1 ຊາມູເອນ31

ໂຊນ​ຂ້າ​ຕົວ​ຕາຍ

1ຝ່າຍ​ຊາວ​ອິດສະຣາເອນ​ໄດ້​ສູ້ຮົບ​ກັບ​ຊາວ​ຟີລິດສະຕິນ; ຊາວ​ອິດສະຣາເອນ​ໄດ້​ປົບໜີ​ໄປ​ຕໍ່ໜ້າ​ຊາວ​ຟີລິດສະຕິນ ແລະ ມີ​ຫລາຍ​ຄົນ​ລົ້ມ​ຕາຍ​ຢູ່​ເທິງ​ພູເຂົາ​ກິນໂບອາ.2ຊາວ​ຟີລິດສະຕິນ​ໄດ້​ໄລ່ຕາມ​ຈັບ​ໂຊນ ແລະ ບັນດາ​ລູກຊາຍ​ຂອງ​ເພິ່ນ ແລະ ພວກເຂົາ​ໄດ້​ຂ້າ​ລູກຊາຍ​ທັງ​ສາມ​ຂອງ​ເພິ່ນ​ຄື: ໂຢນາທານ, ອາບີນາດາບ ແລະ ມັນກີຊູອາ.3ການ​ສູ້ຮົບ​ເປັນ​ໄປ​ຢ່າງ​ດຸເດືອດ​ຢູ່​ອ້ອມ​ຮອບ​ໂຊນ ແລະ ທະຫານ​ຟີລິດສະຕິນ​ຍິງ​ທະນູ​ໃສ່​ໂຊນ ເຮັດ​ໃຫ້​ໂຊນ​ບາດເຈັບ​ສາຫັດ.
4ໂຊນ​ໄດ້​ເວົ້າ​ກັບ​ຜູ້​ທີ່​ຖື​ອາວຸດ​ຂອງ​ຕົນ​ວ່າ, “ຈົ່ງ​ຖອດ​ດາບ​ຂອງ​ເຈົ້າ​ອອກ ແລ້ວ​ແທງ​ທະລຸ​ຮ່າງ​ຂອງ​ເຮົາ ບໍ່​ດັ່ງນັ້ນ​ຄົນ​ທີ່​ບໍ່​ໄດ້​ຮັບພິທີຕັດ​ເຫລົ່ານີ້​ຈະ​ມາ​ຂ້າ​ເຮົາ ແລະ ນຳ​ຄວາມ​ອັບອາຍ​ມາ​ໃຫ້​ເຮົາ”.
ແຕ່​ຊາຍ​ທີ່​ຖື​ອາວຸດ​ນັ້ນ​ຢ້ານ ແລະ ບໍ່​ກ້າ​ເຮັດ; ດັ່ງນັ້ນ​ໂຊນ​ຈຶ່ງ​ເອົາ​ດາບ​ຂອງ​ເພິ່ນ​ອອກ​ມາ ແລ້ວ​ກໍ​ຖິ້ມ​ຕົວ​ລົງ​ໃສ່​ດາບ​ຂອງ​ຕົນ.
5ເມື່ອ​ຜູ້​ຖື​ອາວຸດ​ເຫັນ​ວ່າ​ໂຊນ​ຕາຍ​ແລ້ວ, ລາວ​ກໍ​ຖອດ​ດາບ​ຂອງ​ຕົນ​ອອກ ແລະ ຂ້າ​ຕົນເອງ​ຕາຍ​ໄປ​ກັບ​ໂຊນ.6ດັ່ງນັ້ນ ໂຊນ ແລະ ລູກຊາຍ​ທັງ​ສາມ​ຄົນ​ຂອງ​ເພິ່ນ ແລະ ຜູ້​ຖື​ອາວຸດ​ກັບ​ຄົນ​ທັງໝົດ​ຂອງ​ໂຊນ​ໄດ້​ຕາຍ​ໄປ​ໃນ​ມື້​ດຽວ​ກັນ.
7ເມື່ອ​ຊາວ​ອິດສະຣາເອນ​ທັງໝົດ​ທີ່​ຢູ່​ຕາມ​ຮ່ອມພູ ແລະ ອີກ​ຟາກ​ໜຶ່ງ​ຂອງ​ແມ່ນ້ຳ​ຈໍແດນ​ເຫັນ​ວ່າ​ກອງທັບ​ອິດສະຣາເອນ​ແຕກ​ໜີ ແລະ ເຫັນ​ວ່າ​ໂຊນ​ກັບ​ບັນດາ​ລູກ​ຂອງ​ເພິ່ນ​ໄດ້​ຕາຍ​ໄປ, ພວກເຂົາ​ກໍ​ພາ​ກັນ​ປະຖິ້ມ​ບ້ານ​ເມືອງ​ໜີ​ໄປ ແລະ ຊາວ​ຟີລິດສະຕິນ​ກໍ​ເຂົ້າ​ຢຶດ​ຄອງ​ພວກເຂົາ.
8ມື້​ຕໍ່ມາ, ເມື່ອ​ຊາວ​ຟີລິດສະຕິນ​ໄດ້​ອອກ​ມາ​ປົດ​ເອົາ​ເຄື່ອງ​ຂອງ​ທີ່​ມີ​ຄ່າ​ອອກ​ຈາກ​ສົບ, ພວກເຂົາ​ໄດ້​ພົບ​ສົບ​ຂອງ​ໂຊນ ແລະ ບັນດາ​ລູກຊາຍ​ຂອງ​ເພິ່ນ​ຢູ່​ເທິງ​ພູເຂົາ​ກິນໂບອາ.9ພວກເຂົາ​ໄດ້​ຕັດ​ຫົວ​ຂອງ​ໂຊນ ແລະ ແກ້​ຍຸດທະພັນ​ຂອງ​ເພິ່ນ​ອອກ, ແລ້ວ​ສົ່ງ​ຜູ້​ນຳ​ຂ່າວ​ໄປ​ທົ່ວ​ດິນແດນ​ຟີລິດສະຕິນ​ເພື່ອ​ແຈ້ງ​ຂ່າວ​ໃນ​ວິຫານ​ແຫ່ງ​ພະ​ຂອງ​ພວກເຂົາ ແລະ ໃນ​ທ່າມກາງ​ປະຊາຊົນ.10ພວກເຂົາ​ໄດ້​ເອົາ​ຍຸດທະພັນ​ຂອງ​ໂຊນ​ໄປ​ເກັບ​ໄວ້​ໃນ​ວິຫານ​ຂອງ​ເຈົ້າແມ່​ອັດສະຕາກ ແລະ ສົບ​ຖືກ​ມັດ​ເຂົ້າ​ກັບ​ກຳແພງ​ເມືອງ​ເບັດຊານ.
11ເມື່ອ​ຊາວ​ຢາເບັດ​ກີເລອາດ​ໄດ້​ຍິນ​ສິ່ງ​ທີ່​ຊາວ​ຟີລິດສະຕິນ​ໄດ້​ເຮັດ​ຕໍ່​ໂຊນ.12ຜູ້​ກ້າຫານ​ຈາກ​ເມືອງ​ນັ້ນ​ກໍ​ເດີນທາງ​ຕະຫລອດ​ຄືນ​ໄປ​ເຖິງ​ເມືອງ​ເບັດຊານ. ພວກເຂົາ​ໄດ້​ປົດ​ເອົາ​ສົບ​ຂອງ​ໂຊນ ແລະ ລູກຊາຍ​ຂອງ​ເພິ່ນ​ລົງ​ມາ​ຈາກ​ກຳແພງ​ເມືອງ​ເບັດຊານ ແລະ ເອົາ​ສົບ​ກັບ​ມາ​ເຜົາ​ຢູ່​ທີ່​ເມືອງ​ຢາເບັດ.13ຫລັງ​ຈາກ​ນັ້ນ ພວກເຂົາ​ກໍ​ນຳ​ເອົາ​ກະດູກ​ມາ ແລະ ຝັງ​ໄວ້​ຢູ່​ກ້ອງ​ຕົ້ນ​ຕາມາຣິ​ຢູ່​ທີ່​ຢາເບັດ ແລະ ພາ​ກັນ​ຖືສິນ​ອົດອາຫານ​ເປັນ​ເວລາ​ເຈັດ​ວັນ.

Biblica, Inc.

https://app.library.bible/content/eab9312f9f16b3a2