2 ຊາມູເອນ14

ອັບຊາໂລມ​ກັບ​ຄືນ​ມາ​ເຢຣູຊາເລັມ

1ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ຮູ້​ວ່າ​ກະສັດ​ຄິດຮອດ​ອັບຊາໂລມ​ຫລາຍ.2ສະນັ້ນ ໂຢອາບ​ຈຶ່ງ​ສົ່ງ​ຄົນ​ໄປ​ເຕກົວ ແລະ ໃຫ້​ນໍາ​ເອົາ​ຍິງ​ສະຫລາດ​ຄົນ​ໜຶ່ງ​ຈາກ​ທີ່ນັ້ນ​ມາ. ລາວ​ໄດ້​ເວົ້າ​ກັບ​ນາງ​ວ່າ, “ຈົ່ງ​ທໍາທ່າ​ເຮັດ​ວ່າ​ເຈົ້າ​ກໍາລັງ​ໄວ້ທຸກ​ຢູ່. ຈົ່ງ​ນຸ່ງ​ເຄື່ອງ​ໄວ້ທຸກ, ແລະ ຢ່າ​ໃຊ້​ເຄື່ອງ​ສໍາອາງ​ໃດໆ. ເຮັດ​ຄື​ວ່າ​ຍິງ​ຄົນ​ໜຶ່ງ​ໂສກເສົ້າ​ເສຍໃຈ​ໃຫ້​ກັບ​ຄົນຕາຍ​ເປັນ​ເວລາ​ຫລາຍ​ມື້​ແລ້ວ.3ແລ້ວ​ຈົ່ງ​ໄປ​ພົບ​ກະສັດ​ດາວິດ ແລະ ເວົ້າ​ຄໍາ​ເຫລົ່ານີ້​ກັບ​ເພິ່ນ”. ແລ້ວ​ໂຢອາບ​ກໍ​ສອນ​ຄຳເວົ້າ​ໃຫ້​ຍິງ​ນັ້ນ.
4ເມື່ອ​ຍິງ​ມາ​ຈາກ​ເຕກົວ​ມາ​ພົບ​ກະສັດ, ນາງ​ກົ້ມກາບ​ລົງ​ພື້ນ​ເພື່ອ​ໃຫ້​ກຽດ​ເພິ່ນ, ແລະ ນາງ​ໄດ້​ເວົ້າ​ວ່າ, “ຂ້າ​ແດ່​ກະສັດ, ຂໍ​ໂຜດ​ຊ່ວຍ​ຂ້ານ້ອຍ​ດ້ວຍ!”
5ກະສັດ​ຖາມ​ນາງ​ວ່າ, “ເຈົ້າ​ມີ​ເລື່ອງ​ເດືອດຮ້ອນ​ອັນໃດ​ບໍ?”
ນາງ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ຍິງໝ້າຍ; ຜົວ​ຂອງ​ຂ້ານ້ອຍ​ຕາຍ​ແລ້ວ.
6ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ​ມີ​ລູກຊາຍ​ສອງ​ຄົນ. ພວກເຂົາ​ຜິດ​ກັນ​ທີ່​ທົ່ງນາ, ແລະ ບໍ່​ມີ​ຜູ້ໃດ​ຢູ່​ທີ່​ນັ້ນ​ເພື່ອ​ແຍກ​ພວກເຂົາ. ຄົນ​ໜຶ່ງ​ໂຈມຕີ​ອີກ​ຄົນໜຶ່ງ ແລະ ຂ້າ​ລາວ​ຕາຍ.7ຕອນ​ນີ້​ຍາດຕິ​ພີ່ນ້ອງ​ທັງໝົດ​ລຸກຂຶ້ນ​ຕໍ່ສູ້​ຜູ້ຮັບໃຊ້​ຂອງ​ທ່ານ; ພວກເຂົາ​ເວົ້າ​ວ່າ, ‘ຈົ່ງ​ມອບ​ຄົນ​ທີ່​ຂ້າ​ນ້ອງ​ຂອງ​ຕົນ​ມາ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ຂ້າ​ລາວ​ແທນ​ຊີວິດ​ຂອງ​ນ້ອງຊາຍ​ລາວ​ຜູ້​ທີ່​ລາວ​ໄດ້​ຂ້າ​ນັ້ນ; ດັ່ງນັ້ນ ພວກເຮົາ​ຈະ​ໄດ້​ກໍາຈັດ​ເຊື້ອສາຍ​ໃຫ້​ໝົດ​ໄປ​ດ້ວຍ’. ພວກເຂົາ​ຈະ​ດັບ​ຖ່ານ​ໄຟ​ກ້ອນ​ດຽວ​ທີ່​ຂ້ານ້ອຍ​ເຫລືອ​ຢູ່, ໂດຍ​ການ​ບໍ່​ປ່ອຍ​ໃຫ້​ຜົວ​ຂອງ​ຂ້ານ້ອຍ​ມີ​ຊື່ ຫລື ເຊື້ອສາຍ​ເຫລືອ​ຢູ່​ໃນ​ໂລກ”.
8ກະສັດ​ໄດ້​ເວົ້າ​ກັບ​ຍິງ​ນັ້ນ​ວ່າ, “ຈົ່ງ​ກັບ​ເມືອ​ສາ, ແລະ ເຮົາ​ຈະ​ຈັດການ​ໃຫ້​ເຈົ້າ”.
9ແຕ່​ຍິງ​ມາ​ຈາກ​ເຕກົວ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ຂ້າ​ແດ່​ກະສັດ​ເຈົ້າ ນາຍ​ຂອງ​ຂ້ານ້ອຍ​ຂໍ​ຍົກໂທດ​ໃຫ້​ຂ້ານ້ອຍ ແລະ ຄອບຄົວ​ຂອງ​ຂ້ານ້ອຍ ແລະ ຂໍ​ໃຫ້​ກະສັດ ແລະ ບັນລັງ​ຂອງ​ພຣະອົງ​ປາດສະຈາກ​ຄວາມຜິດ”.
10ກະສັດ​ໄດ້​ຕອບ​ວ່າ, “ຖ້າ​ຜູ້ໃດ​ເວົ້າ​ອັນໃດ​ກັບ​ເຈົ້າ, ຈົ່ງ​ນຳ​ພວກເຂົາ​ມາ​ຫາ​ເຮົາ, ແລະ ພວກເຂົາ​ຈະ​ບໍ່​ມາ​ກວນໃຈ​ເຈົ້າ​ອີກ​ເລີຍ”.
11ນາງ​ໄດ້​ເວົ້າ​ວ່າ, “ຂໍ​ໃຫ້​ກະສັດ​ອ້ອນວອນ​ຕໍ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ ເພື່ອ​ປົກປ້ອງ​ບໍ່​ໃຫ້​ຜູ້ແກ້ແຄ້ນ​ມາ​ທໍາລາຍ​ອີກ, ເພື່ອ​ລູກຊາຍ​ຂອງ​ຂ້ານ້ອຍ​ຈະ​ບໍ່​ຖືກ​ທໍາລາຍ”.
ດາວິດ​ໄດ້​ເວົ້າ​ວ່າ, “ພຣະເຈົ້າ​ຢາເວ​ມີ​ຊີວິດ​ຢູ່​ສັນໃດ, ເສັ້ນ​ຜົມ​ເທິງ​ຫົວ​ລູກຊາຍ​ຂອງ​ເຈົ້າ​ຈະ​ບໍ່​ຕົກ​ເຖິງ​ດິນ​ສັນນັ້ນ”.
12ຍິງ​ນັ້ນ​ໄດ້​ເວົ້າ​ວ່າ, “ຂໍ​ໃຫ້​ຂ້ານ້ອຍ​ເວົ້າ​ກັບ​ກະສັດ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ດ້ວຍ​ເທີນ”.
ດາວິດ​ໄດ້​ຕອບ​ວ່າ, “ຈົ່ງ​ເວົ້າ​ມາ”.
13ຍິງ​ນັ້ນ​ໄດ້​ເວົ້າ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ເຮັດ​ແບບ​ນີ້​ຕໍ່​ປະຊາຊົນ​ຂອງ​ພຣະເຈົ້າ? ເມື່ອ​ທ່ານ​ກ່າວ​ເຊັ່ນ​ນີ້, ທ່ານ​ບໍ່​ໄດ້​ຕັດສິນ​ວ່າ​ທ່ານ​ເອງ​ມີ​ຄວາມຜິດ, ເພາະ​ກະສັດ​ບໍ່​ໄດ້​ນໍາ​ເອົາ​ລູກຊາຍ​ຂອງ​ທ່ານ​ທີ່​ຖືກ​ເນລະເທດ​ໄປ​ນັ້ນ​ກັບ​ມາ?14ສະນັ້ນ ເຮົາ​ທຸກຄົນ​ຕ້ອງ​ຕາຍ​ໄປ​ເໝືອນດັ່ງ​ນ້ຳ​ທີ່​ຖືກ​ເທ​ໃສ່​ດິນ, ເຊິ່ງ​ບໍ່​ສາມາດ​ເກັບ​ກັບ​ຄືນ​ມາ​ອີກ​ໄດ້, ແຕ່​ນັ້ນ​ບໍ່​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ປາຖະໜາ; ແຕ່​ເພິ່ນ​ຄິດ​ຫາ​ທາງ​ເພື່ອ​ຄົນ​ທີ່​ຖືກ​ບໍ່​ໄດ້​ຖືກ​ເນລະເທດ​ໄປ​ຈາກ​ພຣະອົງ.
15“ແລະ ບັດນີ້ ທີ່​ຂ້ານ້ອຍ​ໄດ້​ມາ​ເວົ້າ​ສິ່ງ​ນີ້​ຕໍ່​ກະສັດ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ເພາະ​ມີ​ຄົນ​ມາ​ຂູ່​ຂ້ານ້ອຍ​ໃຫ້​ຢ້ານ. ຜູ້ຮັບໃຊ້​ຂອງ​ທ່ານ​ຄິດ​ວ່າ, ‘ຂ້ານ້ອຍ​ຈະ​ເວົ້າ​ກັບ​ກະສັດ; ບາງທີ​ເພິ່ນ​ອາດຈະ​ເຮັດ​ຕາມ​ທີ່​ຜູ້ຮັບໃຊ້​ຂໍຮ້ອງ.16ບາງທີ​ກະສັດ​ອາດຈະ​ເຫັນ​ດີ​ທີ່​ຈະ​ຊ່ວຍ​ຜູ້ຮັບໃຊ້​ຂອງ​ເພິ່ນ​ໃຫ້​ພົ້ນ​ຈາກ​ມື​ຂອງ​ຄົນ​ທີ່​ພະຍາຍາມ​ຕັດ​ຂ້ານ້ອຍ ແລະ ລູກຊາຍ​ຂອງ​ຂ້ານ້ອຍ​ອອກ​ຈາກ​ມໍລະດົກ​ຂອງ​ພຣະເຈົ້າ’.
17“ແລະ ບັດນີ້​ຜູ້ຮັບໃຊ້​ຂອງ​ທ່ານ​ຂໍ​ເວົ້າ​ວ່າ, ‘ຂໍ​ໃຫ້​ຖ້ອຍຄໍາ​ຂອງ​ກະສັດ​ເຈົ້ານາຍ​ປົກປ້ອງ​ມໍລະດົກ​ຂອງ​ຂ້ານ້ອຍ, ເພາະ​ກະສັດ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າ​ທີ່​ໄຈ້ແຍກ​ຄວາມດີ ແລະ ຄວາມຊົ່ວ. ຂໍ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ​ຢູ່​ກັບ​ທ່ານ’ ”.
18ແລ້ວ​ກະສັດ​ເວົ້າ​ກັບ​ຍິງ​ນັ້ນ​ວ່າ, “ຢ່າ​ປິດບັງ​ຄໍາຕອບ​ຈາກ​ເຮົາ​ສິ່ງ​ທີ່​ເຮົາ​ກໍາລັງ​ຈະ​ຖາມ​ເຈົ້າ”.
ນາງ​ຕອບ​ວ່າ, “ຂໍ​ກະສັດ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ກ່າວ​ມາ”.
19ດາວິດ​ຖາມ​ວ່າ, “ທັງໝົດ​ນີ້​ໂຢອາບ​ເປັນ​ຜູ້​ໃຫ້​ສັ່ງ​ເຈົ້າ​ແມ່ນ​ບໍ່?”
ຍິງ​ນັ້ນ​ຕອບ​ວ່າ, “ຂ້າ​ແດ່​ກະສັດ ເຈົ້ານາຍ​ຂອງ​ຂ້ານ້ອຍ, ທ່ານ​ມີ​ຊີວິດ​ຢູ່​ສັນໃດ, ບໍ່​ມີ​ຜູ້ໃດ​ສາມາດ​ຫັນ​ໄປ​ທາງ​ຊ້າຍ ຫລື ຫັນ​ໄປ​ທາງ​ຂວາ​ຈາກ​ສິ່ງໃດ​ທີ່​ກະສັດ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ກ່າວ​ໄດ້​ສັນນັ້ນ. ແມ່ນແລ້ວ, ໂຢອາບ​ຜູ້ຮັບໃຊ້​ຂອງ​ທ່ານ​ເປັນ​ຜູ້​ແນະນໍາ​ໃຫ້​ຂ້ານ້ອຍ​ເຮັດ​ແບບ​ນີ້ ແລະ ແນະນຳ​ທຸກ​ຖ້ອຍ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ຂ້ານ້ອຍ.
20ໂຢອາບ​ຜູ້ຮັບໃຊ້​ຂອງ​ທ່ານ​ເຮັດ​ແບບ​ນີ້​ເພື່ອ​ປ່ຽນ​ສະຖານະການ. ຂ້າແດ່​ເຈົ້ານາຍ​ຂອງ​ຂ້ານ້ອຍ​ທ່ານ​ມີ​ປັນຍາ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າ​ຄື​ທ່ານ​ຮູ້​ທຸກສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ດິນແດນ”.
21ກະສັດ​ໄດ້​ເວົ້າ​ກັບ​ໂຢອາບ​ວ່າ, “ດີ​ຫລາຍ, ເຮົາ​ຈະ​ເຮັດ​ຕາມ​ນັ້ນ. ຈົ່ງ​ໄປ​ນໍາ​ເອົາ​ອັບຊາໂລມ​ຊາຍ​ໜຸ່ມ​ຄົນ​ນັ້ນ​ກັບ​ມາ”.
22ໂຢອາບ​ກໍ​ກົ້ມກາບ​ລົງ​ພື້ນ​ເພື່ອ​ໃຫ້​ກຽດ​ເພິ່ນ, ແລະ ລາວ​ອວຍພອນ​ກະສັດ. ໂຢອາບ​ໄດ້​ເວົ້າ​ວ່າ, “ບັດນີ້ ຜູ້ຮັບໃຊ້​ຂອງ​ທ່ານ​ຮູ້​ແລ້ວ​ວ່າ ຂ້ານ້ອຍ​ເປັນ​ທີ່​ພໍໃຈ​ໃນ​ສາຍຕາ​ຂອງ​ທ່ານ, ກະສັດ​ເຈົ້ານາຍ​ຂອງ​ຂ້ານ້ອຍ, ເພາະ​ກະສັດ​ໄດ້​ໃຫ້​ຕາມ​ທີ່​ຜູ້ຮັບໃຊ້​ຂອງ​ທ່ານ​ຂໍຮ້ອງ”.
23ໂຢອາບ​ໄດ້​ໄປ​ທີ່​ເກຊູ ແລະ ໄດ້​ນໍາ​ອັບຊາໂລມ​ກັບ​ມາ​ທີ່​ເຢຣູຊາເລັມ.24ແຕ່​ກະສັດ​ໄດ້​ເວົ້າ​ວ່າ, “ໃຫ້​ລາວ​ໄປ​ພັກ​ຢູ່​ເຮືອນ​ຂອງ​ລາວ​ເອງ; ຢ່າ​ມາ​ໃຫ້​ເຮົາ​ເຫັນ​ໜ້າ​ລາວ”. ອັບຊາໂລມ​ຈຶ່ງ​ໄປ​ພັກ​ທີ່​ເຮືອນ​ຂອງ​ຕົນ ແລະ ບໍ່​ໄດ້​ໄປ​ພົບ​ກະສັດ.
25ໃນ​ທົ່ວ​ອິດສະຣາເອນ​ບໍ່​ມີ​ຜູ້ໃດ​ໄດ້​ຮັບ​ຄຳ​ຍ້ອງຍໍ​ວ່າ​ເປັນ​ຊາຍ​ໜຸ່ມ​ທີ່​ມີ​ຮູບຮ່າງ​ງາມ​ເທົ່າ​ກັບ​ອັບຊາໂລມ. ຕັ້ງແຕ່​ຫົວ​ຈົນ​ຮອດ​ປາຍ​ຕີນ​ຂອງ​ລາວ​ບໍ່​ມີ​ຕຳໜິ​ເລີຍ​ແມ່ນແຕ່​ໜ້ອຍດຽວ.26ເມື່ອ​ໃດ​ທີ່​ລາວ​ຕັດ​ຜົມ​ຂອງ​ຕົນ​ອອກ ລາວ​ກໍ​ຈະ​ຕັດ​ອອກ​ມາ​ຊັ່ງ​ເບິ່ງ, ຜົມ​ນັ້ນ​ໜັກ​ປະມານ 2,3 ກິໂລກຣາມ. 
27ອັບຊາໂລມ​ມີ​ລູກຊາຍ​ສາມ​ຄົນ ແລະ ລູກສາວ​ຄົນ​ໜຶ່ງ. ລູກສາວ​ຂອງ​ລາວ​ຊື່​ວ່າ​ຕາມາ, ແລະ ນາງ​ເປັນ​ຍິງ​ທີ່​ງາມ​ຫລາຍ.
28ອັບຊາໂລມ​ໄດ້​ອາໄສ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສອງ​ປີ​ໂດຍ​ບໍ່​ໄດ້​ໄປ​ພົບ​ກະສັດ​ເລີຍ.29ແລ້ວ​ອັບຊາໂລມ​ສົ່ງ​ຄົນ​ໄປ​ຫາ​ໂຢອາບ​ເພື່ອ​ໃຫ້​ລາວ​ໄປ​ພົບ​ກະສັດ, ແຕ່​ໂຢອາບ​ບໍ່​ຍອມ​ມາ​ຫາ​ລາວ. ສະນັ້ນ ອັບຊາໂລມ​ໄດ້​ຄົນ​ໄປ​ອີກ​ເປັນ​ຄັ້ງ​ທີ​ສອງ, ແຕ່​ລາວ​ກໍ​ຍອມ​ມາ.30ອັບຊາໂລມ​ຈຶ່ງ​ເວົ້າ​ຕໍ່​ຄົນຮັບໃຊ້​ວ່າ, “ເບິ່ງແມ, ທົ່ງນາ​ຂອງ​ໂຢອາບ​ຢູ່​ໃກ້​ທົ່ງນາ​ຂອງ​ຂ້ອຍ, ແລະ ລາວ​ມີ​ເຂົ້າ​ບາເລ​ຢູ່​ທີ່ນັ້ນ. ຈົ່ງໄປ ແລະ ຈູດ​ມັນ”. ສະນັ້ນ ຜູ້ຮັບໃຊ້​ຂອງ​ອັບຊາໂລມ​ກໍ​ໄປ​ຈູດ​ທົ່ງນາ.
31ໂຢອາບ​ໄດ້​ມາ​ຫາ​ອັບຊາໂລມ​ຢູ່​ທີ່​ເຮືອນ ແລະ ລາວ​ໄດ້​ເວົ້າ​ກັບ​ອັບຊາໂລມ​ວ່າ, “ເປັນຫຍັງ​ຜູ້ຮັບໃຊ້​ຂອງ​ທ່ານ​ຈຶ່ງ​ໄປ​ຈູດ​ໄຟ​ເຜົາ​ທົ່ງນາ​ຂອງ​ຂ້ອຍ?”
32ອັບຊາໂລມ​ໄດ້​ເວົ້າ​ກັບ​ໂຢອາບ​ວ່າ, “ເບິ່ງແມ, ຂ້ອຍ​ໄດ້​ສົ່ງ​ຄົນ​ໄປ​ຫາ​ເຈົ້າ ແລະ ບອກ​ວ່າ, ‘ຈົ່ງ​ມາ​ນີ້​ເພື່ອ​ຂ້ອຍ​ຈະ​ເຈົ້າ​ໄປ​ຖາມ​ກະສັດ​ວ່າ, “ເປັນຫຍັງ​ຈຶ່ງ​ເອົາ​ຂ້ອຍ​ກັບ​ມາ​ຈາກ​ເກຊູ? ຖ້າ​ໃຫ້​ຂ້ອຍ​ຢູ່​ທີ່ນັ້ນ​ກໍ​ຈະ​ດີ​ກວ່າ​ບໍ!” ’ ບັດນີ້ ຂ້ານ້ອຍ​ຕ້ອງການ​ຢາກ​ພົບ​ກະສັດ ແລະ ຖ້າ​ຂ້ອຍ​ເຮັດ​ຜິດ​ໃນ​ເລື່ອງ​ໃດ, ຂໍ​ໃຫ້​ເພິ່ນ​ຂ້າ​ຂ້ອຍ​ເສຍ”.
33ສະນັ້ນ ໂຢອາບ​ໄດ້​ໄປ​ຫາ​ກະສັດ ແລະ ບອກ​ເພິ່ນ​ຕາມ​ນີ້. ແລ້ວ​ກະສັດ​ເອີ້ນ​ອັບຊາໂລມ​ມາ​ພົບ, ແລະ ລາວ​ເຂົ້າ​ມາ​ກົ້ມ​ກາບ​ລົງ​ພື້ນ​ຕໍ່ໜ້າ​ກະສັດ. ແລະ ກະສັດ​ກໍ​ຈູບ​ອັບຊາໂລມ.

Biblica, Inc.

https://app.library.bible/content/eab9312f9f16b3a2