2 ກະສັດ4
ນ້ຳມັນຂອງແມ່ໝ້າຍ
1ມີເມຍຂອງຜູ້ທຳນວາຍຄົນໜຶ່ງໄດ້ມາຮ້ອງຂໍເອລີຊາວ່າ, “ຜູ້ຮັບໃຊ້ຂອງທ່ານຜູ້ເປັນຜົວຂອງຂ້ານ້ອຍແມ່ນເສຍຊີວິດແລ້ວ ແລະ ທ່ານກໍຮູ້ວ່າລາວຢຳເກງພຣະເຈົ້າຢາເວ. ແຕ່ບັດນີ້ ເຈົ້າໜີ້ຂອງລາວຈະມາຢຶດເອົາລູກຊາຍຂອງຂ້ານ້ອຍສອງຄົນໄປເປັນຂ້າທາດຂອງລາວ”.2ເອລີຊາໄດ້ຕອບນາງວ່າ, “ຂ້ອຍຈະຊ່ວຍຫຍັງເຈົ້າໄດ້ແດ່? ຈົ່ງບອກຂ້ອຍມາວ່າຢູ່ໃນເຮືອນຂອງເຈົ້າມີຫຍັງແດ່?”ນາງໄດ້ເວົ້າວ່າ, “ຜູ້ຮັບໃຊ້ຂອງທ່ານບໍ່ມີຫຍັງເລີຍນອກຈາກນ້ຳມັນໝາກກອກໄຫນ້ອຍໆ”.3ເອລີຊາໄດ້ເວົ້າວ່າ, “ຈົ່ງໄປຂໍໄຫເປົ່າຈາກເພື່ອນບ້ານທຸກຄົນຂອງເຈົ້າ. ຈົ່ງຂໍມາໃຫ້ໄດ້ຫລາຍໜ່ວຍ.4ແລ້ວຈົ່ງເຂົ້າໄປໃນເຮືອນກັບລູກຂອງເຈົ້າ ແລະ ອັດປະຕູ. ເທນ້ຳມັນລົງໃນໄຫທຸກໜ່ວຍ ແລະ ໜ່ວຍໃດເຕັມກໍຍົກໄປຕັ້ງໄວ້ຕ່າງຫາກ”.5ນາງກໍກັບໄປທີ່ເຮືອນ ແລະ ລູກຊາຍຂອງນາງກໍຕາມເຂົ້າໄປແລ້ວກໍອັດປະຕູໄວ້. ລູກຊາຍຂອງນາງກໍໄດ້ນຳໄຫມາໃຫ້ນາງ ແລະ ນາງກໍໄດ້ເທນ້ຳມັນໃສ່.6ເມື່ອໄຫທຸກໜ່ວຍເຕັມແລ້ວ, ນາງກໍບອກລູກຊາຍຂອງຕົນວ່າ, “ຈົ່ງເອົາໄຫມາໃຫ້ແມ່ອີກໜ່ວຍໜຶ່ງ”.
ແຕ່ລູກຊາຍຕອບວ່າ, “ບໍ່ມີໄຫເຫລືອແລ້ວ”. ຫລັງຈາກນັ້ນ ນ້ຳມັນກໍຢຸດໄຫລ.7ນາງຈຶ່ງໄປແຈ້ງເອລີຊາຄົນຂອງພຣະເຈົ້າ ແລະ ເພິ່ນໄດ້ເວົ້າວ່າ, “ຈົ່ງໄປຂາຍນ້ຳມັນ ແລະ ເອົາເງິນໄປໃຊ້ໜີ້ຂອງເຈົ້າ. ສ່ວນນ້ຳມັນທີ່ເຫລືອນັ້ນແມ່ນໃຫ້ເຈົ້າກັບລູກຂອງເຈົ້າເກັບໄວ້ລ້ຽງຊີວິດ”.
ລູກຊາຍຂອງຍິງຊາວຊູເນມຟື້ນຄືນຊີວິດ
8ມື້ໜຶ່ງເອລີຊາໄດ້ໄປທີ່ຊູເນມ ແລະ ໃນເມືອງນັ້ນມີຍິງຮັ່ງມີຄົນໜຶ່ງ ເຊິ່ງເຊີນເພິ່ນໄປກິນເຂົ້ານຳ. ດັ່ງນັ້ນ ທຸກຄັ້ງທີ່ເພິ່ນເດີນທາງຜ່ານໄປ ເພິ່ນກໍຈະແວ່ໄປກິນເຂົ້າຢູ່ທີ່ນັ້ນ.9ຍິງນັ້ນໄດ້ກັບຜົວຂອງຕົນວ່າ, “ຂ້ອຍຮູ້ວ່າຊາຍຄົນນີ້ແວ່ມາຫາພວກເຮົາເລື້ອຍໆ ແມ່ນຄົນບໍລິສຸດຂອງພຣະເຈົ້າ.10ໃຫ້ພວກເຮົາເຮັດຫ້ອງນ້ອຍຢູ່ເທິງຫລັງຄາພຽງ, ເອົາຕຽງ, ໂຕະ, ຕັ່ງ ແລະ ຕະກຽງເຂົ້າໄປຕັ້ງໄວ້ສຳລັບເພິ່ນ. ດັ່ງນັ້ນ ທຸກຄັ້ງທີ່ເພິ່ນຜ່ານມາຫາພວກເຮົາເພິ່ນກໍຈະໄດ້ແວ່ພັກເຊົາ”.11ມື້ໜຶ່ງ ເມື່ອເອລີຊາໄດ້ມາທີ່ນັ້ນ ແລະ ເພິ່ນໄດ້ຂຶ້ນໄປໃນຫ້ອງຂອງເພິ່ນ ແລະ ນອນລົງຢູ່ທີ່ນັ້ນ.12ເພິ່ນໄດ້ເວົ້າກັບເກຮາຊິ ຄົນຮັບໃຊ້ຂອງເພິ່ນວ່າ, “ໄປເອີ້ນຍິງຊາວຊູເນມຄົນນັ້ນມາ”. ດັ່ງນັ້ນ ລາວຈຶ່ງໄປເອີ້ນນາງ ແລະ ນາງກໍມາຢືນຢູ່ຕໍ່ໜ້າເພິ່ນ.13ເອລີຊາໄດ້ເວົ້າກັບລາວວ່າ, “ຈົ່ງບອກນາງວ່າ, ‘ເຈົ້າຕ້ອງລຳບາກເພື່ອຈັດສິ່ງຕ່າງໆໃຫ້ພວກເຮົາ. ຂ້ອຍຈະເຮັດຫຍັງໃຫ້ເຈົ້າໄດ້ແດ່? ຢາກໃຫ້ພວກເຮົາກ່າວເຖິງຄວາມດີຂອງເຈົ້າຕໍ່ກະສັດ ຫລື ຕໍ່ຜູ້ບັນຊາການກອງທັບດ້ວຍບໍ?’ ”ນາງໄດ້ຕອບວ່າ, “ຂ້ານ້ອຍຢູ່ໃນທ່າມກາງພີ່ນ້ອງ ຂ້ານ້ອຍບໍ່ຂາດສິ່ງໃດເລີຍ”.14ເອລີຊາໄດ້ຖາມວ່າ, “ເຮົາຈະເຮັດຫຍັງໃຫ້ນາງໄດ້ແດ່?”
ເກຮາຊິຕອບວ່າ, “ນາງບໍ່ມີລູກ ແລະ ຜົວຂອງນາງກໍເຖົ້າແກ່ແລ້ວ”.15ເອລີຊາຈຶ່ງເວົ້າວ່າ, “ຈົ່ງເອີ້ນນາງມາ”. ດັ່ງນັ້ນ ລາວຈຶ່ງໄດ້ເອີ້ນນາງ ແລະ ນາງກໍຢືນຢູ່ທີ່ປະຕູ.16ເອລີຊາໄດ້ເວົ້າວ່າ “ປີໜ້າໃນເວລາປະມານດຽວກັນນີ້, ເຈົ້າຈະໄດ້ອຸ້ມລູກຊາຍຄົນໜຶ່ງໄວ້ໃນອ້ອມແຂນຂອງເຈົ້າ”.
ນາງຮ້ອງຂຶ້ນວ່າ, “ຢ່າເລີຍນາຍເອີຍ! ໂອ ຄົນຂອງພຣະເຈົ້າ ຂໍຢ່າຕົວະຜູ້ຮັບໃຊ້ຂອງທ່ານເລີຍ!”17ແຕ່ຍິງນັ້ນກໍຖືພາ ແລະ ປີຕໍ່ມາໃນຊ່ວງເວລາດຽວກັນນັ້ນ ນາງກໍເກີດລູກຊາຍຄົນໜຶ່ງຕາມທີ່ເອລີຊາໄດ້ບອກໄວ້.18ເມື່ອເດັກນັ້ນໃຫຍ່ຂຶ້ນ ແລະ ມື້ໜຶ່ງລາວໄດ້ອອກໄປຫາພໍ່ຂອງຕົນທີ່ເຮັດວຽກຢູ່ກັບຄົນງານເກັບກ່ຽວຢູ່.19ລາວເວົ້າກັບພໍ່ຂອງຕົນວ່າ, “ຫົວຂອງລູກ! ຫົວຂອງລູກ!”
ພໍ່ຂອງລາວຈຶ່ງບອກຄົນຮັບໃຊ້ວ່າ, “ຈົ່ງອຸ້ມລາວໄປຫາແມ່ຂອງລາວ”.20ຫລັງຈາກຄົນຮັບໃຊ້ກໍໄດ້ຍົກລາວຂຶ້ນ ແລະ ອຸ້ມລາວໄປຫາແມ່ຂອງລາວ ເດັກນ້ອຍນັ້ນກໍນອນນັ່ງຢູ່ເທິງຕັກຂອງນາງຈົນຮອດທ່ຽງ ແລ້ວລາວກໍຕາຍ.21ນາງອຸ້ມລາວຂຶ້ນໄປນອນຢູ່ເທິງຕຽງຂອງຄົນຂອງພຣະເຈົ້າ ຫລັງຈາກນັ້ນກໍປິດປະຕູໄວ້ ແລະ ອອກມາ.22ນາງໄດ້ເອີ້ນຜົວຂອງຕົນ ແລະ ເວົ້າວ່າ, “ຂໍໃຫ້ສົ່ງຄົນຮັບໃຊ້ຄົນໜຶ່ງ ແລະ ລໍມາໃຫ້ຂ້ອຍ ເພື່ອວ່າຂ້ອຍຈະໄດ້ຟ້າວໄປຫາຄົນຂອງພຣະເຈົ້າ ແລ້ວຈະຟ້າວກັບຄືນມາ”.23ຜູ້ເປັນຜົວໄດ້ຖາມວ່າ, “ເປັນຫຍັງຕ້ອງໄປມື້ນີ້, ບໍ່ແມ່ນມື້ຂຶ້ນໜຶ່ງຄ່ຳ ຫລື ວັນຊະບາໂຕເລີຍ”.
ນາງຕອບວ່າ, “ບໍ່ເປັນຫຍັງ”.24ນາງຂຶ້ນລໍ ແລະ ບອກຄົນຮັບໃຊ້ວ່າ, “ຈົ່ງນຳທາງໄປໄວໆ ບໍ່ຕ້ອງເປັນຫ່ວງຂ້ອຍ, ຢ່າໄດ້ຜ່ອນຄວາມໄວລົງ ນອກຈາກວ່າຂ້ອຍຈະບອກເຈົ້າ”.25ນາງຈຶ່ງອອກເດີນທາງມາຫາຄົນຂອງພຣະເຈົ້າຢູ່ທີ່ພູເຂົາກາເມນ.
ເມື່ອຄົນຂອງພຣະເຈົ້າເຫັນນາງແຕ່ໄກ ຄົນຂອງພຣະເຈົ້າກໍເວົ້າກັບເກຮາຊິຄົນຮັບໃຊ້ຂອງເພິ່ນວ່າ, “ເບິ່ງແມ! ຍິງຊາວຊູເນມຄົນນັ້ນກຳລັງມາ!26ຈົ່ງແລ່ນອອກໄປຮັບນາງ ແລະ ຖາມນາງວ່າ ‘ທ່ານສະບາຍດີບໍ? ຜົວຂອງທ່ານສະບາຍດີບໍ? ລູກຂອງທ່ານສະບາຍດີບໍ?’ ”
ນາງໄດ້ເວົ້າວ່າ, “ທຸກຢ່າງແມ່ນຮຽບຮ້ອຍດີ”.27ເມື່ອນາງມາຮອດຄົນຂອງພຣະເຈົ້າຢູ່ທີ່ພູເຂົາແລ້ວ, ນາງກໍໄດ້ຈັບຕີນຂອງເພິ່ນໄວ້ແໜ້ນ. ເກຮາຊິໄດ້ເຂົ້າໄປຍູ້ນາງອອກໄປ, ແຕ່ຄົນຂອງພຣະເຈົ້າໄດ້ເວົ້າວ່າ, “ຈົ່ງປ່ອຍນາງ! ນາງທຸກໃຈຫລາຍ ແລະ ພຣະເຈົ້າຢາເວໄດ້ປິດບັງເລື່ອງນີ້ໄວ້ຈາກຂ້ອຍ ແລະ ບໍ່ໄດ້ບອກຂ້ອຍວ່າເປັນເພາະເຫດໃດ”.28ນາງເວົ້າວ່າ, “ນາຍເອີຍ, ຂ້ານ້ອຍຂໍລູກຊາຍຈາກທ່ານບໍ? ຂ້ານ້ອຍບອກທ່ານແລ້ວບໍ່ແມ່ນບໍວ່າ, ‘ຢ່າໃຫ້ຄວາມຫວັງແກ່ຂ້ານ້ອຍເລີຍ’?”29ເອລີຊາໄດ້ກັບເກຮາຊິວ່າ, “ຈົ່ງຮັດແອວທັບເສື້ອຄຸມຂອງເຈົ້າໃຫ້ແໜ້ນ, ຖືໄມ້ຄ້ອນເທົ້າຂອງຂ້ອຍໄວ້ໃນມືຂອງເຈົ້າ ແລະ ຈົ່ງແລ່ນໄປ. ຖ້າເຈົ້າພົບຜູ້ໃດກໍບໍ່ຕ້ອງທັກທາຍ ແລະ ຖ້າມີຜູ້ໃດຮ້ອງທັກທາຍເຈົ້າກໍບໍ່ຕ້ອງຕອບ, ຈົ່ງເອົາໄມ້ຄ້ອນເທົ້າຂອງເຮົາໄປວາງຢູ່ເທິງໜ້າຂອງເດັກນ້ອຍນັ້ນ”.30ແຕ່ແມ່ຂອງເດັກນ້ອຍໄດ້ເວົ້າວ່າ, “ພຣະເຈົ້າຢາເວດຳລົງຢູ່ ແລະ ທ່ານມີຊີວິດຢູ່ສັນໃດ, ຂ້ານ້ອຍກໍຈະບໍ່ໄປຈາກທ່ານຢ່າງແນ່ນອນສັນນັ້ນ”. ດັ່ງນັ້ນ ລາວຈຶ່ງລຸກຂຶ້ນ ແລະ ຕາມນາງໄປ.31ເກຮາຊິໄດ້ລ່ວງໜ້າໄປກ່ອນ ແລະ ເອົາໄມ້ຄ້ອນເທົ້າວາງຢູ່ເທິງໜ້າຂອງເດັກນ້ອຍ, ແຕ່ບໍ່ມີສຽງ ຫລື ການຕອບສະໜອງໃດໆ. ດັ່ງນັ້ນ ເກຮາຊິຈຶ່ງກັບມາບອກເອລີຊາວ່າ, “ເດັກນ້ອຍນັ້ນຍັງບໍ່ຟື້ນ”.32ເມື່ອເອລີຊາມາຮອດເຮືອນນັ້ນ, ເດັກນ້ອຍນັ້ນກໍນອນຕາຍຢູ່ເທິງຕັ່ງນວມຂອງເອລີຊາ.33ເພິ່ນກໍໄດ້ເຂົ້າໄປ, ປິດປະຕູຢູ່ກັບເດັກນ້ອຍນັ້ນສອງຄົນ ແລະ ໄດ້ອະທິຖານຕໍ່ພຣະເຈົ້າຢາເວ.34ຫລັງຈາກນັ້ນ ເພິ່ນກໍໄດ້ຂຶ້ນໄປເທິງຕຽງ ແລະ ນອນທັບຮ່າງກາຍຂອງເດັກນ້ອຍນັ້ນ, ເອົາປາກຈຸເທິງປາກ, ຕາຈຸເທິງຕາ, ມືຈຸເທິງມື. ຂະນະທີ່ເພິ່ນໄດ້ຢຽດກາຍຂອງເພິ່ນລົງເທິງເດັກນ້ອຍນັ້ນ, ຮ່າງກາຍຂອງເດັກນ້ອຍກໍເລີ່ມອຸ່ນຂຶ້ນມາ.35ເອລີຊາໄດ້ຫັນຫລັງ ແລະ ຍ່າງໄປຍ່າງມາຢູ່ໃນຫ້ອງ ແລ້ວກໍຂຶ້ນໄປເທິງຕຽງ ແລະ ຢຽດກາຍຂອງຕົນລົງເທິງເດັກນ້ອຍອີກເທື່ອໜຶ່ງ. ເດັກນ້ອຍນັ້ນກໍຈາມເຈັດຄັ້ງ ແລ້ວກໍມືນຕາຂອງຕົນຂຶ້ນ.36ເອລີຊາຈຶ່ງເອີ້ນເກຮາຊິມາ ແລ້ວເວົ້າວ່າ, “ຈົ່ງໄປເອີ້ນຍິງຊາວຊູເນມມາ”. ແລ້ວລາວກໍໄປເອີ້ນນາງ. ເມື່ອນາງມາແລ້ວ ເອລີຊາກໍໄດ້ເວົ້າວ່າ, “ຈົ່ງຮັບລູກຂອງເຈົ້າໄປ”.37ນາງເຂົ້າມາ ແລະ ໝອບລົງທີ່ຕີນຂອງເພິ່ນ ແລະ ກາບລົງທີ່ພື້ນ. ຫລັງຈາກນັ້ນ ນາງກໍໄດ້ອຸ້ມລູກຂອງຕົນ ແລະ ຍ່າງອອກໄປ.
ຄວາມຕາຍທີ່ຢູ່ໃນໝໍ້
38ເອລີຊາໄດ້ກັບໄປທີ່ກິນການ ແລະ ເກີດການອຶດຢາກອາຫານຢູ່ໃນແຖບນັ້ນ. ມື້ໜຶ່ງຂະນະທີ່ເພິ່ນນັ່ງຢູ່ຕໍ່ໜ້າກຸ່ມຜູ້ທຳນວາຍທັງຫລາຍ, ເພິ່ນໄດ້ເວົ້າກັບຄົນຮັບໃຊ້ຂອງເພິ່ນວ່າ, “ຈົ່ງເຮັດແກງໝໍ້ໃຫຍ່ລ້ຽງບັນດາຜູ້ທຳນວາຍເຫລົ່ານີ້”.39ຄົນໜຶ່ງໃນພວກເຂົາໄດ້ອອກໄປເກັບຜັກຢູ່ໃນທົ່ງນາ ແລະ ໄດ້ພົບເຄືອປ່າເຄືອໜຶ່ງແລ້ວກໍໄດ້ເດັດເອົາໝາກນ້ຳເຕົ້າປ່າຈຳນວນຫລວງຫລາຍເທົ່າທີ່ເສື້ອຜ້າຂອງລາວຈະສາມາດຫໍ່ເອົາມາໄດ້. ເມື່ອລາວກັບມາ ລາວກໍໄດ້ຕັດໜາກນ້ຳເຕົ້າເຫລົ່ານັ້ນໃສ່ໃນໝໍ້ແກງໂດຍບໍ່ມີຜູ້ໃດຮູ້ວ່າມັນແມ່ນຫຍັງ.40ແກງນັ້ນໄດ້ຖືກຖອກອອກໃຫ້ຄົນກິນ, ແຕ່ພໍພວກເຂົາເລີ່ມກິນແກງນັ້ນ, ພວກເຂົາກໍຮ້ອງອອກວ່າ, “ຄົນຂອງພຣະເຈົ້າ, ມີຄວາມຕາຍຢູ່ໃນໝໍ້ນີ້!” ແລະ ພວກເຂົາກໍບໍ່ສາມາດກິນແກງນັ້ນໄດ.41ເອລີຊາໄດ້ເວົ້າວ່າ, “ຈົ່ງເອົາແປ້ງມາ”. ເພິ່ນໄດ້ເອົາແປ້ງນັ້ນໃສ່ໃນໝໍ້ ແລ້ວເວົ້າວ່າ, “ຈົ່ງຕັກແກງນີ້ໃຫ້ຄົນກິນໄດ້ແລ້ວ”. ແລ້ວກໍບໍ່ມີຫຍັງທີ່ເປັນອັນຕະລາຍໃນໝໍ້ນັ້ນ.ການລ້ຽງອາຫານຮ້ອຍຄົນ
42ຊາຍຄົນໜຶ່ງຈາກບາອານຊາລີຊາ, ເຊິ່ງນຳເຂົ້າຈີ່ເຂົ້າບາເລຊາວກ້ອນ ເຊິ່ງເຮັດຈາກເມັດເຂົ້າຜົນທຳອິດຂອງການເກັບກ່ຽວ, ພ້ອມດ້ວຍຮວງເຂົ້າໃໝ່ມາມອບໃຫ້ຄົນຂອງພຣະເຈົ້າ. ເອລີຊາຈຶ່ງໄດ້ເວົ້າວ່າ, “ຈົ່ງນຳໄປໃຫ້ຄົນທັງຫລາຍກິນ”.43ຄົນຮັບໃຊ້ຂອງເພິ່ນໄດ້ຖາມວ່າ, “ຂ້ານ້ອຍຈະຈັດແຈງສິ່ງເຫລົ່ານີ້ໃຫ້ຄົນຕັ້ງເປັນຮ້ອຍຄົນໄດ້ຢ່າງໃດ?”ແຕ່ເອລີຊາໄດ້ຕອບວ່າ, “ຈົ່ງເອົາໄປໃຫ້ຄົນທັງຫລາຍກິນ. ເພາະພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ‘ພວກເຂົາຈະໄດ້ກິນ ແລະ ຍັງມີເຫລືອອີກ’ ”.44ດັ່ງນັ້ນ ລາວຈຶ່ງໄດ້ຈັດແຈງສິ່ງເຫລົ່ານັ້ນໃຫ້ພວກເຂົາ ແລະ ພວກເຂົາກໍໄດ້ກິນ ແລະ ຍັງມີເຫລືອອີກ, ຕາມຖ້ອຍຄຳຂອງພຣະເຈົ້າຢາເວ.
Biblica, Inc.