2 ຊາມູເອນ15
ການກະບົດຂອງອັບຊາໂລມ
1ຕໍ່ມາ, ອັບຊາໂລມໄດ້ຈັດຫາລົດມ້າ ແລະ ຝູງມ້າ ແລະ ທະຫານຫ້າສິບຄົນແລ່ນນຳໜ້າລາວ.2ອັບຊາໂລມຈະຕ້ອງແຕ່ເຊົ້າໆ ແລະ ມາຢືນຢູ່ແຄມທາງເຂົ້າປະຕູເມືອງ. ເມື່ອໃດກໍຕາມທີ່ມີຄົນນຳເລື່ອງມາຮ້ອງທຸກເພື່ອໃຫ້ກະສັດຕັດສິນ, ອັບຊາໂລມກໍຈະເອີ້ນຄົນນັ້ນມາ, ລາວຖາມວ່າ, “ເຈົ້າມາຈາກເມືອງໃດ?” ຄົນນັ້ນຈະຕອບວ່າ, “ຜູ້ຮັບໃຊ້ຂອງທ່ານແມ່ນມາຈາກໜຶ່ງໃນເຜົ່າຂອງອິດສະຣາເອນ”.3ຈາກນັ້ນ ອັບຊາໂລມກໍຈະເວົ້າກັບລາວວ່າ, “ເບິ່ງແມ, ຄຳຮ້ອງຂອງເຈົ້າຖືກຕ້ອງ ແລະ ເໝາະສົມ, ແຕ່ບໍ່ມີຜູ້ຕາງໜ້າຂອງກະສັດມາຟັງເຈົ້າ”.4ແລ້ວອັບຊາໂລມຈະເວົ້າຕື່ມອີກວ່າ, “ຖ້າພຽງແຕ່ຂ້ອຍໄດ້ຮັບການແຕ່ງຕັ້ງເປັນຜູ້ຕັດສິນໃນແຜ່ນດິນນີ້! ຜູ້ໃດມີຄໍາຮ້ອງທຸກ ຫລື ຄະດີຄວາມສາມາດມາຫາຂ້ອຍ ແລະ ຂ້ອຍຈະໃຫ້ຄວາມຍຸຕິທຳແກ່ລາວ”.5ນອກນັ້ນ, ເມື່ອມີຜູ້ໃດເຂົ້າມາກົ້ມກາບລົງຕໍ່ໜ້າລາວ, ອັບຊາໂລມຈະຈັບມືຄົນນັ້ນ, ກອດ ແລະ ຈູບລາວ.6ອັບຊາໂລມເຮັດຢ່າງນີ້ກັບຊາວອິດສະຣາເອນທຸກຄົນທີ່ມາຂໍຄວາມຍຸຕິທຳຈາກກະສັດ, ແລ້ວລາວໄດ້ເອົາຊະນະໃຈປະຊາຊົນອິດສະຣາເອນ.7ສີ່ປີຜ່ານໄປ, ອັບຊາໂລມເວົ້າກັບກະສັດວ່າ, “ຂໍໂຜດໃຫ້ຂ້ານ້ອຍໄປເມືອງເຮັບໂຣນ ແລະ ເຮັດຕາມຄໍາປະຕິຍານທີ່ຂ້ານ້ອຍໄດ້ໄວ້ຕໍ່ພຣະເຈົ້າຢາເວ.8ໃນຂະນະທີ່ຜູ້ຮັບໃຊ້ຂອງທ່ານຢູ່ທີ່ເມືອງເກຊູໃນອາຣາມ, ຂ້ານ້ອຍໄດ້ປະຕິຍານໄວ້ດັ່ງນີ້ວ່າ: ‘ຖ້າພຣະເຈົ້າຢາເວນຳຂ້ານ້ອຍກັບມາທີ່ເຢຣູຊາເລັມ, ຂ້ານ້ອຍຈະນະມັດສະການພຣະເຈົ້າຢາເວທີ່ເມືອງເຮັບໂຣນ’ ”. 9ກະສັດໄດ້ເວົ້າກັບລາວວ່າ, “ຂໍໃຫ້ໄປດ້ວຍຄວາມປອດໄພ”. ດັ່ງນັ້ນ ອັບຊາໂລມຈຶ່ງໄດ້ໄປທີ່ເມືອງເຮັບໂຣນ.10ແລ້ວອັບຊາໂລມໄດ້ສົ່ງຜູ້ນໍາຂ່າວໄປບອກທຸກເຜົ່າຂອງອິດສະຣາເອນຢ່າງລັບໆວ່າ, “ທັນທີທີ່ພວກເຈົ້າໄດ້ຍິນສຽງແກ, ຈົ່ງເວົ້າວ່າ, ‘ອັບຊາໂລມເປັນກະສັດໃນເມືອງເຮັບໂຣນ’ ”.11ຄົນສອງຮ້ອຍຄົນຈາກເຢຣູຊາເລັມໄດ້ຕິດຕາມອັບຊາໂລມໄປ. ພວກເຂົາໄດ້ຮັບເຊີນໄປຮ່ວມນໍາໃນຖານະເປັນແຂກ ແລະ ໄປໂດຍບໍ່ຮູ້ຫຍັງເລີຍ, ພວກເຂົາບໍ່ຮູ້ອັນໃດເລີຍກ່ຽວກັບເລື່ອງນີ້.12ໃນຂະນະທີ່ອັບຊາໂລມກຳລັງຖວາຍເຄື່ອງບູຊາ, ລາວກໍຍັງສົ່ງຄົນໄປເຊີນອາຮີໂຕເຟນຊາວກິໂລ, ເຊິ່ງເປັນທີ່ປຶກສາຂອງດາວິດມາຈາກເມືອງກີໂລທີ່ເປັນບ້ານເກີດຂອງລາວ. ແລະ ເພື່ອເຮັດໃຫ້ການກະບົດຄັ້ງນີ້ເຂັ້ມແຂງຫລາຍຂຶ້ນ, ແລະ ມີຄົນຕິດຕາມອັບຊາໂລມຫລາຍຂຶ້ນເລື້ອຍໆ.ດາວິດໜີໄປ
13ມີຜູ້ສົ່ງຂ່າວມາບອກດາວິດວ່າ, “ຈິດໃຈຂອງປະຊາຊົນອິດສະຣາເອນຢູ່ກັບອັບຊາໂລມແລ້ວ”.14ແລ້ວດາວິດໄດ້ເວົ້າກັບບັນດາຂ້າລາຊະການທັງໝົດທີ່ຢູ່ກັບເພິ່ນໃນເຢຣູຊາເລັມວ່າ, “ຈົ່ງໄປ, ພວກເຮົາຕ້ອງໜີໄປແລ້ວ, ບໍ່ດັ່ງນັ້ນຈະບໍ່ມີຜູ້ໃດຈັກຄົນຫລຸດພົ້ນຈາກມືຂອງອັບຊາໂລມ. ພວກເຮົາຕ້ອງຮີບໜີໄປ, ບໍ່ດັ່ງນັ້ນ ລາວຈະໂຈມຕີພວກເຮົາຢ່າງວ່ອງໄວ ແລະ ນໍາຄວາມພິນາດມາສູ່ພວກເຮົາ ແລະ ທໍາລາຍເມືອງນີ້ລົງດ້ວຍຄົມດາບ”.15ບັນດາຂ້າລາຊະການຂອງກະສັດໄດ້ຕອບເພິ່ນວ່າ, “ຜູ້ຮັບໃຊ້ຂອງທ່ານພ້ອມທີ່ຈະເຮັດທຸກຢ່າງຕາມທີ່ກະສັດເຈົ້ານາຍຂອງພວກຂ້ານ້ອຍໄດ້ເລືອກ”.16ກະສັດໄດ້ອອກເດີນທາງພ້ອມກັບທຸກຄົນໃນຄອບຄົວຂອງເພິ່ນທັງໝົດ; ແຕ່ເພິ່ນໄດ້ປະເມຍນ້ອຍສິບຄົນໄວ້ເພື່ອເບິ່ງແຍງວັງ.17ດັ່ງນັ້ນ ກະສັດຈຶ່ງອອກເດີນທາງໄປພ້ອມກັບບັນດາຜູ້ຕິດຕາມເພິ່ນ, ແລະ ພວກເຂົາໄດ້ຢຸດພັກຢູ່ບ່ອນໜຶ່ງໄກຈາກເມືອງ.18ຄົນທັງໝົດຂອງດາວິດຍ່າງຂຶ້ນໜ້າໄປພ້ອມກັບຊາວເກເຣັດ ແລະ ຊາວເປເລັດ ແລະ ຊາວກາດຫົກຮ້ອຍຄົນທີ່ຕິດຕາມເພິ່ນມາຈາກເມືອງກາດກໍຍ່າງນຳໜ້າກະສັດໄປ.19ດາວິດໄດ້ເວົ້າກັບອິດໄຕຊາວກາດວ່າ, “ເປັນຫຍັງເຈົ້າຈຶ່ງມາກັບພວກເຮົາ? ຈົ່ງກັບໄປ ແລະ ຢູ່ກັບກະສັດອັບຊາໂລມ. ເຈົ້າເປັນຄົນຕ່າງດ້າວ, ລີ້ໄພມາຈາກບ້ານເກີດຂອງເຈົ້າ.20ເຈົ້າຫາກໍມາມື້ວານ. ແລະ ມື້ນີ້ເຮົາຈະເຮັດໃຫ້ເຈົ້າພະເນຈອນໄປກັບພວກເຮົາ. ເມື່ອເຮົາກໍຍັງບໍ່ຮູ້ວ່າຈະໄປໃສ? ຈົ່ງກັບໄປ, ແລະ ພາຄົນຂອງເຈົ້າໄປນໍາ. ຂໍພຣະເຈົ້າຢາເວສໍາແດງຄວາມເມດຕາ ແລະ ຄວາມສັດຊື່ຕໍ່ເຈົ້າ”.21ແຕ່ອິດໄຕໄດ້ຕອບກະສັດວ່າ, “ພຣະເຈົ້າຢາເວມີຊີວິດຢູ່ສັນໃດ, ແລະ ກະສັດເຈົ້ານາຍຂອງຂ້ານ້ອຍກໍມີຊີວິດຢູ່ສັນນັ້ນ, ບໍ່ວ່າກະສັດເຈົ້ານາຍຂອງຂ້ານ້ອຍຈະຢູ່ໃສ, ແລະ ບໍ່ວ່າຂ້ານ້ອຍຈະມີຊີວິດຢູ່ ຫລື ຕາຍ, ຜູ້ຮັບໃຊ້ຂອງທ່ານຈະຢູ່ທີ່ນັ້ນ”.22ດາວິດໄດ້ເວົ້າກັບອິດໄຕຊາວກາດວ່າ, “ຈົ່ງຍ່າງນຳໜ້າໄປ”. ດັ່ງນັ້ນ ອິດໄຕຊາວກາດກັບຄົນທັງໝົດຂອງລາວ ແລະ ຄອບຄົວທີ່ຢູ່ເພິ່ນຈຶ່ງເດີນທາງຕໍ່ໄປ.23ຄົນທັງໝົດທີ່ຢູ່ນອກເມືອງພາກັນຮ້ອງໄຫ້ສຽງດັງຂະນະທີ່ຄົນທັງໝົດໄດ້ຍ່າງຜ່ານໄປ. ກະສັດກໍຂ້າມຮ່ອມພູກິດໂຣນ ແລະ ຄົນທັງໝົດມຸ້ງໜ້າໄປທີ່ຖິ່ນແຫ້ງແລ້ງກັນດານ.24ຊາດົກຢູ່ທີ່ນັ້ນເຊັ່ນກັນ ແລະ ຊາວເລວີທັງໝົດທີ່ຢູ່ດ້ວຍກັບລາວກໍຊ່ວຍກັນຫາມຫີບພັນທະສັນຍາຂອງພຣະເຈົ້າ. ພວກເຂົາວາງຫີບພັນທະສັນຍາລົງ ແລະ ອາບີອາທາໄດ້ຖວາຍເຄື່ອງບູຊາ ຈົນປະຊາຊົນທຸກຄົນອອກຈາກເມືອງໄປໝົດ.25ກະສັດໄດ້ກ່າວກັບຊາດົກວ່າ, “ຈົ່ງນຳຫີບພັນທະສັນຍາຂອງພຣະເຈົ້າກັບເຂົ້າໄປໃນເມືອງ. ຖ້າເຮົາເປັນທີ່ພໍໃຈໃນສາຍຕາຂອງພຣະເຈົ້າຢາເວ, ພຣະອົງຈະນຳເຮົາກັບມາ ແລະ ໃຫ້ເຮົາເຫັນຫີບພັນທະສັນຍາ ແລະ ບ່ອນສະຖິດຢູ່ຂອງພຣະອົງອີກ.26ແຕ່ຖ້າພຣະອົງກ່າວວ່າ, ‘ເຮົາບໍ່ພໍໃຈນໍາເຈົ້າ,’ ແລ້ວເຮົາກໍພ້ອມແລ້ວ; ຂໍພຣະອົງກະທຳຕໍ່ເຮົາຕາມທີ່ເຫັນວ່າດີ”.27ກະສັດຍັງໄດ້ກ່າວກັບປະໂລຫິດຊາດົກອີກວ່າ, “ທ່ານເຂົ້າໃຈບໍ? ຈົ່ງກັບເຂົ້າໄປໃນເມືອງດ້ວຍຄວາມປອດໄພ, ຈົ່ງເອົາອາຮີມາອາດລູກຊາຍໄປກັບທ່ານ ແລະ ໂຢນາທານລູກຊາຍຂອງອາບີອາທາ. ທ່ານ ແລະ ອາບີອາທາພາລູກຊາຍທັງສອງກັບໄປກັບທ່ານ.28ເຮົາຈະລໍຖ້າຢູ່ທີ່ບ່ອນຂ້າມແມ່ນໍ້າໃນຖິ່ນແຫ້ງແລ້ງກັນດານຈົນກວ່າຈະໄດ້ຍິນຖ້ອຍຄໍາຈາກທ່ານມາບອກເຮົາ”.29ດັງນັ້ນ ຊາດົກ ແລະ ອາບີອາທາຈຶ່ງໄດ້ເອົາຫີບພັນທະສັນຍາຂອງພຣະເຈົ້າກັບໄປທີ່ເຢຣູຊາເລັມ ແລະ ອາໄສຢູ່ທີ່ນັ້ນ.30ດາວິດສືບຕໍ່ເດີນທາງຂຶ້ນໄປເທິງພູເຂົາໝາກກອກ, ເພິ່ນກໍຮ້ອງໄຫ້ຂະນະທີ່ຍ່າງໄປ; ເພິ່ນເອົາຜ້າຄຸມຫົວຂອງຕົນໄວ້ ແລະ ຍ່າງປະຕີນເປົ່າ. ປະຊາຊົນທຸກຄົນທີ່ຢູ່ກັບເພິ່ນກໍເອົາຜ້າຄຸມຫົວເໝືອນກັນ ແລະ ພວກເຂົາກໍຮ້ອງໄຫ້ຂະນະທີ່ຍ່າງໄປ.31ບັດນີ້ ມີຄົນໄດ້ມາບອກດາວິດວ່າ, ອາຮີໂຕເຟນຮ່ວມນໍາພວກກະບົດກັບອັບຊາໂລມ. ສະນັ້ນ ດາວິດອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ, ຂໍໂຜດໃຫ້ຄຳແນະນຳຂອງອາຮີໂຕເຟນເປັນຄຳທີ່ໂງ່ຈ້າ”.32ເມື່ອດາວິດມາຮອດຈອມພູ, ບ່ອນທີ່ປະຊາຊົນເຄີຍໃຊ້ນະມັດສະການພຣະເຈົ້າ, ຮູຊາຍຊາວອາກກິດຢູ່ທີ່ນັ້ນລໍຖ້າພົບເພິ່ນ, ເຄື່ອງນຸ່ງຂອງລາວກໍຂາດ ແລະ ໂຮຍຂີ້ຝຸ່ນດິນໃສ່ຫົວຂອງລາວ.33ດາວິດໄດ້ເວົ້າກັບລາວວ່າ, “ຖ້າເຈົ້າໄປກັບເຮົາ, ເຈົ້າຈະເປັນພາລະໃຫ້ເຮົາ.34ແຕ່ຖ້າເຈົ້າກັບຄືນໄປທີ່ເມືອງ ແລະ ບອກອັບຊາໂລມວ່າ, ‘ຂ້າແດ່ກະສັດ, ຂ້ານ້ອຍຈະເປັນຜູ້ຮັບໃຊ້ຂອງທ່ານ; ໃນອະດີດຂ້ານ້ອຍເປັນຜູ້ຮັບໃຊ້ຂອງພໍ່ຂອງທ່ານ, ແຕ່ບັດນີ້ຂ້ານ້ອຍຈະເປັນຜູ້ຮັບໃຊ້ຂອງທ່ານ,’ ເພື່ອເຈົ້າຈະຊ່ວຍເຮົາຂັດຂວາງຄຳແນະນຳຂອງອາຮີໂຕເຟນ.35ປະໂລຫິດຊາດົກ ແລະ ອາບີອາທາຢູ່ທີ່ນັ້ນກັບເຈົ້າບໍ່ແມ່ນບໍ? ຈົ່ງບອກພວກເຂົາທຸກສິ່ງທີ່ເຈົ້າໄດ້ຍິນຈາກວັງຂອງກະສັດ.36ລູກຊາຍສອງຄົນຂອງພວກເຂົາ, ອາຮີມາອາດລູກຊາຍຂອງຊາດົກ ແລະ ໂຢນາທານລູກຊາຍຂອງອາບີອາທາກໍຢູ່ທີ່ນັ້ນກັບພວກເຂົາ. ຈົ່ງສົ່ງພວກເຂົາມາຫາເຮົາບອກທຸກສິ່ງທີ່ເຈົ້າໄດ້ຍິນ”.37ສະນັ້ນ ຮູຊາຍ, ເຊິ່ງເປັນເພື່ອນສະໜິດຂອງດາວິດໄດ້ມາຮອດເຢຣູຊາເລັມ ຂະນະທີ່ອັບຊາໂລມກຳລັງຈະເຂົ້າໄປໃນເມືອງ.Biblica, Inc.