2 ຊາມູເອນ23
ຄຳອຳລາຂອງດາວິດ
1ຄໍາເຫລົ່ານີ້ຄືຄຳອຳລາສຸດທ້າຍຂອງດາວິດ:“ຖ້ອຍຄໍາແຫ່ງດົນໃຈຂອງດາວິດລູກຊາຍຂອງເຢຊີ,ຖ້ອຍຄໍາຂອງຊາຍຄົນໜຶ່ງທີ່ອົງຜູ້ສູງສຸດໄດ້ຍົກຂຶ້ນ,ຜູ້ໄດ້ຮັບການແຕ່ງຕັ້ງໂດຍພຣະເຈົ້າຂອງຢາໂຄບ,ຜູ້ຮ້ອງບົດເພງວິລະບູລຸດຂອງອິດສະຣາເອນດັ່ງນີ້: 2“ພຣະວິນຍານຂອງພຣະເຈົ້າຢາເວໄດ້ກ່າວຜ່ານຂ້ານ້ອຍ;ຖ້ອຍຄໍາຂອງພຣະອົງຢູ່ທີ່ລິ້ນຂອງຂ້ານ້ອຍ.3ພຣະເຈົ້າແຫ່ງອິດສະຣາເອນໄດ້ກ່າວ,ພຣະສີລາແຫ່ງອິດສະຣາເອນໄດ້ກ່າວກັບຂ້ານ້ອຍວ່າ:‘ເມື່ອຜູ້ໜຶ່ງປົກຄອງປະຊາຊົນດ້ວຍຄວາມຊອບທຳ,ເມື່ອເພິ່ນປົກຄອງດ້ວຍຄວາມຢຳເກງພຣະເຈົ້າ,4ເພິ່ນກໍເປັນດັ່ງແສງຕາເວັນຂຶ້ນໃນຍາມເຊົ້າດັ່ງແສງແຈ້ງໃນຍາມເຊົ້າທີ່ບໍ່ມີເມກໝອກ,ເໝືອນດັ່ງແສງສະຫວ່າງຫລັງຝົນຕົກເຊິ່ງເຮັດໃຫ້ຫຍ້າປົ່ງຂຶ້ນມາຈາກແຜ່ນດິນໂລກ’.5“ຖ້າເຊື້ອສາຍຂອງຂ້ານ້ອຍບໍ່ຊອບທໍາຕໍ່ພຣະເຈົ້າ,ແນ່ນອນ ພຣະອົງຈະບໍ່ເຮັດຄຳໝັ້ນສັນຍານິລັນດອນກັບຂ້ານ້ອຍ,ຈັດຕຽມ ແລະ ຄວາມປອດໄພໃນທຸກດ້ານໃຫ້ຂ້ານ້ອຍ;ແນ່ນອນ ພຣະອົງຈະບໍ່ໃຫ້ຄວາມພົ້ນແກ່ຂ້ານ້ອຍບັນລຸຜົນສຳເລັດແລະ ໃຫ້ຂ້ານ້ອຍຕາມຄວາມປາຖະໜາຂອງຂ້ານ້ອຍທຸກຢ່າງ.6ແຕ່ຄົນຊົ່ວຈະຖືກໂຍນຖິ້ມໄປເໝືອນດັ່ງໜາມ,ເຊິ່ງບໍ່ຕ້ອງໃຊ້ມືຮວມຮວບ.7ຜູ້ໃດແຕະຕ້ອງໜາມຄວນໃຊ້ເຄື່ອງມືເຫລັກ ຫລື ດ້າມຫອກ;ພວກເຂົາຖືກເຜົາຖິ້ມໃນບ່ອນທີ່ພວກເຂົາຢູ່”.ບັນດານັກຮົບທີ່ມີຊື່ສຽງຂອງດາວິດ
8ຕໍ່ໄປນີ້ຄືລາຍຊື່ບັນດານັກຮົບທີ່ມີຊື່ສຽງຂອງດາວິດມີດັ່ງນີ້:ໂຢເຊບບັດເຊເບັດ, ຊາວຕາເກໂມນ, ເຊິ່ງເປັນຫົວໜ້າຂອງນັກຮົບທັງສາມຄົນ; ລາວໃຊ້ຫອກຕໍ່ສູ້ ທະຫານແປດຮ້ອຍຄົນ, ເຊິ່ງລາວໄດ້ຂ້າຄົນໃນການສູ້ຮົບຄັ້ງດຽວ.9ຄົນຕໍ່ມາແມ່ນເອເລອາຊາລູກຊາຍຂອງໂດໂດຊາວອາໂຮ. ລາວເປັນໜຶ່ງໃນສາມທະຫານຍອດນັກຮົບຢູ່ກັບດາວິດ, ລາວຂົ່ມຂູ່ພວກຟີລິດສະຕິນທີ່ມາເຕົ້າໂຮມກັນຢູ່ທີ່ເມືອງປັດດຳມິມ ເພື່ອສູ້ຮົບ. ແລ້ວຊາວອິດສະຣາເອນຈຶ່ງຖອຍໜີໄປ,10ແຕ່ເອເລອາຊາຢືນຕົວ ແລະ ຕໍ່ສູ້ຊາວຟີລິດສະຕິນຈົນມືຂອງລາວຈັງ ແລະ ປ່ອຍດາບອອກບໍ່ໄດ້. ພຣະເຈົ້າຢາເວໂຜດປະທານໄຊຊະນະອັນຍິ່ງໃຫຍ່ໃນວັນນັ້ນ. ກອງທະຫານກັບມາຫາເອເລອາຊາ, ແຕ່ພວກເຂົາພຽງແຕ່ປຸ້ນເຄື່ອງຂອງຈາກສົບຄົນຕາຍເທົ່ານັ້ນ.11ຕໍ່ມາຄືຊາມມາລູກຊາຍຂອງອາກີຊາວຮາຣາເຣ. ເມື່ອຊາວຟີລິດສະຕິນໄດ້ເຂົ້າມາເຕົ້າໂຮມກັນຢູ່ບ່ອນໜຶ່ງທີ່ມີຕົ້ນຖົ່ວເຕັມໄປໝົດ, ກອງທັບອິດສະຣາເອນກໍໜີໄປຈາກພວກເຂົາ.12ແຕ່ຊາມມາຢືນຕົວຢູ່ກາງທົ່ງນາ, ລາວປົກປ້ອງກັນສວນນັ້ນ ແລະ ຂ້າຊາວຟີລິດສະຕິນ, ແລະ ພຣະເຈົ້າຢາເວໄດ້ປະທານໄຊຊະນະອັນຍິ່ງໃຫຍ່.13ໃນຊ່ວງລະດູເກັບກ່ຽວ, ສາມທະຫານໃນບັນດາຫົວໜ້ານັກຮົບສາມສິບຄົນມາຫາດາວິດທີ່ຖ້ຳອາດຸນລຳ, ຂະນະທີ່ກອງທະຫານຂອງຟີລິດສະຕິນຕັ້ງຄ້າຍຢູ່ໃນຮ່ອມພູເຣຟາອິມ.14ໃນເວລານັ້ນດາວິດຢູ່ໃນຖານທີ່ໝັ້ນ, ສ່ວນກອງທະຫານຂອງຟີລິດສະຕິນຢູ່ທີ່ເບັດເລເຮັມ.15ດາວິດຫິວນ້ຳ ແລະ ເວົ້າຂຶ້ນວ່າ, “ຖ້າມີຜູ້ໃດໄປເອົານ້ຳຈາກສ້າງໃກ້ປະຕູເມືອງເບັດເລເຮັມມາໃຫ້ເຮົາດື່ມກໍຈະດີ!”16ດັ່ງນັ້ນ ນັກຮົບເກັ່ງກ້າທັງສາມຄົນກໍຕີຝ່າແນວຮົບຂອງຟີລິດສະຕິນໄປຕັກນ້ຳຈາກສ້າງໃກ້ປະຕູເມືອງເບັດເລເຮັມ ແລ້ວເອົານ້ຳມາໃຫ້ດາວິດ. ແຕ່ເພິ່ນບໍ່ຍອມດື່ມ; ເພິ່ນພັດໄດ້ເທນໍ້າລົງຕໍ່ໜ້າພຣະເຈົ້າຢາເວ.17ເພິ່ນເວົ້າວ່າ, “ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍບໍ່ສາມາດດື່ມໄດ້! ນີ້ຄືເລືອດຂອງຄົນເຫລົ່ານີ້ທີ່ຊີວິດໄປເອົາມາບໍ່ແມ່ນບໍ?” ແລະ ດາວິດຈຶ່ງບໍ່ຍອມດື່ມນ້ຳນັ້ນ.
ນີ້ແມ່ນວິລະກຳຂອງສາມທະຫານຍອດນັກຮົບ.18ອາບີໄຊນ້ອງຊາຍຂອງໂຢອາບລູກຊາຍນາງເຊຣູອີຢາເປັນຫົວໜ້າຂອງນັກຮົບທີ່ມີຊື່ສຽງສາມຄົນ. ລາວໄດ້ໃຊ້ຫອກຂອງຕົນຕໍ່ສູ້ທະຫານສາມຮ້ອຍຄົນ, ລາວຂ້າທະຫານທັງໝົດ ແລະ ລາວຈຶ່ງກາຍເປັນຄົນທີ່ມີຊື່ສຽງເທົ່າກັນກັບສາມທະຫານຍອດນັກຮົບ.19ລາວບໍ່ໄດ້ຮັບກຽດຫລາຍກວ່ານັກຮົບສາມຄົນນັ້ນບໍ? ແຕ່ລາວໄດ້ກາຍເປັນຜູ້ບັນຊາການເໜືອສາມທະຫານຍອດນັກຮົບ ແລະ ມີກຽດຍິ່ງໃຫຍ່ກວ່າ, ເຖິງແມ່ນວ່າລາວບໍ່ໄດ້ເປັນໜຶ່ງໃນສາມຄົນກໍຕາມ.20ເບນາອີຢາ ລູກຊາຍຂອງເຢໂຮຍອາດາເປັນທະຫານກ້າຫານຈາກເມືອງກັບເຊເອນ, ຜູ້ສ້າງວິລະກຳຫລາຍຄັ້ງ. ລາວໄດ້ຂ້ານັກຮົບສີມືດີຂອງຊາວໂມອາບສອງຄົນ. ມີຄັ້ງໜຶ່ງໃນມື້ທີ່ຫິມະຕົກ ລາວໄດ້ລົງໄປໃນຫລຸມ ແລະ ໄດ້ຂ້າສິງໂຕໜຶ່ງ.21ແລະ ລາວໄດ້ຂ້າຊາວເອຢິບຮູບຮ່າງສູງໃຫຍ່ຄົນໜຶ່ງ, ເຖິງແມ່ນວ່າຄົນເອຢິບນັ້ນຖືຫອກຢູ່ໃນມື, ເບນາອີຢາໄດ້ໄປຕໍ່ສູ້ລາວດ້ວຍໄມ້ຄ້ອນ. ລາວຍາດຫອກຈາກມືຂອງຊາວເອຢິບຄົນນັ້ນ ແລະ ຂ້າລາວດ້ວຍຫອກຂອງຊາວເອຢິບຄົນນັ້ນ.22ນີ້ຄືວິລະກຳຂອງເບນາອີຢາລູກຊາຍຂອງເຢໂຮຍອາດາ; ລາວກໍມີຊື່ສຽງທຽບເທົ່າກັບສາມທະຫານຍອດນັກຮົບດ້ວຍ.23ລາວມີກຽດຫລາຍກວ່າທຸກຄົນໃນສາມສິບຍອດນັກຮົບ, ແຕ່ລາວບໍ່ໄດ້ລວມຢູ່ໃນສາມທະຫານຍອດນັກຮົບ ແລະ ດາວິດໄດ້ແຕ່ງຕັ້ງລາວໃຫ້ເບິ່ງແຍງກອງທະຫານປ້ອງກັນຕົວຂອງເພິ່ນ.24ໃນນັກຮົບທີ່ມີຊື່ສຽງສາມສິບຄົນມີດັ່ງນີ້:
ອາສາເຮນນ້ອງຊາຍຂອງໂຢອາບ, ເອນຮານານລູກຊາຍຂອງໂດໂດຈາກເບັດເລເຮັມ,25ຊາມມາ ຊາວຮາໂຣດ, ເອລີກາ ຊາວຮາໂຣດ,26ເຮເລັດຊາວປານຕີ, ອີຣາລູກຊາຍຂອງອິກເກັດ ຊາວເຕກົວ,27ອາບີເອເຊຈາກອານາທົດ, ສິບເບກາຍ ຊາວຮູຊາ,28ຊັນໂມນ ຊາວອາໂຮ, ມະຫາໄຣ ຊາວເນໂຕຟາ,29ເຮເລັບ ລູກຊາຍຂອງບາອານາ ຊາວເນໂຕຟາ, ອິດໄຕ ລູກຊາຍຣີໄບຈາກກີເບອາໃນເຂດແດນເບັນຢາມິນ,30ເບນາອີຢາ ຊາວປີຣາໂທນ, ຮິດໄດ ຈາກຈາກຮ່ອມພູແຫ່ງເມືອງກາອາດ,31ອາບີອານໂບນ ຊາວອາຣະບາ, ອາຊະມາເວດ ຊາວບາຮູຣິມ,32ເອລີອາບາ ຊາວຊາອານໂບນ, ບັນດາລູກຊາຍຂອງຢາເຊນ, ໂຢນາທານ33ລູກຊາຍຂອງ ຊາມມາ ຊາວຮາຣາເຣ, ອາຮີອາມລູກຊາຍຂອງຊາຣາກ ຊາວຮາຣາເຣ,34ເອລີເຟເລັດລູກຊາຍອາຮາສະໄບ ຊາວມາອາກາ, ເອລີອາມລູກຊາຍຂອງອາຮີໂຕເຟນ ຊາວກີໂລ,35ເຮຊະໂຣ ຊາວກາເມນ, ປາອາໄຣ ຊາວອາຣັບ,36ອີການລູກຊາຍຂອງນາທານ ຊາວໂຊບາ, ລູກຊາຍຂອງຮາກຣີ, 37ເຊເລັກ ຊາວອຳໂມນ, ນາຮາໄຣ ຊາວເບເອໂຣດຜູ້ຖືອາວຸດໃຫ້ໂຢອາບລູກຊາຍຂອງນາງເຊຣູອີຢາ,38ອີຣາ ຊາວອິດໄຣ, ຄາເຣັບ ຊາວອິດໄຣ39ແລະ ອູຣິຢາ ຊາວຮິດຕີ.
ລວມມີທັງໝົດ 37 ຄົນ.
Biblica, Inc.