2 ກະສັດ24
1ໃນຊ່ວງການປົກຄອງຂອງເຢໂຮຍອາກິມ, ກະສັດເນບູກາດເນັດຊາແຫ່ງບາບີໂລນມາຮຸກຮານດິນແດນ ແລະ ເຢໂຮຍອາກິມຕົກເປັນຂ້າຮັບໃຊ້ຂອງເພິ່ນເປັນເວລາສາມປີ. ແຕ່ຫລັງຈາກນັ້ນ ເພິ່ນກໍໄດ້ຫັນກັບໄປຕໍ່ສູ້ເນບູກາດເນັດຊາ.2ພຣະເຈົ້າຢາເວໄດ້ສົ່ງຊາວບາບີໂລນ, ອາຣາມ, ໂມອາບ ແລະ ອຳໂມນມາປຸ້ນ ແລະ ທຳລາຍຢູດາຍຕາມຖ້ອຍຄຳຂອງພຣະເຈົ້າຢາເວທີ່ໄດ້ກ່າວໄວ້ຜ່ານທາງບັນດາຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ.3ເຫດການເຫລົ່ານີ້ເກີດແກ່ຢູດາຍຕາມຄຳສັ່ງຂອງພຣະເຈົ້າຢາເວ, ເພື່ອຈະກວາດລ້າງພວກເຂົາອອກໄປໃຫ້ພົ້ນຈາກພຣະອົງ ເນື່ອງຈາກຄວາມບາບທັງຫລາຍຂອງມານາເຊ ແລະ ສິ່ງທັງໝົດທີ່ເພິ່ນໄດ້ເຮັດ.4ລວມທັງການເຮັດໃຫ້ເລືອດຂອງຜູ້ບໍລິສຸດຕ້ອງຫລັ່ງໄຫລ. ເພາະເພິ່ນໄດ້ເຮັດໃຫ້ເຢຣູຊາເລັມນອງດ້ວຍເລືອດຂອງຜູ້ບໍລິສຸດ ແລະ ພຣະເຈົ້າຢາເວບໍ່ໄດ້ເຕັມໃຈທີ່ຈະອະໄພໃຫ້.5ເຫດການອື່ນໆໃນຊ່ວງການປົກຄອງຂອງເຢໂຮຍອາກິມ ແລະ ພາລະກິດທັງໝົດທີ່ເພິ່ນໄດ້ເຮັດແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍບໍ່ແມ່ນບໍ?6ເຢໂຮຍອາກິມໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ເຢໂຮຍອາກິນລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນ.7ຟາໂຣແຫ່ງເອຢິບບໍ່ໄດ້ຍົກທັບກັບມາອີກ ເພາະກະສັດບາບີໂລນຢຶດດິນແດນທັງໝົດຂອງເພິ່ນຕັ້ງແຕ່ແມ່ນ້ຳແຫ່ງເອຢິບຈົນຮອດແມ່ນ້ຳເອີຟຣັດ.
ໃນປີທີແປດແຫ່ງຊ່ວງການປົກຄອງຂອງເນບູກາດເນັດຊາ, ເຢໂຮຍາກິນຖືກຈັບໄປເປັນຊະເລີຍ.13ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້, ເນບູກາດເນັດຊາປຸ້ນເອົາສົມບັດທັງໝົດຈາກວິຫານຂອງພຣະເຈົ້າຢາເວ ແລະ ວັງກັບໄປ, ຕະຫລອດຈົນພາຊະນະເຄື່ອງໃຊ້ຄຳທັງໝົດທີ່ກະສັດໂຊໂລໂມນແຫ່ງອິດສະຣາເອນໃຫ້ເຮັດຂຶ້ນເພື່ອໃຊ້ໃນວິຫານຂອງພຣະເຈົ້າຢາເວດ້ວຍ.14ເນບູກາດເນັດຊາໄດ້ຈັບກຸມຊະເລີຍຈຳນວນສິບພັນຄົນໄປຈາກເຢຣູຊາເລັມ ມີທັງຜູ້ຮັບໃຊ້, ນັກຮົບ, ຊ່າງຝີມື ແລະ ຊ່າງໂລຫະຕ່າງໆ ເຫລືອໄວ້ແຕ່ປະຊາຊົນທີ່ທຸກຍາກທີ່ສຸດ.15ເນບູກາດເນັດຊາໄດ້ຈັບກຸມໂຕເຢໂຮຍອາກິນໄປເປັນຊະເລີຍທີ່ບາບີໂລນ ລວມທັງບັນດາເມຍທັງຫລາຍ, ແມ່, ຜູ້ຮັບໃຊ້ ແລະ ຊົນຊັ້ນຜູ້ນຳຂອງຢູດາຍດ້ວຍ.16ກະສັດແຫ່ງບາບີໂລນຄຸມໂຕບັນດານັກຮົບທັງໝົດເຈັດພັນຄົນໄປທີ່ບາບີໂລນ, ລ້ວນແຕ່ແຂງແຮງ ແລະ ພ້ອມທີ່ຈະອອກຮົບ ແລະ ຊ່າງໂລຫະກັບຊ່າງຝີມືອີກໜຶ່ງພັນຄົນ.17ຫລັງຈາກນັ້ນ ເພິ່ນກໍໄດ້ແຕ່ງຕັ້ງມັດຕານິຢາ ລຸງຂອງເຢໂຮຍາກິນໃຫ້ເປັນກະສັດແທນ ແລະ ໄດ້ປ່ຽນຊື່ເປັນເຊເດກີຢາ.
ໃນເວລານັ້ນເຊເດກີຢາໄດ້ກະບົດຕໍ່ກະສັດບາບີໂລນ.
ກະສັດເຢໂຮຍອາກິນແຫ່ງຢູດາຍ
8ເມື່ອເຢໂຮຍອາກິນຂຶ້ນເປັນກະສັດ ເພິ່ນມີອາຍຸສິບແປດປີ ແລະ ປົກຄອງຢູ່ໃນເຢຣູຊາເລັມສາມເດືອນ ແມ່ຂອງຄືເປັນຮູຊະຕາລູກສາວຂອງເອນນາທານຈາກເຢຣູຊາເລັມ.9ເຢໂຮຍາກິນເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວເໝືອນທີ່ບັນພະບຸລຸດຂອງໄດ້ເຮັດ.10ໃນຊ່ວງນີ້ເອງ ກອງທັບຂອງເນບູກາດເນັດຊາແຫ່ງບາບີໂລນບຸກມາລ້ອມເຢຣູຊາເລັມໄວ້.11ລະຫວ່າງທີ່ລ້ອມຢູ່ນັ້ນ ເນບູກາດເນັດຊາເອງໄດ້ມາທີ່ເຢຣູຊາເລັມ.12ກະສັດເຢໂຮຍອາກິນແຫ່ງຢູດາຍ, ແມ່ ແລະ ຜູ້ນຳທັບ ແລະ ຜູ້ຮັບໃຊ້ທັງໝົດໄດ້ຍອມຈຳນົນແກ່ເນບູກາດເນັດຊາ.ໃນປີທີແປດແຫ່ງຊ່ວງການປົກຄອງຂອງເນບູກາດເນັດຊາ, ເຢໂຮຍາກິນຖືກຈັບໄປເປັນຊະເລີຍ.13ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້, ເນບູກາດເນັດຊາປຸ້ນເອົາສົມບັດທັງໝົດຈາກວິຫານຂອງພຣະເຈົ້າຢາເວ ແລະ ວັງກັບໄປ, ຕະຫລອດຈົນພາຊະນະເຄື່ອງໃຊ້ຄຳທັງໝົດທີ່ກະສັດໂຊໂລໂມນແຫ່ງອິດສະຣາເອນໃຫ້ເຮັດຂຶ້ນເພື່ອໃຊ້ໃນວິຫານຂອງພຣະເຈົ້າຢາເວດ້ວຍ.14ເນບູກາດເນັດຊາໄດ້ຈັບກຸມຊະເລີຍຈຳນວນສິບພັນຄົນໄປຈາກເຢຣູຊາເລັມ ມີທັງຜູ້ຮັບໃຊ້, ນັກຮົບ, ຊ່າງຝີມື ແລະ ຊ່າງໂລຫະຕ່າງໆ ເຫລືອໄວ້ແຕ່ປະຊາຊົນທີ່ທຸກຍາກທີ່ສຸດ.15ເນບູກາດເນັດຊາໄດ້ຈັບກຸມໂຕເຢໂຮຍອາກິນໄປເປັນຊະເລີຍທີ່ບາບີໂລນ ລວມທັງບັນດາເມຍທັງຫລາຍ, ແມ່, ຜູ້ຮັບໃຊ້ ແລະ ຊົນຊັ້ນຜູ້ນຳຂອງຢູດາຍດ້ວຍ.16ກະສັດແຫ່ງບາບີໂລນຄຸມໂຕບັນດານັກຮົບທັງໝົດເຈັດພັນຄົນໄປທີ່ບາບີໂລນ, ລ້ວນແຕ່ແຂງແຮງ ແລະ ພ້ອມທີ່ຈະອອກຮົບ ແລະ ຊ່າງໂລຫະກັບຊ່າງຝີມືອີກໜຶ່ງພັນຄົນ.17ຫລັງຈາກນັ້ນ ເພິ່ນກໍໄດ້ແຕ່ງຕັ້ງມັດຕານິຢາ ລຸງຂອງເຢໂຮຍາກິນໃຫ້ເປັນກະສັດແທນ ແລະ ໄດ້ປ່ຽນຊື່ເປັນເຊເດກີຢາ.
ກະສັດເຊເດກີຢາແຫ່ງຢູດາຍ
18ເມື່ອເຊເດກີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍ, ເພິ່ນມີອາຍຸຊາວເອັດປີ ແລະ ເພິ່ນໄດ້ປົກຄອງເຢຣູຊາເລັມເປັນເວລາສິບເອັດປີ. ແມ່ຂອງເພິ່ນຊື່ວ່າຮາມູຕານທີ່ເປັນລູກສາວຂອງເຢເຣມີຢາ, ນາງມາຈາກລິບນາ.19ເຊເດກີຢາໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວເໝືອນດັ່ງທີ່ເຢໂຮຍອາກິມໄດ້ເຮັດ.20ຍ້ອນຄວາມໃຈຮ້າຍຂອງພຣະເຈົ້າຢາເວຈຶ່ງເຮັດໃຫ້ເຫດການທັງໝົດນີ້ໄດ້ເກີດຂຶ້ນກັບເຢຣູຊາເລັມ ແລະ ຢູດາຍ, ໃນທີ່ສຸດພຣະອົງໂຍນພວກເຂົາໄປໃຫ້ພົ້ນຈາກໜ້າຂອງພຣະອົງ. ບັດນີ້ ເຊເດກີຢາໄດ້ກະບົດຕໍ່ກະສັດບາບີໂລນ. ເຢຣູຊາເລັມຫລົ້ມຈົມ (2ຂຄ 36:17-20; ຢມຢ 39:1-10; 40:7-9; 41:1-3,16-18; 52:4-27)ໃນເວລານັ້ນເຊເດກີຢາໄດ້ກະບົດຕໍ່ກະສັດບາບີໂລນ.
Biblica, Inc.