2 ກະສັດ25

1ສະນັ້ນ ໃນ​ປີ​ທີ​ເກົ້າ​ຂອງ​ການ​ປົກຄອງ​ຂອງ​ເຊເດກີຢາ, ໃນ​ວັນ​ທີ​ສິບ​ເດືອນ​ທີ​ສິບ, ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຍົກ​ກອງທັບ​ທັງໝົດ​ຂອງ​ເພິ່ນ​ເຂົ້າ​ມາ​ຕໍ່ສູ້​ເຢຣູຊາເລັມ, ເພິ່ນ​ໄດ້​ຕັ້ງ​ຄ້າຍ​ພັກ​ຢູ່​ນອກ​ນະຄອນ ແລະ ສ້າງ​ເຄື່ອງ​ປິດລ້ອມ​ອ້ອມ​ເມືອງ​ທັງໝົດ​ໄວ້.2ເຢຣູຊາເລັມ​ຖືກ​ລ້ອມ​ຢູ່​ຈົນ​ເຖິງ​ປີ​ທີ​ສິບ​ເອັດ​ແຫ່ງ​ຊ່ວງ​ການປົກຄອງ​ຂອງ​ເຊເດກີຢາ.
3ເມື່ອ​ເຖິງ​ວັນ​ທີ​ເກົ້າ​ຂອງ​ເດືອນ​ທີ​ສີ່ ນະຄອນ​ນີ້​ກໍ​ເກີດ​ການ​ອຶດຢາກອາຫານ​ຢ່າງ​ໜັກ​ຈົນ​ບໍ່​ມີ​ອາຫານ​ກິນ​ເລີຍ.4ແລ້ວ​ກຳແພງ​ເມືອງ​ກໍ​ຖືກ​ພັງ​ລົງ ທັງ​ກອງທັບ​ກໍ​ໜີ​ໄປ​ໃນ​ເວລາ​ກາງ​ຄືນ ຜ່ານ​ປະຕູ​ລະຫວ່າງ​ກຳແພງ​ສອງ​ຊັ້ນ​ໃກ້​ເດີ່ນ​ສະໜາມ​ຫລວງ ເຖິງ​ວ່າ​ຊາວ​ບາບີໂລນ​ລ້ອມ​ເມືອງ​ຢູ່ ພວກເຂົາ​ໜີ​ໄປ​ຍັງ​ອາຣາບາ. 5ແຕ່​ກອງທັບ​ບາບີໂລນ ​ໄດ້​ໄລ່ຕາມ​ກະສັດ ແລະ ມາ​ທັນ​ເພິ່ນ​ຢູ່​ໃນ​ທົ່ງຮາບ​ເຢຣິໂກ. ສ່ວນ​ທະຫານ​ທັງໝົດ​ຂອງ​ເສເດກີຢາ​ນັ້ນ​ແມ່ນ​ແຕກ​ໜີ​ໄປ​ຄົນ​ລະ​ທາງ,6ແລະ ເພິ່ນ​ໄດ້​ຖືກ​ຈັບ​ກຸມ.
ເມື່ອ​ເພິ່ນ​ຖືກ​ຄຸມ​ໂຕ​ມາ​ພົບ​ກະສັດ​ບາບີໂລນ​ທີ່​ຣິບລາ ແລະ ຮັບ​ການ​ຕັດສິນ​ໂທດ.
7ພວກເຂົາ​ຂ້າ​ບັນດາ​ລູກຊາຍ​ຂອງ​ເຊເດກີຢາ​ຕໍ່ໜ້າ​ຕໍ່​ຕາ​ເພິ່ນ ແລ້ວ​ຄວັກ​ຕາ​ຂອງ​ເພິ່ນ​ອອກ​ທັງ​ສອງ​ຂ້າງ. ຫລັງ​ຈາກ​ນັ້ນ ພວກເຂົາ​ໄດ້​ຂັງ​ເພິ່ນ​ໄວ້​ດ້ວຍ​ໂສ້​ທອງສຳລິດ ແລະ ຄຸມ​ເພິ່ນ​ໄປ​ທີ່​ບາບີໂລນ.
8ໃນ​ມື້​ທີ​ເຈັດ​ເດືອນ​ທີ​ຫ້າ​ຂອງ​ປີ​ທີ​ສິບ​ເກົ້າ​ແຫ່ງ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ, ເນບູຊາຣາດານ​ຜູ້​ສັ່ງ​ການ​ທະຫານ​ປ້ອງກັນ​ຮັກສາ​ກະສັດ, ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ກະສັດ​ບາບີໂລນ​ໄດ້​ມາ​ທີ່​ເຢຣູຊາເລັມ.9ລາວ​ຈູດ​ໄຟ​ເຜົາ​ວິຫານ​ຂອງ​ພຣະເຈົ້າ​ຢາເວ, ລາຊະວັງ ແລະ ເຮືອນ​ທຸກ​ຫລັງ​ໃນ​ເຢຣູຊາເລັມ. ລວມ​ທັງ​ອາຄານ​ສຳຄັນ​ທຸກ​ແຫ່ງ.10ກອງທັບ​ບາບີໂລນ​ທັງໝົດ​ຢູ່​ພາຍໃຕ້​ຜູ້​ບັນຊາການ​ທະຫານ​ເຝົ້າຍາມ, ລາວ​ໄດ້​ທໍາລາຍ​ກຳແພງ​ທັງໝົດ​ທີ່​ອ້ອມ​ເຢຣູຊາເລັມ​ລົງ.11ເນບູຊາຣາດານ​ຜູ້​ສັ່ງ​ການ​ທະຫານ​ປ້ອງກັນ​ຮັກສາ​ກະສັດ​ໄດ້​ກວາດ​ຕ້ອນ​ຄົນ​ທັງຫລາຍ​ທີ່​ຍັງ​ຢູ່​ໃນ​ນະຄອນ​ນັ້ນ, ພ້ອມ​ກັບ​ປະຊາຊົນ​ທີ່​ເຫລືອ ແລະ ຊາວ​ຢິວ​ທີ່​ຍອມ​ຕໍ່​ກະສັດ​ບາບີໂລນ​ໄປ​ເປັນ​ຊະເລີຍ.12ແຕ່​ຜູ້​ສັ່ງ​ການ​ທະຫານ​ປ້ອງກັນ​ຮັກສາ​ກະສັດ​ໄດ້​ຖິ້ມ​ປະຊາຊົນ​ທີ່​ທຸກຍາກ​ຂາດເຂີນ​ທີ່ສຸດ​ບາງຄົນ​ໄວ້​ໃຫ້​ເຮັດ​ສວນ​ອະງຸ່ນ ແລະ ເຮັດ​ນາ.
13ຊາວ​ບາບີໂລນ​ໄດ້​ທຸບ​ເສົາ​ທອງ​ສຳລິດ, ແທ່ນ​ເຄື່ອນ​ທີ່ ແລະ ອ່າງ​ທີ່​ເປັນ​ທອງສຳຣິດ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ ພວກເຂົາ​ໄດ້​ນໍາ​ເອົາ​ທອງສຳລິດ​ທັງໝົດ​ໄປ​ທີ່​ບາບີໂລນ.14ພວກເຂົາ​ຍັງ​ໄດ້​ນຳ​ໝໍ້, ຊ້ວນ, ມີດຕັດ​ຕັດ​ໄສ້​ຕະກຽງ ຈານ, ຊາມ ແລະ ເຄື່ອງ​ໃຊ້​ທອງສຳລິດ​ທັງໝົດ​ທີ່​ໃຊ້​ໃນ​ວິຫານ​ໄປ​ດ້ວຍ.15ຜູ້​ສັ່ງ​ການ​ທະຫານ​ປ້ອງກັນ​ຮັກສາ​ກະສັດ​ຍັງ​ໄດ້​ປຸ້ນ​ກະຖາງ​ໄຟ​ເຜົາ​ເຄື່ອງ​ຫອມ ແລະ ຊາມ​ທັງໝົດ​ທີ່​ເຮັດ​ດ້ວຍ​ຄຳ​ບໍລິສຸດ ຫລື ເງິນ​ໄປ​ດ້ວຍ.
16ທອງສຳລິດ​ທີ່​ໄດ້​ຈາກ​ເສົາ​ຫານ​ທັງ​ສອງ​ຕົ້ນ ຂັນ ແລະ ແທ່ນ​ເຄື່ອນ​ທີ່​ເຊິ່ງ​ໂຊໂລໂມນ​ສ້າງ​ຂຶ້ນ ເພື່ອ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ​ມີ​ປະລິມານ​ຫລາຍ​ເກີນ​ກວ່າ​ທີ່​ຈະ​ຊັ່ງ​ນ້ຳ​ໜັກ​ໄດ້.17ເສົາ​ແຕ່​ລະ​ຕົ້ນ​ສູງ 18 ສອກ ແລະ ມີ​ຕາໜ່າງ​ທອງສຳລິດ​ສະຫລັບ​ກັບ​ໝາກ​ພິລາ​ທອງສຳລິດ​ປະດັບ ຮອບ​ຫົວ​ເສົາ​ຍາວ. 
18ຜູ້​ບັນຊາການ​ທະຫານ​ເຝົ້າຍາມ​ໄດ້​ຈັບ​ຫົວໜ້າ​ປະໂລຫິດ​ເສຣາອີຢາ, ປະໂລຫິດ​ຮອງ​ເຊຟານີຢາ ແລະ ຄົນ​ເຝົ້າຍາມ​ປະຕູ​ສາມ​ຄົນ​ໄວ້.19ລາວ​ໄດ້​ຈັບ​ກຸມ​ຜູ້​ທີ່​ຍັງ​ຢູ່​ໃນ​ເມືອງ​ໄດ້​ແກ່ ແມ່ທັບ ລັດ​ທະ​ມົນ​ຕີ​ຫ້າ​ຄົນ ເລ​ຂາ​ຜູ້​ເປັນ​ຫົວໜ້າ​ກອງ​ເກນ​ພົນ ແລະ ຄົນ​ຂອງ​ເຂົາ​ທີ່​ພົບ​ໃນ​ເມືອງ​ອີກ​ຫົກ​ສິບ​ຄົນ.20ຜູ້​ສັ່ງ​ການ​ເນບູຊາຣາດານ​ໄດ້​ນຳ​ໂຕ​ຄົນ​ທັງໝົດ​ນີ້​ໄປ​ພົບກະສັດ​ບາບີໂລນ​ຢູ່​ທີ່​ຣິບລາ.21ກະສັດ​ກໍ​ໃຫ້​ຂ້າ​ຄົນ​ເຫລົ່ານີ້​ຢູ່​ທີ່​ຣິບລາ​ໃນ​ເຂດ​ຮາມັດ.
ດັ່ງນັ້ນ ຢູດາຍ​ຈຶ່ງ​ຕົກ​ເປັນ​ຊະເລີຍ, ຕ້ອງ​ຖືກ​ພາກ​ຈາກ​ດິນແດນ​ຂອງ​ຕົນ.
22ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ແລະ ເປັນ​ຫລານ​ຊາຟານ​ໃຫ້​ປົກຄອງ​ປະຊາຊົນ​ທີ່​ເຫລືອ​ຢູ່​ໃນ​ຢູດາຍ.23ເມື່ອ​ບັນດາ​ເຈົ້າໜ້າທີ່​ຂອງ​ກອງທັບ​ກັບ​ພັກພວກ​ຂອງ​ຕົນ​ໄດ້​ຂ່າວ​ວ່າ​ກະສັດ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເກດາລີຢາ​ເປັນ​ຜູ້​ບົງການ ກໍ​ພາ​ກັນ​ມາພົບ​ເກດາລີຢາ​ທີ່​ມີຊະປາ​ໄດ້​ແກ່ ອິດຊະມາເອນ​ລູກຊາຍ​ຂອງ​ເປັນ​ເນທານີຢາ, ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ, ເສຣາອີຢາ​ລູກຊາຍ​ຂອງ​ຕັນຮູເມັດ​ຈາກ​ເນໂຕຟາ ແລະ ຢາສານິຢາ​ລູກຊາຍ​ຂອງ​ຄົນ​ຕະກຸນ​ມາອາກາ​ກັບ​ຄົນ​ຂອງ​ລາວ.24ເກດາລີຢາ​ຢືນຢັນ​ກັບ​ພວກເຂົາ​ວ່າ, “ຢ່າ​ຢ້ານ​ເຈົ້າໜ້າທີ່​ຂອງ​ບາບີໂລນ ຈົ່ງ​ຕັ້ງ​ຖິ່ນຖານ​ໃນ​ດິນແດນ ແລະ ຮັບໃຊ້​ກະສັດ​ບາບີໂລນ ແລ້ວ​ທຸກ​ຢ່າງ​ຈະ​ເປັນ​ໄປ​ດ້ວຍ​ດີ”.
25ແຕ່​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ ແລະ ເປັນ​ຫລານ​ເອລີຊາມາ ເຊິ່ງ​ເປັນ​ເຊື້ອ​ສາຍ​ຄົນ​ໜຶ່ງ​ໄປ​ຍັງ​ມີຊະປາ​ພ້ອມ​ຄົນ​ອີກ​ສິບ​ຄົນ​ໃນ​ເດືອນ​ທີ​ເຈັດ ແລະ ໄດ້​ຂ້າ​ເກດາລີຢາ​ກັບ​ຊາວ​ຢູດາຍ ແລະ ຊາວ​ບາບີໂລນ​ທີ່​ຢູ່​ນຳ.26ແລ້ວ​ປະຊາຊົນ​ທັງໝົດ​ຕັ້ງ​ແຕ່​ຜູ້​ນ້ອຍ​ທີ່ສຸດ​ຈົນ​ເຖິງ​ຜູ້ໃຫຍ່​ທີ່ສຸດ​ພ້ອມ​ທັງ​ບັນດາ​ເຈົ້າໜ້າທີ່​ກອງທັບ ກໍ​ໜີ​ໄປ​ຍັງ​ເອຢິບ​ເພາະ​ຢ້ານ​ຊາວ​ບາບີໂລນ.

ເຢໂຮຍອາກິນ​ໄດ້​ຮັບ​ການ​ປົດປ່ອຍ

27ໃນ​ປີ​ທີ​ສາມ​ສິບ​ເຈັດ​ຂອງ​ການ​ທີ່​ກະສັດ​ເຢໂຮຍອາກິນ​ແຫ່ງ​ຢູດາຍ​ຕົກ​ເປັນ​ຊະເລີຍ ເຊິ່ງ​ເປັນ​ປີ​ທີ​ເອວິນ​ເມໂລດັກ ຂຶ້ນ​ເປັນ​ກະສັດ​ບາບີໂລນ ລາວ​ໄດ້​ປ່ອຍ​ເຢໂຮຍອາກິນ​ອອກ​ຈາກ​ຄຸກ​ໃນ​ວັນ​ທີ​ຊາວ​ເຈັດ​ເດືອນ​ທີ​ສິບ​ສອງ.28ລາວ​ກ່າວ​ກັບ​ເຢໂຮຢາ​ກິນ​ຢ່າງ​ອ່ອນ​ໂຢນ ແລະ ໃຫ້​ຢູ່​ໃນ​ຕຳແໜ່ງ​ທີ່​ມີ​ກຽດ​ກວ່າ​ກະສັດ​ອື່ນໆ​ທີ່​ຖືກ​ຈັບ​ມາ​ເປັນ​ຊະເລີຍ​ໃນ​ບາບີໂລນ.29ດັ່ງນັ້ນ ເຢໂຮຍອາກິນ​ຈຶ່ງ​ໄດ້​ຖອດ​ຊຸດ​ນັກ​ໂທດ​ອອກ ແລະ ໄດ້​ຮ່ວມ​ກິນ​ອາຫານ​ກັບ​ກະສັດ​ເປັນ​ປະຈຳ​ຕະຫລອດ​ຊີວິດ​ທີ່​ມີ.30ກະສັດ​ຍັງ​ໄດ້​ມອບ​ເບ້ຍ​ລ້ຽງ​ປະຈຳ​ວັນ​ໃຫ້​ແກ່​ເຢໂຮຍອາກິນ​ຕະຫລອດ​ຊີວິດ​ຂອງ​ເພິ່ນ.

Biblica, Inc.

https://app.library.bible/content/eab9312f9f16b3a2