2 ເທສະໂລນິກ3
ຈົ່ງອະທິຖານເພື່ອ
1ສຸດທ້າຍນີ້ພີ່ນ້ອງທັງຫລາຍເອີຍ, ຈົ່ງອະທິຖານເພື່ອພວກເຮົາດ້ວຍເພື່ອວ່າພຣະຄຳຂອງອົງພຣະຜູ້ເປັນເຈົ້າຈະໄດ້ແຜ່ຂະຫຍາຍໄປຢ່າງໄວວາ ແລະ ເປັນທີ່ຖວາຍກຽດເໝືອນທີ່ເປັນຢູ່ໃນທ່າມກາງພວກເຈົ້າ.2ແລະ ຈົ່ງອະທິຖານເພື່ອວ່າພວກເຮົາຈະໄດ້ຮັບການຊ່ວຍໃຫ້ພົ້ນຈາກຄົນຊົ່ວ ແລະ ຄົນຊົ່ວຮ້າຍ ເພາະວ່າບໍ່ແມ່ນທຸກຄົນທີ່ຈະມີຄວາມເຊື່ອ.3ແຕ່ອົງພຣະຜູ້ເປັນເຈົ້າສັດຊື່ ພຣະອົງຈະເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນ ແລະ ປົກປ້ອງພວກເຈົ້າໃຫ້ພົ້ນຈາກຄົນຊົ່ວຮ້າຍ.4ພວກເຮົາໝັ້ນໃຈໃນອົງພຣະຜູ້ເປັນເຈົ້າວ່າພວກເຈົ້າກຳລັງປະຕິບັດຕາມສິ່ງທີ່ພວກເຮົາສັ່ງຢູ່ ແລະ ຈະເຮັດຢ່າງນັ້ນຕໍ່ໄປ.5ຂໍໃຫ້ອົງພຣະຜູ້ເປັນເຈົ້ານຳພາຫົວໃຈຂອງພວກເຈົ້າທັງຫລາຍໄປສູ່ຄວາມຮັກຂອງພຣະເຈົ້າ ແລະ ໃນຄວາມມານະອົດທົນຂອງພຣະຄຣິດເຈົ້າ.ຕັກເຕືອນບໍ່ໃຫ້ຂີ້ຄ້ານ
6ພີ່ນ້ອງທັງຫລາຍເອີຍ, ພວກເຮົາຂໍສັ່ງພວກເຈົ້າໃນນາມຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າວ່າຈົ່ງຫລີກໜີຈາກຜູ້ທີ່ເຊື່ອທຸກຄົນທີ່ຂີ້ຄ້ານ, ກໍ່ກວນ ແລະ ບໍ່ຍອມດຳເນີນຊີວິດຕາມຄຳສັ່ງສອນ ທີ່ພວກເຈົ້າໄດ້ຮັບຈາກພວກເຮົາ.7ເພາະພວກເຈົ້າເອງກໍຮູ້ຢູ່ແລ້ວວ່າພວກເຈົ້າຄວນເຮັດຕາມແບບຢ່າງຂອງພວກເຮົາ. ເມື່ອພວກເຮົາຢູ່ກັບພວກເຈົ້ານັ້ນພວກເຮົາບໍ່ໄດ້ຂີ້ຄ້ານເລີຍ,8ພວກເຮົາບໍ່ໄດ້ກິນອາຫານຂອງຜູ້ໃດໂດຍບໍ່ໄດ້ຈ່າຍຄ່າ. ກົງກັນຂ້າມ ພວກເຮົາເຮັດວຽກທັງກາງເວັນ ແລະ ກາງຄືນ, ອອກແຮງງານ ແລະ ເຮັດວຽກລຳບາກເພື່ອຈະບໍ່ເປັນພາລະໃຫ້ແກ່ຜູ້ໃດໃນພວກເຈົ້າ.9ພວກເຮົາເຮັດຢ່າງນີ້ບໍ່ແມ່ນເພາະພວກເຮົາບໍ່ມີສິດຮັບຄວາມຊ່ວຍເຫລືອເຫລົ່ານັ້ນ ແຕ່ເພື່ອມອບຕົນເອງໃຫ້ເປັນແບບຢ່າງແກ່ພວກເຈົ້າໄດ້ປະຕິບັດຕາມ.10ເພາະແມ່ນແຕ່ຂະນະທີ່ພວກເຮົາຢູ່ກັບພວກເຈົ້າ ພວກເຮົາກໍໄດ້ວາງກົດນີ້ໄວ້ໃຫ້ພວກເຈົ້າວ່າ: “ຖ້າຜູ້ໃດບໍ່ເຮັດວຽກກໍບໍ່ຕ້ອງກິນ”.11ພວກເຮົາໄດ້ຍິນວ່າບາງຄົນໃນທ່າມກາງພວກເຈົ້າຂີ້ຄ້ານ ແລະ ກໍ່ກວນ. ພວກເຂົາບໍ່ຍອມເຮັດວຽກ ແຕ່ພວກເຂົາຫຍຸ້ງແຕ່ກັບເລື່ອງຂອງຄົນອື່ນ.12ພວກເຮົາຂໍສັ່ງ ແລະ ເຕືອນສະຕິໃນນາມຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າວ່າໃຫ້ຄົນເຫລົ່ານີ້ຕັ້ງໃຈເຮັດວຽກເພື່ອໃຫ້ມີລາຍໄດ້ຊື້ອາຫານລ້ຽງຕົນເອງ13ແລະ ສຳລັບພວກເຈົ້ານັ້ນ ພີ່ນ້ອງທັງຫລາຍເອີຍ, ຢ່າອິດເມື່ອຍທີ່ຈະເຮັດສິ່ງດີ.14ຜູ້ໃດບໍ່ເຊື່ອຟັງຄຳສັ່ງສອນຂອງພວກເຮົາໃນຈົດໝາຍນີ້ ຈົ່ງໝາຍໄວ້ເປັນພິເສດ. ຢ່າໄປຄົບຫາກັບພວກເຂົາ ເພື່ອພວກເຂົາຈະໄດ້ຮູ້ສຶກລະອາຍໃຈ.15ແຕ່ເຖິງຢ່າງໃດກໍຕາມຢ່າຖືວ່າພວກເຂົາເປັນສັດຕູ ແຕ່ຈົ່ງເຕືອນສະຕິພວກເຂົາໃນຖານະພີ່ນ້ອງທີ່ເຊື່ອຂອງພວກເຈົ້າ.ຄຳທັກທາຍສຸດທ້າຍ
16ຂໍໃຫ້ອົງພຣະຜູ້ເປັນເຈົ້າແຫ່ງສັນຕິສຸກ ມອບສັນຕິສຸກໃຫ້ແກ່ພວກເຈົ້າທັງຫລາຍໃນທຸກເວລາ ແລະ ໃນທຸກດ້ານ. ຂໍໃຫ້ອົງພຣະຜູ້ເປັນເຈົ້າຢູ່ກັບພວກເຈົ້າທັງຫລາຍ.17ເຮົາໂປໂລ ຂຽນຄຳທັກທາຍນີ້ດ້ວຍມືຂອງເຮົາເອງ ເຊິ່ງເປັນເຄື່ອງໝາຍສະເພາະໃນຈົດໝາຍຂອງເຮົາທຸກສະບັບ. ນີ້ຄືວິທີຂຽນຂອງເຮົາ.18ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຈົ່ງສະຖິດຢູ່ກັບພວກເຈົ້າທັງຫລາຍ.Biblica, Inc.