2 ຊາມູເອນ10
ດາວິດເອົາຊະນະຊາວອຳໂມນ
1ຕໍ່ມາ, ກະສັດນາຮາດແຫ່ງອຳໂມນໄດ້ຕາຍໄປ, ແລະ ຮານູນລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດແທນ.2ດາວິດຄິດວ່າ, “ເຮົາຈະສະແດງຄວາມເມດຕາຕໍ່ຮານູນລູກຊາຍຂອງນາຮາດ, ດັ່ງທີ່ພໍ່ຂອງລາວເຄີຍສະແດງຄວາມເມດຕາຕໍ່ເຮົາ”. ດັ່ງນັ້ນ ດາວິດຈຶ່ງສົ່ງຄະນະທູດໄປສະແດງຄວາມເສຍໃຈຕໍ່ຮານູນທີ່ສູນເສຍພໍ່ໄປ.ເມື່ອຄົນຂອງດາວິດມາຮອດດິນແດນຂອງຊາວອຳໂມນ,3ບັນດາຜູ້ບັນຊາການຊາວອຳໂມນເວົ້າກັບຮານູນໃຫ້ໄປບອກກະສັດຂອງຕົນວ່າ, “ທ່ານຄິດວ່າດາວິດໃຫ້ກຽດແກ່ພໍ່ຂອງທ່ານໂດຍການສົ່ງຄະນະທູດມາເພື່ອສະແດງຄວາມເສຍໃຈຕໍ່ທ່ານບໍ? ດາວິດສົ່ງພວກເຂົາມາພຽງເພື່ອສໍາຫລວດເບິ່ງເມືອງ ແລະ ສອດແນມເບິ່ງ ແລະ ເພື່ອບຸກໂຈມຕີບໍ່ແມ່ນບໍ?”4ດັ່ງນັ້ນ ຮານູນຈຶ່ງຈັບຄະນະທູດຂອງດາວິດ, ແຖໜວດແຕ່ລະຄົນອອກເຄິ່ງໜຶ່ງ, ຕັດເຄື່ອງນຸ່ງບ່ອນສະໂພກຂອງພວກເຂົາອອກ, ແລ້ວກໍປ່ອຍພວກເຂົາໄປ.5ເມື່ອດາວິດຮູ້ເລື່ອງນີ້, ເພິ່ນກໍສົ່ງຜູ້ສົ່ງຂ່າວໄປພົບຄົນເຫລົ່ານັ້ນ, ເພາະພວກເຂົາຮູ້ສຶກອັບອາຍຂາຍໜ້າຫລາຍ. ກະສັດເວົ້າວ່າ, “ຈົ່ງພັກຢູ່ທີ່ເຢຣິໂກຈົນກວ່າໜວດຂອງພວກເຈົ້າຈະປົ່ງໃໝ່, ແລ້ວຈຶ່ງກັບຄືນມາ”.6ເມື່ອຊາວອຳໂມນຮູ້ວ່າພວກເຂົາໄດ້ເຮັດໃຫ້ດາວິດກຽດຊັງ, ພວກເຂົາຈຶ່ງຈ້າງທະຫານຊາວອາຣາມຈາກເບັດເຣໂຮບ ແລະ ໂຊບາ 20.000 ຄົນ, ຈາກກະສັດແຫ່ງເມືອງມາອາກາ 1.000 ຄົນ, ແລະ ຈາກເມືອງໂຕບ 12.000 ຄົນ.7ເມື່ອໄດ້ຍິນເລື່ອງນີ້, ດາວິດກໍສົ່ງໂຢອາບພ້ອມທັງທະຫານໃນກອງທັບທັງໝົດອອກໄປ.8ຊາວອຳໂມນໄດ້ອອກມາ ແລະ ຕັ້ງແນວສູ້ຮົບຢູ່ທີ່ທາງເຂົ້າປະຕູເມືອງຂອງພວກເຂົາ, ໃນຂະນະທີ່ຊາວອາຣາມຈາກໂຊບາ ແລະ ເຣໂຮບ ແລະ ທະຫານຈາກໂຕບ ແລະ ມາອາກາຢູ່ນອກເມືອງ.9ໂຢອາບເຫັນວ່າກອງກຳລັງຂອງສັດຕູຕັ້ງແນວສູ້ຮົບຢູ່ທັງຂ້າງໜ້າ ແລະ ຂ້າງຫລັງຂອງຕົນ; ດັ່ງນັ້ນ ລາວຈຶ່ງເລືອກເອົາກອງທະຫານທີ່ເກັ່ງກ້າທີ່ສຸດສ່ວນໜຶ່ງໃນອິດສະຣາເອນ ແລະ ໃຫ້ພວກເຂົາຕັ້ງທ່າຕໍ່ສູ້ກັບຊາວອາຣາມ.10ໂຢອາບໃຫ້ທະຫານສ່ວນທີ່ເຫລືອຢູ່ພາຍໃຕ້ຄໍາສັ່ງຂອງອາບີໄຊນ້ອງຊາຍຂອງລາວ ແລະ ໃຫ້ພວກເຂົາຕັ້ງທ່າຕໍ່ສູ້ກັບຊາວອຳໂມນ.11ໂຢອາບໄດ້ເວົ້າວ່າ, “ຖ້າພວກອາຣາມແຂງແກ່ນເກີນກຳລັງຂອງຂ້ອຍ, ແລ້ວໃຫ້ເຈົ້າຈົ່ງມາຊ່ວຍຂ້ອຍ; ແຕ່ຖ້າພວກອຳໂມນແຂງແກ່ນເກີນກຳລັງຂອງເຈົ້າ, ຂ້ອຍຈະໄປຊ່ວຍເຈົ້າ.12ຈົ່ງເຂັ້ມແຂງ, ແລະ ໃຫ້ພວກເຮົາຕໍ່ສູ້ຢ່າງກ້າຫານ ເພື່ອພີ່ນ້ອງຮ່ວມຊາດຂອງພວກເຮົາ ແລະ ເມືອງຕ່າງໆຂອງພຣະເຈົ້າຂອງພວກເຮົາ. ພຣະເຈົ້າຢາເວຈະເຮັດສິ່ງທີ່ດີໃນສາຍຕາຂອງພຣະອົງ”.13ແລ້ວໂຢອາບ ແລະ ກອງທະຫານຂອງຕົນກໍຍົກທັບບຸກເຂົ້າໂຈມຕີຊາວອາຣາມ ແລ້ວພວກເຂົາກໍປົບໜີໄປຕໍ່ໜ້າເພິ່ນ.14ເມື່ອຊາວອຳໂມນເຫັນຊາວອາຣາມກໍາລັງປົບໜີໄປ, ພວກເຂົາກໍແລ່ນປົບໜີໄປຕໍ່ໜ້າອາບີໄຊນ້ອງຊາຍຂອງລາວ ແລະ ພວກເຂົາໄດ້ເຂົ້າໄປໃນເມືອງ. ດັ່ງນັ້ນ ໂຢອາບຈຶ່ງກັບຈາກການສູ້ຮົບກັບຊາວອຳໂມນ ແລະ ກັບມາທີ່ເຢຣູຊາເລັມ.15ຫລັງຈາກ ຊາວອາຣາມເຫັນວ່າພວກເຂົາໄດ້ພ່າຍແພ້ໃຫ້ອິດສະຣາເອນ, ພວກເຂົາກໍຮວບຮວມກຳລັງກັນອີກ.16ຮາດາເດເຊໄດ້ນຳຊາວອາຣາມມາຈາກຟາກໜຶ່ງຂອງແມ່ນ້ຳເອີຟຣັດ; ພວກເຂົາໄດ້ມາທີ່ເຮລາມໂດຍມີໂຊບັກເປັນຜູ້ບັນຊາການທະຫານຂອງຮາດາເດເຊທີ່ນໍາພາພວກເຂົາ.17ເມື່ອດາວິດໄດ້ຍິນເລື່ອງນີ້, ເພິ່ນໄດ້ລະດົມທະຫານອິດສະຣາເອນທັງໝົດ, ຂ້າມແມ່ນ້ຳຈໍແດນ ແລະ ມາທີ່ເຮລາມ. ຊາວອາຣາມຕັ້ງແນວສູ້ຮົບປະເຊີນໜ້າກັບດາວິດ ແລະ ສູ້ຮົບກັນກັບເພິ່ນ.18ແຕ່ພວກເຂົາຖອຍໜີໄປຕໍ່ໜ້າອິດສະຣາເອນ, ແລະ ດາວິດໄດ້ຂ້າທະຫານມ້າຂອງພວກເຂົາເຈັດຮ້ອຍຄົນ ແລະ ທະຫານ ອີກສີ່ໝື່ນຄົນ. ເພິ່ນຍັງໄດ້ຂ້າໂຊບັກຜູ້ບັນຊາການກອງທັບຂອງພວກເຂົາ, ແລະ ໂຊບັກຕາຍຢູ່ທີ່ນັ້ນ.19ເມື່ອບັນດາກະສັດທັງໝົດທີ່ຂຶ້ນກັບຮາດາເດເຊເຫັນວ່າພວກເຂົາໄດ້ພ່າຍແພ້ໃຫ້ອິດສະຣາເອນ, ພວກເຂົາກໍໄດ້ເຮັດສັນຍາສະຫງົບເສິກກັບຊາວອິດສະຣາເອນ ແລະ ຍອມຢູ່ໃຕ້ອຳນາດຂອງພວກເຂົາ.
ດັ່ງນັ້ນ ຊາວອາຣາມຈຶ່ງບໍ່ກ້າມາຊ່ວຍຊາວອຳໂມນອີກເລີຍ.
Biblica, Inc.