2 ກະສັດ2
ພຣະເຈົ້າໄດ້ຮັບເອລີຢາຂຶ້ນສູ່ສະຫວັນ
1ເມື່ອໃກ້ເວລາທີ່ພຣະເຈົ້າຢາເວຈະຮັບເອລີຢາຂຶ້ນສູ່ສະຫວັນດ້ວຍພະຍຸໝຸນ, ເອລີຢາ ແລະ ເອລີຊາໄດ້ເດີນທາງອອກຈາກກິນການ.2ເອລີຢາໄດ້ເວົ້າກັບເອລີຊາວ່າ, “ຈົ່ງພັກຢູ່ບ່ອນນີ້; ພຣະເຈົ້າຢາເວໄດ້ໃຊ້ຂ້ອຍໄປທີ່ເບັດເອນ”.ແຕ່ເອລີຊາໄດ້ຕອບວ່າ, “ພຣະເຈົ້າຢາເວດຳລົງຢູ່ ແລະ ທ່ານມີຊີວິດຢູ່ສັນໃດ ຂ້ານ້ອຍກໍຈະບໍ່ໄປຈາກທ່ານຢ່າງແນ່ນອນສັນນັ້ນ”. ດັ່ງນັ້ນ ທັງສອງຈຶ່ງເດີນທາງໄປທີ່ເບັດເອນດ້ວຍກັນ.3ບັນດາຜູ້ທຳນວາຍທີ່ເບັດເອນໄດ້ອອກມາພົບເອລີຊາ ແລະ ຖາມວ່າ, “ເຈົ້າຮູ້ບໍວ່າ ພຣະເຈົ້າຢາເວກຳລັງຈະຮັບນາຍຂອງເຈົ້າໄປໃນວັນນີ້?”
ເອລີຊາໄດ້ຕອບວ່າ, “ແມ່ນ, ຂ້ອຍຮູ້ແລ້ວ, ຢ່າເວົ້າເລື່ອງນີ້ເລີຍ”.4ແລ້ວເອລີຢາກໍໄດ້ເວົ້າກັບເອລີຊາວ່າ, “ເອລີຊາ, ຈົ່ງພັກຢູ່ບ່ອນນີ້; ພຣະເຈົ້າຢາເວໄດ້ໃຊ້ຂ້ອຍໄປທີ່ເມືອງເຢຣິໂກ”.
ເອລີຊາໄດ້ຕອບວ່າ, “ພຣະເຈົ້າຢາເວດຳລົງຢູ່ ແລະ ທ່ານມີຊີວິດຢູ່ສັນໃດ ຂ້ານ້ອຍກໍຈະບໍ່ໄປຈາກທ່ານຢ່າງແນ່ນອນສັນນັ້ນ”. ດັ່ງນັ້ນ ທັງສອງຈຶ່ງເດີນທາງໄປທີ່ເມືອງເຢຣິໂກ.5ບັນດາຜູ້ທຳນວາຍທີ່ເມືອງເຢຣິໂກໄດ້ຂຶ້ນມາຫາເອລີຊາ ແລະ ຖາມລາວວ່າ, “ເຈົ້າຮູ້ບໍວ່າ ພຣະເຈົ້າຢາເວກຳລັງຈະຮັບນາຍຂອງເຈົ້າໄປໃນວັນນີ້?”
ເອລີຊາໄດ້ຕອບວ່າ, “ແມ່ນ, ຂ້ອຍຮູ້ແລ້ວ. ຢ່າເວົ້າເລື່ອງນີ້ເລີຍ”.6ເອລີຢາຈຶ່ງໄດ້ເວົ້າກັບເອລີຊາວ່າ, “ຈົ່ງພັກຢູ່ບ່ອນນີ້; ພຣະເຈົ້າຢາເວໄດ້ໃຊ້ຂ້ອຍໄປທີ່ແມ່ນ້ຳຈໍແດນ”.
ເອລີຊາໄດ້ຕອບວ່າ “ພຣະເຈົ້າຢາເວດຳລົງຢູ່ ແລະ ທ່ານມີຊີວິດຢູ່ສັນໃດ ຂ້ານ້ອຍກໍຈະບໍ່ໄປຈາກທ່ານຢ່າງແນ່ນອນສັນນັ້ນ”. ດັ່ງນັ້ນ ທັງສອງຈຶ່ງເດີນທາງໄປດ້ວຍກັນ.7ມີຜູ້ຊາຍຫ້າສິບຄົນຈາກກຸ່ມຜູ້ທຳນວາຍໄດ້ໄປຢືນຢູ່ໄກໆ, ຫັນໜ້າໄປທາງບ່ອນທີ່ເອລີຢາ ແລະ ເອລີຊາມາຢຸດຢູ່ແຄມແມ່ນ້ຳຈໍແດນ.8ແລ້ວເອລີຢາກໍໄດ້ຖອດເສື້ອຄຸມຂອງຕົນອອກ, ມ້ວນ ແລະ ຟາດລົງທີ່ແມ່ນ້ຳ. ນ້ຳກໍແຍກອອກໄປຫາເບື້ອງຊ້າຍ ແລະ ເບື້ອງຂວາ ແລ້ວທັງສອງຈຶ່ງຍ່າງຂ້າມໄປເທິງພື້ນແຫ້ງ.9ເມື່ອທັງສອງຂ້າມມາແລ້ວ, ເອລີຢາກໍເວົ້າກັບເອລີຊາວ່າ, “ຈົ່ງບອກຂ້ອຍມາວ່າ ຂ້ອຍຈະເຮັດຫຍັງໃຫ້ເຈົ້າໄດ້ແດ່ກ່ອນທີ່ຂ້ອຍຈະຖືກຮັບໄປ?”
ເອລີຊາໄດ້ຕອບວ່າ, “ຂໍໃຫ້ຂ້ານ້ອຍໄດ້ຮັບມໍລະດົກໃນລິດອຳນາດຂອງທ່ານເປັນສອງເທົ່າ”.10ເອລີຢາໄດ້ເວົ້າວ່າ, “ເຈົ້າຂໍສິ່ງທີ່ຍາກຫລາຍ, ແຕ່ຖ້າເຈົ້າເຫັນເວລາທີ່ຂ້ອຍຖືກຮັບຂຶ້ນໄປຈາກເຈົ້ານັ້ນ ເຈົ້າກໍຈະໄດ້ຮັບຕາມທີ່ຂໍ ຖ້າບໍ່ເຫັນ ເຈົ້າກໍຈະບໍ່ໄດ້”.11ຂະນະທີ່ທັງສອງກຳລັງຍ່າງ ແລະ ສົນທະນາກັນໄປນັ້ນ, ໃນທັນໃດນັ້ນ ກໍມີລົດມ້າທີ່ມີໄຟລຸກ ແລະ ມ້າປາກົດຂຶ້ນ ແລະ ແຍກທັງສອງອອກຈາກກັນ ແລ້ວເອລີຢາກໍຖືກພະຍຸໝຸນຫອບຂຶ້ນສູ່ສະຫວັນ.12ເອລີຊາໄດ້ເຫັນດັ່ງນັ້ນ ຈຶ່ງຮ້ອງສຽງດັງວ່າ, “ພໍ່! ພໍ່ຂອງຂ້ານ້ອຍ! ຜູ້ເປັນລົດມ້າ ແລະ ທະຫານມ້າແຫ່ງອິດສະຣາເອນ!” ແລ້ວເອລີຊາກໍບໍ່ເຫັນເອລີຢາອີກ. ລາວຈຶ່ງຈີກເຄື່ອງນຸ່ງຂອງຕົນອອກເປັນສອງຕ່ອນ.13ຫລັງຈາກນັ້ນ ລາວຈຶ່ງຈັບເສື້ອຄຸມຂອງເອລີຢາທີ່ຕົກຢູ່ນັ້ນຂຶ້ນມາ ແລະ ກັບໄປຢືນຢູ່ທີ່ແຄມຝັງແມ່ນ້ຳຈໍແດນ.14ລາວໄດ້ເອົາເສື້ອຄຸມທີ່ຕົກລົງຈາກເອລີຢານັ້ນຟາດນ້ຳ ແລະ ລາວໄດ້ຖາມວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງເອລີຢາຢູ່ໃສ?” ເມື່ອລາວຟາດນ້ຳ, ນ້ຳກໍແຍກອອກໄປຫາເບື້ອງຊ້າຍ ແລະ ເບື້ອງຂວາ ແລ້ວເອລີຊາຈຶ່ງໄດ້ຍ່າງຂ້າມໄປ.15ບັນດາຜູ້ທຳນວາຍຈາກເມືອງເຢຣິໂກ ເຊິ່ງກຳລັງເຝົ້າເບິ່ງຢູ່ ກໍໄດ້ເວົ້າວ່າ, “ລິດອຳນາດຂອງເອລີຢາມາຢູ່ກັບເອລີຊາແລ້ວ”. ແລ້ວພວກເຂົາກໍໄດ້ພາກັນມາພົບເອລີຢາ ແລະ ກົ້ມລົງທີ່ພື້ນຄຳນັບເອລີຊາ.16ພວກເຂົາໄດ້ເວົ້າວ່າ, “ເບິ່ງແມ ພວກເຮົາຜູ້ຮັບໃຊ້ຂອງທ່ານມີຄົນໜຸ່ມທີ່ແຂງແຮງຫ້າສິບຄົນ. ໃຫ້ພວກເຂົາອອກໄປ ແລະ ຊອກຫານາຍຂອງທ່ານ. ບາງເທື່ອພຣະວິນຍານຂອງພຣະເຈົ້າຢາເວອາດຈະຮັບນາຍຂອງທ່ານຂຶ້ນໄປ ແລະ ປ່ອຍເພິ່ນໄວ້ຢູ່ເທິງພູເຂົາ ຫລື ຮ່ອມພູແຫ່ງໃດແຫ່ງໜຶ່ງ”.
ເອລີຊາໄດ້ຕອບວ່າ, “ບໍ່ຕ້ອງສົ່ງພວກເຂົາໄປ”.17ແຕ່ພວກເຂົາອ້ອນວອນຈົນເອລີຊາຂັດບໍ່ໄດ້. ດັ່ງນັ້ນ ລາວຈຶ່ງໄດ້ກ່າວວ່າ, “ຈົ່ງສົ່ງພວກເຂົາໄປ”. ແລ້ວພວກເຂົາກໍໄດ້ສົ່ງຜູ້ຊາຍຫ້າສິບຄົນໄປ ເພື່ອຄົ້ນຫາຕະຫລອດສາມວັນ ແຕ່ກໍບໍ່ພົບເອລີຢາ.18ສ່ວນເອລີຊາຍັງຄົງຢູ່ທີ່ເມືອງເຢຣິໂກ, ເມື່ອພວກເຂົາກັບມາຮອດ ເອລີຊາຈຶ່ງກ່າວກັບພວກເຂົາວ່າ, “ຂ້ອຍບອກພວກເຈົ້າແລ້ວບໍ່ແມ່ນບໍວ່າບໍ່ຕ້ອງໄປ?”
ນ້ຳກັບຄືນສູ່ສະພາບດີ
19ຊາວເມືອງນັ້ນໄດ້ມາແຈ້ງເອລີຊາວ່າ, “ນາຍເອີຍ, ເບິ່ງແມ, ທ່ານກໍເຫັນແລ້ວວ່າເມືອງນີ້ຕັ້ງຢູ່ໃນບ່ອນທີ່ດີ, ແຕ່ນ້ຳນັ້ນໃຊ້ບໍ່ໄດ້ ແລະ ແຜ່ນດິນກໍບໍ່ເກີດພືດຜົນ”.20ເອລີຊາໄດ້ວ່າ, “ຈົ່ງເອົາຊາມໃໝ່ມາໃຫ້ຂ້ອຍ ແລະ ໃສ່ເກືອລົງໃນຊາມນັ້ນ”. ດັ່ງນັ້ນ ພວກເຂົາກໍໄດ້ນຳເອົາຊາມນັ້ນມາໃຫ້ເອລີຊາ.21ດັ່ງນັ້ນ ເອລີຊາຈຶ່ງຍ່າງອອກໄປທີ່ບໍ່ນ້ຳ ແລະ ໄດ້ເທເກືອລົງໄປ, ໂດຍກ່າວວ່າ, “ພຣະເຈົ້າຢາເວກ່າວດັ່ງນັ້ນວ່າ: ‘ເຮົາໄດ້ເຮັດໃຫ້ນ້ຳແຫ່ງນີ້ມີສະພາບດີແລ້ວ. ຕັ້ງແຕ່ນີ້ໄປມັນຈະບໍ່ເປັນເຫດໃຫ້ຕາຍ ຫລື ເຮັດໃຫ້ແຜ່ນດິນບໍ່ເກີດພືດຜົນອີກ’ ”.22ແລະ ນ້ຳກໍຄົງສະພາບດີເຊັ່ນນັ້ນຕະຫລອດມາຈົນທຸກວັນນີ້ ຕາມທີ່ເອລີຊາໄດ້ກ່າວໄວ້.ເອລີຊາຖືກເຢາະເຢີ້ຍ
23ຈາກທີ່ນັ້ນເອລີຊາໄດ້ເດີນທາງໄປທີ່ເບັດເອນ. ຂະນະທີ່ລາວກຳລັງຍ່າງໄປຕາມ, ມີເດັກນ້ອຍຜູ້ຊາຍກຸ່ມໜຶ່ງອອກມາຈາກເມືອງນັ້ນ ແລະ ໄດ້ເຢາະເຢີ້ຍລາວ. ພວກເຂົາເວົ້າວ່າ, “ຈົ່ງອອກໄປຈາກບ່ອນນີ້, ຄົນຫົວລ້ານ! ຈົ່ງອອກໄປຈາກບ່ອນນີ້, ຄົນຫົວລ້ານ!”24ເອລີຊາຈຶ່ງຫັນກັບມາເບິ່ງພວກເຂົາ ແລະ ສາບແຊ່ງພວກເຂົາໃນນາມຂອງພຣະເຈົ້າຢາເວ. ແລ້ວກໍມີແມ່ໝີສອງໂຕອອກມາຈາກປ່າ ແລະ ໄດ້ຂ້າເດັກນ້ອຍ 42 ຄົນນັ້ນ.25ແລ້ວເອລີຊາກໍໄດ້ໄປທີ່ພູເຂົາກາເມນ ແລະ ຈາກທີ່ນັ້ນກັບມາທີ່ຊາມາເຣຍ.Biblica, Inc.