2 ກະສັດ6

ຫົວ​ຂວານ​ຟູ​ນ້ຳ

1ກຸ່ມ​ຜູ້ທຳນວາຍ​ໄດ້​ເວົ້າ​ກັບ​ເອລີຊາ​ວ່າ, “ເບິ່ງ​ແມ, ບ່ອນ​ທີ່​ພວກເຮົາ​ຢູ່​ກັບ​ທ່ານ​ນີ້​ກໍ​ຄັບແຄບ​ຫລາຍ​ສຳລັບ​ພວກເຮົາ.2ຂໍ​ອະນຸຍາດ​ໃຫ້​ພວກເຮົາ​ໄປ​ທີ່​ຈໍແດນ ບ່ອນ​ທີ່​ພວກເຮົາ​ແຕ່​ລະຄົນ​ຈະ​ສາມາດ​ເອົາ​ເສົາ​ໄດ້ ແລະ ຂໍ​ອະນຸຍາດ​ໃຫ້​ພວກເຮົາ​ສ້າງ​ບ່ອນ​ອາໄສ​ສຳລັບ​ພວກເຮົາ​ທີ່​ຈະ​ພົບ​ກັນ​ຢູ່​ທີ່​ນັ້ນ”.
ແລະ ເພິ່ນ​ໄດ້​ຕອບ​ວ່າ, “ຈົ່ງ​ໄປ”.
3ຄົນ​ໜຶ່ງ​ໃນ​ພວກເຂົາ​ໄດ້​ເວົ້າ​ວ່າ, “ຂໍ​ໃຫ້​ທ່ານ​ໄປ​ກັບ​ບັນດາ​ຜູ້ຮັບໃຊ້​ຂອງ​ທ່ານ​ໄດ້​ບໍ?”
ເອລີຊາ​ໄດ້​ຕອບ​ວ່າ “ເຮົາ​ຈະ​ໄປ”.
4ແລ້ວ​ເອລີຊາ​ກໍ​ໄປ​ກັບ​ພວກເຂົາ.
ເມື່ອ​ພວກເຂົາ​ມາ​ຮອດ​ແມ່ນ້ຳ​ຈໍແດນ ແລະ ກໍ​ເລີ່ມ​ຕັດ​ຕົ້ນໄມ້.
5ຂະນະ​ນັ້ນ​ກໍ​ມີ​ຄົນ​ໜຶ່ງ​ໃນ​ພວກເຂົາ​ທີ່​ກຳລັງ​ຕັດ​ຕົ້ນໄມ້​ລົງ​ຢູ່​ນັ້ນ, ຫົວ​ຂວານ​ເຫລັກ​ກໍ​ຫລຸດ​ຕົກ​ລົງ​ໄປ​ໃນ​ນ້ຳ. ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ໂອ ນາຍ​ເອີຍ! ມັນ​ເປັນ​ຂວານ​ທີ່​ຢືມ​ມາ!”
6ຄົນ​ຂອງ​ພຣະເຈົ້າ​ໄດ້​ຖາມ​ວ່າ “ມັນ​ຕົກ​ລົງ​ໄປ​ຢູ່​ບ່ອນ​ໃດ?” ເມື່ອ​ຄົນ​ນັ້ນ​ຊີ້​ໃຫ້​ເພິ່ນ​ເບິ່ງ​ບ່ອນ​ທີ່​ຫົວ​ຂວານ​ຕົກ​ລົງ​ໄປ, ເອລີຊາ​ຈຶ່ງ​ຕັດ​ເອົາ​ກິ່ງ​ໄມ້ ແລ້ວ​ໂຍນ​ໄມ້​ລົງ​ໃສ່​ບ່ອນ​ນັ້ນ ແລະ ເຮັດ​ໃຫ້​ຫົວ​ຂວານ​ເຫລັກ​ຟູ​ຂຶ້ນ​ມາ.7ເອລີຊາ​ເວົ້າ​ກັບ​ຄົນ​ນັ້ນ​ວ່າ, “ຈົ່ງ​ຍົກ​ຫົວ​ຂວານ​ນັ້ນ​ຂຶ້ນ​ມາ”, ແລ້ວ​ຊາຍ​ຄົນ​ນັ້ນ​ກໍ​ເອື້ອມ​ມື​ຂອງ​ຕົນ​ອອກ​ໄປ ແລະ ຍົກ​ຫົວ​ຂວານ​ນັ້ນ​ຂຶ້ນ​ມາ.

ເອລີຊາ​ວາງ​ກັບດັກ​ຊາວ​ອາຣາມ​ທີ່​ຕາບອດ

8ໃນ​ເວລາ​ນັ້ນ ກະສັດ​ອາຣາມ​ໄດ້​ສູ້ຮົບ​ກັບ​ອິດສະຣາເອນ. ຫລັງ​ຈາກ​ທີ່​ປະຊຸມ​ກັນ​ກັບ​ບັນດາ​ຂ້າລາຊະການ​ຂອງ​ເພິ່ນ​ແລ້ວ, ເພິ່ນ​ກໍ​ໄດ້​ວ່າ, “ເຮົາ​ຈະ​ຍົກ​ກຳລັງ​ຂອງ​ເຮົາ​ໄປ​ຕັ້ງ​ຄ້າຍ​ຢູ່​ທີ່​ນັ້ນ ແລະ ບ່ອນ​ນີ້”.
9ຄົນ​ຂອງ​ພຣະເຈົ້າ​ກໍ​ໄດ້​ສົ່ງ​ຂໍ້ຄວາມ​ໄປ​ຫາ​ກະສັດ​ອິດສະຣາເອນ​ວ່າ: “ຢ່າ​ໄປ​ໃກ້​ບ່ອນ​ນັ້ນ​ເພາະ​ພວກ​ອາຣາມ​ກຳລັງ​ຈະ​ຍົກ​ທັບ​ລົງ​ມາ”.10ດັ່ງນັ້ນ ກະສັດ​ອິດສະຣາເອນ​ຈຶ່ງ​ໄດ້​ສົ່ງ​ຄົນ​ໄປ​ກວດ​ເບິ່ງ​ບ່ອນ​ທີ່​ຄົນ​ຂອງ​ພຣະເຈົ້າ​ລະບຸ​ໄວ້. ເອລີຊາ​ໄດ້​ເຕືອນ​ກະສັດ ເຕືອນ​ແລ້ວ​ເຕືອນ​ອີກ​ເພື່ອ​ໃຫ້​ເພິ່ນ​ລະວັງ​ບ່ອນ​ເຫລົ່ານັ້ນ.
11ເລື່ອງ​ນີ້​ເຮັດ​ໃຫ້​ກະສັດ​ອາຣາມ​ໃຈຮ້າຍ. ເພິ່ນ​ຈຶ່ງ​ເອີ້ນ​ບັນດາ​ຂ້າລາຊະການ​ຂອງ​ຕົນ​ມາ ແລະ ໄດ້​ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ບອກ​ເຮົາ​ມາ! ຜູ້ໃດ​ໃນ​ພວກເຮົາ​ທີ່​ເປັນ​ສາຍ​ໃຫ້​ກະສັດ​ອິດສະຣາເອນ?”
12ທະຫານ​ຄົນ​ໜຶ່ງ​ຕອບ​ວ່າ “ຂ້າ​ແດ່​ກະສັດ, ບໍ່​ແມ່ນ​ພວກຂ້ານ້ອຍ, ແຕ່​ແມ່ນ​ຜູ້ທຳນວາຍ​ເອລີຊາ​ຜູ້​ທີ່​ຢູ່​ໃນ​ອິດສະຣາເອນ ເປັນ​ຜູ້​ບອກ​ກະສັດ​ອິດສະຣາເອນ ທຸກ​ຄຳ​ທີ່​ທ່ານ​ເວົ້າ​ຢູ່​ໃນ​ຫ້ອງນອນ​ຂອງ​ທ່ານ”.
13ກະສັດ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ໄປ​ສືບ​ເບິ່ງ​ວ່າ​ລາວ​ຢູ່​ໃສ, ເພື່ອ​ເຮົາ​ຈະ​ສົ່ງ​ຄົນ​ໄປ​ຈັບ​ລາວ​ມາ”. ມີ​ຜູ້​ກັບ​ມາ​ລາຍງານ​ວ່າ: “ເອລີຊາ​ຢູ່​ທີ່​ໂດທານ”.14ແລ້ວ​ເພິ່ນ​ຈຶ່ງ​ໄດ້​ສົ່ງ​ມ້າ​ກັບ​ລົດມ້າ​ຮົບ ແລະ ກອງ​ກຳລັງ​ໃຫຍ່​ໄປ​ທີ່​ນັ້ນ. ພວກເຂົາ​ໄດ້​ໄປ​ໃນ​ເວລາ​ກາງ​ຄືນ ແລະ ໄດ້​ປິດລ້ອມ​ເມືອງ​ນັ້ນ​ໄວ້.
15ໃນ​ຕອນ​ເຊົ້າ​ຂອງ​ມື້​ຕໍ່ມາ ເມື່ອ​ຄົນ​ຮັບໃຊ້​ຂອງ​ພຣະເຈົ້າ​ຕື່ນ​ຂຶ້ນ ແລະ ອອກ​ໄປ​ຂ້າງ​ນອກ​ກໍ​ເຫັນ​ທະຫານ​ພ້ອມ​ດ້ວຍ​ມ້າ ແລະ ລົດມ້າ​ຮົບ​ໄດ້​ປິດລ້ອມ​ເມືອງ​ຢູ່. ຄົນ​ຮັບໃຊ້​ຈຶ່ງ​ໄດ້​ຖາມ​ວ່າ, “ໂອ ນາຍ​ເອີຍ! ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ?”
16ຜູ້ທຳນວາຍ​ເອລີຊາ​ໄດ້​ເວົ້າ​ວ່າ, “ຢ່າ​ຢ້ານ​ເລີຍ, ບັນດາ​ຄົນ​ທີ່​ຢູ່​ກັບ​ພວກເຮົາ​ກໍ​ມີ​ຫລາຍ​ກວ່າ​ບັນດາ​ຄົນ​ທີ່​ຢູ່​ກັບ​ພວກເຂົາ”.
17ແລ້ວ​ເອລີຊາ​ກໍ​ໄດ້​ອະທິຖານ​ວ່າ, “ຂ້າ​ແດ່​ພຣະເຈົ້າ​ຢາເວ, ຂໍ​ໂຜດ​ເປີດ​ຕາ​ຂອງ​ລາວ, ເພື່ອ​ວ່າ​ລາວ​ຈະ​ໄດ້​ເບິ່ງ​ເຫັນ”. ແລ້ວ​ພຣະເຈົ້າ​ຢາເວ​ກໍ​ເປີດ​ຕາ​ຄົນ​ຮັບໃຊ້​ນັ້ນ ແລະ ລາວ​ກໍ​ໄດ້​ເຫັນ​ໂນນພູ​ນັ້ນ​ເຕັມ​ໄປ​ດ້ວຍ​ມ້າ ແລະ ລົດມ້າ​ຮົບ​ໄຟ​ອ້ອມ​ຮອບ​ເອລີຊາ.
18ຂະນະ​ທີ່​ສັດຕູ​ບຸກ​ລົງ​ມາ​ຫາ​ເພິ່ນ, ເອລີຊາ​ກໍ​ອະທິຖານ​ຕໍ່​ພຣະເຈົ້າ​ຢາເວ​ວ່າ, “ຂໍ​ຟາດ​ທະຫານ​ເຫລົ່ານີ້​ໃຫ້​ຕາບອດ​ໝົດ”. ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ຟາດ​ພວກເຂົາ​ໃຫ້​ຕາບອດ ຕາມ​ທີ່​ເອລີຊາ​ຂໍ.
19ເອລີຊາ​ໄດ້​ບອກ​ພວກເຂົາ​ວ່າ, “ນີ້​ບໍ່​ແມ່ນ​ເສັ້ນ​ທາງ ແລະ ນີ້​ບໍ່​ແມ່ນ​ເມືອງ. ຈົ່ງ​ຕາມ​ຂ້ອຍ​ມາ ແລະ ຂ້ອຍ​ຈະ​ພາ​ພວກເຈົ້າ​ໄປ​ຫາ​ຄົນ​ທີ່​ພວກເຈົ້າ​ກຳລັງ​ຊອກ​ຫາ​ຢູ່”. ແລ້ວ​ເອລີຊາ​ກໍ​ພາ​ພວກເຂົາ​ໄປ​ທີ່​ຊາມາເຣຍ.
20ຫລັງຈາກ​ທີ່​ພວກເຂົາ​ໄດ້​ເຂົ້າ​ມາ​ໃນ​ເມືອງ​ແລ້ວ ເອລີຊາ​ກໍ​ເວົ້າ​ວ່າ, “ຂ້າ​ແດ່​ພຣະເຈົ້າ​ຢາເວ ຂໍ​ເປີດ​ຕາ​ຂອງ​ຄົນ​ເຫລົ່ານີ້ ເພື່ອ​ພວກເຂົາ​ຈະ​ສາມາດ​ເບິ່ງ​ເຫັນ”. ພຣະເຈົ້າ​ຢາເວ​ກໍ​ໄດ້​ເປີດ​ຕາ​ຂອງ​ພວກເຂົາ ແລະ ພວກເຂົາ​ກໍ​ເບິ່ງ​ເຫັນ ແລະ ພວກເຂົາ​ມາ​ຢູ່​ໃນ​ຊາມາເຣຍ.
21ເມື່ອ​ກະສັດ​ອິດສະຣາເອນ​ໄດ້​ເຫັນ​ພວກເຂົາ, ເພິ່ນ​ກໍ​ຖາມ​ເອລີຊາ​ວ່າ, “ພໍ່​ເອີຍ, ເຮົາ​ຈະ​ຂ້າ​ພວກເຂົາ​ໄດ້​ບໍ? ເຮົາ​ຈະ​ຂ້າ​ພວກເຂົາ​ດີ​ບໍ?”
22ເອລີຊາ​ໄດ້​ຕອບ​ວ່າ, “ຢ່າ​ຂ້າ​ພວກເຂົາ​ເລີຍ ທ່ານ​ຈະ​ຂ້າ​ບັນດາ​ຄົນ​ທີ່​ທ່ານ​ຈັບ​ໄດ້​ດ້ວຍ​ດາບ ແລະ ທະນູ​ຂອງ​ທ່ານ​ເອງ​ບໍ? ຈົ່ງ​ຈັດແຈງ​ອາຫານ ແລະ ນ້ຳ​ໄວ້​ຕໍ່ໜ້າ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ກິນ ແລະ ດື່ມ ແລະ ກໍ​ກັບ​ໄປ​ຫາ​ເຈົ້ານາຍ​ຂອງ​ພວກເຂົາ”.23ດັ່ງນັ້ນ ກະສັດ​ຈຶ່ງ​ໄດ້​ຈັດ​ງານ​ລ້ຽງ​ໃຫຍ່​ໃຫ້​ພວກເຂົາ ແລະ ຫລັງ​ຈາກ​ພວກເຂົາ​ກິນ ແລະ ດື່ມ​ແລ້ວ, ເພິ່ນ​ກໍ​ສົ່ງ​ພວກເຂົາ​ກັບ​ໄປ ແລ້ວ​ພວກເຂົາ​ກໍ​ກັບ​ໄປ​ຫາ​ເຈົ້ານາຍ​ຂອງ​ພວກເຂົາ. ຕັ້ງ​ແຕ່​ນັ້ນ​ມາ ບັນດາ​ໂຈນ​ຈາກ​ອາຣາມ​ກໍ​ບໍ່​ກາຍ​ມາ​ດິນແດນ​ອິດສະຣາເອນ​ອີກ​ເລີຍ.

ເມືອງ​ຊາມາເຣຍ​ຢູ່​ໃນ​ການ​ອຶດຢາກ​ອາຫານ​ເພາະ​ຖືກ​ປິດລ້ອມ

24ຕໍ່​ມາ ກະສັດ​ເບັນຮາດາດ​ແຫ່ງ​ອາຣາມ​ກໍ​ລະດົມ​ກອງທັບ​ທັງໝົດ​ຂອງ​ເພິ່ນ ແລ້ວ​ຍົກ​ທັບ​ໄປ​ລ້ອມ​ເມືອງ​ຊາມາເຣຍ.25ເປັນ​ເຫດ​ໃຫ້​ເກີດ​ການ​ອຶດຢາກ​ອາຫານ​ຄັ້ງ​ໃຫຍ່​ຂຶ້ນ​ໃນ​ເມືອງ​ນັ້ນ; ການ​ລ້ອມ​ເມືອງ​ໄດ້​ແກ່​ຍາວ​ໄປ​ຈົນ​ແມ່ນ​ແຕ່​ຫົວ​ລໍ​ຍັງ​ມີ​ລາຄາ​ຂາຍ​ເປັນ​ເງິນ 80 ເຊເຂວ ແລະ ແກ່ນ​ໝາກຖົ່ວ​ປ່າ ຈຳນວນ​ໜຶ່ງ​ໃນ​ສີ່​ຂາບ ຊື້​ຂາຍ​ກັນ​ເປັນ​ເງິນ 5 ເຊເຂວ. 
26ຂະນະ​ທີ່​ກະສັດ​ອິດສະຣາເອນ​ຍ່າງ​ຜ່ານ​ກຳແພງ​ເມືອງ, ຍິງ​ຄົນ​ໜຶ່ງ​ກໍ​ຮ້ອງ​ເພິ່ນ​ວ່າ, “ຂ້າ​ແດ່​ກະສັດ, ຂໍ​ໃຫ້​ຊ່ວຍ​ຂ້ານ້ອຍ​ດ້ວຍ!”
27ກະສັດ​ອິດສະຣາເອນ​ໄດ້​ຕອບ​ວ່າ, “ຖ້າ​ພຣະເຈົ້າ​ຢາເວ​ບໍ່​ຊ່ວຍ​ເຈົ້າ, ເຮົາ​ຈະ​ຫາ​ຄວາມ​ຊ່ວຍເຫລືອ​ຈາກ​ໃສ​ມາ​ໃຫ້​ເຈົ້າ? ຈາກ​ລານ​ນວດ​ເຂົ້າ​ບໍ? ຈາກ​ອ່າງ​ບີບ​ໝາກ​ອະງຸ່ນ​ບໍ?”28ແລ້ວ​ເພິ່ນ​ກໍ​ໄດ້​ຖາມ​ນາງ​ວ່າ, “ມີ​ເລື່ອງ​ຫຍັງ​ບໍ?”
ຍິງ​ນັ້ນ​ໄດ້​ຕອບ​ວ່າ, “ຍິງ​ຄົນ​ນີ້​ໄດ້​ເວົ້າ​ກັບ​ຂ້ານ້ອຍ​ວ່າ, ‘ມື້​ນີ້​ໃຫ້​ພວກເຮົາ​ກິນ​ຊີ້ນ​ລູກຊາຍ​ຂອງ​ເຈົ້າ ແລ້ວ​ມື້​ອື່ນ​ພວກເຮົາ​ຈະ​ກິນ​ຊີ້ນ​ລູກຊາຍ​ຂອງ​ຂ້ອຍ’.
29ດັ່ງນັ້ນ ພວກຂ້ານ້ອຍ​ຈຶ່ງ​ເອົາ​ລູກຊາຍ​ຂອງ​ຂ້ານ້ອຍ​ມາ​ເຮັດ​ອາຫານ​ກິນ. ຮອດ​ມື້​ຕໍ່​ມາ​ຂ້ານ້ອຍ​ໄດ້​ເວົ້າ​ວ່າ, ‘ຈົ່ງ​ຂ້າ​ລູກ​ຂອງ​ເຈົ້າ ເພື່ອ​ພວກເຮົາ​ຈະ​ໄດ້​ເອົາ​ມາ​ກິນ’, ແຕ່​ຍິງ​ນີ້​ໄດ້​ເຊື່ອງ​ລູກ​ໄວ້”.
30ເມື່ອ​ກະສັດ​ອິດສະຣາເອນ​ໄດ້​ຍິນ​ເຊັ່ນ​ນັ້ນ​ກໍ​ຈີກ​ເສື້ອຄຸມ​ຂອງ​ຕົນ. ຂະນະ​ທີ່​ເພິ່ນ​ຍ່າງ​ໄປ​ຕາມ​ກຳແພງ​ເມືອງ, ປະຊາຊົນ​ຫລຽວເບິ່ງ ແລະ ເຫັນ​ວ່າ​ເພິ່ນ​ໄດ້​ສວມ​ຊຸດ​ຜ້າກະສອບ​ຢູ່​ຂ້າງ​ໃນ.31ກະສັດ​ອິດສະຣາເອນ​ກ່າວ​ວ່າ, “ຂໍ​ໃຫ້​ພຣະເຈົ້າ​ຈັດການ​ກັບ​ເຮົາ​ຢ່າງ​ໜັກ​ທີ່ສຸດ, ຖ້າ​ໃນ​ວັນ​ນີ້​ຫົວ​ຂອງ​ເອລີຊາ​ລູກຊາຍ​ຂອງ​ຊາຟັດ​ຍັງ​ບໍ່​ຫລຸດ​ຈາກ​ບ່າ​ຂອງ​ລາວ!”
32ຝ່າຍ​ເອລີຊາ​ກໍ​ກຳລັງ​ນັ່ງ​ຢູ່​ໃນ​ເຮືອນ​ຂອງ​ຕົນ ແລະ ມີ​ບັນດາ​ຜູ້ອາວຸໂສ​ກໍ​ນັ່ງ​ຢູ່​ກັບ​ເພິ່ນ​ຢູ່​ທີ່​ນັ້ນ. ກະສັດ​ອິດສະຣາເອນ​ໄດ້​ໃຊ້​ຄົນ​ໄປ​ກ່ອນ ແຕ່​ກ່ອນ​ທີ່​ຄົນ​ນັ້ນ​ຈະ​ມາ​ຮອດ, ເອລີຊາ​ໄດ້​ເວົ້າ​ກັບ​ຜູ້ອາວຸໂສ​ເຫລົ່ານັ້ນ​ວ່າ, “ພວກທ່ານ​ບໍ່​ເຫັນ​ບໍ​ວ່າ​ຄົນ​ຊົ່ວ​ນັ້ນ​ກຳລັງ​ສົ່ງ​ຄົນ​ມາ​ຕັດ​ຫົວ​ເຮົາ​ແລ້ວ? ເບິ່ງ​ແມ, ເມື່ອ​ຜູ້ສື່ສານ​ມາ​ຮອດ ຈົ່ງ​ປິດ​ປະຕູ ແລະ ໄລ່​ລາວ​ອອກ​ໄປ. ນັ້ນ​ບໍ່​ແມ່ນ​ສຽງ​ຍ່າງ​ຂອງ​ນາຍ​ຂອງ​ລາວ​ທີ່​ຕາມ​ມາ​ທາງ​ຫລັງ​ບໍ?”
33ໃນ​ຂະນະ​ທີ່​ເອລີຊາ​ຍັງ​ເວົ້າ​ກັບ​ພວກເຂົາ​ຢູ່, ຜູ້ສື່ສານ​ກໍ​ໄດ້​ລົງ​ມາ​ຫາ​ເອລີຊາ.
ກະສັດ​ອິດສະຣາເອນ​ໄດ້​ເວົ້າ​ວ່າ, “ຄວາມ​ເດືອດຮ້ອນ​ນີ້​ມາ​ຈາກ​ພຣະເຈົ້າ​ຢາເວ. ແລ້ວ​ເປັນ​ຫຍັງ​ຂ້ອຍ​ຈະ​ລໍຖ້າ​ພຣະເຈົ້າ​ຢາເວ​ຕໍ່ໄປ​ອີກ?”

Biblica, Inc.

https://app.library.bible/content/eab9312f9f16b3a2