2 ຊາມູເອນ16
ດາວິດ ແລະ ຊີບາ
1ເມື່ອດາວິດໄດ້ອອກໄປບໍ່ໄກຈາກຈອມພູກໍພົບຊີບາ, ເຊິ່ງເປັນຫົວໜ້າຄົນຮັບໃຊ້ຂອງເມຟີໂບເຊັດ, ລາວກໍາລັງລໍຖ້າພົບດາວິດຢູ່. ລາວນຳລໍຄູ່ໜຶ່ງຜູກອານ ແລະ ມີເຂົ້າຈີ່ສອງຮ້ອຍກ້ອນ ຂະໜົມໝາກອະງຸ່ນແຫ້ງໜຶ່ງຮ້ອຍກ້ອນ, ເຂົ້າໜົມໝາກເດື່ອຮ້ອຍກ້ອນ ແລະ ເຫລົ້າອະງຸ່ນໜຶ່ງຖົງ.2ດາວິດຖາມຊີບາວ່າ, “ເປັນຫຍັງເຈົ້າຈຶ່ງໄດ້ເອົານໍາສິ່ງຂອງເຫລົ່ານີ້ມາ?”ຊີບາຕອບວ່າ, “ລໍນີ້ສຳລັບໃຫ້ຄົນໃນຄອບຄົວຂອງກະສັດຂີ່, ເຂົ້າຈີ່ ແລະ ໝາກໄມ້ໃຫ້ຄົນຂອງທ່ານກິນ, ແລະ ເຫລົ້າອະງຸ່ນເອົາໄວ້ໃຫ້ຄົນທີ່ອິດເມື່ອຍໃນຖິ່ນແຫ້ງແລ້ງກັນດານໄດ້ສົດຊື່ນ”.3ແລ້ວກະສັດໄດ້ຖາມວ່າ, “ຫລານຊາຍຂອງນາຍເຈົ້າຢູ່ໃສ?”
ຊີບາຕອບເພິ່ນວ່າ, “ລາວກໍາລັງອາໄສຢູ່ທີ່ເຢຣູຊາເລັມ, ເພາະລາວຄິດວ່າ, ‘ວັນນີ້ຊາວອິດສະຣາເອນຈະຄືນອານາຈັກປູ່ຂອງລາວໃຫ້ແກ່ລາວ’ ”.4ແລ້ວດາວິດໄດ້ເວົ້າກັບຊີບາວ່າ, “ບັດນີ້ ທຸກຢ່າງເປັນຂອງເມຟີໂບເຊັດກໍເປັນຂອງເຈົ້າແລ້ວ”.
ຊີບາໄດ້ເວົ້າວ່າ, “ຂ້ານ້ອຍກົ້ມກາບຢ່າງນັບຖື, ຂໍໃຫ້ຂ້ານ້ອຍເປັນທີ່ພໍໃຈໃນສາຍຕາຂອງທ່ານ, ກະສັດເຈົ້ານາຍຂອງຂ້ານ້ອຍ”.
ຊີເມອີສາບແຊ່ງດາວິດ
5ຂະນະທີ່ກະສັດດາວິດເດີນທາງໃກ້ຈະຮອດບາຮູຣິມ, ຊາຍຄົນໜຶ່ງມາຈາກເຜົ່າດຽວກັນກັບຕະກຸນຂອງໂຊນໄດ້ອອກມາຈາກທີ່ນັ້ນ. ລາວຊື່ວ່າຊີເມອີລູກຊາຍຂອງເກຣາ, ແລະ ລາວສາບແຊ່ງດາວິດຂະນະທີ່ເພິ່ນອອກມາ.6ລາວແກວ່ງກ້ອນຫີນໃສ່ດາວິດ ແລະ ບັນດາຂ້າລາຊະການຂອງກະສັດ, ແມ່ນວ່າກອງທະຫານ ແລະ ທະຫານພິເສດຢືນຢູ່ຂ້າງດາວິດດ້ານຊ້າຍ ແລະ ດ້ານຂວາກໍຕາມ.7ຊີເມອີສາບແຊ່ງວ່າ, “ຈົ່ງໄປໃຫ້ພົ້ນ, ເຈົ້າຜູ້ຮ້າຍຂ້າຄົນ, ເຈົ້າຄົນຊົ່ວ!8ພຣະເຈົ້າຢາເວໄດ້ຕອບແທນເຈົ້າສຳລັບເລືອດທຸກຢົດທີ່ເຈົ້າເຮັດໃຫ້ຫລັ່ງໄຫລອອກມາໃນຄອບຄົວຂອງໂຊນ, ບ່ອນທີ່ເຈົ້າໄດ້ປົກຄອງແທນ. ພຣະເຈົ້າຢາເວໄດ້ຍົກອານາຈັກໄວ້ໃນມືຂອງອັບຊາໂລມລູກຊາຍຂອງເຈົ້າ. ເຈົ້າຕ້ອງຈິບຫາຍເພາະເຈົ້າເປັນຜູ້ຂ້າຄົນ!”9ແລ້ວອາບີໄຊລູກຊາຍນາງເຊຣູອີຢາໄດ້ເວົ້າກັບກະສັດວ່າ, “ເປັນຫຍັງໝາຕາຍໂຕນີ້ຈຶ່ງສາບແຊ່ງກະສັດເຈົ້ານາຍຂອງຂ້ານ້ອຍ? ຂໍໃຫ້ຂ້ານ້ອຍອອກໄປຕັດຫົວມັນສາ”.10ແຕ່ກະສັດໄດ້ເວົ້າວ່າ, “ລູກຊາຍນາງເຊຣູອີຢາ, ເຈົ້າກ່ຽວຂ້ອງອັນໃດກັບເລື່ອງນີ້? ຖ້າລາວສາບແຊ່ງເພາະພຣະເຈົ້າຢາເວໄດ້ກ່າວກັບລາວວ່າ, ‘ຈົ່ງສາບແຊ່ງດາວິດ,’ ຜູ້ໃດຈະໄປຖາມວ່າ, ‘ເປັນຫຍັງເຈົ້າຈຶ່ງເຮັດຢ່າງນີ້?’ ”11ແລ້ວດາວິດໄດ້ເວົ້າກັບອາບີໄຊ ແລະ ບັນດາຂ້າລາຊະການທຸກຄົນຂອງເພິ່ນວ່າ, “ແມ່ນແຕ່ລູກຂອງເຮົາເອງ, ເນື້ອ ແລະ ເລືອດຂອງເຮົາເອງຍັງພະຍາຍາມຈະຂ້າເຮົາ. ແລ້ວຊາວເບັນຢາມິນຄົນນີ້ກໍຍິ່ງຈະບໍ່ຢາກເອົາຊີວິດຂອງເຮົາບໍ; ຈົ່ງປ່ອຍລາວໄປສາ; ປ່ອຍໃຫ້ລາວສາບແຊ່ງໄປ, ເພາະພຣະເຈົ້າຢາເວໄດ້ບອກລາວມາ.12ບາງທີພຣະເຈົ້າຢາເວຈະເຫັນຄວາມທຸກໃຈຂອງເຮົາ ແລະ ຄືນຄໍາໝັ້ນສັນຍາແຫ່ງການອວຍພອນຂອງພຣະອົງແທນຄໍາສາບແຊ່ງຂອງລາວໃນວັນນີ້”.13ສະນັ້ນ ດາວິດ ແລະ ຄົນຂອງເພິ່ນເດີນທາງຕໍ່ໄປ ຂະນະທີ່ຊີເມອີຍ່າງໄປຕາມຮ່ອມພູຟາກທີ່ກົງກັນຂ້າມກັບເພິ່ນ, ລາວຍ່າງໄປພ້ອມທັງສາບແຊ່ງ ແລະ ແກວ່ງກ້ອນຫີນໃສ່ເພິ່ນ ແລະ ໂຮຍຝຸ່ນຂີ້ດິນໃສ່ດາວິດ.14ກະສັດ ແລະ ທຸກຄົນທີ່ຢູ່ກັບເພິ່ນມາຮອດຈຸດໝາຍຂອງຕົນດ້ວຍຄວາມອິດເມື່ອຍ. ແລະ ເພິ່ນຢຸດພັກຜ່ອນຢູ່ທີ່ນັ້ນ.ຄຳແນະນຳຂອງຮູຊາຍ ແລະ ອາຮີໂຕເຟນ
15ໃນຂະນະດຽວກັນ, ອັບຊາໂລມ ແລະ ຊາວອິດສະຣາເອນທັງໝົດກໍມາຮອດເຢຣູຊາເລັມ ແລະ ອາຮີໂຕເຟນກໍຢູ່ກັບລາວ.16ເມື່ອຮູຊາຍຊາວອາກກິດ, ເຊິ່ງເປັນເພື່ອນສະໜິດຂອງດາວິດໄປພົບອັບຊາໂລມ ແລະ ໄດ້ເວົ້າກັບລາວວ່າ, “ຂໍກະສັດຈົ່ງໝັ້ນຢືນ! ຂໍໃຫ້ກະສັດຈົ່ງໝັ້ນຢືນ!”17ອັບຊາໂລມໄດ້ເວົ້າກັບຮູຊາຍວ່າ, “ນີ້ແມ່ນຄວາມຮັກທີ່ເຈົ້າສະແດງຕໍ່ໝູ່ຂອງເຈົ້າ? ຖ້າດາວິດເປັນໝູ່ຂອງເຈົ້າ, ເປັນຫຍັງເຈົ້າຈຶ່ງບໍ່ໄປກັບເພິ່ນ?”18ຮູຊາຍໄດ້ຕອບອັບຊາໂລມວ່າ, “ບໍ່, ຂ້ານ້ອຍຈະຢູ່ກັບຄົນທີ່ໄດ້ຖືກຈາກພຣະເຈົ້າຢາເວ, ຈາກຜູ້ນຳເຫລົ່ານີ້ ແລະ ຈາກຊາວອິດສະຣາເອນທັງໝົດ, ແລະ ຂ້ານ້ອຍຍັງຈະຢູ່ກັບລາວ.19ຫລາຍກວ່ານັ້ນ, ຜູ້ໃດທີ່ຂ້ານ້ອຍຄວນຈະຮັບໃຊ້? ຂ້ານ້ອຍບໍ່ຄວນຮັບໃຊ້ລູກຊາຍຂອງເພິ່ນບໍ? ຂ້ານ້ອຍໄດ້ຮັບໃຊ້ພໍ່ຂອງທ່ານມາແລ້ວຢ່າງໃດ ບັດນີ້ ຂ້ານ້ອຍຈະຮັບໃຊ້ທ່ານຢ່າງນັ້ນ”.20ອັບຊາໂລມໄດ້ເວົ້າກັບອາຮີໂຕເຟນວ່າ, “ຈົ່ງຊ່ວຍແນະນຳພວກເຮົາ. ພວກເຮົາຄວນຈະເຮັດຢ່າງໃດ?”21ອາຮີໂຕເຟນຕອບວ່າ, “ຈົ່ງໄປຫລັບນອນກັບບັນດາເມຍນ້ອຍຂອງພໍ່ທ່ານທີ່ເບິ່ງແຍງວັງຢູ່. ແລ້ວຄົນອິດສະຣາເອນທັງໝົດຈະໄດ້ຮູ້ວ່າທ່ານເປັນທີ່ກຽດຊັງຕໍ່ພໍ່ຂອງທ່ານ ແລະ ທຸກຄົນທີ່ຢູ່ກັບທ່ານຈະມີໃຈກະຕືລືລົ້ນຫລາຍຍິ່ງຂຶ້ນ”.22ດັ່ງນັ້ນ ພວກເຂົາຈຶ່ງກາງຜ້າເຕັນຂຶ້ນຢູ່ເທິງດາດຟ້າຂອງວັງ ແລະ ອັບຊາໂລມໄດ້ຫລັບນອນກັບບັນດາເມຍນ້ອຍຂອງພໍ່ຕົນຕໍ່ໜ້າຊາວອິດສະຣາເອນທັງໝົດ.23ໃນເວລານັ້ນ ຄໍາແນະນໍາຂອງອາຮີໂຕເຟນກໍເປັນດັ່ງຄໍາແນະນໍາຂອງຜູ້ທີ່ຖາມຈາກພຣະເຈົ້າ. ນັ້ນແມ່ນວິທີທີ່ດາວິດ ແລະ ອັບຊາໂລມກໍຖືວ່າຄຳແນະນຳທຸກຢ່າງຂອງອາຮີໂຕເຟນໄດ້ຖາມຈາກພຣະເຈົ້າ.Biblica, Inc.