2 ຊາມູເອນ1
ດາວິດຮູ້ຂ່າວວ່າໂຊນຕາຍ
1ຫລັງຈາກໂຊນຕາຍໄປແລ້ວ, ດາວິດໄດ້ກັບຄືນມາຈາກການຮົບຊະນະຊາວອາມາເຫລັກ ແລະ ໄດ້ຢູ່ທີ່ເມືອງຊິກລັກເປັນເວລາສອງມື້.2ໃນມື້ທີສາມ ມີຊາຍຄົນໜຶ່ງມາຈາກຄ້າຍຂອງໂຊນ ລາວຈີກເຄື່ອງນຸ່ງຂອງຕົນ ແລະ ເອົາຂີ້ຝຸ່ນໃສ່ຫົວຂອງລາວ. ເມື່ອລາວມາພົບດາວິດ, ລາວກົ້ມກາບລົງພື້ນເພື່ອໃຫ້ກຽດເພິ່ນ.3ດາວິດຖາມວ່າ, “ເຈົ້າມາຈາກໃສ?”ລາວຕອບວ່າ, “ຂ້ານ້ອຍໜີມາຈາກຄ້າຍຂອງອິດສະຣາເອນ”.4ດາວິດຖາມວ່າ, “ເກີດຫຍັງຂຶ້ນ? ຈົ່ງບອກເຮົາດຸ”.
ລາວໄດ້ຕອບວ່າ, “ທະຫານຂອງເຮົາແຕກໜີຈາກການສູ້ຮົບ, ມີຫລາຍຄົນຖືກຂ້າຕາຍ. ແລະ ກະສັດໂຊນ ແລະ ໂຢນາທານລູກຊາຍຂອງເພິ່ນກໍຕາຍແລ້ວ”.5ຈາກນັ້ນ ດາວິດຈຶ່ງຖາມຊາຍໜຸ່ມທີ່ມາສົ່ງຂ່າວວ່າ, “ເຈົ້າຮູ້ໄດ້ຢ່າງໃດວ່າກະສັດໂຊນ ແລະ ໂຢນາທານໄດ້ຕາຍແລ້ວ?”6ຊາຍໜຸ່ມໄດ້ຕອບວ່າ, “ຂ້ານ້ອຍຢູ່ເທິງພູເຂົາກິນໂບອາ ແລະ ເຫັນໂຊນກໍາລັງອີງຫອກຂອງເພິ່ນຢູ່ໂດຍມີລົດມ້າຂອງສັດຕູບຸກເຂົ້າມາ.7ເມື່ອໂຊນເຫັນຂ້ານ້ອຍ, ເພິ່ນກໍເອີ້ນໃສ່ຂ້ານ້ອຍ, ແລະ ຂ້ານ້ອຍໄດ້ຖາມວ່າ, ‘ຈະໃຫ້ຂ້ານ້ອຍເຮັດຫຍັງ?’8“ໂຊນຖາມວ່າ, ‘ເຈົ້າແມ່ນຜູ້ໃດ?’
“ຂ້ານ້ອຍຕອບວ່າ, ‘ຂ້ານ້ອຍແມ່ນຊາວອາມາເຫລັກ’.9“ແລ້ວເພິ່ນໄດ້ເວົ້າກັບຂ້ານ້ອຍວ່າ, ‘ມາຢືນຢູ່ໃກ້ເຮົາ ແລະ ຈົ່ງຂ້າເຮົາເສຍ! ເຮົາໃກ້ຈະຕາຍແລ້ວ, ແຕ່ເຮົາກໍຍັງບໍ່ຕາຍຈັກເທື່ອ’.10“ສະນັ້ນ ຂ້ານ້ອຍຈຶ່ງຢືນຢູ່ທາງຂ້າງເພິ່ນ ແລະ ຂ້າເພິ່ນ, ເພາະຂ້ານ້ອຍຮູ້ວ່າຖ້າເພິ່ນລົ້ມລົງເພິ່ນຈະບໍ່ສາມາດມີຊີວິດຢູ່ໄດ້. ແລ້ວຂ້ານ້ອຍກໍເອົາມົງກຸດອອກຈາກຫົວຂອງເພິ່ນ ແລະ ສາຍແຂນຈາກແຂນຂອງເພິ່ນ ແລະ ນໍາມາໃຫ້ທ່ານຜູ້ເປັນເຈົ້ານາຍຂອງຂ້ານ້ອຍ”.11ຈາກນັ້ນ ດາວິດ ແລະ ຄົນຂອງເພິ່ນທັງໝົດຈຶ່ງຈີກເຄື່ອງນຸ່ງຂອງຕົນ.12ພວກເຂົາພາກັນໄວ້ທຸກ ແລະ ຮ້ອງໄຫ້ ແລະ ຖືສິນອົດອາຫານຈົນເຖິງຕອນແລງ ເພື່ອໄວ້ທຸກໃຫ້ແກ່ໂຊນ ແລະ ໂຢນາທານລູກຊາຍຂອງເພິ່ນ, ແລະ ເພື່ອກອງທັບຂອງພຣະເຈົ້າຢາເວ ແລະ ຊາດອິດສະຣາເອນ, ເພາະພວກເຂົາຖືກຂ້າດ້ວຍດາບ.13ດາວິດໄດ້ເວົ້າກັບຊາຍໜຸ່ມທີ່ນຳຂ່າວມາວ່າ, “ເຈົ້າມາຈາກໃສ?”
ລາວຕອບວ່າ, “ຂ້ານ້ອຍເປັນລູກຊາຍຂອງຄົນຕ່າງດ້າວຊາວອາມາເຫລັກ”.14ດາວິດຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງກ້າທຳລາຍຜູ້ທີ່ພຣະເຈົ້າຢາເວໄດ້ແຕ່ງຕັ້ງໄວ້?”15ແລ້ວດາວິດເອີ້ນຄົນຂອງຕົນຜູ້ໜຶ່ງມາ ແລະ ສັ່ງວ່າ, “ຈົ່ງໄປ, ຂ້າລາວຖິ້ມເສຍ!” ສະນັ້ນ ຄົນຂອງດາວິດກໍຂ້າລາວ ແລະ ກໍໄດ້ຕາຍໄປ.16ເພາະດາວິດໄດ້ກ່າວກັບລາວວ່າ, “ເຈົ້າສົມຄວນຕາຍ. ເພາະເຈົ້າເອງໄດ້ສາລະພາບວ່າ, ‘ຂ້ານ້ອຍໄດ້ຂ້າຜູ້ທີ່ພຣະເຈົ້າຢາເວໄດ້ແຕ່ງຕັ້ງໄວ້’ ”.
ດາວິດໄວ້ທຸກໃຫ້ໂຊນ ແລະ ໂຢນາທານ
17ແລ້ວດາວິດຮ້ອງບົດຄ່ຳຄວນນີ້ແກ່ກະສັດໂຊນ ແລະ ໂຢນາທານລູກຊາຍຂອງເພິ່ນ,18ແລະ ເພິ່ນສັ່ງໃຫ້ສອນບົດເພງຄ່ຳຄວນນີ້ແກ່ປະຊາຊົນຢູດາ (ເພງນີ້ຖືກບັນທຶກໄວ້ໃນໜັງສືຂອງຢາຊາ) ມີເນື້ອໃນວ່າ:19“ໂອ້ ອິດສະຣາເອນເອີຍ, ສັກສີຂອງເຈົ້ານອນສິ້ນໃຈຢູ່ເທິງທີ່ສູງຂອງເຈົ້າ.ວິລະຊົນເກັ່ງກ້າໄດ້ລົ້ມລົງເສຍແລ້ວ!20“ຢ່າແຈ້ງຂ່າວນີ້ໃນເມືອງກາດ,ຢ່າປະກາດຂ່າວນີ້ຕາມຖະໜົນຫົນທາງໃນອາຊະເກໂລນ,ເພື່ອບໍ່ໃຫ້ພວກລູກສາວແຫ່ງຟີລິດສະຕິນ ປິຕິຍິນດີ,ເພື່ອບໍ່ໃຫ້ພວກລູກສາວຂອງຜູ້ທີ່ບໍ່ໄດ້ຮັບພິທີຕັດຍິນດີ.21“ໂອ້ ພູເຂົາກິນໂບອາ,ຂໍຢ່າໃຫ້ເຈົ້າໄດ້ຮັບຝົນ ຫລື ນ້ຳໝອກ,ຂໍຢ່າໃຫ້ມີຫ່າຝົນຕົກໃສ່ທົ່ງນາຂອງເຈົ້າ, ເພາະທີ່ນັ້ນໂລ່ຂອງຜູ້ຍິ່ງໃຫຍ່ຖືກດູຖູກຢຽດຢາມ,ໂລ່ຂອງໂຊນບໍ່ໄດ້ຫົດສົງດ້ວຍນ້ຳມັນອີກແລ້ວ.22“ທະນູຂອງໂຢນາທານບໍ່ກັບຄືນມາຈາກການດື່ມເລືອດຂອງຄົນຕາຍ,ຈາກການກິນຊີ້ນຂອງຜູ້ມີກຳລັງ,ດາບຂອງໂຊນບໍ່ກັບຄືນມາຢ່າງບໍ່ພໍໃຈ.23ໂຊນ ແລະ ໂຢນາທານເມື່ອມີຊີວິດຢູ່ພວກເພິ່ນເປັນທີ່ຮັກ ແລະ ໜ້າຊື່ນຊົມແລະ ໃນຄວາມຕາຍພວກເຂົາບໍ່ໄດ້ພັດພາກຈາກກັນ.ພວກເພິ່ນວ່ອງໄວກວ່ານົກອິນຊີ.ພວກເພິ່ນແຂງແຮງກວ່າໂຕສິງ.24“ໂອ້ ພວກລູກສາວແຫ່ງອິດສະຣາເອນ, ຈົ່ງຮ້ອງໄຫ້ໃຫ້ກັບໂຊນ,ຜູ້ທີ່ໃຫ້ພວກເຈົ້າໄດ້ນຸ່ງເຄື່ອງດ້ວຍສີແດງເຂັ້ມ ແລະ ເຄື່ອງປະດັບອັນງົດງາມ,ຜູ້ທີ່ຕົບແຕ່ງເສື້ອລ່າມຂອງພວກເຈົ້າດ້ວຍເຄື່ອງປະດັບຄຳ.25“ວິລະຊົນເກັ່ງກ້າໄດ້ລົ້ມລົງໃນສະໜາມຮົບ!ໂຢນາທານນອນຕາຍຢ່າງຢູ່ເທິງບ່ອນສູງຂອງເຈົ້າ.26ໂອ້ ໂຢນາທານ ອ້າຍຂອງຂ້ອຍເອີຍ, ຂ້ອຍໂສກເສົ້າຄິດຮອດເຈົ້າ.ເຈົ້າເປັນທີ່ຮັກຂອງຂ້ອຍຫລາຍ.ຄວາມຮັກຂອງເຈົ້າທີ່ມີຕໍ່ຂ້ອຍນັ້ນລ້ຳເລີດ.ລ້ຳເລີດຍິ່ງກວ່າຄວາມຮັກຂອງຜູ້ຍິງ.27“ວິລະຊົນເກັ່ງກ້າໄດ້ລົ້ມລົງເສຍແລ້ວ!ອາວຸດສົງຄາມກໍພິນາດຈິບຫາຍໄປ!”Biblica, Inc.