2 ຊາມູເອນ17
1ອາຮີໂຕເຟນໄດ້ເວົ້າກັບອັບຊາໂລມວ່າ, “ຂ້ານ້ອຍຢາກເລືອກກຳລັງພົນ 12.000 ຄົນອອກເດີນທາງໄປຕາມຫາດາວິດໃນຄືນນີ້.2ແລະ ຂ້ານ້ອຍຈະໂຈມຕີຂະນະທີ່ເພິ່ນຂະນະທີ່ເພິ່ນອິດເມື່ອຍ ແລະ ອ່ອນແຮງຢູ່. ຂ້ານ້ອຍຈະເຮັດໃຫ້ເພິ່ນຢ້ານກົວ ແລ້ວຄົນທັງໝົດທີ່ຢູ່ກັບເພິ່ນຈະແຕກໜີໄປ. ຂ້ານ້ອຍຈະຂ້າແຕ່ກະສັດເທົ່ານັ້ນ3ແລະ ຈະນໍາຄົນທັງໝົດກັບມາຫາທ່ານ. ຄວາມຕາຍຂອງຊາຍທີ່ທ່ານຊອກຫາຈະເຮັດໃຫ້ຄົນທັງໝົດກັບຄືນມາ; ຄົນທັງໝົດຈະບໍ່ໄດ້ຮັບອັນຕະລາຍໃດໆ”.4ແຜນນີ້ເບິ່ງເໝືອນວ່າເປັນຜົນດີຕໍ່ອັບຊາໂລມ ແລະ ຕໍ່ບັນດາຜູ້ອາວຸໂສຂອງອິດສະຣາເອນທັງໝົດ.5ແຕ່ອັບຊາໂລມໄດ້ກ່າວວ່າ, “ຈົ່ງໄປເອີ້ນຮູຊາຍຊາວອາກກິດມາ, ເພື່ອພວກເຮົາຈະໄດ້ຟັງສິ່ງທີ່ລາວໄດ້ເວົ້ານັ້ນນໍາກັນ”.6ເມື່ອຮູຊາຍມາພົບລາວ, ອັບຊາໂລມກໍເວົ້າວ່າ, “ອາຮີໂຕເຟນໄດ້ໃຫ້ຄຳແນະນຳຢ່າງນີ້. ພວກເຮົາຄວນຈະເຮັດຕາມທີ່ລາວເວົ້າຫລືບໍ່? ຖ້າບໍ່, ພວກເຈົ້າຈົ່ງໃຫ້ຄວາມຄິດເຫັນແກ່ພວກເຮົາ”.7ຮູຊາຍໄດ້ຕອບອັບຊາໂລມວ່າ, “ຄຳແນະນຳທີ່ອາຮີໂຕເຟນໃຫ້ຄັ້ງນີ້ບໍ່ດີເລີຍ8ທ່ານກໍຮູ້ຈັກພໍ່ຂອງທ່ານ ແລະ ຄົນຂອງເພິ່ນດີ; ພວກເຂົາເປັນນັກຮົບ ແລະ ໂຫດຮ້າຍເໝືອນດັ່ງແມ່ໝີປ່າທີ່ລູກຂອງມັນຖືກລັກໄປ. ນອກຈາກນີ້, ພໍ່ຂອງທ່ານກໍເປັນນັກຮົບທີ່ມີປະສົບການ; ລາວຈະບໍ່ຢູ່ກັບພວກທະຫານໃນຕອນກາງຄືນ.9ບາງເທື່ອຕອນນີ້ ເພິ່ນອາດຈະໄປລີ້ຢູ່ຕາມຖ້ຳ ຫລື ຢູ່ບ່ອນໃດບ່ອນໜຶ່ງ. ແລະ ຖ້າພໍ່ຂອງທ່ານເປັນຝ່າຍໂຈມຕີກ່ອນ, ຜູ້ໃດທີ່ໄດ້ຍິນກ່ຽວກັບເລື່ອງນີ້ກໍຈະເວົ້າວ່າ, ‘ກອງທະຫານຂອງອັບຊາໂລມຖືກສັງຫານເປັນໝູ່’.10ແລ້ວແມ່ນແຕ່ທະຫານທີ່ກ້າຫານທີ່ສຸດ ເຊິ່ງໃຈເໝືອນດັ່ງໂຕສິງກໍຈະຕ້ອງຢ້ານກົວ, ເພາະປະຊາຊົນອິດສະຣາເອນທັງໝົດກໍຮູ້ວ່າພໍ່ຂອງທ່ານເປັນນັກຮົບ ແລະ ພວກທະຫານທີ່ຢູ່ກັບເພິ່ນກໍຄົນກ້າຫານ.11“ດັ່ງນັ້ນ ຂ້ານ້ອຍຂໍແນະນຳທ່ານວ່າ: ຈົ່ງໃຫ້ທະຫານອິດສະຣາເອນທັງໝົດຕັ້ງແຕ່ດານຈົນເຖິງເບເອນເຊບາທີ່ມີເປັນຈໍານວນຫລວງຫລາຍເໝືອນດັ່ງດິນຊາຍທີ່ແຄມຝັ່ງທະເລມາເຕົ້າໂຮມກັນກັບທ່ານໂດຍມີທ່ານເອງເປັນຜູ້ນຳພວກເຂົາອອກໄປສູ້ຮົບ.12ແລ້ວພວກເຮົາຈະໂຈມຕີເພິ່ນບໍ່ວ່າຈະພົບເພິ່ນຢູ່ໃສກໍຕາມ, ເຮົາກໍຈະເຂົ້າໂຈມຕີເພິ່ນດັ່ງນ້ຳໝອກຕົກໃສ່ພື້ນດິນ. ບໍ່ວ່າເພິ່ນ ຫລື ຄົນຂອງເພິ່ນກໍຈະບໍ່ມີຜູ້ໃດລອດຊີວິດຈັກຄົນ.13ແລະ ຖ້າດາວິດຖອຍເຂົ້າໄປເມືອງ, ແລ້ວຊາວອິດສະຣາເອນທັງໝົດກໍຈະເອົາເຊືອກທີ່ມັດເມືອງນັ້ນ ແລະ ດຶງລາກມັນລົງມາທີ່ຮ່ອມພູຈົນບໍ່ມີຫີນຈັກກ້ອນເຫລືອໃຫ້ເຫັນ”.14ອັບຊາໂລມ ແລະ ຊາວອິດສະຣາເອນທັງໝົດໄດ້ເວົ້າວ່າ “ຄຳແນະນຳຂອງຮູຊາຍຊາວອາກກິດກໍດີກວ່າຄຳແນະນຳຂອງອາຮີໂຕເຟນ” ເພາະພຣະເຈົ້າຢາເວໄດ້ຕັ້ງໃຈທີ່ຈະຂັດຂວາງຄຳແນະນຳທີ່ດີຂອງອາຮີໂຕເຟນເພື່ອນຳຄວາມຈິບຫາຍມາສູ່ອັບຊາໂລມ.15ຮູຊາຍໄດ້ບອກປະໂລຫິດຊາດົກ ແລະ ອາບີອາທາວ່າ “ອາຮີໂຕເຟນໃຫ້ຄຳແນະນຳແກ່ອັບຊາໂລມ ແລະ ບັນດາຜູ້ອາວຸໂສຂອງອິດສະຣາເອນໃຫ້ເຮັດສິ່ງເຫລົ່ານັ້ນ, ແຕ່ຂ້ອຍໄດ້ໃຫ້ຄໍາແນະນຳພວກເຂົາເຮັດເຊັ່ນນັ້ນ.16ບັດນີ້ ຈົ່ງຮີບສົ່ງຂ່າວໄປບອກດາວິດວ່າ, ‘ຢ່າພັກຄ້າງຄືນທີ່ຈອມພູໃນໃນຖິ່ນແຫ້ງແລ້ງກັນດານ; ແຕ່ໃຫ້ຂ້າມໄປ, ບໍ່ດັ່ງນັ້ນກະສັດ ແລະ ທຸກຄົນທີ່ຢູ່ກັບເພິ່ນຈະຖືກຂ້າໝົດ’ ”.17ໂຢນາທານ ແລະ ອາຮີມາອາດກໍາລັງພັກຢູ່ທີ່ເອນໂຣເກນ. ສາວໃຊ້ຄົນໜຶ່ງອອກໄປ ແລະ ມາບອກພວກເຂົາ, ແລະ ພວກເຂົາໄດ້ອອກໄປ ແລະ ບອກກະສັດດາວິດ, ເພື່ອບໍ່ໃຫ້ມີຄົນເຫັນພວກເຂົາເຂົ້າໄປໃນເມືອງ.18ແຕ່ມີຊາຍໜຸ່ມຄົນໜຶ່ງເຫັນພວກເຂົາ ແລະ ໄດ້ໄປບອກອັບຊາໂລມ. ພວກເຂົາທັງສອງຈຶ່ງໜີໄປຢ່າງວ່ອງໄວ ແລະ ໄປທີ່ເຮືອນຂອງຊາຍຄົນໜຶ່ງໃນບາຮູຣິມ. ລາວມີນ້ຳສ້າງຢູ່ທີ່ເດີນບ້ານ, ແລະ ພວກເຂົາກໍລົງໄປໃນນໍ້າສ້າງນັ້ນ.19ເມຍຂອງຊາຍຄົນນັ້ນໄດ້ເອົາຜ້າມາ ແລະ ຜືອອກປິດປາກນໍ້າສ້າງໄວ້ ແລະ ຢາຍເມັດເຂົ້າໃສ່ເທິງນັ້ນ. ບໍ່ມີຜູ້ໃດຮູ້ເລື່ອງນີ້ເລີຍ.20ເມື່ອຄົນຂອງອັບຊາໂລມໄດ້ມາຫາຍິງນັ້ນຢູ່ທີ່ເຮືອນ, ພວກເຂົາໄດ້ຖາມນາງວ່າ, “ອາຮີມາອາດ ແລະ ໂຢນາທານຢູ່ໃສ?”
ນາງຕອບພວກເຂົາວ່າ, “ຊາຍເຫລົ່ານັ້ນຂ້າມຫ້ວຍໄປແລ້ວ”. ພວກເຂົາຄົ້ນຫາແຕ່ບໍ່ພົບຜູ້ໃດ, ສະນັ້ນ ພວກເຂົາກັບຄືນມາທີ່ເຢຣູຊາເລັມ.21ຫລັງຈາກທີ່ພວກເຂົາໄດ້ໄປແລ້ວ, ອາຮີມາອາດ ແລະ ໂຢນາທານກໍປີນຂຶ້ນຈາກນໍ້າສ້າງ ແລ້ວໄດ້ໄປບອກກະສັດດາວິດ. ພວກເຂົາໄດ້ເວົ້າກັບເພິ່ນວ່າ, “ໂຜດເດີນທາງອອກມາ ແລະ ຂ້າມແມ່ນ້ຳດຽວນີ້; ອາຮີໂຕເຟນໄດ້ແນະນຳໃຫ້ອັບຊາໂລມຕໍ່ສູ້ກັບທ່ານ”.22ດັ່ງນັ້ນ ດາວິດ ແລະ ຄົນທັງໝົດທີ່ຢູ່ກັບເພິ່ນອອກເດີນທາງ ແລະ ຂ້າມແມ່ນ້ຳຈໍແດນໄປ. ພໍຮອດຕອນເຊົ້າ. ທຸກຄົນກໍໄດ້ຂ້າມແມ່ນ້ຳຈໍແດນມາຄົບທຸກຄົນ.23ເມື່ອອາຮີໂຕເຟນເຫັນວ່າບໍ່ມີຜູ້ໃດເຮັດຕາມຄຳແນະນຳຂອງຕົນ, ລາວກໍຂີ່ລໍໄປທີ່ບ້ານເກີດຂອງຕົນ. ລາວໄດ້ຈັດການກັບຊັບສົມບັດຂອງຕົນໃຫ້ຮຽບຮ້ອຍ ແລ້ວຜູກຄໍຕາຍ. ດັ່ງນັ້ນ ລາວໄດ້ຕາຍໄປ ແລະ ຖືກຝັງໄວ້ໃນອຸບມຸງຂອງພໍ່ຂອງລາວ.
ນາງຕອບພວກເຂົາວ່າ, “ຊາຍເຫລົ່ານັ້ນຂ້າມຫ້ວຍໄປແລ້ວ”. ພວກເຂົາຄົ້ນຫາແຕ່ບໍ່ພົບຜູ້ໃດ, ສະນັ້ນ ພວກເຂົາກັບຄືນມາທີ່ເຢຣູຊາເລັມ.21ຫລັງຈາກທີ່ພວກເຂົາໄດ້ໄປແລ້ວ, ອາຮີມາອາດ ແລະ ໂຢນາທານກໍປີນຂຶ້ນຈາກນໍ້າສ້າງ ແລ້ວໄດ້ໄປບອກກະສັດດາວິດ. ພວກເຂົາໄດ້ເວົ້າກັບເພິ່ນວ່າ, “ໂຜດເດີນທາງອອກມາ ແລະ ຂ້າມແມ່ນ້ຳດຽວນີ້; ອາຮີໂຕເຟນໄດ້ແນະນຳໃຫ້ອັບຊາໂລມຕໍ່ສູ້ກັບທ່ານ”.22ດັ່ງນັ້ນ ດາວິດ ແລະ ຄົນທັງໝົດທີ່ຢູ່ກັບເພິ່ນອອກເດີນທາງ ແລະ ຂ້າມແມ່ນ້ຳຈໍແດນໄປ. ພໍຮອດຕອນເຊົ້າ. ທຸກຄົນກໍໄດ້ຂ້າມແມ່ນ້ຳຈໍແດນມາຄົບທຸກຄົນ.23ເມື່ອອາຮີໂຕເຟນເຫັນວ່າບໍ່ມີຜູ້ໃດເຮັດຕາມຄຳແນະນຳຂອງຕົນ, ລາວກໍຂີ່ລໍໄປທີ່ບ້ານເກີດຂອງຕົນ. ລາວໄດ້ຈັດການກັບຊັບສົມບັດຂອງຕົນໃຫ້ຮຽບຮ້ອຍ ແລ້ວຜູກຄໍຕາຍ. ດັ່ງນັ້ນ ລາວໄດ້ຕາຍໄປ ແລະ ຖືກຝັງໄວ້ໃນອຸບມຸງຂອງພໍ່ຂອງລາວ.
ອັບຊາໂລມຕາຍ
24ດາວິດໄດ້ໄປທີ່ມະຫານາອິມ ແລະ ອັບຊາໂລມໄດ້ຂ້າມແມ່ນ້ຳຈໍແດນມາກັບທະຫານອິດສະຣາເອນທັງໝົດ.25ອັບຊາໂລມໄດ້ແຕ່ງຕັ້ງອາມາສາເປັນຜູ້ນຳກອງທັບແທນໂຢອາບ. ອາມາສາເປັນລູກຊາຍຂອງເຢເທີ, ເຊິ່ງເປັນຊາວອິດຊະມາເອນ ທີ່ໄດ້ແຕ່ງງານກັບອາບີກາຍ, ລູກສາວຂອງນາຮາດ ແລະ ເປັນເອື້ອຍຂອງນາງເຊຣູອີຢາແມ່ຂອງໂຢອາບ.26ອັບຊາໂລມ ແລະ ທະຫານອິດສະຣາເອນຕັ້ງຄ້າຍໃນດິນແດນກີເລອາດ.27ເມື່ອດາວິດໄດ້ມາຮອດມະຫານາອິມ, ໂຊບີລູກຊາຍຂອງນາຮາດຈາກເມືອງຣັບບາຂອງຊາວອຳໂມນ ແລະ ມາກີລູກຊາຍອໍາມີເອນຈາກເມືອງໂລເດບາ ແລະ ບາກຊິນໄລຊາວກີເລອາດຈາກເມືອງໂຣເກລິມ28ໄດ້ນຳເຄື່ອງນອນ, ໝໍ້ຕົ້ມ, ຖ້ວຍຊາມ ແລະ ເຄື່ອງໃຊ້ໝໍ້ດິນ. ພວກເຂົາຍັງໄດ້ນໍາເຂົ້າຫວີດ ແລະ ເຂົ້າບາເລ, ແປ້ງ, ເຂົ້າຂົ້ວ, ໝາກຖົ່ວ ແລະ ໝາກຖົ່ວແດງ,29ນໍ້າເຜິ້ງ ແລະ ນໍ້ານົມຂຸ້ນ, ແກະ ແລະ ເນີຍແຂງຈາກນົມງົວມາໃຫ້ດາວິດ ແລະ ຄົນຂອງເພິ່ນກິນ. ເພາະພວກເຂົາໄດ້ເວົ້າວ່າ “ຄົນທັງຫລາຍຕ້ອງອິດເມື່ອຍ, ຫິວເຂົ້າ ແລະ ຫິວນໍ້າໃນຖິ່ນແຫ້ງແລ້ງກັນດານ”.Biblica, Inc.