາຍ
1ກ່ຽວກັບການມາຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະ ການທີ່ຈະຮວບຮວມເອົາພວກເຮົາທັງຫລາຍໄປຢູ່ກັບພຣະອົງນັ້ນ, ພີ່ນ້ອງທັງຫລາຍເອີຍ, ພວກເຮົາຂໍໃຫ້ພວກເຈົ້າ2ຢ່າຫວັ່ນໄຫວງ່າຍ ຫລື ຕື່ນຕົກໃຈກັບຄຳສັ່ງສອນທີ່ອ້າງວ່າມາຈາກພວກເຮົາ ບໍ່ວ່າໂດຍຖ້ອຍຄຳເຜີຍພຣະຄຳ ຫລື ໂດຍຄຳເວົ້າທີ່ອອກຈາກປາກ ຫລື ໂດຍຈົດໝາຍທີ່ອ້າງວ່າມາຈາກພວກເຮົາ ເຊິ່ງລະບຸວ່າວັນຂອງອົງພຣະຜູ້ເປັນເຈົ້າມາເຖິງແລ້ວ.3ຢ່າໃຫ້ຜູ້ໃດມາຫລອກລວງພວກເຈົ້າໃນທາງໃດທາງໜຶ່ງ ເພາະວັນນັ້ນຍັງຈະບໍ່ມາເຖິງຈົນກວ່າການກະບົດຈະເກີດຂຶ້ນ ແລະ ຄົນລ່ວງລະເມີດ ທີ່ຖືກກຳນົດໃຫ້ເຖິງຄວາມຈິບຫາຍນັ້ນມາປາກົດໂຕ.4ມັນຈະຕໍ່ຕ້ານ ແລະ ຍົກຕົນເອງຂຶ້ນຢູ່ເໜືອທຸກສິ່ງທີ່ເອີ້ນຊື່ວ່າພຣະເຈົ້າ ຫລື ເປັນທີ່ເຄົາລົບບູຊາ ເພື່ອວ່າມັນຈະຕັ້ງຕົນເອງຂຶ້ນໃນວິຫານຂອງພຣະເຈົ້າ ແລະ ປະກາດຕົນເອງວ່າເປັນພຣະເຈົ້າ.5ພວກເຈົ້າບໍ່ຈື່ບໍວ່າເມື່ອເຮົາຢູ່ກັບພວກເຈົ້ານັ້ນ ເຮົາເຄີຍບອກເລື່ອງນີ້ແກ່ພວກເຈົ້າແລ້ວ?6ແລະ ບັດນີ້ພວກເຈົ້າຮູ້ວ່າສິ່ງໃດທີ່ດຶງມັນໄວ້ເພື່ອໃຫ້ມັນມາປາກົດໂຕໃນເວລາທີ່ເໝາະສົມ.7ເພາະອຳນາດລັບຂອງຄົນລ່ວງລະເມີດນີ້ກຳລັງທຳງານຢູ່ ແຕ່ຜູ້ທີ່ດຶງມັນໄວ້ໃນຂະນະນີ້ຈະດຶງມັນໄວ້ຕໍ່ໄປຈົນກວ່າມັນຈະຖືກຮັບໄປໃຫ້ພົ້ນທາງ.8ເມື່ອນັ້ນຄົນນອກກົດໝາຍນີ້ຈະປາກົດໂຕ ຜູ້ທີ່ພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຈະໂຄ່ນລົ້ມມັນດ້ວຍລົມຈາກປາກຂອງພຣະອົງ ແລະ ທຳລາຍມັນດ້ວຍລັດສະໝີແຫ່ງການມາຂອງພຣະອົງ.9ການມາຂອງຄົນນອກກົດໝາຍນີ້ຈະມາໂດຍອຳນາດ ຂອງຊາຕານ. ມັນຈະໃຊ້ການສະແດງອຳນາດທຸກຮູບແບບຜ່ານທາງໝາຍສຳຄັນ ແລະ ການອັດສະຈັນ ເຊິ່ງລ້ວນແຕ່ຮັບໃຊ້ຄວາມຕົວະ10ແລະ ໃຊ້ຄວາມຊົ່ວຮ້າຍທຸກຢ່າງຫລອກລວງບັນດາຜູ້ທີ່ກຳລັງຈະຈິບຫາຍ. ພວກເຂົາຈິບຫາຍເພາະພວກເຂົາປະຕິເສດທີ່ຈະຮັກຄວາມຈິງທີ່ນຳໄປສູ່ຄວາມພົ້ນ.11ດ້ວຍເຫດນີ້ ພຣະເຈົ້າຈຶ່ງໄດ້ສົ່ງການຫລອກລວງມາຄອບງຳພວກເຂົາເພື່ອວ່າພວກເຂົາຈະເຊື່ອຄວາມຕົວະ12ແລະ ເພື່ອວ່າທຸກຄົນທີ່ບໍ່ຍອມເຊື່ອຄວາມຈິງແຕ່ກັບຊົມຊື່ນຄວາມຊົ່ວຮ້າຍຈະຖືກຕັດສິນລົງໂທດ.ຕັ້ງໝັ້ນຄົງ
13ແຕ່ພວກເຮົາຄວນຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢູ່ສະເໝີ, ພີ່ນ້ອງທັງຫລາຍຜູ້ທີ່ພຣະເຈົ້າຮັກເອີຍ, ເພາະພຣະເຈົ້າເລືອກພວກເຈົ້າໃນຖານະຜົນທຳອິດ ຂອງພຣະອົງເພື່ອຮັບຄວາມພົ້ນ ໂດຍການຊຳລະໃຫ້ບໍລິສຸດຈາກພຣະວິນຍານ ແລະ ໂດຍການເຊື່ອໃນຄວາມຈິງ.14ພຣະອົງໄດ້ເອີ້ນພວກເຈົ້າມາສູ່ສິ່ງນີ້ຜ່ານທາງຂ່າວປະເສີດທີ່ພວກເຮົາປະກາດ ເພື່ອພວກເຈົ້າຈະໄດ້ຮ່ວມໃນສະຫງ່າລາສີຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.15ດັ່ງນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງຕັ້ງໝັ້ນຄົງ ແລະ ຢຶດໝັ້ນໃນຄຳສັ່ງສອນ ທີ່ພວກເຮົາໄດ້ຖ່າຍທອດໃຫ້ແກ່ພວກເຈົ້າ ບໍ່ວ່າໂດຍທາງຄຳເວົ້າຈາກປາກຂອງພວກເຮົາ ຫລື ໂດຍທາງຈົດໝາຍ.16ຂໍໃຫ້ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າພຣະບິດາຂອງພວກເຮົາ ຜູ້ຮັກພວກເຮົາ ແລະ ໄດ້ໃຫ້ການໜູນໃຈນິລັນດອນ ແລະ ຄວາມຫວັງອັນດີແກ່ພວກເຮົາໂດຍພຣະຄຸນຂອງພຣະອົງ,17ຈະໃຫ້ກຳລັງໃຈພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນເພື່ອຈະເຮັດ ແລະ ເວົ້າໃນສິ່ງທີ່ດີທຸກຢ່າງ.Biblica, Inc.