2 ຊາມູເອນ20
ເຊບາກະບົດຕໍ່ດາວິດ
1ມີຄົນກໍ່ຄວາມບໍ່ສະຫງົບຊື່ວ່າເຊບາລູກຊາຍຂອງບີກຣີ, ລາວເປັນຊາວເບັນຢາມິນບັງເອີນຢູ່ທີ່ນັ້ນ. ລາວເປົ່າແກ ແລະ ຮ້ອງຂຶ້ນດັງວ່າ,“ພວກເຮົາບໍ່ມີສ່ວນອັນໃດໃນດາວິດ,ພວກເຮົາບໍ່ກ່ຽວຂ້ອງອັນໃດໃນລູກຊາຍຂອງເຢຊີ!ອິດສະຣາເອນທັງຫລາຍເອີຍ, ຈົ່ງກັບເມືອບ້ານສາ!”2ສະນັ້ນ ຊາວອິດສະຣາເອນທັງໝົດຈຶ່ງປະຖິ້ມດາວິດໄປຕິດຕາມເຊບາລູກຊາຍຂອງບີກຣີ. ແຕ່ຊາວຢູດາກໍຢູ່ຄຽງຂ້າງກະສັດຂອງຕົນຕະຫລອດທາງຈາກແມ່ນ້ຳຈໍແດນຈົນເຖິງເຢຣູຊາເລັມ.3ເມື່ອດາວິດກັບມາຮອດວັງຂອງເພິ່ນໃນເຢຣູຊາເລັມ, ເພິ່ນໄດ້ເອົາເມຍນ້ອຍສິບຄົນທີ່ເພິ່ນໄດ້ປະໄວ້ໃຫ້ເບິ່ງແຍງວັງ ແລ້ວເອົາພວກເຂົາໄປໄວ້ໃນເຮືອນຫລັງໜຶ່ງໂດຍທະຫານເຝົ້າຍາມ, ເພິ່ນໄດ້ລ້ຽງດູພວກເຂົາ ແຕ່ບໍ່ໄດ້ບໍ່ມີເພດສໍາພັນພວກເຂົາ. ພວກເຂົາຖືກຂັງໄວ້ຢູ່ໃນຖານະແມ່ໝ້າຍຈົນເຖິງມື້ທີ່ພວກເຂົາໄດ້ຕາຍໄປ.4ແລ້ວກະສັດໄດ້ກ່າວກັບອາມາສາວ່າ, “ຈົ່ງເອີ້ນທະຫານຢູດາມາຫາເຮົາພາຍໃນສາມວັນ, ແລະ ເຈົ້າເອງກໍຈົ່ງຢູ່ທີ່ນີ້”.5ແຕ່ເມື່ອອາມາສາອອກໄປເອີ້ນທະຫານຢູດາ, ລາວໄດ້ໃຊ້ເວລາເກີນກວ່າທີ່ກະສັດໄດ້ກຳນົດໄວ້ໃຫ້ລາວ.6ດາວິດໄດ້ເວົ້າກັບອາບີໄຊວ່າ, “ເຊບາລູກຊາຍຂອງບີກຣີຈະທໍາຮ້າຍພວກເຮົາຫລາຍກວ່າອັບຊາໂລມໄດ້ເຮັດ. ຈົ່ງນຳນາຍທະຫານຂອງເຈົ້າມາ ແລະ ໄປຕາມຫາລາວ, ບໍ່ດັງນັ້ນລາວຈະເຂົ້າໄປປ້ອມປ້ອງກັນເມືອງ ແລະ ໜີພົ້ນຈາກພວກເຮົາ”.7ທະຫານຂອງໂຢອາບ, ຊາວເກເຣັດ, ຊາວເປເລັດ ແລະ ນັກຮົບເກັ່ງກ້າທັງໝົດໄດ້ອອກໄປຈາກເຢຣູຊາເລັມພາຍໃຕ້ຄໍາສັ່ງຂອງອາບີໄຊ. ພວກເຂົາເຄື່ອນທັບອອກມາຈາກເຢຣູຊາເລັມເພື່ອຕາມລ່າເຊບາລູກຊາຍຂອງບີກຣີ.8ຂະນະທີ່ພວກເຂົາມາຮອດຫີນກ້ອນໃຫຍ່ໃນກີເບໂອນ, ອາມາສາໄດ້ມາພົບກັບພວກເຂົາ. ໂຢອາບນຸ່ງເຄື່ອງກຽມອອກສູ້ຮົບ, ແລະ ພາຍດາບສັ້ນພ້ອມຝັກໄວ້ທີ່ແອວຂອງລາວ. ຂະນະທີ່ລາວກ້າວເຂົ້າອອກມາ ແລະ ດາບສັ້ນຫລຸດອອກຈາກຝັກ.9ໂຢອາບໄດ້ເວົ້າກັບອາມາສາວ່າ, “ສະບາຍດີບໍ, ນ້ອງຊາຍຂອງຂ້ອຍ?” ແລ້ວໂຢອາບໃຊ້ມືຂວາຈັບໜວດຂອງອາມາຊາເພື່ອຈະຈູບລາວ.10ອາມາຊາບໍ່ທັນສັງເກດດາບສັ້ນໃນມືຂອງໂຢອາບ, ແລະ ໂຢອາບໃຊ້ດາບແທງເຂົ້າທີ່ທ້ອງຂອງລາວ ແລະ ໄສ້ຂອງລາວທະລຸອອກຕົກໃສ່ພື້ນດິນໂດຍບໍ່ຕ້ອງແທງຊ້ຳ, ອາມາສາຕາຍຄາທີ່. ແລ້ວໂຢອາບ ແລະ ອາບີໄຊນ້ອງຊາຍຂອງລາວກໍຕາມລ່າເຊບາລູກຊາຍຂອງບີກຣີ.11ທະຫານຄົນໜຶ່ງຂອງໂຢອາບຢືນຢູ່ຂ້າງອາມາຊາ ແລະ ໄດ້ເວົ້າວ່າ, “ຜູ້ໃດຊົມເຊີຍໂຢອາບ, ແລະ ຜູ້ໃດເປັນຝ່າຍດາວິດ, ຈົ່ງຕາມໂຢອາບໄປ!”12ສ່ວນອາມາຊານອນອາບເລືອດຢູ່ກາງທາງ, ແລະ ເມື່ອທະຫານຄົນນັ້ນເຫັນວ່າທະຫານທັງໝົດໄດ້ມາຢຸດທີ່ນັ້ນ, ເມື່ອລາວຮູ້ວ່າທຸກຄົນໄດ້ມາຢຸດເບິ່ງອາມາສາ, ລາວລາກອາມາສາອອກຈາກຫົນທາງໄປປະໄວ້ທົ່ງນາ ແລະ ເອົາເສື້ອປົກລາວໄວ້.13ຫລັງຈາກສົບໄດ້ຖືກຍ້າຍອອກຈາກຫົນທາງແລ້ວ, ທຸກຄົນໄດ້ຕາມໂຢອາບໄປເພື່ອຕາມລ່າເຊບາລູກຊາຍຂອງບີກຣີ.14ຝ່າຍເຊບາເດີນທາງຜ່ານທົ່ວທຸກເຜົ່າຂອງອິດສະຣາເອນໄປທີ່ອາເບັນເບັດມາອາກາ ແລະ ທົ່ວເຂດແດນຂອງຊາວບີກຣີ, ເຊິ່ງເຕົ້າໂຮມກັນ ແລະ ຕິດຕາມລາວໄປ.15ກອງກຳລັງຂອງໂຢອາບໄດ້ມາລ້ອມເຊບາໃນອາເບນເບັດມາອາກາ. ພວກເຂົາສ້າງເຄື່ອງປິດລ້ອມຕາມກຳແພງເມືອງ, ແລະ ໃສ່ກັບປ້ອມປ້ອງກັນທາງດ້ານນອກ. ຂະນະທີ່ພວກເຂົາກໍາລັງທຸບກຳແພງເພື່ອເຮັດໃຫ້ມັນພັງລົງ.16ຍິງສະຫລາດຄົນໜຶ່ງຮ້ອງອອກມາຈາກເມືອງວ່າ, “ໂຜດຟັງກ່ອນ! ໂຜດຟັງກ່ອນ! ຂໍຈົ່ງໄປໂຢອາບມາທີ່ນີ້ ເພື່ອຂ້ອຍຈະໄດ້ລົມກັບລາວແດ່”.17ເມື່ອໂຢອາບກໍໄປຫານາງ, ແລະ ນາງຖາມວ່າ, “ທ່ານແມ່ນໂຢອາບບໍ?”ລາວຕອບວ່າ, “ແມ່ນ”.
ນາງໄດ້ເວົ້າວ່າ, “ໂຜດຟັງສິ່ງທີ່ຜູ້ຮັບໃຊ້ຂອງທ່ານຈະເວົ້າ”.
ໂຢອາບໄດ້ຕອບວ່າ, “ຂ້ອຍກໍາລັງຟັງຢູ່”.18ນາງເວົ້າຕໍ່ໄປວ່າ, “ດົນນານມາແລ້ວທີ່ພວກເຂົາເຄີຍເວົ້າກັນວ່າ, ‘ຈົ່ງໄປເອົາຄຳຕອບທີ່ອາເບັນ’ ແລ້ວເລື່ອງນັ້ນມັນກໍໄດ້ຮັບແກ້ໄຂ.19ພວກຂ້ານ້ອຍເປັນຄົນຢູ່ຢ່າງສະຫງົບສຸກ ແລະ ສັດຊື່ໃນອິດສະຣາເອນ. ທ່ານກຳລັງພະຍາຍາມທຳລາຍເມືອງໜຶ່ງທີ່ເປັນແມ່ຂອງອິດສະຣາເອນ. ເປັນຫຍັງທ່ານຈຶ່ງຢາກຈະກືນກິນມໍລະດົກຂອງພຣະເຈົ້າຢາເວ?”20ໂຢອາບໄດ້ຕອບວ່າ, “ຂໍຢ່າໃຫ້ເລື່ອງນີ້ເປັນນັ້ນເລີຍ! ຂ້ອຍບໍ່ເຄີຍຄິດຈະກືນກິນ ຫລື ທຳລາຍ!21ບໍ່ແມ່ນແນວນັ້ນ. ມີຊາຍຄົນໜຶ່ງຊື່ເຊບາລູກຊາຍຂອງບີກຣີຈາກເນີນພູເອຟຣາອິມ, ລາວໄດ້ຍົກມືຂຶ້ນຕໍ່ສູ້ກະສັດດາວິດ. ຖ້າເຈົ້າເອົາຊາຍຄົນນີ້ມາໃຫ້ ແລ້ວຂ້ອຍຈະຖອນກຳລັງອອກຈາກເມືອງນີ້”.
ຍິງນັ້ນໄດ້ເວົ້າກັບໂຢອາບວ່າ, “ຫົວຂອງລາວຈະຖືກໂຍນຂ້າມກຳແພງມາໃຫ້ເຈົ້າ”.22ຍິງນັ້ນຈຶ່ງໄປຫາພວກຊາວເມືອງ ແລະ ໃຫ້ຄຳປຶກສາຢ່າງສະຫລາດ ພວກເຂົາກໍຕັດຫົວເຊບາລູກຊາຍບີກຣີຖິ້ມລົງມາໃຫ້ໂຢອາບ. ໂຢອາບຈຶ່ງເປົ່າແກເຂົາສັດເອີ້ນທະຫານໃຫ້ແຍກຍ້າຍຈາກເມືອງນັ້ນກັບບ້ານ. ສ່ວນໂຢອາບກັບມາພົບກະສັດດາວິດທີ່ເຢຣູຊາເລັມ.
ບັນດາຂ້າລາຊະການຂອງດາວິດ
23ໂຢອາບເປັນຜູ້ບັນຊາການກອງທັບຂອງອິດສະຣາເອນທັງໝົດ; ເບນາອີຢາ ລູກຊາຍຂອງເຢໂຮຍອາດາເປັນຜູ້ບັນຊາການຂອງຊາວເກເຣັດ ແລະ ຊາວເປເລັດ;24ອາໂດນີຣາມ ເປັນຜູ້ເບິ່ງແຍງຄົນງານທັງໝົດ; ເຢໂຮຊາຟັດລູກຊາຍອາຮີລຸດເປັນຜູ້ບັນທຶກ;25ເຊວາເປັນເລຂາທິການ; ຊາດົກ ແລະ ອາບີອາທາເປັນປະໂລຫິດ;26ແລະ ອີຣາຊາວຢາອີເປັນປະໂລຫິດຂອງດາວິດ.Biblica, Inc.