2 ກະສັດ7
1ເອລີຊາໄດ້ຕອບວ່າ, “ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ. ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ມື້ອື່ນເວລາດຽວກັນນີ້, ແປ້ງລະອຽດ 1 ຊີ ຈະຂາຍໃນຊື່ກັນໃນລາຄາ 1 ເຊເຂວ ແລະ ເຂົ້າບາເລ 2 ຊີ ຈະຊື້ຂາຍກັນດ້ວຍເງິນ 1 ເຊເຂວ ຢູ່ທີ່ປະຕູເມືອງຊາມາເຣຍ”.2ຂ້າລາຊະການທີ່ຕິດຕາມກະສັດອິດສະຣາເອນໄດ້ເວົ້າກັບຄົນຂອງພຣະເຈົ້າວ່າ, “ເບິ່ງແມ, ເຖິງວ່າພຣະເຈົ້າຢາເວຈະຕ້ອງເປີດປະຕູຟ້າສະຫວັນກໍຈະເປັນໄປໄດ້ບໍ?”
ເອລີຊາໄດ້ຕອບວ່າ, “ເຈົ້າຈະເຫັນດ້ວຍຕາຂອງເຈົ້າ, ແຕ່ເຈົ້າຈະບໍ່ມີໂອກາດໄດ້ກິນ!”
ເອລີຊາໄດ້ຕອບວ່າ, “ເຈົ້າຈະເຫັນດ້ວຍຕາຂອງເຈົ້າ, ແຕ່ເຈົ້າຈະບໍ່ມີໂອກາດໄດ້ກິນ!”
ວົງລ້ອມແຕກ
3ບັດນີ້ ມີຄົນພະຍາດຂີ້ທູດ ສີ່ຄົນນັ່ງຢູ່ບ່ອນທາງເຂົ້າປະຕູເມືອງ. ພວກເຂົາໄດ້ເວົ້າກັນວ່າ, “ເປັນຫຍັງພວກເຮົາມານັ່ງລໍຖ້າຄວາມຕາຍຢູ່ບ່ອນນີ້?4ຖ້າພວກເຂົາເວົ້າວ່າ, ພວກເຮົາຈະເຂົ້າໄປໃນເມືອງ ຢູ່ທີ່ນັ້ນກໍມີການອຶດຢາກອາຫານ ແລະ ພວກເຮົາກໍຈະຕາຍ ແລະ ຖ້າພວກເຮົາຢູ່ທີ່ນີ້, ພວກເຮົາກໍຈະຕາຍ. ດັ່ງນັ້ນ ໃຫ້ພວກເຮົາພາກັນໄປທີ່ຄ້າຍພັກຂອງຊາວອາຣາມ ແລະ ຍອມຈຳນົນ. ຖ້າພວກເຂົາໄວ້ຊີວິດພວກເຮົາ, ພວກເຮົາກໍມີຊີວິດຢູ່; ຖ້າພວກເຂົາຂ້າພວກເຮົາ, ພວກເຮົາກໍຕາຍ”.5ເມື່ອໃກ້ຈະຄ່ຳມາ ພວກເຂົາໄດ້ລຸກຂຶ້ນ ແລະ ພາກັນໄປທີ່ຄ້າຍພັກຂອງຊາວອາຣາມ. ເມື່ອພວກເຂົາໄປຮອດແຄມຄ້າຍແລ້ວ ກໍບໍ່ມີຜູ້ໃດຢູ່ທີ່ນັ້ນເລີຍ,6ເພາະອົງພຣະຜູ້ເປັນເຈົ້າເຮັດໃຫ້ກອງທັບອາຣາມໄດ້ຍິນສຽງລົດມ້າກັບສຽງມ້າແລ່ນ ແລະ ສຽງກອງທັບໃຫຍ່, ດັ່ງນັ້ນ ພວກເຂົາຈຶ່ງເວົ້າກັນວ່າ, “ເບິ່ງແມ, ກະສັດອິດສະຣາເອນໄດ້ຈ້າງຊາວຮິດຕີ ແລະ ກະສັດເອຢິບມາໂຈມຕີພວກເຮົາແລ້ວ!”7ດັ່ງນັ້ນ ພວກເຂົາຈຶ່ງລຸກຂຶ້ນ ແລະ ໜີໄປໃນເວລາໃກ້ຄ່ຳ ແລະ ປະຖິ້ມເຕັນຂອງພວກເຂົາ, ມ້າຂອງພວກເຂົາ, ລໍຂອງພວກເຂົາ. ພວກເຂົາໄດ້ປະຄ້າຍພັກໄວ້ ແລ້ວໜີເອົາຊີວິດຂອງຕົນໃຫ້ລອດ.8ເມື່ອຄົນພະຍາດຂີ້ທູດເຫລົ່ານັ້ນມາເຖິງແຄມຄ້າຍພັກ, ກໍເຂົ້າໄປໃນເຕັນ ແລ້ວກໍໄດ້ກິນ ແລະ ໄດ້ດື່ມ. ຫລັງຈາກນັ້ນ ພວກເຂົາໄດ້ເອົາເງິນ, ທອງ ແລະ ເຄື່ອງນຸ່ງອອກມາ ແລ້ວກໍໄດ້ເຊື່ອງເຄື່ອງຂອງເຫລົ່ານັ້ນໄວ້. ພວກເຂົາໄດ້ກັບມາອີກ ແລະ ເຂົ້າໄປໃນເຕັນອື່ນ ແລ້ວກໍຂົນເອົາເຄື່ອງຂອງບາງຢ່າງຈາກເຕັນໄປ ແລະ ເຊື່ອງເຄື່ອງຂອງເຫລົ່ານັ້ນໄວ້.9ຫລັງຈາກນັ້ນ ພວກເຂົາໄດ້ເວົ້າກັນວ່າ, “ພວກເຮົາເຮັດຢ່າງນີ້ແມ່ນບໍ່ຖືກຕ້ອງ. ມື້ນີ້ເປັນມື້ແຫ່ງຂ່າວດີ ແລ້ວເຮົາບໍ່ຍອມບອກຜູ້ໃດ. ຖ້າພວກເຮົາລໍຖ້າຈົນຮອດມື້ເຊົ້າມາ, ພວກເຮົາກໍຈະຕ້ອງມີໂທດໜັກ. ໃຫ້ພວກເຮົາຟ້າວກັບໄປລາຍງານທາງລາຊະວັງດີກວ່າ”.10ດັ່ງນັ້ນ ພວກເຂົາຈຶ່ງໄດ້ກັບມາ ແລະ ຮ້ອງບອກຄົນເຝົ້າຍາມປະຕູເມືອງວ່າ, “ພວກເຮົາໄດ້ເຂົ້າໄປທີ່ຄ້າຍພັກຂອງຊາວອາຣາມ ແລະ ບໍ່ພົບຜູ້ໃດຢູ່ທີ່ນັ້ນ ບໍ່ມີຜູ້ໃດຢູ່ເລີຍ ມີແຕ່ມ້າ ແລະ ລໍທີ່ຖືກຜູກໄວ້, ເຕັນກໍຖືກປະໄວ້ຢ່າງນັ້ນ”.11ຄົນເຝົ້າຍາມປະຕູຈຶ່ງຮ້ອງແຈ້ງຂ່າວໄປ ແລະ ຂ່າວນັ້ນ ກໍຖືກລາຍງານໃຫ້ທາງວັງຮູ້.12ກະສັດອິດສະຣາເອນໄດ້ຕື່ນຈາກນອນໃນເວລາກາງຄືນ ແລ້ວເວົ້າກັບຂ້າລາຊະການຂອງຕົນວ່າ, “ເຮົາຈະບອກພວກເຈົ້າເຖິງສິ່ງທີ່ອາຣາມໄດ້ເຮັດກັບພວກເຮົາ. ພວກເຂົາຮູ້ວ່າພວກເຮົາອຶດຢາກ; ດັ່ງນັ້ນ ພວກເຮົາຈຶ່ງໄດ້ປະຄ້າຍພັກໄປລີ້ຢູ່ນອກເມືອງ, ແລະ ຄິດວ່າ, ‘ພວກເຮົາຈະອອກມາແນ່ນອນ ແລະ ແລ້ວ ຊາວອາຣາມກໍຈະໄດ້ຈັບພວກເຮົາທັງເປັນ ແລະ ບຸກເຂົ້າຢຶດເມືອງ’ ”.13ຂ້າລາຊະການຄົນໜຶ່ງຂອງເພິ່ນໄດ້ຕອບວ່າ, “ຈົ່ງໃຫ້ບາງຄົນເອົາມ້າຫ້າໂຕຈາກມ້າທີ່ເຫລືອຢູ່ໃນເມືອງໄປເບິ່ງເຫດການ. ຖ້າເກີດຫຍັງຂຶ້ນ ກໍບໍ່ໄດ້ສູນເສຍຫຍັງໄປຫລາຍກວ່າຢູ່ບ່ອນນີ້ ເຊິ່ງກໍຕ້ອງຕາຍຄືກັນກັບພວກເຮົາຊາວອິດສະຣາເອນທີ່ເຫລືອ”.14ດັ່ງນັ້ນ ພວກເຂົາຈຶ່ງໄດ້ເລືອກລົດມ້າມາສອງຄັນພ້ອມດ້ວຍມ້າ ແລະ ກະສັດໄດ້ສົ່ງພວກເຂົາອອກໄປທີ່ກອງທັບອາຣາມ. ເພິ່ນໄດ້ສັ່ງຄົນຂັບລົດມ້າວ່າ, “ຈົ່ງໄປ ແລະ ເບິ່ງວ່າເກີດຫຍັງຂຶ້ນ”.15ພວກເຂົາຕາມໄປຮອດແມ່ນ້ຳຈໍແດນ ແລ້ວພວກເຂົາກໍພົບເຄື່ອງນຸ່ງ ແລະ ເຄື່ອງໃຊ້ທີ່ຊາວອາຣາມຖິ້ມໄວ້ຕະຫລອດທາງເນື່ອງຈາກໜີໄປຢ່າງວຸ້ນວາຍ. ແລ້ວຜູ້ສື່ສານກໍໄດ້ກັບມາລາຍງານຕໍ່ກະສັດອິດສະຣາເອນ.16ຫລັງຈາກນັ້ນ ປະຊາຊົນຈຶ່ງອອກໄປ ແລະ ຢຶດເຄື່ອງຂອງໃນຄ້າຍພັກຂອງອາຣາມ. ດັ່ງນັ້ນ ຈຶ່ງເປັນຈິງຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວໄວ້ຄື ແປ້ງລະອຽດ 1 ຊີ ຈະຂາຍໃນຊື່ກັນໃນລາຄາ 1 ເຊເຂວ ແລະ ເຂົ້າບາເລ 2 ຊີ ຈະຊື້ຂາຍກັນດ້ວຍເງິນ 1 ເຊເຂວ ໃນມື້ນັ້ນ.17ກະສັດອິດສະຣາເອນໄດ້ແຕ່ງຕັ້ງນາຍທະຫານຄົນທີ່ຕິດຕາມເພິ່ນນັ້ນໃຫ້ເບິ່ງແຍງຢູ່ທີ່ປະຕູເມືອງ ແລະ ແຕ່ລາວຖືກປະຊາຊົນຢຽບຕາຍຢູ່ທີ່ປະຕູເມືອງ ຕາມທີ່ຄົນຂອງພຣະເຈົ້າໄດ້ທຳນວາຍໄວ້ໃນເວລາທີ່ກະສັດອິດສະຣາເອນໄດ້ມາທີ່ເຮືອນຂອງເພິ່ນ.18ເຫດການເປັນໄປຕາມທີ່ຄົນຂອງພຣະເຈົ້າໄດ້ກ່າວໄວ້ກັບກະສັດອິດສະຣາເອນວ່າ, “ມື້ອື່ນເວລາດຽວກັນນີ້, ແປ້ງລະອຽດ 1 ຊີ ຈະຂາຍໃນລາຄາ 1 ເຊເຂວ ແລະ ເຂົ້າບາເລ 2 ຊີ ຈະຊື້ຂາຍກັນດ້ວຍເງິນ 1 ເຊເຂວ ຢູ່ທີ່ປະຕູເມືອງຊາມາເຣຍ”.19ຂ້າລາຊະການທີ່ຕິດຕາມກະສັດອິດສະຣາເອນໄດ້ເວົ້າກັບຄົນຂອງພຣະເຈົ້າວ່າ, “ເບິ່ງແມ, ເຖິງວ່າພຣະເຈົ້າຢາເວຈະຕ້ອງເປີດປະຕູຟ້າສະຫວັນກໍຈະເປັນໄປໄດ້ບໍ?” ແລ້ວເອລີຊາໄດ້ຕອບວ່າ, “ເຈົ້າຈະເຫັນດ້ວຍຕາຂອງເຈົ້າ, ແຕ່ເຈົ້າຈະບໍ່ມີໂອກາດໄດ້ກິນ!”20ແລະ ກໍໄດ້ເກີດຂຶ້ນກັບລາວຕາມນັ້ນທຸກປະການ, ເພາະລາວຖືກປະຊາຊົນຢຽບຕາຍຢູ່ທີ່ປະຕູເມືອງ.Biblica, Inc.