2 ກະສັດ10
ຄອບຄົວຂອງອາຮາບຖືກຂ້າ
1ໃນເມືອງຊາມາເຣຍມີຜູ້ຊາຍທີ່ເປັນເຊື້ອສາຍຂອງອາຮາບຢູ່ເຈັດສິບຄົນ. ດັ່ງນັ້ນ ເຢຮູຈຶ່ງໄດ້ຂຽນຈົດໝາຍ ແລະ ສົ່ງໄປທີ່ຊາມາເຣຍດັ່ງນີ້ວ່າ: ເຖິງເຈົ້າໜ້າທີ່ຂອງຢິດຊະເຣນ, ບັນດາຜູ້ອາວຸໂສ ແລະ ຜູ້ຮັບໃຊ້ຂອງບັນດາເຊື້ອສາຍຂອງອາຮາບ. ເຢຮູໄດ້ເວົ້າວ່າ,2“ໃນເມື່ອບັນດາລູກຊາຍຂອງນາຍຂອງທ່ານກໍຢູ່ກັບທ່ານ ແລະ ທ່ານມີລົດມ້າ, ມ້າ, ເມືອງທີ່ມີປ້ອມປ້ອງກັນ ແລະ ອາວຸດ. ດັ່ງນັ້ນ ທັນທີທີ່ທ່ານໄດ້ຮັບຈົດໝາຍສະບັບນີ້,3ຈົ່ງເລືອກເອົາລູກຊາຍຄົນທີ່ດີເລີດທີ່ສຸດຂອງນາຍຂອງທ່ານ ແລະ ຕັ້ງລາວໄວ້ເທິງບັນລັງຂອງພໍ່ຂອງລາວ. ຫລັງຈາກນັ້ນ ຈົ່ງຕໍ່ສູ້ເພື່ອຄອບຄົວຂອງນາຍຂອງທ່ານ”.4ແຕ່ພວກເຂົາໄດ້ຢ້ານກົວຫລາຍ ແລະ ເວົ້າວ່າ, “ຖ້າກະສັດສອງຄົນຍັງບໍ່ສາມາດຕໍ່ສູ້ກັບລາວໄດ້ ແລ້ວພວກເຮົາຈະສາມາດເຮັດຫຍັງໄດ້?”5ດັ່ງນັ້ນ ຜູ້ບໍລິຫານວັງ, ຂ້າລາຊະການທີ່ປົກຄອງເມືອງ, ບັນດາຜູ້ອາວຸໂສ ແລະ ຜູ້ຮັບໃຊ້ທັງຫລາຍຈຶ່ງໄດ້ສົ່ງຈົດໝາຍມາຫາເຢຮູວ່າ, “ພວກເຮົາເປັນຜູ້ຮັບໃຊ້ຂອງທ່ານ ແລະ ພວກເຮົາຈະປະຕິບັດຕາມຄຳສັ່ງຂອງທ່ານທຸກຢ່າງ. ພວກເຮົາຈະບໍ່ແຕ່ງຕັ້ງຜູ້ໃດເປັນກະສັດ; ທ່ານຈົ່ງເຮັດຕາມທີ່ເຫັນວ່າດີທີ່ສຸດ”.6ເຢຮູໄດ້ຂຽນຈົດໝາຍສະບັບທີສອງໄປຫາຄົນເຫລົ່ານັ້ນ ແລະ ເວົ້າວ່າ, “ຖ້າພວກທ່ານທັງຫລາຍເປັນຝ່າຍເຮົາ ແລະ ຈະເຊື່ອຟັງເຮົາ, ກໍຈົ່ງນຳເອົາຫົວຂອງບັນດາລູກຊາຍຂອງນາຍຂອງພວກທ່ານມາໃຫ້ເຮົາຢູ່ທີ່ຢິດຊະເຣນມື້ອື່ນໃນເວລາດຽວກັນນີ້”.ຂະນະນັ້ນເຈົ້າຊາຍທັງເຈັດສິບຄົນຂອງອາຮາບທີ່ພັກຢູ່ຕາມເຮືອນຂອງບັນດາຜູ້ນຳຂອງເມືອງ ເຊິ່ງລ້ຽງດູພວກເຂົາມາ.7ເມື່ອຜູ້ນຳເຫລົ່ານັ້ນໄດ້ຮັບຈົດໝາຍ, ພວກເຂົາກໍໄດ້ເອົາບັນດາເຈົ້າຊາຍເຫລົ່ານັ້ນໄປ ແລະ ຂ້າພວກເຂົາທັງໝົດເຈັດສິບຄົນ. ພວກເຂົາໄດ້ຕັດຫົວໃສ່ກະຕ່ານຳໄປມອບໃຫ້ເຢຮູຢູ່ທີ່ຢິດຊະເຣນ.8ເມື່ອຜູ້ສື່ສານມາຮອດ ແລະ ໄດ້ບອກເຢຮູວ່າ, “ພວກເຂົາໄດ້ນຳຫົວຂອງບັນດາເຈົ້າຊາຍມາແລ້ວ”.
ເຢຮູກໍໄດ້ສັ່ງວ່າ, “ຈົ່ງເອົາຫົວເຫລົ່ານັ້ນໄປກອງສຸມກັນເປັນສອງກອງຢູ່ທີ່ບ່ອນທາງເຂົ້າປະຕູເມືອງຈົນຮອດມື້ເຊົ້າ”.9ເຊົ້າມື້ຕໍ່ມາ ເຢຮູກໍອອກໄປຢືນຢູ່ຕໍ່ໜ້າປະຊາຊົນທັງໝົດ ແລະ ເວົ້າວ່າ, “ພວກທ່ານບໍ່ໄດ້ເຮັດຜິດອັນໃດ. ຂ້າພະເຈົ້າເອງທີ່ສົມຮູ້ຮ່ວມຄິດຕໍ່ຕ້ານນາຍຂອງຂ້າພະເຈົ້າ ແລະ ໄດ້ຂ້າເພິ່ນ, ແຕ່ຜູ້ໃດທີ່ໄດ້ຂ້າເຊື້ອສາຍເຫລົ່ານີ້ທັງໝົດ?10ດັ່ງນັ້ນ ຈົ່ງຮູ້ໄວ້ວ່າຖ້ອຍຄຳທີ່ພຣະເຈົ້າຢາເວກ່າວໄວ້ກ່ຽວກັບຄອບຄົວຂອງອາຮາບຈະສຳເລັດທຸກປະການ. ພຣະເຈົ້າຢາເວໄດ້ເຮັດຕາມທີ່ພຣະອົງໄດ້ປະກາດໄວ້ຜ່ານທາງເອລີຢາຜູ້ຮັບໃຊ້ຂອງພຣະອົງ”.11ດັ່ງນັ້ນ ເຢຮູກໍໄດ້ຂ້າຄົນໃນຄອບຄົວຂອງອາຮາບທີ່ເຫລືອຢູ່ໃນຢິດຊະເຣນທຸກຄົນ, ລວມທັງຜູ້ຮັບໃຊ້ຄົນສຳຄັນຂອງເພິ່ນ, ສະຫາຍຄົນສະໜິດຂອງເພິ່ນ ແລະ ປະໂລຫິດຂອງເພິ່ນ, ບໍ່ມີຜູ້ໃດເຫລືອລອດຈັກຄົນ.12ແລ້ວເຢຮູອອກເດີນທາງ ແລະ ໄປທີ່ຊາມາເຣຍ. ທີ່ເບັດອີເກັດ ໝູ່ບ້ານຂອງຄົນລ້ຽງແກະ,13ເຢຮູໄດ້ພົບຍາດພີ່ນ້ອງຂອງອາຮາຊີຢາກະສັດແຫ່ງຢູດາຍ, ຈຶ່ງໄດ້ຖາມວ່າ, “ພວກທ່ານແມ່ນຜູ້ໃດ?”
ພວກເຂົາຕອບວ່າ, “ພວກເຮົາເປັນຍາດພີ່ນ້ອງຂອງກະສັດອາຮາຊີຢາ ແລະ ພວກເຮົາລົງມາຢ້ຽມຄອບຄົວຂອງກະສັດ ແລະ ແມ່ຂອງເພິ່ນ”.14ເຢຮູໄດ້ສັ່ງວ່າ, “ຈັບໂຕພວກເຂົາໄວ້”. ແລ້ວພວກເຂົາກໍຈັບກຸມຄົນເຫລົ່ານັ້ນໄປທີ່ບໍ່ນ້ຳແຫ່ງເບັດອີເກັດ ແລະ ໄດ້ຂ້າພວກເຂົາທັງໝົດ 42 ຄົນ ບໍ່ໃຫ້ຜູ້ໃດເຫລືອລອດຈັກຄົນ.15ຫລັງຈາກທີ່ເຢຮູເດີນທາງອອກຈາກທີ່ນັ້ນ, ເພິ່ນກໍພົບເຢໂຮນາດາບລູກຊາຍຂອງເຣກາບ ເຊິ່ງໄດ້ອອກມາຕ້ອນຮັບເພິ່ນ. ເຢຮູໄດ້ທັກທາຍແລ້ວເວົ້າວ່າ, “ທ່ານມີຄວາມຄິດອັນດຽວກັນກັບຂ້າພະເຈົ້າ ເໝືອນທີ່ຂ້າພະເຈົ້າມີຄວາມຄິດອັນດຽວກັນກັບທ່ານບໍ?”
ເຢໂຮນາດາບຕອບວ່າ, “ແມ່ນແລ້ວ”.
ເຢຮູຈຶ່ງເວົ້າວ່າ, “ຖ້າເປັນຢ່າງນັ້ນ, ໃຫ້ຍື່ນມືຂອງທ່ານມາໃຫ້ຂ້າພະເຈົ້າ”. ດັ່ງນັ້ນ ເຢໂຮນາດາບກໍໄດ້ເຮັດຕາມ ແລ້ວເຢຮູກໍຊ່ວຍດຶງເຢໂຮນາດາບຂຶ້ນມາເທິງລົດມ້າ.16ເຢຮູໄດ້ເວົ້າວ່າ, “ຈົ່ງມາກັບເຮົາ ແລະ ມາເບິ່ງວ່າເຮົາກະຕືລືລົ້ນເພື່ອພຣະເຈົ້າຢາເວ”. ແລ້ວເຢຮູກໍໃຫ້ເຢໂຮນາດາບຂີ່ລົດມ້າໄປນຳ.17ເມື່ອເຢຮູມາເຖິງຊາມາເຣຍ, ເພິ່ນກໍໄດ້ຂ້າຄົນທີ່ເຫລືອຢູ່ທັງໝົດໃນຄອບຄົວຂອງອາຮາບ; ເພິ່ນໄດ້ທຳລາຍພວກເຂົາ ຕາມຖ້ອຍຄຳຂອງພຣະເຈົ້າຢາເວທີ່ໄດ້ກ່າວໄວ້ກັບເອລີຢາ.
ຂ້າຜູ້ຮັບໃຊ້ຂອງພະບາອານ
18ແລ້ວເຢຮູກໍເອີ້ນປະຊາຊົນທັງໝົດມາເຕົ້າໂຮມກັນ ແລະ ເວົ້າກັບພວກເຂົາວ່າ, “ອາຮາບໄດ້ຮັບໃຊ້ພະບາອານໜ້ອຍດຽວ. ເຢຮູຈະຮັບໃຊ້ພະບາອານໃຫ້ຫລາຍ.19ຈົ່ງເອີ້ນບັນດາຜູ້ທຳນວາຍ ແລະ ປະໂລຫິດຂອງພະບາອານ ລວມທັງຜູ້ຮັບໃຊ້ພະບາອານທັງໝົດມາ. ຢ່າໃຫ້ຂາດແມ່ນແຕ່ຄົນດຽວ ເພາະເຮົາຈະຈັດໃຫ້ມີການຖວາຍບູຊາຄັ້ງໃຫຍ່ແກ່ພະບາອານ. ຜູ້ໃດບໍ່ມາຈະຕ້ອງບໍ່ມີຊີວິດຢູ່”. ແຕ່ເຢຮູໄດ້ເຮັດຫລອກລວງເພື່ອຈະທຳລາຍບັນດາຜູ້ທີ່ຮັບໃຊ້ພະບາອານ.20ເຢຮູໄດ້ເວົ້າວ່າ, “ຈົ່ງມາຊຸມນຸມກັນເພື່ອເປັນການໃຫ້ກຽດແກ່ພະບາອານ”. ດັ່ງນັ້ນ ພວກເຂົາຈຶ່ງໄດ້ປະກາດຂໍ້ຄວາມນັ້ນ.21ແລ້ວເຢຮູກໍໄດ້ແຈ້ງຂໍ້ຄວາມນັ້ນໄປທົ່ວແດນອິດສະຣາເອນ ແລະ ຜູ້ທີ່ຮັບໃຊ້ພະບາອານທຸກຄົນກໍພາກັນມາ; ບໍ່ມີຈັກຄົນທີ່ບໍ່ຍອມມາ. ພວກເຂົາບຽດກັນເຂົ້າໄປໃນວິຫານຂອງພະບາອານຈົນເຕັມ ຕັ້ງແຕ່ສົ້ນເບື້ອງໜຶ່ງໄປຫາອີກສົ້ນເບື້ອງໜຶ່ງ.22ແລະ ເຢຮູໄດ້ເວົ້າກັບຄົນເບິ່ງແຍງຕູ້ເສື້ອຄຸມວ່າ, “ຈົ່ງນຳເສື້ອຄຸມມາໃຫ້ຜູ້ຮັບໃຊ້ພະບາອານໃຫ້ຄົບທຸກຄົນ”. ດັ່ງນັ້ນ ລາວຈຶ່ງນຳເສື້ອຄຸມອອກມາໃຫ້ພວກເຂົາ.23ຫລັງຈາກນັ້ນ ເຢຮູ ແລະ ເຢໂຮນາດາບ ລູກຊາຍຂອງເຣກາບກໍໄດ້ເຂົ້າໄປໃນວິຫານຂອງພະບາອານ. ເຢຮູໄດ້ເວົ້າກັບຜູ້ຮັບໃຊ້ຂອງພະບາອານວ່າ, “ຈົ່ງເບິ່ງໃຫ້ດີ ແລະ ຢ່າໃຫ້ມີຜູ້ຮັບໃຊ້ຂອງພຣະເຈົ້າຢາເວມາຮ່ວມຢູ່ໃນນີ້ກັບພວກເຈົ້າ ໃຫ້ມີແຕ່ຜູ້ທີ່ຮັບໃຊ້ພະບາອານເທົ່ານັ້ນ”.24ດັ່ງນັ້ນ ພວກເຂົາຈຶ່ງໄດ້ເລີ່ມຖວາຍເຄື່ອງບູຊາ ແລະ ເຄື່ອງເຜົາບູຊາ. ບັດນີ້ ເຢຮູໄດ້ວາງກອງກຳລັງແປດສິບຄົນໄວ້ຢູ່ນອກວິຫານພ້ອມກັບສັ່ງພວກເຂົາວ່າ: “ຖ້າພວກເຈົ້າຄົນໃດປ່ອຍໃຫ້ຄົນທີ່ເຮົາມອບໝາຍໄວ້ໃນມືຂອງພວກເຈົ້ານັ້ນໜີລອດໄປໄດ້ແມ່ນແຕ່ຄົນດຽວ, ເຮົາຈະເອົາຊີວິດຂອງພວກເຈົ້າແທນຊີວິດຂອງລາວ”.25ເມື່ອຖວາຍເຄື່ອງເຜົາບູຊາສຳເລັດແລ້ວ ເຢຮູກໍໄດ້ສັ່ງທະຫານ ແລະ ຄົນເຝົ້າຍາມວ່າ: “ຈົ່ງເຂົ້າໄປຂ້າງໃນ ແລະ ຂ້າພວກເຂົາໃຫ້ໝົດ; ຢ່າໃຫ້ໜີລອດໄປໄດ້ຈັກຄົນ”. ພວກເຂົາຈຶ່ງໄດ້ຂ້າຄົນເຫລົ່ານັ້ນທັງໝົດດ້ວຍດາບ. ພວກຄົນເຝົ້າຍາມ ແລະ ພວກທະຫານໄດ້ໂຍນສົບເຫລົ່ານັ້ນອອກມາຂ້າງນອກ ແລະ ຫລັງຈາກນັ້ນ ເຂົ້າໄປທີ່ສະຖານບູຊາຊັ້ນໃນຂອງວິຫານຂອງພະບາອານ.26ພວກເຂົາໄດ້ນຳເອົາຫີນສັກສິດຂອງພະບາອານອອກມາຈາກວິຫານ ແລະ ຈູດມັນຖິ້ມ.27ພວກເຂົາຮື້ຫີນສັກສິດຂອງພະບາອານ ແລະ ພັງວິຫານຂອງພະບາອານ, ແລ້ວປະຊາຊົນກໍໃຊ້ທີ່ນັ້ນເປັນຫ້ອງນ້ຳຕັ້ງແຕ່ນັ້ນມາ.28ດັ່ງນັ້ນ ເຢຮູໄດ້ທຳລາຍການກາບໄຫວ້ພະບາອານໄປຈາກອິດສະຣາເອນ.29ແຕ່ເຢຮູຍັງເຮັດບາບຕາມເຢໂຣໂບອາມ ລູກຊາຍຂອງເນບັດ ເຊິ່ງໄດ້ເຮັດໃຫ້ອິດສະຣາເອນເຮັດຕາມ ຄືກາບໄຫວ້ງົວຄຳຢູ່ທີ່ເບັດເອນ ແລະ ດານ.30ພຣະເຈົ້າຢາເວໄດ້ເວົ້າກັບເຢຮູວ່າ, “ເພາະເຈົ້າໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງເຮົາສຳເລັດໄປດ້ວຍດີ ແລະ ໄດ້ທຳລາຍເຊື້ອສາຍຂອງອາຮາບຕາມທີ່ເຮົາໄດ້ຕັ້ງໃຈໄວ້ທຸກປະການ, ດັ່ງນັ້ນ ເຊື້ອສາຍຂອງເຈົ້າຈະໄດ້ນັ່ງເທິງບັນລັງຂອງອິດສະຣາເອນເຖິງສີ່ຊົ່ວຄົນ”.31ແຕ່ເຢຮູບໍ່ໄດ້ເອົາໃຈໃສ່ເຮັດຕາມກົດບັນຍັດຂອງພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ ດ້ວຍສຸດຈິດສຸດໃຈຂອງຕົນ ເຢຮູບໍ່ໄດ້ຫັນໜີຈາກບາບຂອງເຢໂຣໂບອາມ, ເຊິ່ງເພິ່ນໄດ້ເຮັດໃຫ້ອິດສະຣາເອນເຮັດຕາມ.32ໃນເວລານັ້ນ ພຣະເຈົ້າຢາເວໄດ້ເລີ່ມຫລຸດຂະໜາດຂອງອິດສະຣາເອນ. ຮາຊາເອນມີກຳລັງເໜືອອິດສະຣາເອນທົ່ວດິນແດນຂອງພວກເຂົາ.33ທາງແຖບຕາເວັນອອກຂອງແມ່ນ້ຳຈໍແດນ ໃນດິນແດນກີເລອາດທັງໝົດ (ເຂດເຜົ່າກາດ, ຣູເບັນ ແລະ ມານາເຊ), ຈາກອາໂຣເອ, ຕາມຝັ່ງແມ່ນ້ຳອາກໂນນຜ່ານກີເລອາດໄປຈົນເຖິງບາຊານ.34ເຫດການອື່ນໆໃນຊ່ວງການປົກຄອງຂອງກະສັດເຢຮູ, ພາລະກິດທັງໝົດທີ່ເພິ່ນໄດ້ເຮັດ ແລະ ຄວາມສຳເລັດທັງໝົດຂອງເພິ່ນແມ່ນມີບັນທຶກໄວ້ໃນປື້ມບັນທຶກຂອງກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ?35ແລ້ວເຢຮູໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ໃນຊາມາເຣຍ. ແລ້ວເຢໂຮອາຮາດລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນ.36ເຢຮູໄດ້ປົກຄອງເໜືອອິດສະຣາເອນໃນຊາມາເຣຍເປັນເວລາ 28 ປີ.Biblica, Inc.