2 ກະສັດ3
ໂມອາບແຂງຂໍ້
1ໂຢຣາມ ລູກຊາຍຂອງອາຮາບໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນໃນຊາມາເຣຍ ກົງກັບປີທີສິບແປດຂອງຊ່ວງການປົກຄອງຂອງກະສັດເຢໂຮຊາຟັດແຫ່ງຢູດາຍ ແລະ ເພິ່ນໄດ້ປົກຄອງຢູ່ 12 ປີ.2ເພິ່ນໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວ, ແຕ່ບໍ່ເທົ່າກັບທີ່ພໍ່ ແລະ ແມ່ຂອງເພິ່ນໄດ້ເຮັດໄວ້. ເພິ່ນໄດ້ກວາດລ້າງຫີນສັກສິດຂອງພະບາອານທີ່ພໍ່ຂອງເພິ່ນໄດ້ສ້າງໄວ້.3ແຕ່ໂຢຣາມຍັງຄົງຢຶດໝັ້ນໃນບາບຂອງເຢໂຣໂບອາມລູກຊາຍຂອງເນບັດ ເຊິ່ງເຮັດໃຫ້ອິດສະຣາເອນເຮັດຕາມ; ໂຢຣາມກໍບໍ່ໄດ້ຢຸດເຮັດບາບທັງຫລາຍນັ້ນ.4ຝ່າຍກະສັດເມຊາແຫ່ງໂມອາບໄດ້ລ້ຽງແກະ ແລະ ເພິ່ນຕ້ອງນຳລູກແກະໜຶ່ງແສນໂຕ ແລະ ຂົນແກະໂຕຜູ້ໜຶ່ງແສນໂຕມາເປັນເຄື່ອງຖວາຍແກ່ກະສັດອິດສະຣາເອນ.5ແຕ່ຫລັງຈາກອາຮາບຕາຍແລ້ວ ກະສັດໂມອາບກໍກະບົດຕໍ່ກະສັດອິດສະຣາເອນ.6ໃນເວລານັ້ນກະສັດໂຢຣາມຈຶ່ງອອກຈາກຊາມາເຣຍ ແລະ ລະດົມທະຫານອິດສະຣາເອນທັງໝົດ.7ເພິ່ນໄດ້ສົ່ງຂໍ້ຄວາມໄປຫາກະສັດເຢໂຮຊາຟັດແຫ່ງຢູດາຍ ເຊິ່ງມີເນື້ອໃນວ່າ: “ກະສັດໂມອາບໄດ້ກະບົດຕໍ່ຂ້າພະເຈົ້າ ທ່ານຈະຊ່ວຍຂ້າພະເຈົ້າສູ້ຮົບກັບໂມອາບໄດ້ບໍ?”ເຢໂຮຊາຟັດໄດ້ຕອບວ່າ, “ຂ້າພະເຈົ້າຈະໄປກັບທ່ານ ພວກເຮົາເປັນພວກດຽວກັນ, ຄົນຂອງຂ້າພະເຈົ້າກໍເໝືອນເປັນຄົນຂອງທ່ານ, ມ້າຂອງຂ້າພະເຈົ້າກໍເໝືອນເປັນມ້າຂອງທ່ານ”.8ກະສັດເຢໂຮຊາຟັດໄດ້ຖາມວ່າ, “ວ່າແຕ່ພວກເຮົາຈະໂຈມຕີຈາກທາງໃດ?”
ໂຢຣາມໄດ້ຕອບວ່າ, “ຈາກຖິ່ນແຫ້ງແລ້ງກັນດານເອໂດມ”.9ດັ່ງນັ້ນ ກະສັດອິດສະຣາເອນຈຶ່ງໄດ້ຍົກທັບອອກໄປຮ່ວມສູ້ຮົບກັບກະສັດຢູດາຍ ແລະ ກະສັດເອໂດມ. ຫລັງຈາກທີ່ເດີນຂະບວນອ້ອມຜ່ານຖິ່ນແຫ້ງແລ້ງກັນດານເປັນເວລາເຈັດວັນ, ພວກທະຫານກໍບໍ່ມີນ້ຳເຫລືອສຳລັບຕົນເອງ ແລະ ສັດທີ່ໄປກັບພວກເຂົາເລີຍ.10ກະສັດອິດສະຣາເອນໄດ້ຮ້ອງຂຶ້ນວ່າ, “ເກີດຫຍັງຂຶ້ນ! ພຣະເຈົ້າຢາເວໄດ້ນຳພວກເຮົາທັງສາມກະສັດມາພ້ອມກັນຢູ່ບ່ອນນີ້ກໍເພື່ອມອບພວກເຮົາໄວ້ໃນມືຂອງໂມອາບບໍ?”11ແຕ່ເຢໂຮຊາຟັດໄດ້ຖາມວ່າ “ບ່ອນນີ້ບໍ່ມີຜູ້ທຳນວາຍຂອງພຣະເຈົ້າຢາເວເລີຍບໍ, ພວກເຮົາຈະໄດ້ຂໍໃຫ້ຊ່ວຍຖາມພຣະເຈົ້າຢາເວ?”
ນາຍທະຫານຄົນໜຶ່ງຂອງກະສັດອິດສະຣາເອນໄດ້ຕອບວ່າ, “ເອລີຊາລູກຊາຍຂອງຊາຟັດຢູ່ທີ່ນີ້. ລາວເຄີຍເປັນຜູ້ຊ່ວຍຂອງເອລີຢາ ”.12ເຢໂຮຊາຟັດໄດ້ເວົ້າວ່າ, “ເຮົາຈະຮູ້ຖ້ອຍຄຳຂອງພຣະເຈົ້າຢາເວຈາກລາວຜູ້ນີ້”. ດັ່ງນັ້ນ ກະສັດອິດສະຣາເອນ, ກະສັດເຢໂຮຊາຟັດ ແລະ ກະສັດເອໂດມຈຶ່ງໄປພົບເອລີຊາ.13ເອລີຊາໄດ້ເວົ້າກັບກະສັດອິດສະຣາເອນວ່າ, “ດ້ວຍເຫດໃດທ່ານຈຶ່ງຢາກໃຫ້ຂ້ານ້ອຍກ່ຽວຂ້ອງນຳ? ຈົ່ງໄປຫາຜູ້ທຳນວາຍຂອງພໍ່ ແລະ ແມ່ຂອງທ່ານ”.
ແຕ່ກະສັດອິດສະຣາເອນໄດ້ຕອບວ່າ, “ບໍ່ໄດ້, ເພາະພຣະເຈົ້າຢາເວໄດ້ເອີ້ນພວກເຮົາທັງສາມກະສັດມາຮວມກັນເພື່ອມອບພວກເຮົາໄວ້ໃນມືຂອງໂມອາບ”.14ເອລີຊາໄດ້ຕອບວ່າ, “ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່, ຜູ້ທີ່ຂ້ານ້ອຍຮັບໃຊ້ນັ້ນ ດຳລົງຢູ່ສັນໃດ, ຖ້າບໍ່ຂ້ານ້ອຍບໍ່ເຄົາລົບຕໍ່ການປະກົດຕົວຂອງກະສັດເຢໂຮຊາຟັດແຫ່ງຢູດາຍ, ຂ້ານ້ອຍກໍຈະບໍ່ເບິ່ງໜ້າທ່ານສັນນັ້ນ ຂ້ານ້ອຍກໍຈະບໍ່ສົນໃຈທ່ານເລີຍ.15ແຕ່ບັດນີ້ ຂໍໃຫ້ໄປນຳນັກຫລິ້ນພິນມາຄົນໜຶ່ງມາໃຫ້ຂ້ານ້ອຍດ້ວຍ”.
ໃນຂະນະທີ່ນັກຫລິ້ນພິນກຳລັງບັນເລງຢູ່ນັ້ນ, ມືຂອງພຣະເຈົ້າຢາເວໄດ້ມາເໜືອເອລີຊາ.16ແລະ ເພິ່ນໄດ້ກ່າວວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເຮົາຈະເຮັດໃຫ້ຮ່ອມພູແຫ່ງນີ້ເຕັມໄປດ້ວຍສະນ້ຳ.17ເພາະພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ທ່ານຈະບໍ່ເຫັນລົມບໍ່ເຫັນຝົນ, ແຕ່ຮ່ອມພູແຫ່ງນີ້ຈະເຕັມໄປດ້ວຍນ້ຳ ເພື່ອໃຫ້ທ່ານກັບຝູງງົວຂອງທ່ານ ແລະ ສັດອື່ນໆຂອງທ່ານມີນ້ຳດື່ມ.18ການນີ້ເປັນເລື່ອງງ່າຍໃນສາຍຕາຂອງພຣະເຈົ້າຢາເວ; ພຣະອົງຈະມອບໂມອາບໄວ້ໃນມືຂອງທ່ານເໝືອນກັນ.19ທ່ານຈະໂຄ່ນລົ້ມເມືອງທີ່ມີປ້ອມປ້ອງກັນທຸກແຫ່ງ ແລະ ເມືອງໃຫຍ່ທຸກແຫ່ງ. ທ່ານຈະຕັດຕົ້ນໄມ້ທີ່ງາມທຸກຕົ້ນລົງ, ຢຸດນ້ຳພຸທັງໝົດ ແລະ ທຳລາຍທົ່ງນາທີ່ດີທັງໝົດດ້ວຍຫີນ”.20ມື້ຕໍ່ມາ, ປະມານຊ່ວງເວລາຖວາຍເຄື່ອງບູຊາຕອນເຊົ້າ, ມີນ້ຳໄຫລມາຈາກທາງເອໂດມ! ແລະ ແຜ່ນດິນກໍເຕັມໄປດ້ວຍນ້ຳ.21ຝ່າຍຊາວໂມອາບໄດ້ຍິນວ່າບັນດາກະສັດໄດ້ມາສູ້ຮົບກັບຕົນ; ດັ່ງນັ້ນ ຜູ້ຊາຍທຸກຄົນ, ຄົນໜຸ່ມ ແລະ ຜູ້ເຖົ້າ ຜູ້ທີ່ພໍຈະສາມາດຖືອາວຸດໄດ້ ຈຶ່ງຖືກເອີ້ນໃຫ້ໄປປະຈຳການຢູ່ທີ່ຊາຍແດນ.22ເມື່ອຊາວໂມອາບໄດ້ຕື່ນນອນມາຕັ້ງແຕ່ເຊົ້າ, ຕາເວັນກໍກຳລັງສ່ອງລົງມາເທິງໜ້ານ້ຳ. ສຳລັບຊາວໂມອາບທີ່ຢູ່ຝັ່ງກົງກັນຂ້າມກໍເບິ່ງເຫັນນ້ຳມີສີແດງເໝືອນກັບເລືອດ.23ພວກເຂົາກໍຮ້ອງວ່າ, “ນັ້ນແມ່ນເລືອດ! ບັນດາກະສັດເຫລົ່ານັ້ນຕ້ອງແມ່ນຕໍ່ສູ້ ແລະ ຂ້າກັນເອງ. ບັດນີ້ ກໍໄດ້ເວລາໄປປຸ້ນແລ້ວ, ໂມອາບ!”24ແຕ່ເມື່ອຊາວໂມອາບມາຮອດຄ້າຍພັກຂອງອິດສະຣາເອນ, ກອງທັບອິດສະຣາເອນກໍບຸກເຂົ້າໄປ ແລະ ສູ້ຮົບກັບພວກເຂົາຈົນພວກເຂົາແຕກໜີ. ແລ້ວອິດສະຣາເອນກໍບຸກເຂົ້າໄປໃນດິນແດນນັ້ນ ແລະ ຂ້າຊາວໂມອາບ.25ອິດສະຣາເອນໄດ້ທຳລາຍເມືອງຕ່າງໆ ແລະ ແຕ່ລະຄົນໄດ້ແກວ່ງກ້ອນຫີນໃສ່ທົ່ງນາທີ່ອຸດົມສົມບູນຈົນທົ່ງນານັ້ນເຕັມໄປດ້ວຍກ້ອນຫີນ. ພວກເຂົາໄດ້ຢຸດບໍ່ນ້ຳພຸທັງໝົດ ແລະ ໄດ້ຕັດຕົ້ນໄມ້ດີໆທັງໝົດລົງ. ເຫລືອແຕ່ເມືອງກິຣະເຮເຮັດເທົ່ານັ້ນທີ່ຍັງບໍ່ຖືກທຳລາຍ ແຕ່ກິຣະເຮເຮັດກໍຖືກປິດລ້ອມ ແລະ ຖືກໂຈມຕີດ້ວຍມືຂອງທະຫານທີ່ໃຊ້ກະຖຸນ.26ເມື່ອກະສັດໂມອາບໄດ້ເຫັນວ່າພ່າຍແພ້ສົງຄາມ, ເພິ່ນຈຶ່ງໄດ້ນຳທະຫານດາບຈຳນວນເຈັດຮ້ອຍຄົນ ບຸກຝ່າອອກໄປຫາກະສັດເອໂດມ ແຕ່ພວກເຂົາກໍເຮັດບໍ່ສຳເລັດ.27ເພິ່ນຈຶ່ງນຳລູກຊາຍກົກຂອງຕົນ ເຊິ່ງຈະໄດ້ເປັນກະສັດຄົນຕໍ່ໄປນັ້ນມາຂ້າ ແລະ ໄດ້ຖວາຍລູກຊາຍນັ້ນເປັນເຄື່ອງບູຊາຢູ່ເທິງກຳແພງເມືອງ. ພວກເຂົາແຄ້ນອິດສະຣາເອນຫລາຍ; ພວກເຂົາໄດ້ຖອນທັບ ແລະ ໄດ້ກັບຄືນໄປທີ່ດິນແດນຂອງຕົນ.
Biblica, Inc.