2 ເທສະໂລນິກ1
1ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຊີລາ ແລະ ຕີໂມທຽວ,
ເຖິງຄຣິສຕະຈັກຂອງຊາວເທສະໂລນິກໃນພຣະເຈົ້າພຣະບິດາ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາທັງຫລາຍ.2ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຈົ່ງມີແກ່ພວກເຈົ້າທັງຫລາຍ.
ເຖິງຄຣິສຕະຈັກຂອງຊາວເທສະໂລນິກໃນພຣະເຈົ້າພຣະບິດາ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາທັງຫລາຍ.2ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຈົ່ງມີແກ່ພວກເຈົ້າທັງຫລາຍ.
ການຂອບພຣະຄຸນ ແລະ ຄຳອະທິຖານ
3ພີ່ນ້ອງທັງຫລາຍເອີຍ, ພວກເຮົາຄວນຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢູ່ສະເໝີ ແລະ ເປັນການຖືກຕ້ອງແລ້ວທີ່ເຮັດຢ່າງນັ້ນ ເພາະວ່າຄວາມເຊື່ອຂອງພວກເຈົ້າໄດ້ເພີ່ມຫລາຍຂຶ້ນເລື້ອຍໆ ແລະ ຄວາມຮັກທີ່ພວກເຈົ້າທຸກຄົນມີຕໍ່ກັນກໍເພີ່ມຂຶ້ນ.4ເຫດສະນັ້ນ ໃນທ່າມກາງຄຣິສຕະຈັກຕ່າງໆຂອງພຣະເຈົ້າພວກເຮົາໄດ້ອວດເຖິງຄວາມພຽນອົດທົນ ແລະ ຄວາມເຊື່ອຂອງພວກເຈົ້າໃນທ່າມກາງການຂົ່ມເຫັງ ແລະ ການທົດລອງທັງໝົດທີ່ພວກເຈົ້າກຳລັງອົດທົນຢູ່.5ທັງໝົດນີ້ເປັນຫລັກຖານວ່າການພິພາກສາຂອງພຣະເຈົ້ານັ້ນຖືກຕ້ອງ ແລະ ຜົນກໍຄືພວກເຈົ້າຈະໄດ້ຖືກນັບວ່າສົມຄວນກັບອານາຈັກຂອງພຣະເຈົ້າ ເຊິ່ງພວກເຈົ້າກຳລັງທົນທຸກຢູ່ເພື່ອອານາຈັກນັ້ນ.6ພຣະເຈົ້າຍຸຕິທຳຄື: ພຣະອົງຈະເອົາຄວາມລຳບາກຄືນສະໜອງແກ່ບັນດາຜູ້ທີ່ເຮັດໃຫ້ພວກເຈົ້າລຳບາກ7ແລະ ຈະໃຫ້ການບັນເທົາທຸກແກ່ພວກເຈົ້າທີ່ໄດ້ຮັບຄວາມຍາກລຳບາກ ແລະ ໃຫ້ພວກເຮົາດ້ວຍ. ເຫດການນີ້ຈະເກີດຂຶ້ນເມື່ອພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າປາກົດຈາກສະຫວັນໃນແປວໄຟອັນຮ້ອນກ້າພ້ອມກັບບັນດາເທວະດາຜູ້ມີລິດອຳນາດຂອງພຣະອົງ.8ພຣະອົງຈະລົງໂທດບັນດາຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ເຊື່ອຟັງຂ່າວປະເສີດຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.9ພວກເຂົາຈະຖືກລົງໂທດດ້ວຍຄວາມຈິບຫາຍຕະຫລອດໄປ ຈະຖືກແຍກອອກຈາກການສະຖິດຂອງອົງພຣະຜູ້ເປັນເຈົ້າ ແລະ ແຍກອອກຈາກສະຫງ່າລາສີແຫ່ງລິດທານຸພາບຂອງພຣະອົງ10ໃນວັນນັ້ນພຣະອົງຈະມາເພື່ອຮັບກຽດຕິຍົດໃນທ່າມກາງຄົນບໍລິສຸດຂອງພຣະອົງ ແລະ ເພື່ອເປັນທີ່ປະຫລາດໃຈໃນທ່າມກາງຜູ້ທີ່ເຊື່ອທັງຫລາຍ ເຊິ່ງລວມທັງພວກເຈົ້າດ້ວຍ ເພາະພວກເຈົ້າໄດ້ເຊື່ອໃນຄຳພະຍານຂອງພວກເຮົາທີ່ກ່າວແກ່ພວກເຈົ້າ.11ໂດຍຄຳນຶງເຖິງສິ່ງນີ້ ພວກເຮົາຈຶ່ງອະທິຖານເພື່ອພວກເຈົ້າຢູ່ສະເໝີ ຂໍໃຫ້ພຣະເຈົ້າຂອງພວກເຮົານັບວ່າພວກເຈົ້າສົມຄວນກັບການເອີ້ນຂອງພຣະອົງ ແລະ ຂໍໃຫ້ທຸກຄວາມປາຖະໜາອັນດີຂອງພວກເຈົ້າ ແລະ ທຸກການກະທຳທີ່ເກີດຈາກຄວາມເຊື່ອຂອງພວກເຈົ້າບັນລຸຜົນສຳເລັດໂດຍລິດອຳນາດຂອງພຣະອົງ.12ພວກເຮົາອະທິຖານເຊັ່ນນີ້ກໍເພື່ອນາມຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາຈະໄດ້ຮັບກຽດຕິຍົດໃນພວກເຈົ້າທັງຫລາຍ ແລະ ພວກເຈົ້າກໍຈະໄດ້ຮັບກຽດຕິຍົດໃນພຣະອົງຕາມພຣະຄຸນຂອງພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.Biblica, Inc.