1 ເທສະໂລນິກ5
ວັນຂອງອົງພຣະຜູ້ເປັນເຈົ້າ
1ບັດນີ້ ພີ່ນ້ອງທັງຫລາຍເອີຍ, ພວກເຮົາບໍ່ຈຳເປັນຕ້ອງຂຽນບອກພວກເຈົ້າກ່ຽວກັບເວລາ ແລະ ວັນ,2ເພາະພວກເຈົ້າກໍຮູ້ດີແລ້ວວ່າວັນຂອງອົງພຣະຜູ້ເປັນເຈົ້າຈະມາເໝືອນດັ່ງຂະໂມຍມາໃນເວລາກາງຄືນ.3ໃນຂະນະທີ່ຄົນທັງຫລາຍກຳລັງເວົ້າກັນວ່າ, “ສະຫງົບສຸກ ແລະ ປອດໄພ” ເມື່ອນັ້ນຄວາມພິນາດກໍຈະມາເຖິງພວກເຂົາໃນທັນທີ, ເໝືອນດັ່ງການເຈັບທ້ອງເກີດລູກຂອງແມ່ຍິງຖືພາ ແລະ ພວກເຂົາກໍຈະໜີບໍ່ພົ້ນ.4ແຕ່ພີ່ນ້ອງທັງຫລາຍເອີຍ, ພວກເຈົ້າບໍ່ໄດ້ຢູ່ໃນຄວາມມືດ, ດັ່ງນັ້ນ ວັນນີ້ຈະບໍ່ເຮັດໃຫ້ພວກເຈົ້າປະຫລາດໃຈເໝືອນດັ່ງຂະໂມຍມາ.5ພວກເຈົ້າທຸກຄົນເປັນລູກຂອງຄວາມສະຫວ່າງ ແລະ ເປັນລູກຂອງກາງເວັນ. ພວກເຮົາບໍ່ໄດ້ເປັນຂອງກາງຄືນ ຫລື ຂອງຄວາມມືດ.6ດັ່ງນັ້ນ ຢ່າໃຫ້ພວກເຮົາເປັນເໝືອນຄົນອື່ນໆທີ່ນອນຫລັບຢູ່, ແຕ່ພວກເຮົາຈົ່ງຕື່ນຕົວ ແລະ ມີສະຕິຢູ່.7ເພາະຜູ້ທີ່ນອນຫລັບກໍຫລັບໃນເວລາກາງຄືນ, ຜູ້ທີ່ເມົາເຫລົ້າກໍເມົາໃນເວລາກາງຄືນ.8ແຕ່ເພາະພວກເຮົາເປັນຂອງກາງເວັນ ພວກເຮົາຈົ່ງມີສະຕິຢູ່, ສວມຄວາມເຊື່ອ ແລະ ຄວາມຮັກເປັນເສື້ອເກາະປ້ອງກັນເອິກໄວ້, ມີຄວາມຫວັງໃນຄວາມພົ້ນເປັນໝວກເກາະ.9ເພາະພຣະເຈົ້າບໍ່ໄດ້ກຳນົດໃຫ້ພວກເຮົາຕ້ອງປະເຊີນຕໍ່ຄວາມໂກດຮ້າຍ ແຕ່ໃຫ້ຮັບຄວາມພົ້ນໂດຍທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.10ພຣະອົງໄດ້ຕາຍເພື່ອພວກເຮົາ ເພື່ອວ່າ, ບໍ່ວ່າພວກເຮົາຍັງມີຊີວິດຢູ່ ຫລື ຕາຍໄປແລ້ວກໍຕາມ, ພວກເຮົາກໍຈະມີຊີວິດຢູ່ຮ່ວມກັບພຣະອົງ.11ເຫດສະນັ້ນ ຈົ່ງໜູນໃຈເຊິ່ງກັນແລະກັນ ແລະ ເສີມສ້າງກັນຂຶ້ນ ເໝືອນດັ່ງທີ່ພວກເຈົ້າກຳລັງເຮັດຢູ່.ຄຳແນະນຳສຸດທ້າຍ
12ພີ່ນ້ອງທັງຫລາຍເອີຍ, ພວກເຮົາຂໍໃຫ້ພວກເຈົ້ານັບຖືຜູ້ທີ່ເຮັດວຽກໜັກໃນທ່າມກາງພວກເຈົ້າ, ຜູ້ທີ່ຫ່ວງໃຍພວກເຈົ້າໃນອົງພຣະຜູ້ເປັນເຈົ້າ ແລະ ຜູ້ທີ່ຕັກເຕືອນພວກເຈົ້າ.13ຈົ່ງຮັກ ແລະ ເຄົາລົບພວກເພິ່ນເຫລົ່ານັ້ນຢ່າງສູງເພາະການງານທີ່ພວກເພິ່ນໄດ້ເຮັດ. ຈົ່ງຢູ່ຮ່ວມກັນຢ່າງສະຫງົບສຸກ.14ພີ່ນ້ອງທັງຫລາຍເອີຍ, ພວກເຮົາຂໍໃຫ້ພວກເຈົ້າຕັກເຕືອນຜູ້ທີ່ຂີ້ຄ້ານ ແລະ ມັກສ້າງຄວາມວຸ້ນວາຍ, ໃຫ້ໜູນໃຈຜູ້ທີ່ທໍ້ໃຈ, ຊ່ວຍເຫລືອຜູ້ທີ່ອ່ອນແອ, ອົດທົນກັບທຸກຄົນ.15ຢ່າໃຫ້ມີຜູ້ໃດເຮັດຊົ່ວຕອບແທນການຊົ່ວ, ແຕ່ຈົ່ງພະຍາຍາມເຮັດດີຕໍ່ກັນແລະກັນ ແລະ ເຮັດດີຕໍ່ທຸກຄົນສະເໝີ.16ຈົ່ງຊົມຊື່ນຍິນດີຢູ່ສະເໝີ,17ຈົ່ງອະທິຖານຢູ່ບໍ່ຂາດ,18ຈົ່ງໂມທະນາຂອບພຣະຄຸນໃນທຸກສະຖານະການ ເພາະນີ້ຄືຄວາມປະສົງຂອງພຣະເຈົ້າສຳລັບພວກເຈົ້າທັງຫລາຍໃນພຣະຄຣິດເຈົ້າເຢຊູ.19ຢ່າຫັກຫ້າມພຣະວິນຍານ,20ຢ່າປະໝາດຄຳເຜີຍພຣະຄຳ.21ແຕ່ຈົ່ງທົດສອບທຸກສິ່ງ. ຈົ່ງຢຶດໝັ້ນໃນສິ່ງທີ່ດີ.22ຈົ່ງປະຕິເສດຄວາມຊົ່ວທຸກຢ່າງ.23ຂໍໃຫ້ພຣະເຈົ້າເອງຜູ້ເປັນພຣະເຈົ້າແຫ່ງສັນຕິສຸກຊຳລະພວກເຈົ້າໃຫ້ບໍລິສຸດໃນທຸກດ້ານ. ຂໍໃຫ້ທັງວິນຍານ, ຈິດໃຈ ແລະ ຮ່າງກາຍຂອງພວກເຈົ້າບໍ່ມີຕຳໜິໃນວັນທີ່ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາມາ.24ພຣະອົງຜູ້ເອີ້ນພວກເຈົ້ານັ້ນສັດຊື່ ແລະ ພຣະອົງຈະກະທຳຕາມທີ່ໄດ້ກ່າວໄວ້.25ພີ່ນ້ອງທັງຫລາຍເອີຍ, ຈົ່ງອະທິຖານເພື່ອພວກເຮົາດ້ວຍ.26ຈົ່ງທັກທາຍຄົນຂອງພຣະເຈົ້າດ້ວຍການຈູບອັນບໍລິສຸດ.27ເຮົາຂໍຮ້ອງພວກເຈົ້າຕໍ່ໜ້າອົງພຣະຜູ້ເປັນເຈົ້າໃຫ້ອ່ານຈົດໝາຍນີ້ໃຫ້ພີ່ນ້ອງທຸກຄົນຟັງ.28ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຈົ່ງສະຖິດຢູ່ກັບພວກເຈົ້າທັງຫລາຍ!Biblica, Inc.