2 ຊາມູເອນ22
ເພງສັນລະເສີນຂອງດາວິດ
1ດາວິດໄດ້ຮ້ອງເພງບົດນີ້ຖວາຍແກ່ພຣະເຈົ້າຢາເວ ເມື່ອພຣະເຈົ້າຢາເວໄດ້ຊ່ວຍກູ້ເພິ່ນພົ້ນຈາກມືຂອງໂຊນ ແລະ ບັນດາສັດຕູທັງໝົດຂອງເພິ່ນ.2ເພິ່ນໄດ້ເວົ້າວ່າ:“ພຣະເຈົ້າຢາເວເປັນສີລາ, ເປັນປ້ອມປ້ອງກັນ ແລະ ຜູ້ຊ່ວຍກູ້ຂອງຂ້ານ້ອຍ;3ພຣະເຈົ້າຂອງຂ້ານ້ອຍເປັນສີລາທີ່ຂ້ານ້ອຍເຂົ້າໄປລີ້ໄພ,ເປັນໂລ່ ແລະ ເປັນເຂົາ ແຫ່ງຄວາມພົ້ນຂອງຂ້ານ້ອຍ.ພຣະອົງເປັນຖານທີ່ໝັ້ນ, ເປັນບ່ອນລີ້ໄພ ແລະ ເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍພຣະອົງຊ່ວຍຂ້ານ້ອຍໃຫ້ພົ້ນຈາກຄົນໂຫດຮ້າຍ.4“ຂ້ານ້ອຍຮ້ອງຫາພຣະເຈົ້າຢາເວ, ຜູ້ສົມຄວນໄດ້ຮັບການສັນລະເສີນ,ແລະ ໄດ້ຮັບການຊ່ວຍໃຫ້ພົ້ນຈາກບັນດາສັດຕູຂອງຂ້ານ້ອຍ.5ຄື້ນແຫ່ງຄວາມຕາຍປິ່ນອ້ອມຂ້ານ້ອຍ;ກະແສແຫ່ງຄວາມຈິບຫາຍຖ້ວມຂ້ານ້ອຍ.6ເຊືອກຂອງຂຸມຝັງສົບກໍພັນອ້ອມໂຕຂ້ານ້ອຍໄວ້.ບ້ວງແຮ້ວແຫ່ງຄວາມຕາຍຢູ່ຕໍ່ໜ້າຂ້ານ້ອຍ.7“ຂ້ານ້ອຍຮ້ອງຫາພຣະເຈົ້າຢາເວໃນຍາມທຸກໃຈ;ຂ້ານ້ອຍຮ້ອງຫາພຣະເຈົ້າຂອງຂ້ານ້ອຍ.ພຣະອົງໄດ້ຍິນສຽງຂອງຂ້ານ້ອຍຈາກວິຫານຂອງພຣະອົງ;ສຽງຮ້ອງຂອງຂ້ານ້ອຍດັງໄປເຖິງຫູຂອງພຣະອົງ.8ແຜ່ນດິນໂລກສັ່ນສະເທືອນ ແລະ ຫວັ່ນໄຫວ,ຮາກຖານຂອງຟ້າສະຫວັນ ສັ່ນຄອນ;ຟ້າສະຫວັນສັ່ນສະເທືອນເພາະພຣະອົງໃຈຮ້າຍ.9ຄວັນພຸ່ງອອກມາຈາກຮູດັງຂອງພຣະອົງ;ແປວໄຟທີ່ເຜົາໄໝ້ຢູ່ກໍອອກມາຈາກປາກຂອງພຣະອົງ,ຖ່ານຫີນທີ່ເຜົາໄໝ້ຢູ່ກໍອອກມາຈາກປາກຂອງພຣະອົງ.10ພຣະອົງໄດ້ເປີດຟ້າສະຫວັນ ແລະ ໄດ້ລົງມາ;ເມກມືດໜານັ້ນກໍຢູ່ໃຕ້ຕີນຂອງພຣະອົງ.11ພຣະອົງຂຶ້ນຂີ່ເຄຣຸບ ແລະ ບິນລົງມາ;ພຣະອົງບິນ ດ້ວຍປີກແຫ່ງກະແສລົມ.12ພຣະອົງໃຫ້ຄວາມມືດປົກຄຸມອ້ອມພຣະອົງໃຫ້ເມກຝົນອັນມືດຄື້ມ ໃນທ້ອງຟ້າຢູ່ອ້ອມພຣະອົງ.13ສາຍຟ້າມາບແມບອອກມາ.ຈາກແສງສະຫວ່າງກ້າແຫ່ງການປາກົດຂອງພຣະອົງ.14ພຣະເຈົ້າຢາເວເປັ່ງສຽງຟ້າຮ້ອງຈາກຟ້າສະຫວັນ;ສຽງຂອງອົງຜູ້ສູງສຸດດັງກ້ອງ.15ພຣະອົງຍິງລູກທະນູຂອງພຣະອົງ ແລ້ວເຮັດໃຫ້ບັນດາສັດຕູກະຈັດກະຈາຍໄປ,ພຣະອົງສົ່ງຟ້າແມບ ເຮັດໃຫ້ພວກເຂົາແຕກໜີໄປ.16ເມື່ອພຣະເຈົ້າຢາເວກ່າວເຕືອນເມື່ອລົມພຸ່ງອອກຈາກດັງຂອງພຣະອົງຮ່ອມພູໃນທະເລກໍເຜີຍອອກຮາກຖານຂອງໂລກກໍປາກົດ17“ພຣະອົງໄດ້ຍື່ນມືຈາກເບື້ອງເທິງລົງມາ ແລະ ຈັບຂ້ານ້ອຍໄວ້;ພຣະອົງໄດ້ດຶງຂ້ານ້ອຍອອກມາຈາກນ້ຳເລິກ.18ພຣະອົງຊ່ວຍຂ້ານ້ອຍໃຫ້ພົ້ນຈາກສັດຕູຜູ້ມີອຳນາດ,ຈາກສັດຕູຂອງຂ້ານ້ອຍ, ເຊິ່ງແຂງແຮງກວ່າຂ້ານ້ອຍ.19ພວກເຂົາບຸກໂຈມຕີຂ້ານ້ອຍໃນຍາມທີ່ຂ້ານ້ອຍປະສົບໄພພິບັດ,ແຕ່ພຣະເຈົ້າຢາເວໄດ້ຄ້ຳຊູຂ້ານ້ອຍໄວ້.20ພຣະອົງນຳຂ້ານ້ອຍອອກມາຍັງບ່ອນກວ້າງຂວາງ;ພຣະອົງກອບກູ້ຂ້ານ້ອຍໄວ້ເພາະພຣະອົງຍິນດີໃນຕົວຂອງຂ້ານ້ອຍ.21“ພຣະເຈົ້າຢາເວໄດ້ຕອບແທນຂ້ານ້ອຍຕາມຄວາມຊອບທຳຂອງຂ້ານ້ອຍ;ມອບບຳເໜັດໃຫ້ຂ້ານ້ອຍເພາະຂ້ານ້ອຍນັ້ນເປັນຄົນມືສະອາດ.22ເພາະຂ້ານ້ອຍໄດ້ຮັກສາທາງຂອງພຣະເຈົ້າຢາເວ;ຂ້ານ້ອຍບໍ່ໄດ້ເຮັດຊົ່ວໂດຍຫັນໄປຈາກພຣະເຈົ້າຂອງຂ້ານ້ອຍ.23ກົດບັນຍັດທຸກຂໍ້ຂອງພຣະອົງກໍຢູ່ຕໍ່ໜ້າຂ້ານ້ອຍ;ຂ້ານ້ອຍບໍ່ໄດ້ຫັນໄປຈາກດຳລັດຂອງພຣະອົງ24ຂ້ານ້ອຍບໍ່ໄດ້ມີຕຳໜິເມື່ອຢູ່ຕໍ່ໜ້າພຣະອົງ.ແລະ ໄດ້ຮັກສາຕົນເອງໃຫ້ພົ້ນຈາກຄວາມບາບ.25ພຣະເຈົ້າຢາເວໄດ້ໃຫ້ບຳເໜັດແກ່ຂ້ານ້ອຍຕາມຄວາມຊອບທຳຂອງຂ້ານ້ອຍ,ຕາມມືທີ່ບໍລິສຸດ ຂອງຂ້ານ້ອຍໃນສາຍຕາຂອງພຣະອົງ.26“ພຣະອົງໄດ້ສະແດງພຣະອົງເອງວ່າສັດຊື່ຕໍ່ຄົນທີ່ສັດຊື່,ພຣະອົງໄດ້ສະແດງພຣະອົງເອງວ່າບໍ່ມີຕຳໜິຕໍ່ຄົນທີ່ບໍ່ມີຕຳໜິ,27ພຣະອົງໄດ້ສະແດງພຣະອົງເອງວ່າບໍລິສຸດຕໍ່ຄົນທີ່ບໍລິສຸດ,ແຕ່ພຣະອົງໄດ້ສະແດງພຣະອົງເອງວ່າສະຫລາດຫລັກແຫລມຕໍ່ຄົນທີ່ຫລອກລວງ.28ພຣະອົງໄດ້ຊ່ວຍຜູ້ທີ່ຖ່ອມໃຈໃຫ້ພົ້ນ,ແຕ່ຕາຂອງພຣະອົງເຝົ້າເບິ່ງຄົນອວດອົ່ງຈອງຫອງເພື່ອເຮັດໃຫ້ພວກເຂົາຕົກຕ່ຳລົງ.29ຂ້າແດ່ພຣະເຈົ້າຢາເວ, ພຣະອົງເປັນຕະກຽງຂອງຂ້ານ້ອຍ;ພຣະເຈົ້າຢາເວໄດ້ປ່ຽນຄວາມມືດມົນຂອງຂ້ານ້ອຍໃຫ້ກາຍເປັນຄວາມສະຫວ່າງ;30ຂ້ານ້ອຍສາມາດໂຈມຕີຂອງກອງທັບໄດ້ດ້ວຍຄວາມຊ່ວຍເຫລືອຈາກພຣະອົງ; ຂ້ານ້ອຍປີນຂ້າມກຳແພງເມືອງໄດ້ໂດຍພຣະເຈົ້າຂອງຂ້ານ້ອຍ.31“ສຳລັບພຣະເຈົ້າ, ວິຖີທາງຂອງພຣະອົງນັ້ນແມ່ນດີເລີດ:ຖ້ອຍຄໍາຂອງພຣະເຈົ້າຢາເວກໍບໍ່ມີຂໍ້ຜິດພາດ;ພຣະອົງເປັນໂລ່ສຳລັບທຸກຄົນທີ່ລີ້ໄພໃນພຣະອົງ.32ເພາະນອກຈາກພຣະເຈົ້າຢາເວແລ້ວຜູ້ໃດທີ່ເປັນພຣະເຈົ້າ?ແລະ ຜູ້ໃດທີ່ເປັນພຣະສີລາ ນອກຈາກພຣະເຈົ້າຂອງພວກເຮົາ?33ຄືພຣະເຈົ້ານີ້ແຫລະ ທີ່ເປັນຜູ້ໃຫ້ກຳລັງແກ່ຂ້ານ້ອຍ. ແລະ ຮັກສາຫົນທາງຂອງຂ້ານ້ອຍໃຫ້ປອດໄພ.34ພຣະອົງໄດ້ເຮັດໃຫ້ຕີນຂອງຂ້ານ້ອຍເປັນເໝືອນດັ່ງຕີນກວາງ.ພຣະອົງເຮັດໃຫ້ຂ້ານ້ອຍຢືນຢູ່ເທິງທີ່ສູງໄດ້.35ພຣະອົງໄດ້ຝຶກມືຂອງຂ້ານ້ອຍໃຫ້ພ້ອມສູ້ຮົບ;ແຂນຂອງຂ້ານ້ອຍຈຶ່ງສາມາດກົ່ງຄັນທະນູທອງສຳລິດໄດ້.36ພຣະອົງໄດ້ໃຫ້ຄວາມຊ່ວຍໃຫ້ພົ້ນຂອງພຣະອົງເປັນໂລ່ຂອງຂ້ານ້ອຍ;ການຊ່ວຍເຫລືອຂອງພຣະອົງເຮັດໃຫ້ຂ້ານ້ອຍຍິ່ງໃຫຍ່ຂຶ້ນ.37ພຣະອົງໄດ້ເຮັດໃຫ້ຫົນທາງທີ່ຂ້ານ້ອຍເດີນໄປນັ້ນກວ້າງຂວາງ.ເພື່ອບໍ່ໃຫ້ຂໍ່ຕີນຂອງຂ້ານ້ອຍພິກ. 38“ຂ້ານ້ອຍໄລ່ຕາມສັດຕູຂອງຂ້ານ້ອຍ ແລະ ຍ່ອງພວກເຂົາ;ຂ້ານ້ອຍບໍ່ໄດ້ກັບມາຈົນກວ່າພວກເຂົາຖືກທຳລາຍ.39ຂ້ານ້ອຍຍ່ອງພວກເຂົາຈົນໝຸ່ນ ແລະ ພວກເຂົາລຸກຂຶ້ນບໍ່ໄດ້ອີກ.ພວກເຂົາລົ້ມລົງຢູ່ໃຕ້ຕີນຂອງຂ້ານ້ອຍ.40ພຣະອົງໄດ້ໃຫ້ກຳລັງຂ້ານ້ອຍເພື່ອສູ້ຮົບ;ພຣະອົງເຮັດໃຫ້ບັນດາສັດຕູຂອງຂ້ານ້ອຍຖ່ອມລົງຢູ່ຕໍ່ໜ້າຂ້ານ້ອຍ.41ພຣະອົງໄດ້ເຮັດໃຫ້ສັດຕູຂອງຂ້ານ້ອຍຖອຍໜີໄປ.ແລະ ຂ້ານ້ອຍໄດ້ທຳລາຍລ້າງສັດຕູຂອງຂ້ານ້ອຍ.42ພວກເຂົາຮ້ອງຂໍຄວາມຊ່ວຍເຫລືອ, ແຕ່ບໍ່ມີຜູ້ໃດຊ່ວຍພວກເຂົາພວກເຂົາຮ້ອງຫາພຣະເຈົ້າຢາເວ ແຕ່ພຣະອົງບໍ່ຕອບ.43ຂ້ານ້ອຍເອົາຊະນະພວກເຂົາຢ່າງງ່າຍດາຍດັ່ງຂີ້ຝຸ່ນດິນໃນແຜ່ນດິນໂລກ.ຂ້ານ້ອຍໂຈມຕີ ແລະ ຢຽບຢ່ຳພວກເຂົາດັ່ງຂີ້ຕົມຕາມຫົນທາງ.44“ພຣະອົງໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນຈາກການໂຈມຕີຂອງຄົນທັງຫລາຍ;ພຣະອົງໄດ້ຮັກສາຂ້ານ້ອຍໄວ້ໃຫ້ເປັນປະມຸກຂອງປະຊາຊາດທັງຫລາຍ.ຄົນທີ່ຂ້ານ້ອຍບໍ່ຮູ້ຈັກບັດນີ້ມາຮັບໃຊ້ຂ້ານ້ອຍ,45ຄົນຕ່າງຊາດທັງຫລາຍຕ່າງກໍກົ້ມກາບຕໍ່ໜ້າຂ້ານ້ອຍ;ທັນທີທີ່ພວກເຂົາໄດ້ຍິນກ່ຽວກັບຂ້ານ້ອຍ, ພວກເຂົາກໍເຊື່ອຟັງຂ້ານ້ອຍ.46ພວກເຂົາລ້ວນແຕ່ເສຍກຳລັງໃຈ;ພວກເຂົາຕ່າງກໍຕົວສັ່ນ ອອກມາຈາກຖານທີ່ໝັ້ນຂອງຕົນ.47“ພຣະເຈົ້າຢາເວມີຊີວິດຢູ່! ຂໍໃຫ້ຄໍາສັນລະເສີນເປັນຂອງພະສີລາຂອງຂ້ານ້ອຍ!ຂໍຍົກຍ້ອງພຣະເຈົ້າຂອງຂ້ານ້ອຍ, ພຣະສີລາ, ພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ!48ພຣະອົງເປັນພຣະເຈົ້າຜູ້ແກ້ແຄ້ນໃຫ້ຂ້ານ້ອຍ,ຜູ້ໄດ້ປາບປະຊາຊາດຕ່າງໆ ໃຫ້ຢູ່ພາຍໃຕ້ຂ້ານ້ອຍ,49ຜູ້ໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນຈາກບັນດາສັດຕູຂອງຂ້ານ້ອຍ.ພຣະອົງໄດ້ຍົກຂ້ານ້ອຍຂຶ້ນເໜືອສັດຕູທັງຫລາຍຂອງຂ້ານ້ອຍ.ພຣະອົງໄດ້ກອບກູ້ຂ້ານ້ອຍຈາກຄົນໂຫດຮ້າຍ;50ຂ້າແດ່ພຣະເຈົ້າຢາເວ ເຫດສະນັ້ນ ຂ້ານ້ອຍຈຶ່ງສັນລະເສີນພຣະອົງຢູ່ທ່າມກາງຊົນຊາດທັງຫລາຍ;ຂ້ານ້ອຍຈະຮ້ອງເພງສັນລະເສີນນາມຂອງພຣະອົງ.51“ພຣະອົງໄດ້ໃຫ້ໄຊຊະນະອັນຍິ່ງໃຫຍ່ແກ່ກະສັດຂອງພຣະອົງ;ພຣະອົງສະແດງຄວາມກະລຸນາຢ່າງບໍ່ຢຸດຢັ້ງແກ່ຜູ້ທີ່ພຣະອົງໄດ້ເຈີມຕັ້ງໄວ້,ຄືດາວິດ ແລະ ເຊື້ອສາຍຂອງເພິ່ນຕະຫລອດໄປ”.Biblica, Inc.