2 ຊາມູເອນ19
1ເມື່ອໂຢອາບຮູ້ວ່າກະສັດກໍາລັງຮ້ອງໄຫ້ ແລະ ໄວ້ອາໄລໃຫ້ອັບຊາໂລມ.2ແລະ ເມື່ອກອງທັບທັງໝົດທີ່ໄດ້ຮັບໄຊຊະນະໃນມື້ນັ້ນກັບໄວ້ອາໄລ, ເພາະໃນມື້ນັ້ນກອງທະຫານໄດ້ຍິນຂ່າວວ່າ ກະສັດກໍາລັງໂສກເສົ້າເສຍໃຈເລື່ອງລູກຊາຍຂອງເພິ່ນ.3ທະຫານຄ່ອຍໆເຄື່ອນເຂົ້າໄປໃນເມືອງມື້ນັ້ນເໝືອນດັ່ງທະຫານທີ່ໄດ້ຮັບຄວາມອັບອາຍຍ້ອນພວກເຂົາໄດ້ໜີໄປຈາກການສູ້ຮົບ.4ກະສັດປິດໜ້າຂອງເພິ່ນໄວ້ ແລະ ຮ້ອງໄຫ້ສຽງດັງໆວ່າ, “ໂອ ອັບຊາໂລມລູກຊາຍຂອງພໍ່! ໂອ ອັບຊາໂລມລູກຊາຍຂອງພໍ່, ລູກຂອງພໍ່!”5ແລ້ວໂຢອາບໄດ້ເຂົ້າໄປຫາກະສັດໃນວັງ ແລະ ໄດ້ເວົ້າວ່າ, “ມື້ນີ້ທ່ານໄດ້ເຮັດໃຫ້ຄົນທັງໝົດຂອງທ່ານອັບອາຍ, ຜູ້ທີ່ຫາກໍໄດ້ຊ່ວຍຊີວິດຂອງທ່ານ ແລະ ຊີວິດຂອງບັນດາລູກຊາຍ, ລູກສາວ, ເມຍ ແລະ ເມຍນ້ອຍຂອງທ່ານໃຫ້ພົ້ນ.6ທ່ານຮັກຜູ້ທີ່ກຽດຊັງທ່ານ ແລະ ກຽດຊັງຜູ້ທີ່ຮັກທ່ານ. ໃນມື້ນີ້ທ່ານໄດ້ສະແດງໃຫ້ເຫັນຊັດເຈນວ່າບັນດາຜູ້ບັນຊາການ ແລະ ທະຫານບໍ່ມີຄວາມໝາຍຫຍັງຕໍ່ທ່ານເລີຍ. ຂ້ານ້ອຍເຫັນວ່າຖ້າອັບຊາໂລມມີຊີວິດຢູ່ໃນວັນນີ້ ແລະ ພວກຂ້ານ້ອຍໄດ້ຕາຍໄປໝົດທ່ານຄົງຈະພໍໃຈ.7ບັດນີ້ ຂໍທ່ານອອກໄປໃຫ້ກຳລັງໃຈແກ່ພວກທະຫານ. ຂ້ານ້ອຍຂໍສາບານໂດຍພຣະເຈົ້າຢາເວວ່າ ຖ້າທ່ານບໍ່ອອກໄປ, ຈະບໍ່ມີທະຫານຈັກຄົນເຫລືອຢູ່ກັບທ່ານໃນຄືນນີ້. ນີ້ຈະເປັນສິ່ງຊົ່ວຮ້າຍສຳລັບທ່ານຫລາຍກວ່າໄພພິບັດທັງໝົດທີ່ໄດ້ເກີດຂຶ້ນກັບທ່ານຕັ້ງແຕ່ທ່ານຍັງເປັນໜຸ່ມຈົນເຖິງວັນນີ້”.8ສະນັ້ນ ກະສັດໄດ້ລຸກຂຶ້ນ ແລະ ອອກໄປນັ່ງຢູ່ທີ່ປະຕູເມືອງ. ເມື່ອພວກທະຫານຮູ້ວ່າ, “ກະສັດກໍາລັງນັ່ງຢູ່ທີ່ປະຕູເມືອງ”, ພວກເຂົາທັງໝົດໄດ້ມາຫາເພິ່ນ.
ໃນຂະນະດຽວກັນນັ້ນ, ຊາວອິດສະຣາເອນກໍໜີກັບເມືອເຮືອນຂອງຕົນ.
ບັດນີ້ ທະຫານຊາວຢູດາໄດ້ມາທີ່ກິນການເພື່ອອອກໄປພົບກະສັດ ແລະ ພາເພິ່ນຂ້າມແມ່ນ້ຳຈໍແດນ.16ຊີເມອີລູກຊາຍຂອງເກຣາ, ເຊິ່ງເປັນຊາວເບັນຢາມິນຈາກບາຮູຣິມກໍຟ້າວໄປກັບຊາວຢູດາເພື່ອໄປຫາກະສັດດາວິດ.17ຊີເມອີຢູ່ກັບຊາວເບັນຢາມິນໜຶ່ງພັນຄົນ, ພ້ອມທັງຊີບາຜູ້ຮັບໃຊ້ໃນຄອບຄົວຂອງໂຊນ, ແລະ ລູກຊາຍສິບຫ້າຄົນ ແລະ ຄົນຮັບໃຊ້ອີກຊາວຄົນຂອງຊີບາ. ພວກເຂົາຟ້າວມາທີ່ແມ່ນ້ຳຈໍແດນບ່ອນກະສັດດາວິດຢູ່.18ພວກເຂົາໄດ້ຂ້າມແມ່ນໍ້າໄປຮັບເອົາຄອບຄົວຂອງກະສັດ ແລະ ເຮັດທຸກສິ່ງຕາມທີ່ກະສັດຕ້ອງການ.
ເມື່ອຊີເມອີລູກຊາຍຂອງເກຣາຂ້າມແມ່ນ້ຳຈໍແດນມາ, ລາວກົ້ມກາບລົງຕໍ່ໜ້າກະສັດ19ແລະ ເວົ້າກັບເພິ່ນວ່າ, “ຂໍເຈົ້ານາຍຂອງຂ້ານ້ອຍຢ່າເອົາຜິດກັບຂ້ານ້ອຍ. ຢ່າຈົດຈຳສິ່ງທີ່ຜູ້ຮັບໃຊ້ຂອງທ່ານໄດ້ເຮັດຜິດໃນວັນທີ່ກະສັດໄດ້ອອກໄປຈາກເຢຣູຊາເລັມດ້ວຍ.20ເພາະຂ້ານ້ອຍຜູ້ຮັບໃຊ້ຂອງທ່ານຮູ້ວ່າຂ້ານ້ອຍໄດ້ເຮັດບາບແລ້ວ, ແຕ່ມື້ນີ້ຂ້ານ້ອຍໄດ້ມາທີ່ນີ້ເປັນຄົນທຳອິດຈາກເຜົ່າຂອງໂຢເຊັບທີ່ລົງມາພົບກະສັດເຈົ້ານາຍຂອງຂ້ານ້ອຍ”.21ອາບີໄຊລູກຊາຍນາງເຊຣູອີຢາໄດ້ເວົ້າວ່າ, “ຊີເມອີບໍ່ສົມຄວນຕາຍເພາະເລື່ອງນີ້ບໍ? ລາວໄດ້ສາບແຊ່ງກະສັດທີ່ພຣະເຈົ້າຢາເວໄດ້ແຕ່ງຕັ້ງໄວ້?”22ດາວິດໄດ້ຕອບວ່າ, “ລູກຊາຍນາງເຊຣູອີຢາເອີຍ, ເລື່ອງນີ້ກ່ຽວຂ້ອງຫຍັງກັບເຈົ້າ? ເຈົ້າມີສິດຫຍັງມາຍຸ້ງກັບເລື່ອງນີ້? ຄວນບໍທີ່ຈະມີຄົນຖືກຂ້າໃນອິດສະຣາເອນໃນມື້ນີ້? ເຮົາບໍ່ຮູ້ບໍວ່າວັນນີ້ເຮົາເປັນກະສັດຂອງອິດສະຣາເອນ?”23ສະນັ້ນ ກະສັດໄດ້ເວົ້າກັບຊີເມອີວ່າ, “ເຈົ້າຈະບໍ່ຕາຍ”. ແລະ ກະສັດໄດ້ສັນຍາລາວໂດຍການສາບານ.24ເມຟີໂບເຊັດຫລານຊາຍຂອງກະສັດໂຊນກໍລົງມາພົບກະສັດ. ລາວບໍ່ໄດ້ດູແລຕີນຂອງຕົນ ຫລື ຕັດໜວດ ຫລື ຊັກເຄື່ອງນຸ່ງຂອງຕົນຕັ້ງແຕ່ມື້ທີ່ກະສັດໜີອອກໄປຈົນເຖິງມື້ທີ່ເພິ່ນກັບຄືນມາຢ່າງປອດໄພ.25ເມື່ອເມຟີໂບເຊັດອອກຈາກເຢຣູຊາເລັມມາພົບກະສັດ, ກະສັດຖາມລາວວ່າ, “ເມຟີໂບເຊັດ, ເປັນຫຍັງເຈົ້າຈຶ່ງບໍ່ໄປກັບເຮົາ?”26ລາວຕອບວ່າ, “ຂ້າແດ່ກະສັດຂອງຂ້ານ້ອຍ, ເພາະຂ້ານ້ອຍຜູ້ຮັບໃຊ້ຂອງທ່ານເປັນຄົນຂາພິການ, ຂ້ານ້ອຍໄດ້ບອກວ່າ, ‘ຈົ່ງເອົາອານໃສ່ລໍໃຫ້ຂອງຂ້ອຍ ແລະ ຈະຂີ່ມັນໄປ, ເພື່ອຂ້ານ້ອຍຈະໄປກັບກະສັດ’. ແຕ່ຊີບາຄົນຮັບໃຊ້ຂອງຂ້ານ້ອຍໄດ້ທໍລະຍົດຂ້ານ້ອຍ.27ລາວໄດ້ໃສ່ຮ້າຍຜູ້ຮັບໃຊ້ຂອງທ່ານຕໍ່ກະສັດເຈົ້ານາຍຂອງຂ້ານ້ອຍໄປ. ຂ້າແດ່ກະສັດເຈົ້ານາຍຂອງຂ້ານ້ອຍເປັນດັ່ງເທວະດາຂອງພຣະເຈົ້າ; ສະນັ້ນ ຈົ່ງເຮັດຕາມທີ່ທ່ານຕ້ອງການ.28ເຊື້ອສາຍທັງໝົດຂອງປູ່ຂອງຂ້ານ້ອຍບໍ່ສົມຄວນໄດ້ຮັບສິ່ງໃດນອກຈາກຄວາມຕາຍຈາກກະສັດເຈົ້ານາຍຂອງຂ້ານ້ອຍ, ແຕ່ທ່ານໄດ້ໃຫ້ຜູ້ຮັບໃຊ້ຂອງທ່ານຮ່ວມນໍາບັນດາຄົນທີ່ກິນອາຫານຢູ່ທີ່ໂຕະຂອງທ່ານ. ດັ່ງນັ້ນ ຂ້ານ້ອຍມີສິດຫຍັງທີ່ຈະຕ້ອງຂໍຮ້ອງອັນໃດອີກກັບກະສັດ?”29ກະສັດໄດ້ເວົ້າກັບລາວວ່າ, “ຈະເວົ້າຫລາຍໄປເຮັດຫຍັງ? ເຮົາສັ່ງໃຫ້ເຈົ້າ ແລະ ຊີບາແບ່ງດິນກັນ”.30ເມຟີໂບເຊັດໄດ້ເວົ້າກັບກະສັດວ່າ, “ໃຫ້ລາວເອົາໄປທັງໝົດ, ໃນເມື່ອທ່ານໄດ້ກັບຄືນມາຢ່າງປອດໄພແລ້ວ”.31ບາກຊິນໄລຊາວກີເລອາດກໍມາລົງຈາກໂຣເກລິມເພື່ອຂ້າມແມ່ນ້ຳຈໍແດນກັບກະສັດ ແລະ ສົ່ງເພິ່ນໄປຈາກທີ່ນັ້ນ.32ບັດນີ້ ບາກຊິນໄລກໍເຖົ້າແກ່ຫລາຍແລ້ວ, ລາວມີອາຍຸໄດ້ແປດສິບປີ. ລາວໄດ້ຈັດຫາສະບຽງອາຫານໃຫ້ກະສັດໃນຊ່ວງທີ່ກະສັດອາໄສຢູ່ທີ່ມະຫານາອິມ, ເພາະລາວເປັນຄົນຮັ່ງມີຫລາຍ.33ກະສັດໄດ້ກ່າວກັບບາກຊິນໄລວ່າ, “ຈົ່ງຂ້າມໄປກັບເຮົາ ແລະ ມາຢູ່ກັບເຮົາໃນເຢຣູຊາເລັມ, ແລະ ເຮົາຈະລ້ຽງດູທ່ານ”.34ແຕ່ບາກຊິນໄລຕອບກະສັດວ່າ, “ຂ້ານ້ອຍຈະຊີວິດຢູ່ໄດ້ອີກຈັກປີ, ທີ່ຂ້ານ້ອຍຄວນຈະຂຶ້ນໄປທີ່ເຢຣູຊາເລັມກັບກະສັດ?35ບັດນີ້ ຂ້ານ້ອຍຈະບອກເຖິງຄວາມແຕກຕ່າງລະຫວ່າງຄວາມມ່ວນຊື່ນ ແລະ ບໍ່ມ່ວນຊື່ນໄດ້ບໍ? ຜູ້ຮັບໃຊ້ຂອງທ່ານຈະຊີມສິ່ງທີ່ທ່ານກິນ ແລະ ດື່ມບໍ? ຂ້ານ້ອຍຍັງຈະຍິນສຽງຂອງນັກຮ້ອງຊາຍ ຫລື ຍິງໄດ້ບໍ? ເປັນຫຍັງຜູ້ຮັບໃຊ້ຂອງທ່ານຄວນຈະເພີ່ມພາລະໃຫ້ແກ່ກະສັດເຈົ້ານາຍຂອງຂ້ານ້ອຍ?36ຜູ້ຮັບໃຊ້ຂອງທ່ານຈະຂ້າມແມ່ນ້ຳຈໍແດນໄປກັບກະສັດເທົ່ານັ້ນ, ແຕ່ກະສັດຈະໃຫ້ລາງວັນແກ່ຂ້ານ້ອຍໃນເລື່ອງເຊັ່ນນີ້ເຮັດຫຍັງ?37ຂໍໃຫ້ຜູ້ຮັບໃຊ້ຂອງທ່ານກັບຄືນໄປ, ເພື່ອຂ້ານ້ອຍຈະຕາຍທີ່ເມືອງຂອງຂ້ານ້ອຍໃກ້ກັບອຸບມຸງຂອງພໍ່ແມ່ຂອງຂ້ານ້ອຍ. ແຕ່ນີ້ແມ່ນກິມຮາມຜູ້ຮັບໃຊ້ຂອງທ່ານ. ຂໍໃຫ້ລາວຂ້າມແມ່ນໍ້າຈໍແດນໄປກັບກະສັດເຈົ້ານາຍຂອງຂ້ານ້ອຍ. ຈົ່ງປະຕິບັດກັບລາວຕາມທີ່ທ່ານປາຖະໜາ”.38ກະສັດໄດ້ເວົ້າວ່າ, “ກິມຮາມຈະຂ້າມຈະໄປກັບເຮົາ, ແລະ ເຮົາຈະປະຕິບັດຕໍ່ລາວຕາມທີ່ເຈົ້າປາຖະໜາ. ແລະ ສິ່ງໃດທີ່ເຈົ້າຢາກໄດ້ຈາກເຮົາ ເຮົາຈະເຮັດໃຫ້ເຈົ້າ”.39ສະນັ້ນ ປະຊາຊົນທັງໝົດຈຶ່ງຂ້າມແມ່ນ້ຳຈໍແດນໄປ, ແລະ ກະສັດກໍຂ້າມໄປ. ກະສັດຈູບບາກຊິນໄລ ແລະ ກ່າວອໍາລາລາວ, ແລ້ວບາກຊິນໄລກໍກັບເມືອບ້ານຂອງຕົນ.40ກະສັດຂ້າມໄປທີ່ກິນການ, ກິມຮາມກໍຂ້າມໄປກັບເພິ່ນ. ກອງທະຫານຂອງຢູດາທັງໝົດ ແລະ ກອງທະຫານເຄິ່ງໜຶ່ງຂອງອິດສະຣາເອນໄດ້ລໍຖ້າຮັບກະສັດຢູ່ທີ່ນັ້ນແລ້ວ.41ບໍ່ດົນທະຫານອິດສະຣາເອນທັງໝົດກໍມາຫາກະສັດ ແລະ ເວົ້າກັບເພິ່ນວ່າ, “ເປັນຫຍັງພີ່ນ້ອງຂອງພວກເຮົາ, ຊາວຢູດາຈຶ່ງຕັດໜ້ານໍາເອົາກະສັດມາ, ແລ້ວນໍາພາເພິ່ນ ແລະ ຄອບຄົວຂອງເພິ່ນຂ້າມແມ່ນໍ້າຈໍແດນພ້ອມທັງທະຫານທັງໝົດໄປກ່ອນ?”42ຊາວຢູດາທັງໝົດໄດ້ຕອບຊາວອິດສະຣາເອນວ່າ, “ພວກເຮົາເຮັດແບບນີ້ເພາະກະສັດເປັນຍາດພີ່ນ້ອງໃກ້ຊິດກັບພວກເຮົາ. ເປັນຫຍັງພວກເຈົ້າຈຶ່ງໃຈຮ້າຍໃນເລື່ອງນີ້? ພວກເຮົາໄດ້ກິນສະບຽງອາຫານຂອງກະສັດບໍ? ມີສິ່ງໃດທີ່ພວກເຮົາໄດ້ມາເປັນຂອງພວກເຮົາເອງບໍ?”43ຈາກນັ້ນຊາວອິດສະຣາເອນໄດ້ຕອບກັບຊາວຢູດາວ່າ, “ພວກເຮົາມີສ່ວນໃນກະສັດເຖິງສິບສ່ວນ; ສະນັ້ນ ພວກເຮົາມີສ່ວນຢ່າງຫລວງຫລາຍຕໍ່ດາວິດຫລາຍກວ່າພວກເຈົ້າ. ແລ້ວເປັນຫຍັງພວກເຈົ້າປະຕິບັດຕໍ່ພວກເຮົາດ້ວຍການດູໜິ່ນ? ພວກເຮົາບໍ່ແມ່ນພວກທຳອິດທີ່ເວົ້າເຖິງເລື່ອງການເຊີນກະສັດຂອງພວກເຮົາກັບມາ?”
ແຕ່ຊາວຢູດາເວົ້າອ້າງສິດຂອງຕົນຢ່າງເຂັ້ມແຂງຫລາຍກວ່າຊາວອິດສະຣາເອນ.
ໃນຂະນະດຽວກັນນັ້ນ, ຊາວອິດສະຣາເອນກໍໜີກັບເມືອເຮືອນຂອງຕົນ.
ດາວິດກັບຄືນມາທີ່ເຢຣູຊາເລັມ
9ເຜົ່າຕ່າງໆຂອງອິດສະຣາເອນ ແລະ ປະຊາຊົນກໍາລັງຖຽງກັນໃນທ່າມກາງພວກເຂົາວ່າ, “ກະສັດດາວິດໄດ້ຊ່ວຍພວກເຮົາໃຫ້ພົ້ນຈາກມືຂອງບັນດາສັດຕູຂອງພວກເຮົາ; ເພິ່ນເປັນຜູ້ກອບກູ້ພວກເຮົາອອກຈາກມືຂອງຊາວຟີລິດສະຕິນ. ແຕ່ບັດນີ້ເພິ່ນໄດ້ໜີອອກນອກປະເທດເພື່ອປົບໜີຈາກອັບຊາໂລມ;10ແລະ ອັບຊາໂລມ, ຜູ້ທີ່ພວກເຮົາໄດ້ແຕ່ງຕັ້ງໃຫ້ປົກຄອງພວກເຮົາ, ລາວກໍຕາຍໄປແລ້ວໃນສະໜາມຮົບ. ສະນັ້ນ ເປັນຫຍັງພວກເຈົ້າຈຶ່ງບໍ່ເວົ້າຫຍັງກ່ຽວກັບການເຊີນກະສັດກັບຄືນມາ?”11ກະສັດດາວິດໄດ້ສົ່ງຂ່າວນີ້ໄປຫາປະໂລຫິດຊາດົກ ແລະ ອາບີອາທາວ່າ, “ຈົ່ງຖາມບັນດາຜູ້ອາວຸໂສຂອງຢູດາວ່າ, ‘ເປັນຫຍັງພວກທ່ານຈຶ່ງເປັນພວກສຸດທ້າຍທີ່ເຊີນກະສັດກັບຄືນມາທີ່ວັງຂອງເພິ່ນ, ເນື່ອງຈາກສິ່ງທີ່ໄດ້ເວົ້າກັນທົ່ວອິດສະຣາເອນກໍໄດ້ໄປເຖິງກະສັດບ່ອນທີ່ເພິ່ນຢູ່ແລ້ວ?12ພວກທ່ານເປັນພີ່ນ້ອງຂອງເຮົາ, ເປັນເລືອດ ແລະ ເນື້ອກາຍຂອງເຮົາແທ້ໆ. ເປັນຫຍັງພວກທ່ານຈຶ່ງກາຍເປັນພວກສຸດທ້າຍທີ່ມາເຊີນກະສັດກັບມາ?’13ແລະ ຈົ່ງໄປບອກອາມາສາວ່າ, ‘ເຈົ້າບໍ່ແມ່ນເລືອດ ແລະ ເນື້ອກາຍຂອງເຮົາບໍ? ຂໍພຣະເຈົ້າຈັດການກັບເຮົາຢ່າງໜັກ, ຖ້າເຈົ້າບໍ່ແມ່ນຜູ້ບັນຊາການກອງທັບຂອງເຮົາແທນໂຢອາບຕະຫລອດຊີວິດນັບຕັ້ງແຕ່ບັດນີ້ໄປ’ ”.14ກະສັດໄດ້ເອົາຊະນະໃຈຂອງຊາວຢູດາຈົນເຮັດໃຫ້ພວກເຂົາທັງໝົດເປັນນໍ້າໜຶ່ງໃຈດຽວກັນ. ພວກເຂົາໄດ້ສົ່ງຂ່າວໄປຫາກະສັດວ່າ, “ຂໍເຊີນທ່ານ ແລະ ທະຫານທັງໝົດຂອງທ່ານ, ຈົ່ງກັບຄືນມາ”.15ແລ້ວກະສັດກໍໄດ້ກັບຄືນໄປ ແລະ ມາຮອດແມ່ນ້ຳຈໍແດນ.ບັດນີ້ ທະຫານຊາວຢູດາໄດ້ມາທີ່ກິນການເພື່ອອອກໄປພົບກະສັດ ແລະ ພາເພິ່ນຂ້າມແມ່ນ້ຳຈໍແດນ.16ຊີເມອີລູກຊາຍຂອງເກຣາ, ເຊິ່ງເປັນຊາວເບັນຢາມິນຈາກບາຮູຣິມກໍຟ້າວໄປກັບຊາວຢູດາເພື່ອໄປຫາກະສັດດາວິດ.17ຊີເມອີຢູ່ກັບຊາວເບັນຢາມິນໜຶ່ງພັນຄົນ, ພ້ອມທັງຊີບາຜູ້ຮັບໃຊ້ໃນຄອບຄົວຂອງໂຊນ, ແລະ ລູກຊາຍສິບຫ້າຄົນ ແລະ ຄົນຮັບໃຊ້ອີກຊາວຄົນຂອງຊີບາ. ພວກເຂົາຟ້າວມາທີ່ແມ່ນ້ຳຈໍແດນບ່ອນກະສັດດາວິດຢູ່.18ພວກເຂົາໄດ້ຂ້າມແມ່ນໍ້າໄປຮັບເອົາຄອບຄົວຂອງກະສັດ ແລະ ເຮັດທຸກສິ່ງຕາມທີ່ກະສັດຕ້ອງການ.

Biblica, Inc.