2 ກະສັດ5
ນາອາມານຫາຍດີຈາກຈາກພະຍາດຂີ້ທູດ
1ບັດນີ້ ນາອາມານ ຜູ້ບັນຊາການກອງທັບຂອງກະສັດອາຣາມ. ລາວເປັນຄົນສຳຄັນໃນສາຍຕາຂອງເຈົ້ານາຍຂອງລາວ ແລະ ເປັນທີ່ຍົກຍ້ອງນັບຖື ເພາະພຣະເຈົ້າຢາເວມອບໄຊຊະນະໃຫ້ແກ່ອາຣາມຜ່ານທາງລາວ. ລາວເປັນນັກຮົບທີ່ເກັ່ງກ້າ, ແຕ່ລາວເປັນພະຍາດຂີ້ທູດ. 2ບັດນີ້ ກອງທະຫານອາຣາມໄດ້ໄປຮຸກຮານອິດສະຣາເອນ ແລະ ໄດ້ຈັບເອົາເດັກນ້ອຍແມ່ຍິງຄົນໜຶ່ງມາເປັນຊະເລີຍ ແລະ ເດັກຍິງຄົນນັ້ນເປັນຄົນຮັບໃຊ້ຂອງເມຍຂອງນາອາມານ.3ເດັກຍິງຜູ້ນີ້ໄດ້ເວົ້າກັບນາຍຜູ້ຍິງຂອງຕົນວ່າ, “ຂ້ານ້ອຍຢາກໃຫ້ນາຍຂອງຂ້ານ້ອຍໄປພົບຜູ້ທຳນວາຍທີ່ໃນຊາມາເຣຍ! ເພິ່ນອາດຈະຮັກສານາຍໃຫ້ຫາຍດີຈາກພະຍາດຂີ້ທູດຂອງຕົນ”.4ນາອາມານຈຶ່ງໄດ້ໄປຫານາຍຂອງຕົນ ແລະ ບອກນາຍຕາມທີ່ເດັກຍິງຈາກອິດສະຣາເອນຄົນນັ້ນບອກ.5ກະສັດອາຣາມໄດ້ເວົ້າວ່າ, “ຖ້າເປັນຢ່າງນີ້ກໍຕ້ອງໄປໃຫ້ໄດ້, ເຮົາຈະສົ່ງຈົດໝາຍໄປຫາກະສັດອິດສະຣາເອນ”. ດັ່ງນັ້ນ ນາອາມານຈຶ່ງອອກເດີນທາງ, ນຳເງິນ 2 ຕາລັນຕົນ, ຄຳ 600 ເຊເຂວ ແລະ ເຄື່ອງນຸ່ງຈຳນວນ 10 ຊຸດໄປນຳ.6ຈົດໝາຍທີ່ລາວຖືໄປໃຫ້ກະສັດອິດສະຣາເອນນັ້ນມີເນື້ອໃນວ່າ, “ພ້ອມກັບຈົດໝາຍນີ້ ຂ້າພະເຈົ້າຂໍສົ່ງນາອາມານຜູ້ຮັບໃຊ້ຂອງຂ້າພະເຈົ້າມາຫາທ່ານ ເພື່ອວ່າທ່ານຈະຮັກສາລາວໃຫ້ຫາຍດີຈາກພະຍາດຂີ້ທູດຂອງລາວ”.7ເມື່ອກະສັດອິດສະຣາເອນໄດ້ອ່ານຈົດໝາຍນັ້ນ ເພິ່ນກໍຈີກເສື້ອຄຸມຂອງຕົນ ແລະ ເວົ້າວ່າ, “ເຮົາເປັນພຣະເຈົ້າບໍ? ທີ່ຈະສາມາດຂ້າ ແລະ ເຮັດໃຫ້ມີຊີວິດຄືນມາໄດ້? ເປັນຫຍັງເພິ່ນຈຶ່ງສົ່ງບາງຄົນມາຫາເຮົາເພື່ອໃຫ້ຮັກສາພະຍາດຂີ້ທູດໃຫ້ລາວ? ເບິ່ງແມ ເພິ່ນພະຍາຍາມຫາເລື່ອງມາຮຸກຮານກັບເຮົາ!”8ເມື່ອເອລີຊາຄົນຂອງພຣະເຈົ້າໄດ້ຍິນວ່າກະສັດອິດສະຣາເອນໄດ້ຈີກເສື້ອຄຸມຂອງຕົນ ເພິ່ນກໍໄດ້ສົ່ງຂໍ້ຄວາມຫາກະສັດວ່າ: “ເປັນຫຍັງທ່ານຈຶ່ງໄດ້ຈີກເສື້ອຄຸມຂອງຕົນ? ຂໍໃຫ້ສົ່ງຊາຍຄົນນັ້ນມາພົບຂ້ານ້ອຍ ແລ້ວລາວກໍຈະໄດ້ຮູ້ວ່າມີຜູ້ທຳນວາຍຄົນໜຶ່ງໃນອິດສະຣາເອນ”.9ດັ່ງນັ້ນ ນາອາມານຈຶ່ງນັ່ງລົດມ້າໄປ ແລະ ໄດ້ຢຸດຢູ່ທີ່ໜ້າປະຕູເຮືອນຂອງເອລີຊາ.10ເອລີຊາໄດ້ສົ່ງຜູ້ສື່ສານອອກມາບອກນາອາມານວ່າ, “ຈົ່ງໄປ, ຊຳລະໂຕຂອງເພິ່ງຢູ່ໃນແມ່ນ້ຳຈໍແດນເຈັດເທື່ອ ແລ້ວເນື້ອໜັງຂອງທ່ານກໍຈະດີເປັນປົກກະຕິ ແລະ ທ່ານກໍຈະຫາຍດີ”.11ແຕ່ນາອາມານໄດ້ໜີໄປພ້ອມທັງໃຈຮ້າຍຫລາຍ ແລະ ເວົ້າວ່າ, “ຂ້ອຍຄິດວ່າເພິ່ນຈະອອກມາພົບຂ້ອຍຢ່າງແນ່ນອນ ແລ້ວມາຢືນຮ້ອງອອກນາມພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ, ວາງມືຂອງເພິ່ນໃສ່ເທິງບ່ອນທີ່ເປັນພະຍາດນັ້ນ ແລະ ຮັກສາຂ້ອຍໃຫ້ຫາຍດີຈາກພະຍາດຂີ້ທູດຂອງຂ້ອຍ.12ແມ່ນ້ຳອາບານາ ແລະ ແມ່ນ້ຳຟຣາປັກທີ່ຢູ່ດາມັສກັດ ກໍດີກວ່າແມ່ນ້ຳທັງໝົດຂອງອິດສະຣາເອນບໍ່ແມ່ນບໍ? ຂ້ອຍຄວນໄປອາບໃນແມ່ນ້ຳເຫລົ່ານັ້ນໃຫ້ຫາຍດີຈາກພະຍາດບໍ່ໄດ້ບໍ?” ດັ່ງນັ້ນ ນາອາມານກໍຫັນຫລັງ ແລະ ອອກໄປດ້ວຍຄວາມຄຽດ.13ແຕ່ຜູ້ຮັບໃຊ້ຂອງນາອາມານໄດ້ໄປຫາລາວ ແລະ ເວົ້າວ່າ, “ພໍ່ເອີຍ, ຖ້າຜູ້ທຳນວາຍບອກໃຫ້ທ່ານເຮັດສິ່ງທີ່ຍາກ ທ່ານກໍຈະບໍ່ເຮັດບໍ? ຫລາຍກວ່ານັ້ນເທົ່າໃດ ທ່ານກໍສົມຄວນຈະເຮັດຕາມເມື່ອເພິ່ນບອກທ່ານວ່າ, ‘ຈົ່ງຊຳລະ ແລະ ຈົ່ງຫາຍດີ!’ ”14ດັ່ງນັ້ນ ນາອາມານຈຶ່ງໄດ້ລົງໄປ ແລ້ວຈຸ່ມໂຕລົງໃນແມ່ນ້ຳຈໍແດນເຈັດເທື່ອ ຕາມທີ່ຄົນຂອງພຣະເຈົ້າໄດ້ບອກເພິ່ນໄວ້ ແລ້ວເນື້ອໜັງຂອງເພິ່ນກໍດີເປັນປົກກະຕິ ແລະ ສະອາດຄືກັບເດັກນ້ອຍ.15ນາອາມານ ແລະ ຜູ້ຕິດຕາມຂອງລາວທັງໝົດຈຶ່ງກັບຄືນມາຫາຄົນຂອງພຣະເຈົ້າ. ລາວຢືນຢູ່ຕໍ່ໜ້າເອລີຊາ ແລະ ເວົ້າວ່າ, “ບັດນີ້ ຂ້າພະເຈົ້າຮູ້ແລ້ວວ່າບໍ່ມີພຣະເຈົ້າອື່ນໃດໃນໂລກນີ້ ນອກຈາກໃນອິດສະຣາເອນ. ດັ່ງນັ້ນ ຂໍກະລຸນາຮັບຂອງຂັວນຈາກຜູ້ຮັບໃຊ້ຂອງທ່ານດ້ວຍ”.16ແຕ່ຜູ້ທຳນວາຍໄດ້ຕອບວ່າ “ພຣະເຈົ້າຢາເວ ຜູ້ທີ່ຂ້າພະເຈົ້າຮັບໃຊ້ດຳລົງຢູ່ສັນໃດ, ຂ້າພະເຈົ້າກໍຈະບໍ່ຮັບແມ່ນແຕ່ສິ່ງດຽວຢ່າງແນ່ນອນສັນນັ້ນ”. ແລະ ເຖິງວ່ານາອາມານໄດ້ອ້ອນວອນເພິ່ນ, ເພິ່ນກໍໄດ້ປະຕິເສດ.17ນາອາມານໄດ້ເວົ້າວ່າ, “ໃນເມື່ອທ່ານບໍ່ຍອມຮັບຂອງຂັວນ, ກໍຂໍດິນເທົ່າທີ່ລໍສອງໂຕຈະບັນທຸກໄປໄດ້ໃຫ້ແກ່ຜູ້ຮັບໃຊ້ຂອງທ່ານເອົາກັບໄປເຮືອນ ເພາະຕັ້ງແຕ່ນີ້ໄປ ຜູ້ຮັບໃຊ້ຂອງທ່ານຈະບໍ່ຖວາຍເຄື່ອງເຜົາບູຊາ ຫລື ຂອງຖວາຍແກ່ພະເຈົ້າອື່ນອີກ ນອກຈາກພຣະເຈົ້າຢາເວ.18ແຕ່ຂໍພຣະເຈົ້າຢາເວອະໄພໃຫ້ຜູ້ຮັບໃຊ້ຂອງທ່ານເລື່ອງໜຶ່ງຄື: ເມື່ອກະສັດຜູ້ເປັນເຈົ້ານາຍຂອງຂ້າພະເຈົ້າເຂົ້າໄປໃນວິຫານຂອງພະຣິມໂມນເພື່ອກາບໄຫວ້ ແລ້ວຂ້າພະເຈົ້າຈະຕ້ອງປະຄອງເພິ່ນ ແລະ ຂ້າພະເຈົ້າຕ້ອງໄດ້ກົ້ມລົງເໝືອນກັນ ຄືເມື່ອຂ້າພະເຈົ້າກົ້ມລົງຄຳນັບໃນວິຫານຂອງພະຣິມໂມນ, ຂໍພຣະເຈົ້າຢາເວໂຜດໃຫ້ອະໄພຜູ້ຮັບໃຊ້ຂອງທ່ານສຳລັບສິ່ງເຫລົ່ານີ້ດ້ວຍ”.19ເອລີຊາໄດ້ວ່າ, “ຈົ່ງໄປໂດຍສະຫວັດດີພາບ”.ຫລັງຈາກທີ່ນາອາມານອອກເດີນທາງໄປໄດ້ໄລຍະໜຶ່ງ,20ເກຮາຊິຄົນຮັບໃຊ້ຂອງເອລີຊາຄົນຂອງພຣະເຈົ້າຄິດໃນໃຈວ່າ, “ນາຍຂອງເຮົາໃຈດີເກີນໄປ ບໍ່ຄວນປ່ອຍໃຫ້ນາອາມານຄົນອາຣາມໄປໂດຍບໍ່ຮັບສິ່ງທີ່ລາວໄດ້ນຳມາໃຫ້. ພຣະເຈົ້າຢາເວດຳລົງຢູ່ສັນໃດ ເຮົາຈະແລ່ນຕາມລາວໄປ ແລະ ເອົາບາງຢ່າງຈາກລາວຢ່າງແນ່ນອນສັນນັ້ນ”.21ດັ່ງນັ້ນ ເກຮາຊິກໍຟ້າວຕາມນາອາມານໄປ. ເມື່ອນາອາມານເຫັນລາວແລ່ນມາຫາຕົນ ນາອາມານກໍລົງຈາກລົດມ້າມາຫາລາວ. ນາອາມານໄດ້ຖາມວ່າ, “ມີຫຍັງບໍ?”22ເກຮາຊິໄດ້ຕອບວ່າ, “ທຸກຢ່າງຮຽບຮ້ອຍດີ, ນາຍຂອງຂ້ານ້ອຍໄດ້ສົ່ງຂ້ານ້ອຍມາບອກທ່ານວ່າ, ‘ມີຊາຍໜຸ່ມຈາກບັນດາຜູ້ທຳນວາຍສອງຄົນມາຈາກພູເຂົາເອຟຣາອິມ ເຊິ່ງຫາກໍ່ມາຮອດຂ້າພະເຈົ້າ. ຂໍກະລຸນາມອບເງິນ 1 ຕາລັນຕົນ ແລະ ເຄື່ອງນຸ່ງ 2 ຊຸດໃຫ້ແກ່ພວກເຂົາດ້ວຍ’ ”.23ນາອາມານໄດ້ຕອບວ່າ, “ຖ້າເປັນຢ່າງນັ້ນ, ຈົ່ງເອົາໄປ 2 ຕາລັນຕົນເລີຍ”. ນາອາມານໄດ້ຂໍໃຫ້ເກຮາຊິຮັບເອົາເຄື່ອງຂອງເຫລົ່ານັ້ນ ແລະ ຈຶ່ງມັດເງິນ 2 ຕາລັນຕົນໃສ່ໃນສອງຖົງພ້ອມກັບເຄື່ອງນຸ່ງ 2 ຊຸດ. ນາອາມານໄດ້ມອບເຄື່ອງຂອງເຫລົ່ານັ້ນໃຫ້ຄົນຮັບໃຊ້ຂອງຕົນສອງຄົນ ແລະ ພວກເຂົາກໍແບກນຳໜ້າເກຮາຊິກັບໄປ.24ເມື່ອເກຮາຊິມາຮອດໂນນພູ, ລາວກໍຮັບເອົາເຄື່ອງຂອງເຫລົ່ານັ້ນຈາກບັນດາຄົນຮັບໃຊ້ແລ້ວເອົາໄປເກັບໄວ້ຢູ່ໃນເຮືອນ. ລາວໄດ້ສົ່ງບັນດາຄົນຮັບໃຊ້ນັ້ນກັບໄປ ແລະ ພວກເຂົາກໍກັບໄປ.25ແລ້ວເກຮາຊິກໍເຂົ້າມາ ແລະ ຢືນຕໍ່ໜ້າເອລີຊາຜູ້ເປັນນາຍຂອງຕົນ,
ເອລີຊາຖາມວ່າ, “ເກເຮຊິ, ເຈົ້າໄປໃສມາ?”
ລາວໄດ້ຕອບວ່າ, “ຜູ້ຮັບໃຊ້ຂອງທ່ານບໍ່ໄດ້ໄປໃສເລີຍ”.26ເອລີຊາໄດ້ເວົ້າວ່າ, “ເມື່ອຊາຍຄົນນັ້ນລົງຈາກລົດມ້າຂອງລາວມາຫາເຈົ້າ ຈິດໃຈຂອງຂ້ອຍຢູ່ກັບເຈົ້າບໍ່ແມ່ນບໍ? ນີ້ເປັນໂອກາດທີ່ຈະຮັບເງິນ ຫລື ຮັບເຄື່ອງນຸ່ງ ຫລື ສວນໝາກກອກ ແລະ ສວນອະງຸ່ນ, ຝູງແບ້, ຝູງແກະ, ຝູງງົວ ຫລື ຂ້າທາດຊາຍ ແລະ ຍິງບໍ?27ພະຍາດຂີ້ທູດຂອງນາອາມານຈະຕິດໂຕເຈົ້າ ແລະ ລູກຫລານຂອງເຈົ້າຕະຫລອດໄປ”. ແລ້ວເກຮາຊິກໍໄປຈາກເອລີຊາ ແລະ ໜັງຂອງເກຮາຊິກໍເປັນພະຍາດຂີ້ທູດ ເນື້ອໜັງຂອງລາວເປັນດ່າງຂາວເໝືອນກັບຫິມະ.
Biblica, Inc.