2 ຊາມູເອນ13
ອຳໂນນ ແລະ ຕາມາ
1ຕໍ່ມາ, ອຳໂນນລູກຊາຍຂອງດາວິດຫລົງຮັກນາງຕາມາ, ນ້ອງສາວຄົນງາມຂອງອັບຊາໂລມລູກຊາຍອີກຄົນໜຶ່ງຂອງດາວິດ.2ອຳໂນນໄດ້ຫລົງໄຫລຕາມານ້ອງສາວຂອງຕົນຫລາຍຈົນເຮັດໃຫ້ລາວບໍ່ສະບາຍ. ນາງເປັນຍິງພົມມະຈາລີ, ແລະ ເບິ່ງຄືວ່າເປັນໄປບໍ່ໄດ້ທີ່ອຳໂນນຈະເຮັດສິ່ງໃດກັບນາງ.3ແຕ່ອຳໂນນມີທີ່ປຶກສາຄົນໜຶ່ງຊື່ວ່າໂຢນາດາບລູກຊາຍຊີເມອາ ເຊິ່ງເປັນອ້າຍຂອງດາວິດ. ໂຢນາດາບເປັນຄົນສະຫລາດຫລາຍ.4ລາວຖາມອຳໂນນວ່າ, “ມີເລື່ອງທຸກໃຈຫຍັງບໍ? ເຈົ້າທີ່ເປັນລູກຂອງກະສັດ, ເບິ່ງຄືໂສກເສົ້າທຸກໆເຊົ້າແບບນີ້? ເຈົ້າບອກຂ້ອຍໄດ້ບໍ່?”ອຳໂນນຕອບລາວວ່າ, “ເຮົາຫລົງຮັກຕາມາ, ເຊິ່ງເປັນນ້ອງສາວຂອງອັບຊາໂລມນ້ອງຊາຍຂອງຂ້ອຍ”.5ໂຢນາດາບໄດ້ເວົ້າວ່າ, “ເຈົ້າກໍທໍາທ່ານອນປ່ວຍຢູ່. ເມື່ອພໍ່ຂອງເຈົ້າມາພົບເຈົ້າ, ຈົ່ງເວົ້າກັບເພິ່ນວ່າ, ‘ຂ້ານ້ອຍຢາກໃຫ້ຕາມານ້ອງສາວຂອງຂ້ານ້ອຍມາຢ້ຽມ ແລະ ເຮັດອາຫານບາງຢ່າງໃຫ້ຂ້ານ້ອຍກິນ. ໃຫ້ນາງຈັດຕຽມອາຫານຕໍ່ໜ້າຂ້ານ້ອຍ ເພື່ອຂ້ານ້ອຍຈະໄດ້ເບິ່ງນາງ ແລະ ກິນອາຫານຈາກມືຂອງນາງ’ ”.6ສະນັ້ນ ອຳໂນນຈຶ່ງນອນ ແລະ ທໍາທ່າປ່ວຍ. ເມື່ອກະສັດໄດ້ມາເບິ່ງລາວ, ອຳໂນນໄດ້ເວົ້າກັບເພິ່ນວ່າ, “ຂ້ານ້ອຍຢາກໃຫ້ຕາມານ້ອງສາວຂອງຂ້ານ້ອຍມາ ແລະ ເຮັດອາຫານພິເສດຕໍ່ໜ້າຂ້ານ້ອຍ, ເພື່ອຂ້ານ້ອຍຈະໄດ້ກິນອາຫານຈາກມືຂອງນາງ”.7ດາວິດໄດ້ສົ່ງຂ່າວໄປຫາຕາມາຢູ່ໃນວັງວ່າ: “ຈົ່ງໄປທີ່ເຮືອນອຳໂນນອ້າຍຂອງເຈົ້າ ແລະ ຕຽມອາຫານບາງຢ່າງໃຫ້ລາວ”.8ສະນັ້ນ ຕາມາໄດ້ໄປຫາອຳໂນນຜູ້ທີ່ເປັນອ້າຍນາງທີ່ກໍາລັງນອນຢູ່. ນາງເອົາແປ້ງມາ, ນວດແປ້ງ, ເຮັດຂະໜົມຕໍ່ໜ້າອຳໂນນ ແລະ ປິ້ງຂະໜົມ.9ຈາກນັ້ນນາງກໍຍົກອອກຈາກໝໍ້ຂາງ ແລະ ເອົາຂະໜົມມາໃຫ້ລາວ, ແຕ່ອຳໂນນບໍ່ຍອມກິນ.
ອໍາໂນນໄດ້ບອກວ່າ ທຸກຄົນຈົ່ງອອກໄປ, “ທຸກຄົນຈົ່ງອອກໄປ” ສະນັ້ນ ທຸກຄົນກໍອອກໄປ.10ແລ້ວອຳໂນນໄດ້ເວົ້າກັບຕາມາວ່າ, “ຈົ່ງເອົາອາຫານເຂົ້າມາໃນຫ້ອງນອນຂອງຂ້ອຍ ເພື່ອຂ້ອຍຈະກິນເຂົ້າໜົມຈາກມືຂອງເຈົ້າ”. ແລະ ຕາມາກໍໄດ້ເອົານຳເຂົ້າໜົມທີ່ນາງໄດ້ຕຽມໄວ້ ແລ້ວນໍາເອົາເຂົ້າໄປໃຫ້ອ້າຍຂອງນາງໃນຫ້ອງນອນຂອງລາວ.11ແຕ່ເມື່ອນາງນໍາເອົາເຂົ້າໜົມໄປໃຫ້ອໍາໂນນກິນ, ລາວກໍຈັບນາງໄວ້ ແລະ ເວົ້າວ່າ, “ມານອນກັບອ້າຍສາ, ນ້ອງສາວຂອງຂ້ອຍ”.12ຕາມາໄດ້ເວົ້າກັບລາວວ່າ, “ຢ່າເລີຍອ້າຍ! ຢ່າບັງຄັບນ້ອງ! ບໍ່ຄວນເຮັດເຊັ່ນນີ້ໃນອິດສະຣາເອນ! ຢ່າເຮັດສິ່ງທີ່ຊົ່ວແບບນີ້.13ແລ້ວນ້ອງຈະເປັນຢ່າງໃດ? ນ້ອງຈະເອົາຄວາມອັບອາຍໄປໄວ້ຢູ່ໃສ? ແລ້ວອ້າຍຈະເປັນຢ່າງໃດ? ອ້າຍເອງກໍຈະເປັນດັ່ງຄົນໂງ່ທີ່ຊົ່ວຮ້າຍຄົນໜຶ່ງໃນອິດສະຣາເອນ. ກະລຸນາໄປເວົ້າກັບກະສັດ; ເພິ່ນກໍຈະບໍ່ຂັດຂວາງນ້ອງຈາກການແຕ່ງງານກັບອ້າຍ”.14ແຕ່ອຳໂນນບໍ່ຍອມຟັງນາງ, ແລະ ເນື່ອງຈາກລາວມີກໍາລັງຫລາຍກວ່ານາງ, ລາວຈຶ່ງຂົ່ມຂືນນາງ.15ຕໍ່ມາ ອໍາໂນນກໍກຽດຊັງນາງຫລາຍຍິ່ງຂຶ້ນ. ທີ່ຈິງແລ້ວ, ອຳໂນນກຽດຊັງນາງຫລາຍກວ່າທີ່ລາວໄດ້ເຄີຍຫລົງຮັກນາງ. ລາວໄດ້ເວົ້າກັບນາງວ່າ, “ລຸກຂຶ້ນອອກໄປຈາກບ່ອນນີ້!”16ນາງໄດ້ເວົ້າກັບລາວວ່າ, “ບໍ່!” “ອ້າຍໄລ່ນ້ອງແບບນີ້ກໍຜິດຫລາຍກວ່າສິ່ງທີ່ອ້າຍໄດ້ເຮັດກັບນ້ອງແລ້ວ”.
ແຕ່ອຳໂນນບໍ່ຍອມຟັງນາງ.17ລາວເອີ້ນຄົນຮັບໃຊ້ເຂົ້າມາ ແລະ ສັ່ງວ່າ, “ຈົ່ງເອົາຍິງຄົນນີ້ອອກໄປໃຫ້ພົ້ນສາຍຕາຂ້ອຍ ແລະ ປິດປະຕູໄວ້”.18ດັ່ງນັ້ນ ຄົນຮັບໃຊ້ຂອງລາວຈຶ່ງໄລ່ນາງອອກໄປ ແລະ ປິດປະຕູໄວ້. ຕາມານຸ່ງເສື້ອຄຸມທີ່ຕົບແຕ່ງງົດງາມ, ເພາະນີ້ແມ່ນເຄື່ອງນຸ່ງສໍາລັບລູກສາວກະສັດທີ່ເປັນຍິງພົມມະຈາລີ.19ຕາມາເອົາໂຮຍຂີ້ເທົ່າໃສ່ຫົວ ແລະ ຈີກເສື້ອຄຸມທີ່ຕົບແຕ່ງຢ່າງງົດງາມທີ່ນາງໄດ້ນຸ່ງຢູ່ນັ້ນ. ນາງເອົາມືປິດໜ້າຂອງຕົນ ແລະ ອອກໄປ, ນາງຮ້ອງໄຫ້ສຽງດັງຂະນະທີ່ອອກໄປນັ້ນ.20ເມື່ອອັບຊາໂລມອ້າຍຂອງນາງໄດ້ເວົ້າກັບນາງວ່າ, “ເປັນຄວາມຈິງບໍທີ່ອຳໂນນ, ອ້າຍຂອງນ້ອງ, ຂົ່ມຂືນນ້ອງບໍ? ນ້ອງເອີຍ, ຈົ່ງມິດສາ; ລາວເປັນອ້າຍ. ຢ່າເອົາເລື່ອງນີ້ມາໃສ່ໃຈເລີຍ”. ແລະ ຕາມາກໍອາໄສຢູ່ເຮືອນຂອງອັບຊາໂລມ, ນາງກໍຢູ່ຢ່າງໂດດດ່ຽວ.21ເມື່ອກະສັດດາວິດໄດ້ຍິນເລື່ອງທັງໝົດນີ້, ເພິ່ນກໍໃຈຮ້າຍທີ່ສຸດ.22ແລະ ອັບຊາໂລມບໍ່ໄດ້ເວົ້າຫຍັງກັບອຳໂນນ, ບໍ່ວ່າດີ ຫລື ຮ້າຍ; ລາວກຽດຊັງອຳໂນນທີ່ສຸດທີ່ເຮັດໃຫ້ຕາມານ້ອງສາວຂອງລາວອັບອາຍ.
ອັບຊາໂລມຂ້າອຳໂນນ
23ສອງປີຕໍ່ມາ, ເມື່ອມີການຕັດຂົນແກະຂອງອັບຊາໂລມທີ່ບາອານຮາໂຊໃກ້ເຂດແດນເອຟຣາອິມ, ອັບຊາໂລມໄດ້ເຊີນລູກຊາຍທຸກຄົນຂອງກະສັດມາໃນທີ່ນັ້ນ.24ອັບຊາໂລມເຂົ້າໄປຫາກະສັດ ແລະ ເວົ້າວ່າ, “ຜູ້ຮັບໃຊ້ຂອງທ່ານມີງານສະຫລອງຕັດຂົນແກະ, ຂໍເຊີນກະສັດ ແລະ ບັນດາຂ້າລາຊະການຂອງທ່ານມາຮ່ວມນໍາຂ້ານ້ອຍໄດ້ບໍ່?”25ກະສັດໄດ້ຕອບວ່າ, “ຢ່າເລີຍລູກ. ພວກເຮົາທັງໝົດບໍ່ຄວນໄປ; ພວກເຮົາຈະເປັນພາລະແກ່ເຈົ້າຊື່ໆ”. ເຖິງແມ່ນວ່າອັບຊາໂລມຂໍຮ້ອງເພິ່ນກໍຕາມ, ເພິ່ນກໍຍັງປະຕິເສດບໍ່ໄປ ແຕ່ເພິ່ນໄດ້ອວຍພອນລາວ.26ຈາກນັ້ນ ອັບຊາໂລມໄດ້ເວົ້າວ່າ, “ຖ້າທ່ານໄປບໍ່ໄດ້, ຂໍໂຜດໃຫ້ອຳໂນນອ້າຍຂອງຂ້ານ້ອຍມາກັບພວກຂ້ານ້ອຍ”.ກະສັດຖາມລາວວ່າ, “ເປັນຫຍັງຕ້ອງໃຫ້ອຳໂນນໄປກັບເຈົ້າ?”27ແຕ່ອັບຊາໂລມອ້ອນວອນຂໍເພິ່ນ, ສະນັ້ນ ເພິ່ນຈຶ່ງໃຫ້ລູກຊາຍທຸກຄົນແລະ ອຳໂນນໄປຮ່ວມນໍາອັບຊາໂລມ.28ອັບຊາໂລມໄດ້ສັ່ງຄົນຂອງຕົນໄວ້ວ່າ, “ຈົ່ງຟັງ! ເມື່ອອຳໂນນເມົາຫລາຍຈາກການດື່ມເຫລົ້າອະງຸ່ນ ແລະ ເຮົາຈະບອກພວກເຈົ້າ, ‘ໃຫ້ຂ້າອຳໂນນເສຍ,’ ຈາກນັ້ນຈົ່ງຂ້າລາວ. ຢ່າຢ້ານເລີຍ. ເຮົາເປັນຜູ້ສັ່ງເອງ? ຈົ່ງເຂັ້ມແຂງ ແລະ ກ້າຫານ”.29ດັ່ງນັ້ນ ຄົນຂອງອັບຊາໂລມຈຶ່ງເຮັດກັບອຳໂນນຕາມທີ່ອັບຊາໂລມໄດ້ສັ່ງ. ແລ້ວລູກຊາຍຄົນອື່ນໆຂອງກະສັດກໍລຸກຂຶ້ນ, ພວກເຂົາຂີ່ລໍຂອງຕົນໜີໄປ.30ຂະນະທີ່ພວກລູກຊາຍຂອງດາວິດກຳລັງກັບມາ, ມີຄົນມາລາຍງານດາວິດວ່າ: “ອັບຊາໂລມໄດ້ຂ້າລູກຊາຍທັງໝົດຂອງກະສັດ; ບໍ່ເຫລືອຈັກຄົນ”.31ກະສັດໄດ້ລຸກຢືນຂຶ້ນຈີກເຄື່ອງນຸ່ງຂອງຕົນ ແລະ ນອນລົງກັບພື້ນ; ພວກຜູ້ຮັບໃຊ້ຂອງເພິ່ນຕ່າງກໍຈີກເຄື່ອງນຸ່ງຂອງພວກເຂົາ.32ແຕ່ໂຢນາດາບລູກຊາຍຊີເມອາ, ອ້າຍຂອງດາວິດໄດ້ເວົ້າວ່າ “ນາຍຂອງຂ້ານ້ອຍຢ່າໄດ້ຄິດວ່າພວກເຂົາໄດ້ຂ້າລູກຊາຍທຸກຄົນຂອງທ່ານ; ມີພຽງອຳໂນນຄົນດຽວທີ່ຕາຍ. ນີ້ເປັນຄວາມຕັ້ງໃຈຢ່າງຊັດເຈນຂອງອັບຊາໂລມຕັ້ງແຕ່ມື້ທີ່ອຳໂນນໄດ້ຂົ່ມຂືນຕາມານ້ອງສາວຂອງລາວ.33ຂໍກະສັດນາຍຂອງຂ້ານ້ອຍຢ່າໄດ້ໃສ່ໃຈກັບຂ່າວທີ່ວ່າລູກຊາຍທຸກຄົນຂອງກະສັດຖືກຂ້າ. ມີພຽງອຳໂນນທີ່ຕາຍ”.34ຂະນະດຽວກັນ, ອັບຊາໂລມກໍໄດ້ໜີໄປ.
ບັດນີ້ ທະຫານຍາມທີ່ຢືນຢູ່ ແລະ ກໍເຫັນຄົນກຸ່ມໃຫຍ່ຢູ່ຖະໜົນທາງທິດຕາເວັນຕົກຂອງລາວ, ກໍາລັງລົງມາຂ້າງເນີນພູ. ທະຫານຍາມຈຶ່ງເຂົ້າມາບອກກະສັດດາວິດວ່າ, “ຂ້ານ້ອຍເຫັນຄົນກຸ່ມໃຫຍ່ມາຈາກເມືອງໂຮໂຣນາອິມທາງຂ້າງເນີນພູ”.35ໂຢນາດາບເວົ້າກັບກະສັດວ່າ, “ເບິ່ງແມ, ພວກລູກຊາຍຂອງກະສັດດາວິດມາຮອດແລ້ວ; ມັນເກີດຂຶ້ນຕາມທີ່ຜູ້ຮັບໃຊ້ຂອງທ່ານໄດ້ກ່າວ”.36ເມື່ອລາວໄດ້ເວົ້າສຸດແລ້ວ, ບັນດາລູກຊາຍຂອງກະສັດກໍເຂົ້າມາ, ພວກເຂົາພາກັນຮ້ອງໄຫ້ສຽງດັງ. ກະສັດດາວິດກໍຮ້ອງໃຫ້ເຊັ່ນກັນ ແລະ ບັນດາຂ້າລາຊະການກໍຮ້ອງໄຫ້ຢ່າງຂົມຂື່ນ.37ອັບຊາໂລມໜີໄປຫາເຈົ້າຕານໄມລູກຊາຍຂອງອາມມີຮຸດກະສັດແຫ່ງເກຊູ. ແຕ່ກະສັດດາວິດໄດ້ໄວ້ທຸກເປັນເວລາຫລາຍວັນສໍາລັບລູກຊາຍຂອງຕົນ.38ຫລັງຈາກ ອັບຊາໂລມໜີໄປທີ່ເກຊູ, ລາວໄດ້ອາໄສຢູ່ທີ່ນັ້ນເປັນເວລາສາມປີ.39ແລະ ກະສັດດາວິດກໍລະນຶກເຖິງອັບຊາໂລມ, ເພາະເພິ່ນໄດ້ຮັບການປອບໃຈໃນເລື່ອງການຕາຍຂອງອຳໂນນ.
Biblica, Inc.