2 ກະສັດ8
ຍິງຊາວຊູເນມໄດ້ທີ່ດິນກັບຄືນມາ
1ເອລີຊາເວົ້າກັບຍິງທີ່ເພິ່ນໄດ້ຊ່ວຍຊີວິດລູກຊາຍຂອງນາ, “ຈົ່ງພາຄອບຄົວຂອງເຈົ້າຍ້າຍໄປຢູ່ບ່ອນອື່ນຊົ່ວຄາວ, ເພາະພຣະເຈົ້າຢາເວໄດ້ສັ່ງໃຫ້ເກີດການອຶດຢາກອາຫານໃນແຜ່ນດິນອິດສະຣາເອນເຖິງເຈັດປີ”.2ຍິງນັ້ນກໍໄດ້ປະຕິບັດຕາມທີ່ຄົນຂອງພຣະເຈົ້າໄດ້ບອກ. ນາງ ແລະ ຄອບຄົວຂອງນາງໄດ້ພາກັນໄປອາໄສຢູ່ທີ່ແຜ່ນດິນຟີລິດສະຕິນເປັນເວລາເຈັດປີ.3ເມື່ອຄົບເຈັດປີແລ້ວ ນາງກໍກັບມາຈາກດິນແດນຟີລິດສະຕິນ ແລະ ໄດໄປພົບກະສັດເພື່ອຂໍຮັບເຮືອນ ແລະ ທີ່ດິນຂອງຕົນຄືນ.4ກະສັດອິດສະຣາເອນກຳລັງເວົ້າກັບເກຮາຊິ ຄົນຮັບໃຊ້ຂອງເອລີຊາວ່າ, “ຈົ່ງເລົ່າກ່ຽວກັບການໃຫຍ່ທັງໝົດທີ່ເອລີຊາໄດ້ເຮັດນັ້ນໃຫ້ເຮົາຟັງ”.5ຂະນະທີ່ເກຮາຊິກຳລັງບອກກະສັດວ່າເອລີຊາຊ່ວຍເດັກຊາຍຄົນໜຶ່ງໃຫ້ຟື້ນຊີວິດຄືນມາໄດ້ຢ່າງໃດຢູ່ນັ້ນ, ຍິງທີ່ເປັນແມ່ຂອງເດັກຊາຍທີ່ເອລີຊາໄດ້ຊ່ວຍໃຫ້ຟື້ນຊີວິດຄືນມານັ້ນກໍເຂົ້າມາຫາກະສັດເພື່ອຂໍເຮືອນ ແລະ ທີ່ດິນຂອງຕົນຄືນ.ເກຮາຊິຈຶ່ງໄດ້ຕອບວ່າ, “ຂ້າແດ່ກະສັດ, ນີ້ແມ່ນຍິງຄົນນັ້ນ ແລະ ນີ້ກໍແມ່ນລູກຊາຍຂອງນາງທີ່ເອລີຊາຊ່ວຍໃຫ້ຟື້ນຊີວິດຄືນມາ”.6ກະສັດຈຶ່ງໄດ້ຖາມນາງກ່ຽວກັບເລື່ອງນັ້ນ ແລະ ນາງກໍໄດ້ບອກເພິ່ນ.
ແລ້ວກະສັດອິດສະຣາເອນກໍໄດ້ມອບໝາຍໃຫ້ຜູ້ຮັບໃຊ້ຄົນໜຶ່ງຈັດການເລື່ອງຂອງນາງ ແລະ ໄດ້ບອກລາວວ່າ, “ຈົ່ງມອບທຸກສິ່ງທີ່ເປັນຂອງນາງຄືນໃຫ້ແກ່ນາງ, ລວມທັງລາຍໄດ້ຈາກທີ່ດິນຂອງນາງຕັ້ງແຕ່ມື້ທີ່ນາງຈາກໄປຈົນເຖິງປັດຈຸບັນນີ້ດ້ວຍ”.
ຮາຊາເອນຂ້າເບັນຮາດາດ
7ເອລີຊາໄດ້ໄປທີ່ດາມັສກັດ ແລະ ກະສັດເບັນຮາດາດແຫ່ງອາຣາມກໍເຈັບປ່ວຍ. ເມື່ອມີຄົນມາບອກກະສັດວ່າ, “ຄົນຂອງພຣະເຈົ້າໄດ້ເດີນທາງມາທີ່ນີ້”,8ເພິ່ນກໍເວົ້າກັບຮາຊາເອນວ່າ, “ຈົ່ງນຳຂອງຝາກໄປພ້ອມກັບເຈົ້າ ແລະ ໄປພົບຄົນຂອງພຣະເຈົ້າ. ໃຫ້ລາວຊ່ວຍຖາມພຣະເຈົ້າຢາເວວ່າ, ‘ເຮົາຈະຫາຍດີຈາກການເຈັບປ່ວຍທັງຫລາຍນີ້ບໍ?’ ”9ຮາຊາເອນກໍໄດ້ໄປພົບເອລີຊາ, ພ້ອມກັບນຳເອົາສິນຄ້າທີ່ດີທີ່ສຸດຂອງດາມັສກັດບັນທຸກອູດສີ່ສິບໂຕມາເປັນຂອງຝາກ. ລາວມາຢືນຢູ່ຕໍ່ໜ້າເອລີຊາ ແລະ ເວົ້າວ່າ, “ກະສັດເບັນຮາດາດແຫ່ງອາຣາມລູກຊາຍຂອງທ່ານໄດ້ສົ່ງຂ້ານ້ອຍມາຖາມທ່ານວ່າ, ‘ເຮົາຈະຫາຍດີຈາກການເຈັບປ່ວຍທັງຫລາຍນີ້ບໍ?’ ”10ເອລີຊາໄດ້ຕອບວ່າ, “ຈົ່ງໄປ ແລະ ບອກເພິ່ນວ່າ, ‘ທ່ານຈະຫາຍດີແນ່ນອນ’. ແຕ່ ພຣະເຈົ້າຢາເວໄດ້ເປີດເຜີຍແກ່ເຮົາວ່າເພິ່ນຈະຕາຍແທ້”.11ເອລີຊາຈ້ອງໜ້າຮາຊາເອນໂດຍບໍ່ພັບຕາຈົນລາວຮູ້ສຶກອຶດອັດ. ແລ້ວຄົນຂອງພຣະເຈົ້າກໍເລີ່ມຮ້ອງໄຫ້.12ຮາຊາເອນຖາມວ່າ “ດ້ວຍເຫດໃດທ່ານຈຶ່ງຮ້ອງໄຫ້?”ເອລີຊາໄດ້ຕອບວ່າ, “ເພາະເຮົາຮູ້ເຖິງເຫດການຊົ່ວຮ້າຍທີ່ທ່ານຈະເຮັດແກ່ຊາວອິດສະຣາເອນ, ທ່ານຈະເຜົາປ້ອມປ້ອງກັນຂອງລາວ, ຂ້າຄົນໜຸ່ມຂອງພວກເຂົາດ້ວຍດາບ ຈັບເດັກນ້ອຍໆຂອງພວກເຂົາຟາດລົງພື້ນ ແລະ ຜ່າທ້ອງຍິງຖືພາຂອງພວກເຂົາ”.13ຮາຊາເອນໄດ້ເວົ້າວ່າ, “ຜູ້ຮັບໃຊ້ຂອງທ່ານເປັນພຽງໝາໂຕໜຶ່ງຈະເຮັດການໃຫຍ່ເຊັ່ນນັ້ນໄດ້ບໍ?”
ເອລີຊາໄດ້ຕອບວ່າ, “ພຣະເຈົ້າຢາເວໄດ້ສະແດງແກ່ຂ້າພະເຈົ້າວ່າທ່ານຈະໄດ້ເປັນກະສັດແຫ່ງອາຣາມ”.14ແລ້ວຮາຊາເອນກໍໄປຈາກເອລີຊາ ແລະ ກັບຄືນໄປຫານາຍຂອງຕົນ. ເມື່ອກະສັດເບັນຮາດາດຖາມວ່າ, “ເອລີຊາບອກຫຍັງເຈົ້າແດ່?” ຮາຊາເອນຕອບວ່າ, “ເພິ່ນບອກຂ້ານ້ອຍວ່າທ່ານຈະຫາຍດີຈາກການເຈັບປ່ວຍແທ້”.15ແຕ່ມື້ຕໍ່ມາ ຮາຊາເອນກໍເອົາເຄື່ອງນຸ່ງທີ່ໜາຈຸ່ມໃນນ້ຳ ແລະ ເອົາໄປປົກໜ້າຂອງກະສັດ, ດັ່ງນັ້ນ ກະສັດຈຶ່ງຕາຍ. ແລ້ວຮາຊາເອນກໍຂຶ້ນເປັນກະສັດແທນ.
ກະສັດເຢໂຮຣາມແຫ່ງຢູດາຍ
16ໃນຂະນະທີ່ເຢໂຮຊາຟັດຍັງຄົງເປັນກະສັດຢູດາຍຢູ່, ເຢໂຮຣາມ ລູກຊາຍຂອງເພິ່ນກໍເລີ່ມຂຶ້ນປົກຄອງ ກົງກັບປີທີຫ້າຂອງການປົກຄອງຂອງກະສັດໂຢຣາມແຫ່ງອິດສະຣາເອນ ລູກຊາຍຂອງອາຮາບ.17ຂະນະທີ່ຂຶ້ນເປັນກະສັດເຢໂຮຣາມມີອາຍຸ 32 ປີ ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມເປັນເວລາ 8 ປີ.18ເພິ່ນໄດ້ເຮັດຕາມແບບຢ່າງຂອງບັນດາກະສັດແຫ່ງອິດສະຣາເອນ, ຕາມແບບຢ່າງຄອບຄົວຂອງອາຮາບໄດ້ເຮັດ, ເພາະເພິ່ນໄດ້ແຕ່ງງານກັບລູກສາວຄົນໜຶ່ງຂອງອາຮາບ. ເພິ່ນໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວ.19ແຕ່ພຣະເຈົ້າຢາເວບໍ່ຢາກຈະທຳລາຍລ້າງຢູດາຍ. ເພາະເຫັນແກ່ດາວິດຜູ້ຮັບໃຊ້ຂອງພຣະອົງ ພຣະອົງໄດ້ສັນຍາໄວ້ວ່າຈະຮັກສາຕະກຽງໜ່ວຍໜຶ່ງໄວ້ສຳລັບດາວິດ ແລະ ເຊື້ອສາຍຂອງເພິ່ນຕະຫລອດໄປ.20ໃນສະໄໝຂອງເຢໂຮຣາມ, ເອໂດມໄດ້ກະບົດຕໍ່ຢູດາຍ ແລະ ໄດ້ຕັ້ງກະສັດຕົນເອງຂຶ້ນ.21ເຢໂຮຣາມ ຈຶ່ງໄປທີ່ຊາອີພ້ອມດ້ວຍລົດມ້າທັງໝົດຂອງເພິ່ນ. ຊາວເອໂດມປິດລ້ອມເພິ່ນກັບຜູ້ບັນຊາການລົດມ້າຮົບຂອງເພິ່ນ, ແຕ່ເຢໂຮຣາມໄດ້ຕີຝ່າວົງລ້ອມອອກໄປໄດ້ໃນເວລາກາງຄືນ; ສ່ວນກອງທັບຂອງເພິ່ນແມ່ນໜີກັບເມືອເຮືອນ.22ເອໂດມຈຶ່ງກະບົດຕໍ່ຢູດາຍຈົນເຖິງທຸກວັນນີ້. ຄັ້ງນັ້ນລິບນາກໍກະບົດດ້ວຍ.23ເຫດການອື່ນໆໃນຊ່ວງການປົກຄອງຂອງເຢໂຮຣາມ ແລະ ພາລະກິດຕ່າງໆທີ່ເພິ່ນໄດ້ເຮັດແມ່ນມີບັນທຶກໄວ້ປຶ້ມປະຫວັດສາດຂອງກະສັດແຫ່ງຢູດາຍບໍ່ແມ່ນບໍ?24ແລ້ວເຢໂຮຣາມກໍລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ດ້ວຍກັນກັບພວກເພິ່ນຢູ່ໃນເມືອງດາວິດ. ແລ້ວອາຮາຊີຢາ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດແທນ.ກະສັດອາຮາຊີຢາແຫ່ງຢູດາຍ
25ອາຮາຊີຢາລູກຊາຍຂອງກະສັດເຢໂຮຣາມແຫ່ງຢູດາຍໄດ້ຂຶ້ນປົກຄອງ ກົງກັບປີທີສິບສອງຂອງການປົກຄອງຂອງກະສັດໂຢຣາມ ລູກຊາຍຂອງອາຮາບແຫ່ງອິດສະຣາເອນ.26ອາຮາຊີຢາມີອາຍຸ 22 ປີ ເມື່ອເພິ່ນຂຶ້ນເປັນກະສັດ ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມ 1 ປີ. ແມ່ຂອງເພິ່ນມີຊື່ວ່າອາທາລີຢາ, ເປັນຫລານສາວຂອງກະສັດອົມຣິແຫ່ງອິດສະຣາເອນ.27ອາຮາຊີຢາໄດ້ດຳເນີນຊີວິດຕາມແບບຢ່າງຂອງຄອບຄົວອາຮາບ ແລະ ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວ, ຕາມແບບຢ່າງຂອງຄອບຄົວອາຮາບທີ່ໄດ້ເຮັດ, ເພາະເພິ່ນໄດ້ແຕ່ງງານກັບເຊື້ອສາຍຂອງອາຮາບ.28ອາຮາຊີຢາໄດ້ເຂົ້າຮ່ວມກັບໂຢຣາມ ລູກຊາຍຂອງອາຮາບໄປສູ້ຮົບກັບກະສັດຮາຊາເອນແຫ່ງອາຣາມ ຢູ່ທີ່ເມືອງຣາໂມດກີເລອາດ. ໂຢຣາມໄດ້ຮັບບາດເຈັບດ້ວຍມືຂອງຊາວອາຣາມ.29ດັ່ງນັ້ນ ກະສັດໂຢຣາມຈຶ່ງກັບມາພັກຟື້ນຢູ່ທີ່ຢິດຊະເຣນ ເພາະບາດເຈັບຈາກສົງຄາມກັບກະສັດຮາຊາເອນແຫ່ງອາຣາມຢູ່ທີ່ຣາໂມດ.ແລ້ວອາຮາຊີຢາລູກຊາຍຂອງກະສັດເຢໂຮຣາມແຫ່ງຢູດາຍກໍໄດ້ລົງໄປຢ້ຽມຢາມໂຢຣາມ ລູກຊາຍຂອງອາຮາບຢູ່ທີ່ຢິດຊະເຣນ ເພາະເພິ່ນໄດ້ຮັບບາດເຈັບ.
Biblica, Inc.