2 ຊາມູເອນ21
ການແກ້ແຄ້ນໃຫ້ຊາວກີເບໂອນ
1ໃນຊ່ວງການປົກຄອງຂອງດາວິດ, ເກີດມີໄພອຶດຢາກເປັນເວລາສາມປີເຕັມ; ສະນັ້ນ ດາວິດຈຶ່ງໄດ້ຖາມພຣະເຈົ້າຢາເວ. ພຣະເຈົ້າຢາເວໄດ້ກ່າວວ່າ, “ເປັນເພາະໂຊນ ແລະ ເຮືອນທີ່ເປື້ອນເລືອດຂອງລາວ; ເພາະລາວໄດ້ຂ້າຊາວກີເບໂອນ”.2ກະສັດເອີ້ນຊາວກີເບໂອນມາ ແລະ ໄດ້ເວົ້າກັບພວກເຂົາ. (ຊາວກີເບໂອນບໍ່ໄດ້ເປັນສ່ວນໜຶ່ງຂອງອິດສະຣາເອນ ແຕ່ເປັນພວກທີ່ລອດຊີວິດຈາກຊາວອາໂມ; ຊາວອິດສະຣາເອນໄດ້ປະຕິຍານວ່າຈະໄວ້ຊີວິດພວກເຂົາ, ແຕ່ໂຊນກະຕືລືລົ້ນເພື່ອອິດສະຣາເອນ ແລະ ຢູດາຈຶ່ງພະຍາຍາມກວາດລ້າງພວກເຂົາ).3ດາວິດຖາມຊາວກີເບໂອນວ່າ, “ເຮົາຈະເຮັດຫຍັງໃຫ້ພວກເຈົ້າໄດ້ແດ່? ເຮົາຈະຊົດເຊີຍໃຫ້ແນວໃດເພື່ອພວກເຈົ້າຈະອວຍພອນມໍລະດົກຂອງພຣະເຈົ້າຢາເວ?”4ຊາວກີເບໂອນຕອບເພິ່ນວ່າ, “ພວກຂ້ານ້ອຍບໍ່ມີສິດທີ່ຈະຮຽກຮ້ອງເງິນ ຫລື ຄໍາຈາກໂຊນ ແລະ ຄອບຄົວຂອງເພິ່ນ, ແລະ ກໍບໍ່ມີສິດຂ້າຜູ້ໃດໃນອິດສະຣາເອນ”.ດາວິດເວົ້າວ່າ, “ພວກເຈົ້າຢາກໃຫ້ເຮົາເຮັດຫຍັງເພື່ອພວກເຈົ້າ?”5ພວກເຂົາຕອບກະສັດວ່າ, “ສຳລັບຄົນທີ່ທຳລາຍພວກຂ້ານ້ອຍ ແລະ ຄິດຮ້າຍຕໍ່ພວກຂ້ານ້ອຍຈົນເຮັດໃຫ້ພວກຂ້ານ້ອຍວອດວາຍ ແລະ ບໍ່ມີບ່ອນຢູ່ໃນອິດສະຣາເອນ,6ຂໍມອບຫລານຊາຍຈາກເຊື້ອສາຍຂອງເພິ່ນເພື່ອພວກເຮົາຈະຂ້າ ແລະ ເອົາສົບຂອງພວກເຂົາປະຈານຕໍ່ໜ້າພຣະເຈົ້າຢາເວໃນເມືອງກີເບອາຂອງໂຊນ, ເຊິ່ງຜູ້ທີ່ພຣະເຈົ້າຢາເວໄດ້ເລືອກໄວ້”.
ສະນັ້ນ ກະສັດໄດ້ເວົ້າວ່າ, “ເຮົາຈະມອບພວກເຂົາໃຫ້ພວກເຈົ້າ”.7ກະສັດດາວິດໄດ້ໄວ້ຊີວິດເມຟີໂບເຊັດລູກຂອງໂຢນາທານ, ເຊິ່ງເປັນຫລານຊາຍຂອງໂຊນ, ຍ້ອນຄຳສາບານຕໍ່ໜ້າພຣະເຈົ້າຢາເວລະຫວ່າງດາວິດ ແລະ ໂຢນາທານລູກຊາຍຂອງໂຊນ.8ແຕ່ກະສັດໄດ້ເອົາອາກໂມນີກັບເມຟີໂບເຊັດ, ພວກເຂົາທັງສອງເປັນລູກຊາຍຂອງນາງຣິຊະປາລູກສາວຂອງອາອີຢາ, ເຊິ່ງນາງໄດ້ເກີດໃຫ້ໂຊນພ້ອມທັງລູກຊາຍຫ້າຄົນຂອງນາງເມຣາບ ລູກສາວຂອງໂຊນ, ເຊິ່ງນາງໄດ້ເກີດໃຫ້ອັດຣີເອນລູກຊາຍຂອງບາກຊິນໄລຊາວເມໂຮລາ.9ເພິ່ນໄດ້ມອບພວກເຂົາໃຫ້ຊາວກີເບໂອນປະຫານ ແລະ ເອົາສົບຂອງພວກເຂົາປະຈານເທິງເນີນພູຕໍ່ໜ້າພຣະເຈົ້າຢາເວ. ຄົນທັງເຈັດກໍເສຍຊີວິດພ້ອມກັນ; ພວກເຂົາຖືກຂ້າໃນຊ່ວງມື້ທໍາອິດຂອງຕົ້ນລະດູເກັບກ່ຽວເຂົ້າບາເລໄດ້ເລີ່ມຕົ້ນ.10ນາງຣິຊະປາລູກສາວຂອງອາອີຢາເອົາຜ້າກະສອບ ແລະ ກາງອອກຢູ່ເທິງກ້ອນຫີນສຳລັບຕົນ. ຕັ້ງແຕ່ລະດູເກັບກ່ຽວເລີ່ມຕົ້ນຈົນຝົນຄ່ອຍໆຕົກລົງຈາກຟ້າສະຫວັນໃສ່ສົບເຫລົ່ານັ້ນ, ນາງບໍ່ໄດ້ປ່ອຍໃຫ້ຝູງນົກມາແຕະຕ້ອງສົບໃນເວລາກາງເວັນ ຫລື ຝູງສັດປ່າໃນຕອນກາງຄືນ.11ເມື່ອດາວິດໄດ້ຍິນເຖິງສິ່ງທີ່ນາງຣິຊະປາລູກສາວຂອງອາອີຢາ, ເຊິ່ງເປັນເມຍນ້ອຍຂອງໂຊນໄດ້ກະທໍາ.12ເພິ່ນກໍໄປເອົາກະດູກຂອງໂຊນ ແລະ ໂຢນາທານລູກຊາຍຂອງເພິ່ນມາຈາກຊາວຢາເບັດກີເລອາດ (ພວກເຂົາໄດ້ລັກເອົາສົບຂອງໂຊນ ແລະ ໂຢນາທານມາຈາກເດີ່ນເມືອງເບັດຊານ, ບ່ອນທີ່ຊາວຟີລິດສະຕິນໄດ້ແຂວນໂຊນ ແລະ ລູກຊາຍຂອງເພິ່ນໄວ້ ຫລັງຈາກພວກເຂົາໄດ້ຂ້າໂຊນທີ່ກິນໂບອາ.)13ດາວິດໄດ້ເອົາກະດູກຂອງໂຊນ ແລະ ໂຢນາທານລູກຊາຍຂອງເພິ່ນມາຈາກທີ່ນັ້ນ ແລະ ຮວບຮວມກະດູກຂອງຜູ້ທີ່ໄດ້ຖືກຂ້າ ແລະ ຖືກປະຈານໄວ້ນຳກັນ.14ພວກເຂົາໄດ້ຝັງກະດູກຂອງໂຊນ ແລະ ໂຢນາທານລູກຊາຍຂອງເພິ່ນໄວ້ໃນອຸບມຸງກີເຊພໍ່ຂອງໂຊນທີ່ເຊລາໃນເຂດແດນເບັນຢາມິນ, ແລະ ເຮັດທຸກສິ່ງຕາມທີ່ກະສັດໄດ້ສັ່ງ. ຫລັງຈາກນັ້ນ, ພຣະເຈົ້າໄດ້ຕອບຄຳອະທິຖານເພື່ອດິນແດນນັ້ນ.
ສົງຄາມກັບຊາວຟີລິດສະຕິນ
15ມີການສູ້ຮົບລະຫວ່າງຊາວຟີລິດສະຕິນ ແລະ ອິດສະຣາເອນອີກຄັ້ງໜຶ່ງ. ດາວິດໄດ້ລົງໄປກັບທະຫານເພື່ອຕໍ່ສູ້ກັບຊາວຟີລິດສະຕິນ, ແລະ ເພິ່ນກໍອິດເມື່ອຍຫລາຍ.16ອີສະບີເບໂນບ, ເຊິ່ງເປັນເຊື້ອສາຍຂອງຄົນໜຶ່ງຂອງຣາຟາ, ລາວຖືຫອກທອງສຳລິດໜັກປະມານ 300 ເຊເຂວ ແລະ ພາຍດາບໃໝ່ໂດຍເວົ້າວ່າລາວຢາກຈະຂ້າດາວິດ.17ແຕ່ອາບີໄຊລູກຊາຍນາງເຊຣູອີຢາເຂົ້າມາຊ່ວຍດາວິດ; ລາວໄດ້ໂຈມຕີຊາວຟີລິດສະຕິນຄົນນັ້ນ ແລະ ໄດ້ຂ້າລາວ. ແລ້ວທະຫານຂອງດາວິດໄດ້ປະຕິຍານໂດຍເວົ້າວ່າ, “ຈະບໍ່ໃຫ້ທ່ານອອກໄປສູ້ຮົບກັບພວກເຮົາອີກ, ເພື່ອບໍ່ໃຫ້ຕະກຽງຂອງອິດສະຣາເອນຕ້ອງດັບໄປ”.18ຕໍ່ມາ, ມີການສູ້ຮົບກັບຊາວຟີລິດສະຕິນອີກທີ່ເມືອງໂກບ. ໃນເວລານັ້ນ ສິບເບກາຍຊາວຮູຊາໄດ້ຂ້າສາເຟ, ເຊິ່ງເປັນເຊື້ອສາຍຄົນໜຶ່ງຂອງຣາຟາ.19ແລະ ໃນການສູ້ຮົບກັບຊາວຟີລິດສະຕິນອີກຄັ້ງໜຶ່ງທີ່ໂກບ, ເອນຮານານລູກຊາຍຂອງຢາອີ ຊາວເບັດເລເຮັມໄດ້ຂ້ານ້ອງຊາຍຂອງ ໂກລີອາດຊາວກາດ, ຜູ້ທີ່ຖືຫອກດ້າມໃຫຍ່ເໝືອນໄມ້ທີ່ໃຊ້ຕ່ຳຫູກ.20ໃນການສູ້ຮົບອີກຄັ້ງ, ເຊິ່ງໄດ້ເກີດຂຶ້ນທີ່ເມືອງກາດ, ຄົນຮູບຮ່າງໃຫຍ່ທີ່ມີນິ້ວມືນິ້ວຕີນເບື້ອງລະຫົກນິ້ວລວມທັງໝົດມີຊາວສີ່ນິ້ວ. ລາວເປັນເຊື້ອສາຍຂອງຣາຟາເໝືອນກັນ.21ເມື່ອລາວໄດ້ເວົ້າເຢາະເຢີ້ຍຊາວອິດສະຣາເອນ, ໂຢນາທານລູກຊາຍຂອງຊີເມອາ, ອ້າຍຂອງດາວິດໄດ້ຂ້າລາວ.22ສີ່ຄົນເຫລົ່ານີ້ເປັນເຊື້ອສາຍຂອງຣາຟາໃນເມືອງກາດ ແລ້ວພວກເຂົາໄດ້ຖືກດາວິດ ແລະ ທະຫານຂອງເພິ່ນໄດ້ຂ້າພວກເຂົາດ້ວຍມືຂອງຕົນ.Biblica, Inc.