2 ຊາມູເອນ8
ໄຊຊະນະຂອງດາວິດ
1ຕໍ່ມາ, ດາວິດໄດ້ເອົາຊະນະຊາວຟີລິດສະຕິນຢ່າງຮາບຄາບ ແລະ ເພິ່ນໄດ້ຢຶດເມືອງເມເທັກອຳມາຈາກການຄວບຄຸມຂອງຟີລິດສະຕິນ.2ດາວິດຍັງໄດ້ເອົາຊະນະຊາວໂມອາບ. ເພິ່ນໃຫ້ຊະເລີຍນອນລຽນແຖວເທິງພື້ນດິນ ແລະ ວັດແທກດ້ວຍເຊືອກວັດ. ທຸກໆສອງຊ່ວງຂອງສາຍວັດແທກ ຊະເລີຍທີ່ນອນຢູ່ໃນຊ່ວງສອງນັ້ນຈະຖືກຂ້າ ແລະ ຈະໄວ້ຊີວິດຊະເລີຍທີ່ຢູ່ໃນຊ່ວງທີສາມ. ດັ່ງນັ້ນ ຊາວໂມອາບຈຶ່ງຂຶ້ນກັບດາວິດ ແລະ ຕ້ອງນໍາເຄື່ອງບັນນາການມາໃຫ້ເພິ່ນ.3ຫລາຍກວ່ານັ້ນ, ດາວິດໄດ້ເອົາຊະນະຮາດາເດເຊລູກຊາຍຂອງກະສັດເຣໂຮບແຫ່ງໂຊບາ, ຂະນະທີ່ຮາດາເດເຊໄປກູ້ອຳນາດຄືນ ໃນແຖບແມ່ນ້ຳເອີຟຣັດ.4ດາວິດໄດ້ຢຶດລົດມ້າຮົບໜຶ່ງພັນຄັນ, ທະຫານມ້າເຈັດພັນຄົນ ແລະ ທະຫານສອງໝື່ນຄົນ. ດາວິດໄດ້ຕັດເອັນຂາມ້າທັງໝົດ ຍົກເວັ້ນມ້າສຳລັບລົດຮົບໜຶ່ງຮ້ອຍໂຕ.5ເມື່ອຊາວອາຣາມແຫ່ງເມືອງດາມັສກັດມາຊ່ວຍກະສັດຮາດາເດເຊແຫ່ງເມືອງໂຊບາ, ດາວິດໄດ້ຂ້າພວກເຂົາ 22.000 ຄົນ.6ເພິ່ນໄດ້ວາງກຳລັງທະຫານໄວ້ໃນອານາຈັກຂອງຊາວອາຣາມແຫ່ງດາມັສກັດ ແລະ ຊາວອາຣາມກໍຍອມຢູ່ໃຕ້ອໍານາດຂອງເພິ່ນ ແລະ ຕ້ອງນໍາເຄື່ອງບັນນາການມາໃຫ້ເພິ່ນ. ພຣະເຈົ້າຢາເວໄດ້ໃຫ້ໄຊຊະນະແກ່ດາວິດໃນທຸກບ່ອນທີ່ເພິ່ນໄປ.7ດາວິດໄດ້ນຳເອົາໂລ່ຄຳທີ່ເປັນຂອງບັນດານາຍທະຫານຂອງຮາດາເດເຊ ແລະ ໄດ້ນໍາໂລ່ເຫລົ່ານັ້ນມາທີ່ເຢຣູຊາເລັມ.8ກະສັດດາວິດຍັງໄດ້ນຳທອງສຳລິດຈຳນວນມະຫາສານຈາກເມືອງເຕບາ ແລະ ຈາກເມືອງເບໂຣໄທທີ່ເປັນຂອງຮາດາເດເຊມານໍາ.9ເມື່ອກະສັດໂຕອີ ແຫ່ງເມືອງຮາມັດໄດ້ຍິນວ່າດາວິດໄດ້ເອົາຊະນະກອງທັບທັງໝົດຂອງຮາດາເດເຊ,10ເພິ່ນໄດ້ສົ່ງໂຢຣາມ ລູກຊາຍຂອງເພິ່ນມາຄຳນັບກະສັດດາວິດ ແລະ ສະແດງຄວາມຍິນດີໃນໄຊຊະນະເໜືອຮາດາເດເຊ, ຜູ້ໄດ້ເຄີຍຕໍ່ສູ້ກັບໂຕອີມາກ່ອນ. ໂຢຣາມໄດ້ນຳເຄື່ອງເງິນ, ເຄື່ອງຄໍາ ແລະ ເຄື່ອງທອງສຳລິດມາໃຫ້ເພິ່ນ.11ກະສັດດາວິດໄດ້ອຸທິດຖວາຍສິ່ງເຫລົ່ານີ້ແກ່ພຣະເຈົ້າຢາເວ, ເພິ່ນໄດ້ເຮັດເຊັ່ນດຽວກັບເງິນ ແລະ ຄໍາທີ່ປຸ້ນຈາກຊົນຊາດຕ່າງໆທີ່ດາວິດຊະນະຄື:12ເອໂດມ ແລະ ໂມອາບ, ອຳໂມນ ແລະ ຟີລິດສະຕິນ ແລະ ອາມາເຫລັກ. ເພິ່ນຍັງອຸທິດຖວາຍເຄື່ອງຂອງທີ່ປຸ້ນມາຈາກຮາດາເດເຊລູກຊາຍຂອງກະສັດເຣໂຮບແຫ່ງໂຊບາ.13ແລະ ດາວິດກາຍເປັນຄົນມີຊື່ສຽງໂດ່ງດັງ ຫລັງຈາກທີ່ເພິ່ນໄດ້ກັບຄືນຈາກການຂ້າຊາວເອໂດມ 18.000 ຄົນ ຢູ່ໃນຮ່ອມພູເກືອ.14ດາວິດໄດ້ວາງກຳລັງທະຫານໄວ້ໃນທົ່ວເອໂດມ ແລະ ຊາວເອໂດມທັງໝົດກໍຍອມຢູ່ໃຕ້ອໍານາດຂອງດາວິດ. ພຣະເຈົ້າຢາເວໄດ້ໃຫ້ໄຊຊະນະແກ່ດາວິດທຸກບ່ອນທີ່ເພິ່ນໄປ.ບັນດາຂ້າລາຊະການຂອງດາວິດ
15ດາວິດໄດ້ປົກຄອງທົ່ວແດນອິດສະຣາເອນ, ເພິ່ນເຮັດສິ່ງທີ່ຍຸຕິທຳ ແລະ ຖືກຕ້ອງເພື່ອປະຊາຊົນຂອງເພິ່ນທັງໝົດ.16ໂຢອາບລູກຊາຍນາງເຊຣູອີຢາເປັນຜູ້ບັນຊາການກອງທັບ; ເຢໂຮຊາຟັດລູກຊາຍອາຮີລຸດເປັນຜູ້ບັນທຶກ;17ຊາດົກລູກຊາຍອາຮີຕຸບ ແລະ ອາຮີເມເຫລັກລູກຊາຍອາບີອາທາເປັນປະໂລຫິດ; ເສຣາອີຢາເປັນເລຂາທິການ;18ເບນາອີຢາລູກຊາຍເຢໂຮຍອາດາເປັນຜູ້ເບິ່ງແຍງພວກຊາວເກເຣັດ ແລະ ຊາວເປເລັດ ແລະ ບັນດາລູກຊາຍຂອງດາວິດເປັນປະໂລຫິດ.Biblica, Inc.