2 ຊາມູເອນ9

ດາວິດ ແລະ ເມຟີໂບເຊັດ

1ດາວິດ​ຖາມ​ວ່າ, “ມີ​ຄົນ​ໃດ​ແດ່​ໃນຄອບຄົວ​ໂຊນ​ທີ່​ຍັງ​ມີ​ຊີວິດ​ທີ່​ເຮົາ​ຈະ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ລາວ​ເພື່ອ​ເຫັນ​ແກ່​ໂຢນາທານ?”
2ແລ້ວ​ມີ​ຜູ້ຮັບໃຊ້​ຄົນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ໂຊນ​ຊື່​ຊີບາ. ພວກເຂົາ​ໄດ້​ເອີ້ນ​ລາວ​ມາ​ພົບ​ດາວິດ, ແລະ ກະສັດ​ໄດ້​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ແມ່ນ​ຊີບາ​ບໍ?”
ລາວ​ຕອບ​ວ່າ, “ໂດຍ​ແມ່ນ​ແລ້ວ”.
3ກະສັດ​ຖາມ​ວ່າ, “ໃນ​ຄອບຄົວ​ຂອງ​ໂຊນ​ມີ​ຜູ້ໃດ​ທີ່​ມີ​ຊີວິດ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ເມດຕາ​ຂອງ​ພຣະເຈົ້າ​ຕໍ່​ລາວ?”
ຊີບາ​ຕອບ​ກະສັດ​ວ່າ, “ລູກຊາຍ​ຂອງ​ໂຢນາທານ​ຍັງ​ມີ​ຊີວິດ​ຢູ່; ຕີນ​ຂອງ​ລາວ​ເປັນ​ເປ້ຍ”.
4ກະສັດ​ກ່າວ​ຖາມ​ວ່າ, “ລາວ​ຢູ່​ໃສ?”
ຊີບາ​ຕອບ​ວ່າ, “ລາວ​ຢູ່​ທີ່​ເຮືອນ​ຂອງ​ມາກີ​ລູກຊາຍ​ຂອງ​ອໍາມີເອນ​ໃນ​ເມືອງ​ໂລເດບາ”.
5ສະນັ້ນ ກະສັດ​ດາວິດ​ຈຶ່ງ​ໃຫ້​ຄົນ​ໄປ​ນໍາ​ເອົາ​ລາວ​ມາ​ຈາກ​ໂລເດບາ, ຈາກ​ເຮືອນ​ມາກີ​ລູກຊາຍ​ຂອງ​ອໍາມີເອນ.
6ເມື່ອ​ເມຟີໂບເຊັດ​ລູກຊາຍ​ຂອງ​ໂຢນາທານ, ຫລານຊາຍ​ຂອງ​ໂຊນ​ມາ​ພົບ​ດາວິດ, ລາວ​ກໍ​ກົ້ມກາບ​ລົງ​ພື້ນ​ເພື່ອ​ໃຫ້​ກຽດ​ເພິ່ນ.
ດາວິດ​ໄດ້​ເວົ້າ​ວ່າ, “ເມຟີໂບເຊັດ​ເອີຍ!”
ລາວ​ໄດ້​ຕອບ​ວ່າ, “ໂດຍ​ຂ້ານ້ອຍ”.
7ດາວິດ​ເວົ້າ​ກັບ​ລາວ​ວ່າ, “ຢ່າ​ຢ້ານ​ເລີຍ, ເພາະ​ເຮົາ​ຈະ​ສະແດງ​ຄວາມ​ເມດຕາ​ກະລຸນາ​ຕໍ່​ເຈົ້າ​ໂດຍ​ເຫັນ​ແກ່​ໂຢນາທານ​ພໍ່​ຂອງ​ເຈົ້າ​ຢ່າງ​ແນ່ນອນ. ເຮົາ​ຈະ​ຄືນ​ທີ່​ດິນ​ທັງໝົດ​ທີ່​ເປັນ​ຂອງ​ໂຊນ​ປູ່​ຂອງ​ເຈົ້າ​ໃຫ້​ກັບ​ເຈົ້າ, ແລະ ເຈົ້າ​ຈະ​ມາ​ນັ່ງ​ຮ່ວມ​ໂຕະ​ອາຫານ​ກັບ​ເຮົາ​ສະເໝີ”.
8ເມຟີໂບເຊັດ​ກົ້ມ​ກາບລົງ ແລະ ເວົ້າ​ວ່າ “ຜູ້ຮັບໃຊ້​ຂອງ​ທ່ານ​ເປັນ​ຜູ້ໃດ​ທີ່​ທ່ານ​ຄວນ​ຈະ​ໃຫ້​ຄຸນຄ່າ​ເທົ່າກັບ​ໝາ​ຕາຍ​ເໝືອນດັ່ງ​ຂ້ານ້ອຍ?”
9ຈາກນັ້ນ ກະສັດ​ຈຶ່ງ​ເອີ້ນ​ຊີບາ, ຜູ້ຮັບ​ໃຊ້​ຂອງ​ໂຊນ​ມາ, ແລະ ໄດ້​ເວົ້າ​ກັບ​ລາວ​ວ່າ, “ເຮົາ​ໄດ້​ມອບ​ທຸກສິ່ງ​ໃຫ້​ທີ່​ເປັນ​ຂອງ​ໂຊນ ແລະ ຄອບຄົວ​ຂອງ​ເພິ່ນ​ໃຫ້​ແກ່​ຫລານຊາຍ​ຂອງ​ນາຍ​ເຈົ້າ.10ເຈົ້າ ແລະ ບັນດາ​ລູກຊາຍ ແລະ ຄົນ​ຮັບໃຊ້​ຂອງ​ເຈົ້າ​ຈົ່ງ​ເຮັດ​ໄຮ່​ໄຖນາ​ໃຫ້​ລາວ ແລະ ນຳ​ຜົນລະປູກ​ມາ, ເພື່ອ​ຫລານຊາຍ​ຂອງ​ເຈົ້ານາຍ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ການ​ລ້ຽງດູ. ແລະ ເມຟີໂບເຊັດ​ຫລານຊາຍ​ຂອງ​ນາຍ​ເຈົ້າ​ຈະ​ຮ່ວມ​ໂຕະ​ອາຫານ​ກັບ​ເຮົາ​ສະເໝີ”. (ບັດນີ້ ຊີບາ​ມີ​ລູກຊາຍ​ສິບ​ຫ້າ​ຄົນ ແລະ ຄົນຮັບໃຊ້​ຊາວ​ຄົນ).
11ແລ້ວ​ຊີບາ​ໄດ້​ເວົ້າ​ກັບ​ກະສັດ​ວ່າ, “ຜູ້ຮັບໃຊ້​ຂອງ​ທ່ານ​ຈະເຮັດ​ທຸກ​ຢ່າງ​ຕາມ​ຄຳສັ່ງ​ຂອງ​ກະສັດ​ເຈົ້ານາຍ​ຂອງ​ຂ້ານ້ອຍ”. ດັ່ງນັ້ນ ເມຟີໂບເຊັດ​ຈຶ່ງ​ໄດ້​ຮ່ວມ​ໂຕະອາຫານ​ກັບ​ດາວິດ​ດັ່ງ​ເປັນ​ລູກຊາຍ​ຄົນ​ໜຶ່ງ​ຂອງ​ກະສັດ.
12ເມຟີໂບເຊັດ​ມີ​ລູກຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ມີກາ, ແລະ ສະມາຊິກ​ທຸກຄົນ​ໃນ​ຄອບຄົວ​ຂອງ​ຊີບາ​ເປັນ​ຄົນຮັບໃຊ້​ຂອງ​ເມຟີໂບເຊັດ.13ແລະ ເມຟີໂບເຊັດ​ອາໄສ​ຢູ່​ໃນ​ເຢຣູຊາເລັມ, ເພາະ​ລາວ​ຕ້ອງ​ກິນ​ອາຫານ​ຮ່ວມ​ໂຕະ​ກັບ​ກະສັດ​ຢູ່​ສະເໝີ; ເພາະ​ຕີນ​ທັງ​ສອງ​ຂ້າງ​ຂອງ​ລາວ​ເປັນ​ເປ້ຍ.

Biblica, Inc.

https://app.library.bible/content/eab9312f9f16b3a2