2 ກະສັດ9
ເຢຮູໄດ້ຮັບການແຕ່ງຕັ້ງເປັນກະສັດອິດສະຣາເອນ
1ຜູ້ທຳນວາຍເອລີຊາໄດ້ເອີ້ນເອົາຊາຍຄົນໜຶ່ງໃນບັນດາຜູ້ທຳນວາຍມາ ແລະ ເວົ້າກັບລາວວ່າ, “ຈົ່ງຮັດສາຍແອວຂອງເຈົ້າທັບເສື້ອຄຸມຂອງເຈົ້າໃຫ້ແໜ້ນ, ຖືນ້ຳມັນໝາກກອກແກ້ວນີ້ໄປດ້ວຍ ແລະ ໄປທີ່ຣາໂມດກີເລອາດ.2ເມື່ອເຈົ້າໄປເຖິງທີ່ນັ້ນແລ້ວ, ໃຫ້ຖາມຫາເຢຮູ ລູກຊາຍຂອງເຢໂຮຊາຟັດ, ລູກຊາຍຂອງນິມຊີ. ຈົ່ງເປັນຫາລາວ, ນຳລາວອອກມາຈາກເພື່ອນຂອງລາວ ແລະ ພາລາວເຂົ້າໄປໃນຫ້ອງຊັ້ນໃນ.3ແລ້ວຈົ່ງເອົາແກ້ວນ້ຳມັນອອກມາ ແລະ ເທນ້ຳມັນລົງເທິງຫົວຂອງລາວ ແລະ ປະກາດວ່າ, ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເຮົາແຕ່ງຕັ້ງເຈົ້າໃຫ້ເປັນກະສັດເໜືອອິດສະຣາເອນ’. ຫລັງຈາກນັ້ນ ເຈົ້າຈົ່ງເປີດປະຕູ ແລະ ແລ່ນໄປ ຢ່າຊັກຊ້າ!”4ດັ່ງນັ້ນ ຜູ້ທຳນວາຍໜຸ່ມຈຶ່ງໄດ້ໄປທີ່ຣາໂມດກີເລອາດ.5ເມື່ອລາວໄປຮອດທີ່ນັ້ນແລ້ວ ລາວກໍພົບນາຍທະຫານທີ່ກຳລັງນັ່ງຢູ່ນຳກັນ. ລາວຈຶ່ງຖາມວ່າ, “ທ່ານຜູ້ບັນຊາການ, ຂ້ານ້ອຍມີຂໍ້ຄວາມສຳລັບທ່ານ”.ເຢຮູໄດ້ຖາມວ່າ, “ສຳລັບພວກເຮົາຄົນໃດ?”
ລາວໄດ້ຕອບວ່າ. “ທ່ານຜູ້ບັນຊາການ, ທ່ານນັ້ນເອງ”.6ເຢຮູຈຶ່ງລຸກຂຶ້ນ ແລະ ເຂົ້າໄປໃນເຮືອນ. ແລ້ວຜູ້ທຳນວາຍກໍໄດ້ເທນ້ຳມັນລົງເທິງຫົວຂອງເຢຮູ ແລະ ປະກາດວ່າ, “ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ: ‘ເຮົາແຕ່ງຕັ້ງເຈົ້າໃຫ້ເປັນກະສັດເໜືອອິດສະຣາເອນປະຊາຊົນຂອງພຣະເຈົ້າຢາເວ.7ເຈົ້າຈົ່ງທຳລາຍຄອບຄົວອາຮາບນາຍຂອງເຈົ້າ ແລະ ເຮົາຈະແກ້ແຄ້ນໃຫ້ກັບເລືອດຂອງຜູ້ທຳນວາຍຜູ້ຮັບໃຊ້ຂອງເຮົາ ແລະ ບັນດາຜູ້ຮັບໃຊ້ພຣະເຈົ້າຢາເວທີ່ຖືກເຢເຊເບນຂ້າ.8ທັງຄອບຄົວຂອງອາຮາບຈະຈິບຫາຍ. ເຮົາຈະຂ້າຜູ້ຊາຍທຸກຄົນໃນເຊື້ອສາຍຂອງອາຮາບທັງທີ່ເປັນຂ້າທາດ ຫລື ເປັນອິດສະຫລະ ໃນອິດສະຣາເອນ.9ເຮົາຈະໃຫ້ເຊື້ອສາຍຂອງອາຮາບເປັນເໝືອນເຊື້ອສາຍຂອງເຢໂຣໂບອາມລູກຊາຍຂອງເນບັດ ແລະ ເໝືອນເຊື້ອສາຍຂອງບາອາຊາລູກຊາຍຂອງອາຮີຢາ.10ສ່ວນເຢເຊເບນຈະຖືກໝາກັດກິນຢູ່ເທິງທີ່ດິນຜືນນັ້ນໃນຢິດຊະເຣນ ແລະ ຈະບໍ່ມີຜູ້ໃດຝັງສົບຂອງນາງ’ ”. ແລ້ວຜູ້ທຳນວາຍຄົນນັ້ນກໍເປີດປະຕູ ແລະ ແລ່ນອອກໄປ.11ເມື່ອເຢຮູກັບອອກມາຫາໝູ່ນາຍທະຫານຂອງຕົນ, ຄົນໜຶ່ງໃນພວກເຂົາກໍໄດ້ຖາມລາວວ່າ, “ທຸກຢ່າງຮຽບຮ້ອຍດີບໍ? ດ້ວຍເຫດໃດຄົນບ້າຜູ້ນັ້ນຈຶ່ງມາຫາທ່ານ?”
ເຢຮູໄດ້ຕອບວ່າ, “ພວກທ່ານກໍຮູ້ວ່າລາວເປັນຜູ້ໃດ ແລະ ມາເວົ້າເລື່ອງອັນໃດ”.12ພວກເຂົາຕອບວ່າ, “ນັ້ນບໍ່ແມ່ນຄວາມຈິງ! ຈົ່ງບອກພວກເຮົາມາ”.
ເຢຮູຈຶ່ງເວົ້າວ່າ, “ລາວບອກເຮົາວ່າ: ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ‘ເຮົາໄດ້ແຕ່ງຕັ້ງເຈົ້າໃຫ້ເປັນກະສັດເໜືອອິດສະຣາເອນ’ ”.13ພວກເຂົາຈຶ່ງຟ້າວແກ້ເສື້ອຄຸມຂອງຕົນອອກ ແລະ ປູເສື້ອຄຸມເຫລົ່ານັ້ນເທິງຂັ້ນໄດໃຫ້ເຢຮູຢືນ. ຫລັງຈາກນັ້ນ ພວກເຂົາກໍເປົ່າແກ ແລະ ຮ້ອງປະກາດວ່າ, “ເຢຮູເປັນກະສັດ!”
ເຢຮູຂ້າໂຢຣາມ ແລະ ອາຮາຊີຢາ
14ດັ່ງນັ້ນ ເຢຮູລູກຊາຍຂອງເຢໂຮຊາຟັດ ທີ່ເປັນລູກຊາຍຂອງນິມຊີກໍໄດ້ກະບົດຕໍ່ໂຢຣາມ. (ບັດນີ້ ໂຢຣາມກັບກອງທັບອິດສະຣາເອນທັງໝົດໄດ້ສູ້ຮົບປ້ອງກັນເມືອງຣາໂມດກີເລອາດກັບກະສັດຮາຊາເອນແຫ່ງອາຣາມ.15ແຕ່ກະສັດໂຢຣາມ ໄດ້ກັບມາທີ່ຢິດຊະເຣນເພື່ອພັກຟື້ນຈາກອາການບາດເຈັບເພາະມືຂອງຊາວອາຣາມໃນການສູ້ຮົບກັບກະສັດຮາຊາເອນແຫ່ງອາຣາມ). ເຢຮູໄດ້ເວົ້າວ່າ, “ໃນເມື່ອພວກທ່ານເຫັນດີທີ່ຈະໃຫ້ເຮົາເປັນກະສັດ, ກໍຢ່າໃຫ້ຜູ້ໃດລອດອອກໄປຈາງເມືອງນີ້ ແລະ ໄປແຈ້ງຂ່າວນີ້ທີ່ຢິດຊະເຣນ”.16ແລ້ວເຢຮູກໍຂັບລົດມ້າມາທີ່ຢິດຊະເຣນເພາະໂຢຣາມພັກຟື້ນຢູ່ທີ່ນັ້ນ ກະສັດອາຮາຊີຢາແຫ່ງຢູດາຍກໍໄດ້ມາຢ້ຽມໂຢຣາມດ້ວຍ.17ເມື່ອຄົນເຝົ້າຍາມຮັກສາການເທິງຫໍຄອຍຂອງຢິດຊະເຣນເຫັນເຢຮູກັບກອງທະຫານຂອງເຢຮູເຂົ້າມາໃກ້ ລາວກໍຮ້ອງສຽງດັງວ່າ, “ຂ້າພະເຈົ້າເຫັນກອງທະຫານກຳລັງມາທາງນີ້”.ໂຢຣາມໄດ້ສັ່ງວ່າ, “ຈົ່ງສົ່ງທະຫານມ້າໄປພົບພວກເຂົາ ແລະ ຖາມວ່າ, ‘ພວກທ່ານມາຢ່າງສັນຕິບໍ?’ ”18ທະຫານມ້າກໍນັ້ນອອກໄປພົບເຢຮູ ແລະ ເວົ້າວ່າ, “ກະສັດໃຫ້ມາຖາມດັ່ງນີ້ວ່າ: ‘ພວກທ່ານມາຢ່າງສັນຕິບໍ?’ ”
ເຢຮູຕອບວ່າ, “ທ່ານຈະມາເວົ້າອັນໃດເລື່ອງສັນຕິພາບ? ຈົ່ງຕາມເຮົາມາ”.
ຄົນເຝົ້າຍາມຮັກສາການໄດ້ລາຍງານວ່າ, “ຜູ້ສື່ສານໄດ້ອອກໄປພົບພວກເຂົາແລ້ວ ແຕ່ລາວບໍ່ໄດ້ກັບມາ”.19ດັ່ງນັ້ນ ກະສັດໂຢຣາມຈຶ່ງໄດ້ສົ່ງທະຫານມ້າອອກໄປເປັນຄັ້ງທີສອງ. ເມື່ອລາວມາຮອດພວກເຂົາ ລາວກໍເວົ້າວ່າ, “ກະສັດໃຫ້ມາຖາມດັ່ງນີ້ວ່າ: ‘ພວກທ່ານມາຢ່າງສັນຕິບໍ?’ ”
ເຢຮູຕອບວ່າ, “ທ່ານຈະມາເວົ້າອັນໃດເລື່ອງສັນຕິພາບ? ຈົ່ງຕາມເຮົາມາ”.20ຄົນເຝົ້າຍາມຮັກສາການໄດ້ລາຍງານວ່າ, “ຄົນນຳຂ່າວໄດ້ອອກໄປພົບພວກເຂົາແລ້ວ ແຕ່ລາວກໍບໍ່ກັບມາອີກ. ເບິ່ງຈາກການຂັບລົດມ້າແລ້ວອາດຈະເປັນເຢຮູລູກຊາຍຂອງນິມຊີ ລາວຂັບມາໄວຄືຄົນບ້າ”.21ໂຢຣາມໄດ້ສັ່ງວ່າ, “ຕຽມລົດມ້າຂອງເຮົາໃຫ້ພ້ອມ”, ເມື່ອຕຽມພ້ອມແລ້ວ, ກະສັດໂຢຣາມແຫ່ງອິດສະຣາເອນ ແລະ ກະສັດອາຮາຊີຢາແຫ່ງຢູດາຍກໍພາກັນຂຶ້ນລົດມ້າຂອງຕົນອອກມາພົບເຢຮູ ແລະ ປະເຊີນໜ້າກັນຢູ່ທີ່ທົ່ງນາຂອງນາໂບດຊາວຢິດຊະເຣນ.22ເມື່ອໂຢຣາມເຫັນເຢຮູກໍໄດ້ຖາມວ່າ, “ເຢຮູ, ເຈົ້າມາຢ່າງສັນຕິບໍ?”
ເຢຮູຕອບວ່າ, “ຈະສັນຕິໄດ້ຢ່າງໃດໃນເມື່ອຍັງມີການຂາບໄຫວ້ຮູບເຄົາລົບ ແລະ ການຫລິ້ນຄາຖາອາຄົມຂອງເຢເຊເບນແມ່ຂອງທ່ານຢູ່ຢ່າງຫລວງຫລາຍເຊັ່ນນີ້?”23ໂຢຣາມຈຶ່ງຫັນກັບ ແລະ ໜີໄປ, ຮ້ອງບອກອາຮາຊີຢາວ່າ, “ອາຮາຊີຢາ! ພວກນີ້ເປັນກະບົດ!”24ເຢຮູຈຶ່ງໂກ່ງທະນູຂອງຕົນ ແລະ ຍິງໂຢຣາມທີ່ກາງຫລັງ. ລູກທະນູໄດ້ສຽບທະລຸຫົວໃຈຂອງລາວ ແລະ ໂຢຣາມໄດ້ລົ້ມລົງຢູ່ໃນລົດມ້າຂອງຄົນ.25ເຢຮູໄດ້ເວົ້າກັບບິດການທະຫານລົດຮົບຂອງຕົນວ່າ, “ຈົ່ງເອົາສົບຂອງໂຢຣາມຖິ້ມລົງໄປເທິງທົ່ງນາທີ່ເປັນຂອງນາໂບດຊາວຢິດຊະເຣນ. ຈື່ໄດ້ບໍເມື່ອເວລາທີ່ເຮົາສອງຄົນກຳລັງຂີ່ມ້າຕິດຕາມອາຮາບພໍ່ຂອງລາວ ເມື່ອພຣະເຈົ້າຢາເວໄດ້ກ່າວຄຳທຳນວາຍນີ້ແກ່ເຮົາກ່ຽວກັບລາວວ່າ:26‘ພຣະເຈົ້າຢາເວປະກາດດັ່ງນີ້ວ່າ, ມື້ວານນີ້ເຮົາໄດ້ເຫັນເລືອດຂອງນາໂບດກັບບັນດາລູກຊາຍຂອງລາວ ແລະ ເຮົາຈະໃຫ້ເຈົ້າຊົດໃຊ້ສຳລັບສິ່ງນີ້ເທິງທີ່ດິນນີ້. ພຣະເຈົ້າຢາເວກ່າວດັ່ງນັ້ນ’. ດັ່ງນັ້ນ ບັດນີ້ຈົ່ງຖິ້ມຮ່າງກາຍຂອງລາວໄວ້ເທິງທີ່ດິນຜືນນັ້ນ ຕາມຖ້ອຍຄຳຂອງພຣະເຈົ້າຢາເວ”.27ເມື່ອກະສັດອາຮາຊີຢາແຫ່ງຢູດາຍໄດ້ເຫັນສິ່ງທີ່ເກີດຂຶ້ນ, ເພິ່ນກໍໜີໄປຕາມເສັ້ນທາງສູ່ເບັດຮາການ. ເຢຮູໄດ້ຂີ່ມ້າໄລ່ຕາມເພິ່ນ ແລະ ຮ້ອງສຽງດັງວ່າ, “ຈົ່ງຂ້າລາວເໝືອນກັນ!” ພວກທະຫານຈຶ່ງເຮັດໃຫ້ອາຮາຊີຢາບາດເຈັບຢູ່ໃນລົດມ້າລະຫວ່າງທາງຂຶ້ນໄປທີ່ກູນ ເຊິ່ງຢູ່ໃກ້ກັບອິບເລອາມ, ແຕ່ອາຮາຊີຢາໄດ້ໜີໄປໄກຈົນຮອດເມກິດໂດ ແລະ ຕາຍຢູ່ທີ່ນັ້ນ.28ຜູ້ຮັບໃຊ້ຂອງເພິ່ນໄດ້ຮັບສົບຂອງເພິ່ນຂຶ້ນລົດມ້າກັບມາທີ່ເຢຣູຊາເລັມ ແລະ ຝັງສົບຂອງເພິ່ນໄວ້ກັບບັນພະບຸລຸດຂອງເພິ່ນໃນອຸບໂມງຂອງເພິ່ນຢູ່ທີ່ເມືອງດາວິດ.29(ກະສັດອາຮາຊີຢາໄດ້ຂຶ້ນເປັນກະສັດຂອງຢູດາຍ ກົງກັບປີທີສິບເອັດຂອງຊ່ວງການປົກຄອງຂອງກະສັດໂຢຣາມ ລູກຊາຍຂອງອາຮາບ).
ເຢເຊເບນຖືກຂ້າ
30ເມື່ອເຢເຊເບນໄດ້ຍິນວ່າເຢຮູມາທີ່ຢິດຊະເຣນ. ກໍທາຕາ, ເຮັດຜົມຂອງຕົນ ແລະ ເບິ່ງອອກມານອກປ່ອງຢ້ຽມ.31ເມື່ອເຢຮູຜ່ານປະຕູວັງເຂົ້າມາ ນາງກໍຮ້ອງຖາມວ່າ, “ຊິມຣີ, ເຈົ້າຜູ້ຂ້ານາຍຂອງຕົນ, ເຈົ້າມາຢ່າງສັນຕິບໍ?” 32ເຢຮູເບິ່ງຂຶ້ນໄປທີ່ປ່ອງຢ້ຽມ ແລະ ຮ້ອງສຽງດັງວ່າ, “ມີຜູ້ໃດຢູ່ຝ່າຍເຮົາແດ່? ມີຜູ້ໃດແດ່?” ຂັນທີສອງ ຫລື ສາມຄົນກໍເບິ່ງລົງມາທີ່ເຢຮູ.33ເຢຮູຈຶ່ງເວົ້າວ່າ “ຈົ່ງຖິ້ມນາງລົງມາ!”. ດັ່ງນັ້ນ ພວກເຂົາກໍໄດ້ຖິ້ມນາງລົງມາ ແລະ ເລືອດບາງສ່ວນຂອງນາງກໍກະຈາຍໄປຖືກຝາ ແລະ ມ້າ ຂະນະທີ່ພວກເຂົາຢຽບນາງຢູ່ໃຕ້ຕີນ.34ເຢຮູໄດ້ເຂົ້າໄປໃນວັງ ແລະ ໄດ້ກິນກັບດື່ມ. ແລ້ວລາວກໍໄດ້ເວົ້າວ່າ, “ຈົ່ງໃຫ້ຄົນອອກໄປຝັງຍິງທີ່ຖືກສາບແຊ່ງຄົນນັ້ນ ເພາະນາງເປັນລູກສາວກະສັດ”.35ແຕ່ເມື່ອພວກເຂົາອອກໄປຈະຝັງສົບນາງ, ພວກເຂົາກໍບໍ່ພົບຫຍັງ ນອກຈາກຫົວກະໂຫລກ, ກະດູກມື ແລະ ກະດູກຕີນຂອງນາງ.36ພວກເຂົາຈຶ່ງກັບມາ ແລະ ບອກເຢຮູ, ເຢຮູຈຶ່ງເວົ້າວ່າ, “ຖ້ອຍຄຳຂອງພຣະເຈົ້າຢາເວ ທີ່ໄດ້ກ່າວຜ່ານທາງເອລີຢາຊາວຕີຊະເບ ຜູ້ຮັບໃຊ້ຂອງພຣະອົງວ່າ: ໝາຈະກັດກິນຊີ້ນຂອງເຢເຊເບນ ຢູ່ເທິງທີ່ດິນຜືນນັ້ນໃນຢິດຊະເຣນ.37ຮ່າງກາຍຂອງນາງຈະກະຈັດກະຈາຍເໝືອນກັບຂີ້ເຫຍື້ອເທິງທົ່ງນາຂອງຢິດຊະເຣນ ຈົນບໍ່ມີຜູ້ໃດຈະສາມາດບອກໄດ້ວ່າ, ‘ນີ້ຄືເຢເຊເບນ’ ”.Biblica, Inc.