2 ຊາມູເອນ2
ການແຕ່ງຕັ້ງດາວິດເປັນກະສັດແຫ່ງຢູດາຍ
1ຫລັງຈາກນັ້ນ, ດາວິດໄດ້ຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນໄປເມືອງໃດເມືອງໜຶ່ງໃນຢູດາຫລືບໍ່?”ພຣະເຈົ້າຢາເວໄດ້ກ່າວວ່າ, “ຈົ່ງໄປ”.
ດາວິດໄດ້ຖາມວ່າ, “ຂ້ານ້ອຍຄວນໄປເມືອງໃດ?”
ພຣະອົງຕອບວ່າ, “ເມືອງເຮັບໂຣນ”.2ດາວິດຈຶ່ງໄປທີ່ນັ້ນພ້ອມກັບເມຍທັງສອງຄົນຂອງຕົນ, ຄືອາຮີໂນອາມແຫ່ງຢິດຊະເຣນ ແລະ ອາບີກາຍເມຍໝ້າຍຂອງນາບານແຫ່ງກາເມນ.3ດາວິດໄດ້ນຳພວກຜູ້ຊາຍທີ່ຢູ່ກັບຕົນ, ຄອບຄົວຂອງພວກເຂົາແຕ່ລະຄົນມານໍາ, ພວກເຂົາຕັ້ງຖິ່ນຖານທີ່ເມືອງເຮັບໂຣນ, ແລະ ທີ່ຫົວເມືອງຕ່າງໆດ້ວຍ.4ຊາວຢູດາມາທີ່ເຮັບໂຣນ ແລະ ພວກເຂົາແຕ່ງຕັ້ງດາວິດເປັນກະສັດແຫ່ງຢູດາຍຢູ່ທີ່ນັ້ນ.
ເມື່ອດາວິດໄດ້ຮູ້ວ່າຊາວເມືອງຢາເບັດກີເລອາດໄດ້ຈັດການຝັງສົບໂຊນ,5ດາວິດຈຶ່ງໄດ້ສົ່ງພວກຜູ້ນຳຂ່າວໄປບອກຊາວຢາເບັດວ່າ, “ຂໍພຣະເຈົ້າຢາເວອວຍພອນພວກທ່ານທີ່ໄດ້ສະແດງຄວາມກະລຸນາຕໍ່ໂຊນ ເຈົ້ານາຍຂອງພວກທ່ານໂດຍຈັດການຝັງສົບຂອງເພິ່ນ.6ບັດນີ້ ຂໍພຣະເຈົ້າຢາເວໄດ້ສະແດງຄວາມກະລຸນາ ແລະ ຄວາມສັດຊື່ຕໍ່ພວກທ່ານ ແລະ ຂ້າພະເຈົ້າເໝືອນກັນກໍຈະສະແດງຄວາມເມດຕາຕໍ່ພວກທ່ານເພາະການກະທຳຄັ້ງນີ້ຂອງພວກທ່ານ.7ບັດນີ້ ຈົ່ງກ້າຫານ ແລະ ເຂັ້ມແຂງເພາະໂຊນເຈົ້ານາຍຂອງພວກທ່ານຕາຍໄປແລ້ວ ແລະ ຊາວຢູດາໄດ້ແຕ່ງຕັ້ງຂ້າພະເຈົ້າຂຶ້ນເປັນກະສັດຂອງພວກເຂົາ”.
ສົງຄາມລະຫວ່າງດາວິດກັບເຊື້ອສາຍຂອງໂຊນ
8ຝ່າຍອັບເນລູກຊາຍຂອງເນຣະຜູ້ບັນຊາການກອງທັບຂອງໂຊນໄດ້ພາອີຊະໂບເຊັດລູກຊາຍຂອງໂຊນໄປທີ່ເມືອງມະຫານາອິມ.9ລາວແຕ່ງຕັ້ງອີຊະໂບເຊັດຂຶ້ນເປັນກະສັດປົກຄອງກີເລອາດ, ອາຊູຣິ ແລະ ຢິດຊະເຣນ ແລະ ເອຟຣາອິມ, ເບັນຢາມິນ ແລະ ທົ່ວອິດສະຣາເອນທັງໝົດ.10ອີຊະໂບເຊັດລູກຂອງໂຊນມີອາຍຸໄດ້ສີ່ສິບປີ ເມື່ອລາວຂຶ້ນເປັນກະສັດຂອງອິດສະຣາເອນ, ແລະ ລາວໄດ້ປົກຄອງຢູ່ສອງປີ. ແຕ່ເຜົ່າຢູດາຍັງສືບຕໍ່ສັດຊື່ຕໍ່ດາວິດ.11ໄລຍະເວລາທີ່ດາວິດເປັນກະສັດຢູ່ປົກຄອງຢູດາຍໃນເມືອງເຮັບໂຣນເປັນເວລາເຈັດປີກັບຫົກເດືອນ.12ອັບເນລູກຊາຍເນຣະກັບຄົນຂອງອີຊະໂບເຊັດລູກຊາຍຂອງໂຊນອອກຈາກມະຫານາອິມ ແລະ ໄປທີ່ກີເບໂອນ.13ຝ່າຍໂຢອາບລູກຊາຍຂອງນາງເຊຣູອີຢາ ແລະ ຄົນຂອງດາວິດອອກມາປະເຊີນໜ້າກັບພວກເຂົາທີ່ສະນໍ້າກີເບໂອນ. ຝ່າຍໜຶ່ງຕັ້ງທ່າຢູ່ສະນໍ້າຟາກໜຶ່ງ ແລະ ອີກຝ່າຍໜຶ່ງກໍຢູ່ອີກຟາກໜຶ່ງ.14ຫລັງຈາກນັ້ນ ອັບເນໄດ້ບອກໂຢອາບວ່າ, “ໃຫ້ຊາຍໜຸ່ມບາງຄົນມາລອງຝີມືກັນຕໍ່ໜ້າເຮົາດີກວ່າ”.ໂຢອາບໄດ້ຕອບວ່າ, “ຕົກລົງ, ໃຫ້ພວກເຂົາສູ້ກັນ”.15ດັ່ງນັ້ນ ຝ່າຍເບັນຢາມິນ ແລະ ອີຊະໂບເຊັດລູກຊາຍຂອງໂຊນຈຶ່ງເລືອກທະຫານມາສິບສອງຄົນ ແລະ ຝ່າຍດາວິດກໍເລືອກສິບສອງຄົນເຊັ່ນກັນ.16ແຕ່ລະຄົນຕ່າງກໍຈັບຫົວຂອງຄູ່ຕໍ່ສູ້ ແລະ ເອົາດາບສັ້ນແທງທີ່ຂ້າງຂອງອີກຝ່າຍ ແລະ ພວກເຂົາຕ່າງກໍລົ້ມຕາຍພ້ອມກັນ. ຫລັງຈາກນັ້ນ ສະຖານທີ່ແຫ່ງນັ້ນໃນກີເບໂອນຈຶ່ງຖືກເອີ້ນວ່າ ເຮນກາດຮັດຊູຣິມ. 17ການສູ້ຮົບກັນຢ່າງດຸເດືອດໃນວັນນັ້ນ, ແລະ ອັບເນ ແລະ ຊາວອິດສະຣາເອນໄດ້ພ່າຍແພ້ຄົນຂອງດາວິດ.18ລູກຊາຍທັງສາມຂອງນາງເຊຣູອີຢາຄື: ໂຢອາບ, ອາບີໄຊ ແລະ ອາສາເຮນຢູ່ທີ່ນັ້ນ. ບັດນີ້ ອາສາເຮນນັ້ນຕີນໄວເໝືອນກວາງນ້ອຍ.19ອາສາເຮນແລ່ນໄລ່ລ້າອັບເນໂດຍບໍ່ຫັນຊ້າຍຫັນຂວາ.20ອັບເນຫລຽວຫລັງມາ ແລະ ຖາມວ່າ, “ອາສາເຮນ, ນັ້ນແມ່ນເຈົ້າບໍ?”
ອາຊາເຮນຕອບວ່າ, “ແມ່ນແລ້ວ”.21ອັບເນໄດ້ເວົ້າກັບລາວວ່າ, “ຫັນໄປທາງຊ້າຍ ຫລື ຂວາກໍໄດ້; ຈົ່ງໄລ່ຕາມຄົນອື່ນແລ້ວປົດອາວຸດພວກເຂົາດີກວ່າ”. ແຕ່ອາສາເຮນບໍ່ຍອມຢຸດແລ່ນໄລ່ຕາມລາວ.22ອັບເນໄດ້ເຕືອນອາສາເຮນອີກວ່າ, “ຈົ່ງເຊົາໄລ່ຕາມຂ້ອຍສາ! ເປັນຫຍັງຂ້ອຍຈະຕ້ອງຂ້າເຈົ້າ? ເຮົາຈະໄປສູ້ໜ້າໂຢອາບອ້າຍຂອງເຈົ້າໄດ້ຢ່າງໃດ?”23ແຕ່ອາສາເຮນຍັງບໍ່ຍອມເຊົາແລ່ນໄລ່ຕາມ; ສະນັ້ນ ອັບເນຈຶ່ງໃຊ້ຫອກແທງເຂົ້າທີ່ທ້ອງຂອງອາສາເຮນ, ແລະ ຫອກລຸຫລັງຂອງລາວ. ລາວລົ້ມລົງຕາຍຄາບ່ອນນັ້ນ. ແລະ ທຸກຄົນທີ່ມາຮອດບ່ອນທີ່ອາຊາເຮນນອນຕາຍຢູ່ກໍຢຸດຢູ່ທີ່ນັ້ນ.24ແຕ່ໂຢອາບກັບອາບີໄຊໄລ່ຕາມອັບເນຕໍ່ໄປ, ແລະ ຂະນະທີ່ດວງຕາເວັນຫາກໍຕົກດິນ, ເມື່ອລາວມາຮອດເນີນພູອຳມາໃກ້ກີອາຕາມເສັ້ນທາງໄປສູ່ຖິ່ນແຫ້ງແລ້ງກັນດານກີເບໂອນ.25ຈາກນັ້ນ ຊາວເບັນຢາມິນຈຶ່ງເຕົ້າໂຮມກັນຕາມອັບເນໄປ. ພວກເຂົາລວມຕົວກັນເປັນກຸ່ມ ແລະ ຢືນເປັນແຖວຢູ່ເທິງເນີນພູ.26ອັບເນຮ້ອງໃສ່ໂຢອາບວ່າ, “ພວກເຮົາຈະຕ້ອງຂ້າກັນຕະຫລອດໄປບໍ? ເຈົ້າບໍ່ຮູ້ບໍວ່າເລື່ອງນີ້ຈະຈົບລົງຢ່າງຂົມຂື່ນ? ອີກດົນປານໃດເຈົ້າຈຶ່ງຈະສັ່ງຄົນຂອງເຈົ້າໃຫ້ເຊົາຕາມຂ້າພີ່ນ້ອງຊາວອິດສະຣາເອນ?”27ໂຢອາບຕອບໄປວ່າ, “ພຣະເຈົ້າມີຊີວິດຢູ່ສັນໃດ, ຖ້າເຈົ້າບໍ່ໄດ້ເວົ້າຂຶ້ນມາ, ພວກເຮົາຈະໄລ່ຕາມພວກເຂົາຈົນເຖິງມື້ອື່ນເຊົ້າ ສັນນັ້ນ”.28ສະນັ້ນ ໂຢອາບກໍເປົ່າແກຂຶ້ນ, ແລະ ທະຫານທັງໝົດຈຶ່ງຢຸດ; ພວກເຂົາຢຸດໄລ່ຕາມຝ່າຍອິດສະຣາເອນ, ຫລື ພວກເຂົາຢຸດສູ້ຮົບກັນ.29ຕະຫລອດທັງຄືນນັ້ນອັບເນ ແລະ ຄົນຂອງເພິ່ນເດີນທາງຜ່ານອາຣາບາ. ພວກເຂົາຂ້າມແມ່ນ້ຳຈໍແດນ, ແລ້ວສືບຕໍ່ຍ່າງຈົນຮອດເຊົ້າ ແລະ ມາຮອດເມືອງມະຫານາອິມ.30ໂຢອາບກໍເຊົາໄລ່ຕາມອັບເນ ແລະ ຮວບຮວມກອງກໍາລັງທັງໝົດ. ນອກຈາກອາສາເຮນແລ້ວມີຄົນຂອງດາວິດສິບເກົ້າຄົນທີ່ຂາດຫາຍໄປ.31ແຕ່ຄົນຂອງດາວິດຂ້າຊາວເບັນຢາມິນທີ່ຢູ່ກັບອັບເນສາມຮ້ອຍຫົກສິບຄົນ.32ພວກເຂົານຳຊາກສົບຂອງອາສາເຮນໄປຝັງໄວ້ໃນອຸບມຸງຂອງພໍ່ລາວທີ່ເບັດເລເຮັມ. ແລ້ວໂຢອາບກັບຄົນຂອງລາວກໍເດີນທາງຕະຫລອດທັງຄືນ ແລະ ມາຮອດເມືອງເຮັບໂຣນໃນຕອນເຊົ້າ.
Biblica, Inc.