1 ຂ່າວຄາວ1

ບັນທຶກ​ປະຫວັດສາດ​ຕັ້ງແຕ່​ອາດາມເຖິງ​ອັບຣາຮາມ

ຕັ້ງແຕ່​ອາດາມ​ເຖິງ​ລູກຊາຍ​ຂອງ​ໂນອາ

1ອາດາມ, ເຊດ, ເອໂນດ,2ເກນານ, ມະຫາລາເລນ, ຢາເຣັດ,3ເອນົກ, ເມທູເສລາ, ລາເມັກ, ແລະ ໂນອາ.
4ລູກຊາຍ​ຂອງ​ໂນອາ​ມີ​ດັ່ງນີ້ : ເຊມ, ຮາມ ແລະ ຢາເຟດ.

ເຊື້ອສາຍ​ຂອງ​ຢາເຟດ

5ລູກຊາຍ​ຂອງ​ຢາເຟດ​ມີ​ດັ່ງນີ້: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ ຕີຣາດ.6ລູກຊາຍ​ຂອງ​ໂກເມ​ມີ​ດັ່ງນີ້: ອັດຊະເກນາດ, ຣີຟາດ ແລະ ໂຕກາມາ.7ລູກຊາຍ​ຂອງ​ຢາວານ​ມີ​ດັ່ງນີ້: ເອລີຊາ, ຕາກຊິດ, ສະເປນ, ໄຊປຣັດ ແລະ ໂຣເດັດ.

ເຊື້ອສາຍ​ຂອງ​ຮາມ

8ລູກຊາຍ​ຂອງ​ຮາມ​ມີ​ດັ່ງນີ້: ກູເຊ, ເອຢິບ, ພູດ ແລະ ການາອານ.9ບັນດາ​ລູກຊາຍ​ຂອງ​ກູເຊ​ມີ​ຄື: ເຊບາ, ຮາວີລາ, ສັບຕາ, ຣາອາມາ ແລະ ສັບເຕກາ. ບັນດາ​ລູກຊາຍ​ຂອງ​ຣາອາມາ​ມີ​ຄື: ເຊບາ ແລະ ເດດານ.10ກູເຊ​ເປັນ​ພໍ່ ​ຂອງ ນິມໂຣດ, ຜູ້​ທີ່​ໄດ້​ກາຍ​ເປັນ​ນັກຮົບ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ​ໃນ​ໂລກ.11ເອຢິບ​ເປັນ​ພໍ່​ຂອງ ຊາວ​ລູດີອາ, ຊາວ​ອານາມ, ຊາວ​ເລຮາບ, ຊາວ​ນັບຕູ12ຊາວ​ປາທະຣູຊິມ, ຊາວ​ກັດສະລູ ແລະ ຊາວ​ກະເຣເຕ (ເຊິ່ງ​ເປັນ​ບັນພະບຸລຸດ​ຂອງ​ຊາວ​ຟີລິດສະຕິນ) ແລະ ຊາວ​ຄັບຟະໂທຣິມ.13ການາອານ​ເປັນ​ພໍ່​ຂອງ ຊີໂດນ ຜູ້​ທີ່​ເປັນ​ລູກຊາຍ​ກົກ​ຂອງ​ລາວ ແລະ ຊາວ​ຮິດຕີ,14ຊາວ​ເຢບຸດ, ຊາວ​ອາໂມ, ຊາວ​ກີກາຊີ,15ຊາວ​ຮີວີ, ຊາວ​ອາກກີ, ຊາວ​ສີນີ,16ຊາວ​ອາກວາດີ, ຊາວ​ເຊມາຣີ ແລະ ຊາວ​ຮາມັດ.

ເຊື້ອສາຍ​ຂອງ​ເຊມ

17ລູກຊາຍ​ຂອງ​ເຊມ​ມີ​ດັ່ງນີ້: ເອລາມ, ອັດຊູຣະ, ອາກປັກຊາດ, ລູດ, ແລະ ອາຣາມ. ລູກຊາຍ​ຂອງ​ອາຣາມ​ມີ​ດັ່ງນີ້: ອູເສ, ຮຸນ, ເກເຕີ ແລະ ເມເຊັກ.18ອາກປັກຊາດ​ເປັນ​ພໍ່​ຂອງ​ເຊລາ, ແລະ ເຊລາ​ເປັນ​ພໍ່​ຂອງ​ເອເບ.19ເອເບ​ມີ​ລູກຊາຍ​ສອງ​ຄົນ​ມີ​ດັ່ງນີ້: ຜູ້​ໜຶ່ງ​ຊື່​ວ່າ ເປເລັກ ເພາະ​ໃນ​ສະໄໝ​ຂອງ​ລາວ​ໂລກ​ໄດ້​ແບ່ງແຍກ​ກັນ; ແລະ ອີກ​ຜູ້​ໜຶ່ງ​ຊື່​ວ່າ​ໂຢກທານ.20ໂຢກທານ​ເປັນ​ພໍ່​ຂອງ ອານໂມດາດ, ເຊເລັບ, ຮາຊາມາເວດ, ເຢຣາ,21ຮາໂດຣາມ, ອູຊານ, ດີກະລາ,22ເອບານ, ອາບີມາເອນ, ເຊບາ,23ໂອຟີ, ຮາວີລາ ແລະ ໂຢບັບ. ຄົນ​ເຫລົ່ານີ້​ທັງໝົດ​ເປັນ​ລູກຊາຍ​ຂອງ​ໂຢກທານ.
24ເຊມ, ອາກປັກຊາດ, ເຊລາ,25ເອເບ, ເປເລັກ, ເຣອູ,26ເສຣຸກ, ນາໂຮ, ເຕຣາ,27ແລະ ອັບຣາມ (ຄື​ອັບຣາຮາມ).

ຄອບຄົວ​ຂອງ​ອັບຣາຮາມ

28ລູກຊາຍ​ຂອງ​ອັບຣາຮາມ​ມີ​ດັ່ງນີ້: ອີຊາກ ແລະ ອິດຊະມາເອນ.

ເຊື້ອສາຍ​ຂອງ​ນາງ​ຮາກາ

29ລູກຊາຍ​ຂອງ​ອິດຊະມາເອນ​ມີ​ດັ່ງນີ້: ເນບາໂຢດ​ເປັນ​ລູກຊາຍ​ກົກ​ຂອງ​ອິດຊະມາເອນ, ເກດາ, ອັດເບເອນ, ມິບຊາມ,30ມີຊະມາ, ດູມາ, ມາສາ, ຮາດັດ, ເຕມາ,31ເຢຕຸຣະ, ນາຟີດ ແລະ ເກເດມາ. ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ອິດຊະມາເອນ.

ເຊື້ອສາຍ​ຂອງ​ນາງ​ເກຕູຣາ

32ລູກຊາຍ​ທີ່​ເກີດ​ມາ​ຈາກ​ນາງ​ເກຕູຣາ ເຊິ່ງ​ເປັນ​ເມຍນ້ອຍ​ຂອງ​ອັບຣາຮາມ​ມີ​ດັ່ງນີ້: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະ ຊູອາ. ລູກຊາຍ​ຂອງ​ໂຢກຊານ​ມີ​ດັ່ງນີ້: ເຊບາ ແລະ ເດດານ.33ລູກຊາຍ​ຂອງ​ມີດີອານ​ມີ​ດັ່ງນີ້: ເອຟາ, ເອເຟ, ຮານົກ, ອາບີດາ ແລະ ເອນດາອາ. ຄົນ​ທັງໝົດ​ເຫລົ່ານີ້​ເປັນ​ເຊື້ອສາຍ​ຂອງ​ນາງ​ເກຕູຣາ.

ເຊື້ອສາຍ​ຂອງ​ນາງ​ຊາຣາ

34ອັບຣາຮາມ​ເປັນ​ພໍ່​ຂອງ​ອີຊາກ. ລູກຊາຍ​ຂອງ​ອີຊາກ​ມີ​ດັ່ງນີ້: ເອຊາວ ແລະ ອິດສະຣາເອນ.

ລູກຊາຍ​ຂອງ​ເອຊາວ

35ລູກຊາຍ​ຂອງ​ເອຊາວ​ມີ​ດັ່ງນີ້: ເອລີຟັດ, ເຣອູເອນ, ເຢອຸດ, ຢາລາມ ແລະ ໂກຣາ.36ລູກຊາຍ​ຂອງ​ເອລີຟັດ​ມີ​ດັ່ງນີ້: ເຕມານ, ໂອມາກ, ເຊຟີ, ຄາຕາມ, ເກນາດ, ແລະ ອາມາເຫລັກ, ທີ່​ເກີດ​ມາ​ຈາກ​ນາງ​ຕີມນາ. 37ລູກຊາຍ​ຂອງ​ເຣອູເອນ​ມີ​ດັ່ງນີ້: ນາຮາດ, ເຊຣາ, ຊາມມາ ແລະ ມິດຊາ.

ປະຊາຊົນ​ຂອງ​ເສອີ​ໃນ​ເອໂດມ

38ລູກຊາຍ​ຂອງ​ເສອີ​ມີ​ດັ່ງນີ້: ໂລຕັນ, ໂຊບານ, ຊີເບໂອນ, ອານາ, ດີໂຊນ, ເອເຊ ແລະ ດີຊານ.39ລູກຊາຍ​ຂອງ​ໂລຕັນ​ມີ​ດັ່ງນີ້: ໂຮຣີ ແລະ ໂຮມາມ. ຕີມນາ​ເປັນ​ນ້ອງສາວ​ຂອງ​ໂລຕັນ.40ລູກຊາຍ​ໂຊບານ​ມີ​ດັ່ງນີ້: ອາລີອານ, ມານາຮາດ, ເອບານ, ເຊໂຟ ແລະ ໂອນາມ. ລູກຊາຍ​ຊີເບໂອນ​ມີ​ດັ່ງນີ້: ອາອີຢາ ແລະ ອານາ.41ລູກຊາຍ​ຂອງ​ອານາ​ມີ​ດັ່ງນີ້: ດີໂຊນ ລູກຊາຍ​ຂອງ​ດີໂຊນ​ມີ​ດັ່ງນີ້: ຮຳຣານ, ເອັດຊະບານ, ອິທະຣານ ແລະ ເກຣານ.42ລູກຊາຍ​ຂອງ​ເອເຊ​ມີ​ດັ່ງນີ້: ບິນຮານ, ຊາອາວານ ແລະ ອາການ. ລູກຊາຍ​ຂອງ​ດີຊານ ​ມີ​ດັ່ງນີ້: ອູເຊ ແລະ ອາຣານ.

ບັນດາ​ຜູ້ປົກຄອງ​ຂອງ​ເອໂດມ

43ຄົນ​ເຫລົ່ານີ້​ເປັນ​ບັນດາ​ກະສັດ​ທີ່​ໄດ້​ປົກຄອງ​ໃນ​ເອໂດມ​ກ່ອນ​ທີ່​ຈະ​ມີ​ບັນດາ​ກະສັດ​ອິດສະຣາເອນ​ໄດ້​ປົກຄອງ​ມີ​ດັ່ງນີ້: ເບລາ ລູກຊາຍ​ຂອງ​ເບໂອ, ເຊິ່ງ​ມີ​ເມືອງ​ທີ່​ຊື່​ວ່າ​ດິນຮາບາ.44ເມື່ອ​ເບລາ​ໄດ້​ຕາຍ​ໄປ​ແລ້ວ, ໂຢບັບ ລູກຊາຍ​ຂອງ​ເຊຣາ​ຈາກ​ເມືອງ​ໂບຊະຣາ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.45ເມື່ອ​ໂຢບັບ​ຕາຍໄປ​ແລ້ວ, ຮູຊາມ​ຈາກ​ດິນແດນ​ຂອງ​ຊາວ​ເຕມານ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.46ເມື່ອ​ຮູຊາມ​ໄດ້​ໄປ​ຕາຍ​ແລ້ວ, ຮາດັດ​ລູກ​ຊາຍ​ຂອງ​ເບດັດ, ຜູ້​ທີ່​ໄດ້​ເອົາ​ຊະນະ​ຊາວ​ມີດີອານ​ໃນ​ດິນແດນ​ໂມອາບ, ລາວ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ, ເມືອງ​ຂອງ​ເພິ່ນ​ຊື່​ວ່າ ອາວິດ.47ເມື່ອ​ຮາດັດ​ໄດ້​ຕາຍ​ໄປ​ແລ້ວ, ຊາມລາ​ຈາກ​ເມືອງ​ມັດເຣກາ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.48ເມື່ອ​ຊາມລາ​ໄດ້​ຕາຍ​ໄປ​ແລ້ວ, ຊາອູນ​ຈາກ​ເມືອງ​ເຣໂຮໂບດ​ຕັ້ງ​ຢູ່​ທີ່​ແຄມ​ແມ່ນໍ້າ ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.49ເມື່ອ​ຊາອູນ​ໄດ້​ຕາຍ​ໄປ​ແລ້ວ, ບາອານຮານານ ລູກຊາຍ​ຂອງ​ອັກໂບ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.50ເມື່ອ​ບາອານຮານານ​ໄດ້​ຕາຍ​ໄປ​ແລ້ວ, ຮາດັດ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ. ເມືອງ​ຂອງ​ເພິ່ນ​ຊື່​ວ່າ​ປາອູ ແລະ ເມຍ​ຂອງ​ເພິ່ນ​ຊື່​ວ່າ ເມເຫັດຕາເບັນ ຜູ້​ເປັນ​ລູກສາວ​ຂອງ​ມາດເຣດ, ຫລານສາວ​ຂອງ​ເມຊາຮາບ.51ຮາດັດ​ກໍ​ໄດ້​ຕາຍ​ໄປ​ເໝືອນກັນ.
ຫົວໜ້າ​ເຜົ່າ​ຂອງ​ເອໂດມ​ມີ​ດັ່ງນີ້: ຕິມນາ, ອານວາ, ເຢເທັດ,
52ໂອໂຮລີບາມາ, ເອລາ, ປີໂນນ,53ເກນາດ, ເຕມານ, ມິບສາຣະ,54ມັກດີເອນ ແລະ ອີຣາມ, ຄົນ​ເຫລົ່ານີ້​ແມ່ນ​ຫົວໜ້າ​ເຜົ່າ​ຂອງ​ເອໂດມ.

Biblica, Inc.

https://app.library.bible/content/eab9312f9f16b3a2