2 ກະສັດ23
ໂຢຊີຢາໄດ້ຮື້ຟື້ນຄຳໝັ້ນສັນຍາ
1ຫລັງຈາກນັ້ນ ກະສັດໂຢຊີຢາກໍໄດ້ເອີ້ນຜູ້ອາວຸໂສຂອງຢູດາຍ ແລະ ເຢຣູຊາເລັມທຸກຄົນມາລວມກັນ.2ເພິ່ນໄດ້ໄປທີ່ວິຫານຂອງພຣະເຈົ້າຢາເວພ້ອມຊາວຢູດາ, ຊາວເຢຣູຊາເລັມ, ບັນດາປະໂລຫິດ ແລະ ບັນດາຜູ້ທຳນວາຍ ຄືປະຊາຊົນທັງໝົດຕັ້ງແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ທີ່ສຸດ. ກະສັດໂຢຊີຢາໄດ້ອ່ານທຸກຖ້ອຍຄຳໃນໜັງສືຄຳໝັ້ນສັນຍາທີ່ພົບໃນວິຫານຂອງພຣະເຈົ້າຢາເວຕໍ່ໜ້າພວກເຂົາ.3ກະສັດໄດ້ຢືນຢູ່ຂ້າງເສົາ ແລະ ຮື້ຟື້ນຄຳໝັ້ນສັນຍາຕໍ່ໜ້າພຣະເຈົ້າຢາເວ ປະຕິຍານວ່າຈະຕິດຕາມພຣະເຈົ້າຢາເວ ແລະ ປະຕິບັດຕາມຄຳສັ່ງ, ກົດລະບຽບ ແລະ ດຳລັດຂອງພຣະອົງດ້ວຍສຸດຈິດສຸດໃຈຂອງຕົນ, ເປັນການຢືນຢັນໃຈຄວາມຂອງຄຳໝັ້ນສັນຍາທີ່ຂຽນໄວ້ໃນໜັງສືນີ້, ແລ້ວປະຊາຊົນທັງໝົດກໍປະຕິຍານເຂົ້າຮ່ວມໃນຄຳໝັ້ນສັນຍາ.4ກະສັດໂຢຊີຢາໄດ້ສັ່ງມະຫາປະໂລຫິດຮິນກີຢາ, ປະໂລຫິດອື່ນໆທີ່ຮອງລົງມາ ແລະ ຄົນເຝົ້າຍາມປະຕູທັງຫລາຍໃຫ້ກຳຈັດເຄື່ອງໃຊ້ທຸກຢ່າງສຳລັບພະບາອານ, ເຈົ້າແມ່ອາເຊຣາ ແລະ ດວງດາວທັງໝົດໃນທ້ອງຟ້າອອກໄປຈາກວິຫານຂອງພຣະເຈົ້າຢາເວ. ເພິ່ນໄດ້ເຜົາເຄື່ອງຂອງເຫລົ່ານັ້ນຢູ່ທີ່ລານຮ່ອມພູກິດໂຣນ ເຊິ່ງຢູ່ນອກເຢຣູຊາເລັມ ແລະ ໄດ້ນຳຂີ້ເຖົ່າໄປຖິ້ມຢູ່ທີ່ເບັດເອນ.5ໂຢຊີຢາໄດ້ປົດປະໂລຫິດຂອງພະທັງຫລາຍທີ່ບັນດາກະສັດຢູດາຍໄດ້ແຕ່ງຕັ້ງພວກເຂົາໃຫ້ເຜົາເຄື່ອງຫອມໃນສະຖານບູຊາເທິງທີ່ສູງທັງຫລາຍທົ່ວແດນຢູດາຍ ແລະ ອ້ອມຮອບເຢຣູຊາເລັມເພື່ອບູຊາພະບາອານ ດວງອາທິດ, ດວງເດືອນ, ກຸ່ມດາວ ແລະ ດວງດາວທັງໝົດໃນທ້ອງຟ້າ.6ກະສັດໂຢຊີຢາໄດ້ຮື້ເສົາເຈົ້າແມ່ອາເຊຣາອອກຈາກວິຫານຂອງພຣະເຈົ້າຢາເວ ນຳໄປເຜົາຢູ່ທີ່ຮ່ອມພູກິດໂຣນ ເຊິ່ງຢູ່ນອກເຢຣູຊາເລັມ ແລ້ວບົດເປັນຜົງ ໂຮຍເທິງຂຸມຝັງສົບຂອງຄົນທົ່ວໄປ.7ເພິ່ນຍັງໄດ້ຮື້ສະຖານບູຊາຕ່າງໆຂອງໂສເພນີຊາຍໃນວິຫານຂອງພຣະເຈົ້າຢາເວ ແລະ ຂອງບັນດາຍິງຕ່ຳຜ້າສຳລັບເຈົ້າແມ່ອາເຊຣາ.8ໂຢຊີຢາໄດ້ນຳບັນດາປະໂລຫິດຈາກຫົວເມືອງຕ່າງໆຂອງຢູດາຍມາທີ່ເຢຣູຊາເລັມ ແລະ ໄດ້ຮື້ສະຖານບູຊາເທິງທີ່ສູງທັງຫລາຍຈາກເກບາຈົນຮອດເບເອນເຊບາ, ບ່ອນທີ່ປະໂລຫິດທັງຫລາຍໄດ້ເຜົາເຄື່ອງຫອມ. ເພິ່ນໄດ້ທຳລາຍສະຖານບູຊາ ບ່ອນທາງເຂົ້າປະຕູທີ່ໂຢຊວຍຜູ້ວ່າການເມືອງຂອງເຢຣູຊາເລັມໄດ້ສ້າງຂຶ້ນ ຕັ້ງຢູ່ທາງຊ້າຍມືຂອງປະຕູເມືອງ.9ເຖິງແມ່ນປະໂລຫິດຂອງສະຖານບູຊາເທິງທີ່ສູງເຫລົ່ານີ້ບໍ່ໄດ້ຮັບໃຊ້ຢູ່ທີ່ແທ່ນບູຊາຂອງພຣະເຈົ້າຢາເວໃນເຢຣູຊາເລັມ ແຕ່ພວກເພິ່ນກໍໄດ້ກິນເຂົ້າຈີ່ບໍ່ໃສ່ເຊື້ອແປ້ງຮ່ວມກັບປະໂລຫິດຄົນອື່ນໆ.10ໂຢຊີຢາໄດ້ທຳລາຍໂຕເຟັດໃນຮ່ອມພູເບັນຮິນໂນມ, ເພື່ອຈະບໍ່ມີຜູ້ໃດສາມາດໃຊ້ທີ່ນັ້ນເຜົາລູກຊາຍລູກສາວຂອງຕົນເປັນເຄື່ອງບູຊາຍັນ ໃຫ້ແກ່ພະໂມລົກໄດ້ອີກ.11ເພິ່ນໄດ້ຮື້ຮູບປັ້ນມ້າຢູ່ທີ່ທາງເຂົ້າວິຫານຂອງພຣະເຈົ້າຢາເວ ເຊິ່ງຕັ້ງຢູ່ເທິງເດີ່ນ ໃກ້ກັບຫ້ອງນອນຂອງຂຸນນາງນາທານເມເຫລັກ ຮູບປັ້ນເຫລົ່ານີ້ກະສັດຄົນກ່ອນໆຂອງຢູດາຍໄດ້ສ້າງຂຶ້ນເພື່ອຖວາຍດວງຕາເວັນ. ຫລັງຈາກນັ້ນ ໂຢຊີຢາກໍໄດ້ເຜົາລົດມ້າຮົບທີ່ສ້າງຖວາຍດວງຕາເວັນດ້ວຍ.12ເພິ່ນໄດ້ຮື້ແທ່ນບູຊາຕ່າງໆທີ່ກະສັດຢູດາຍໄດ້ສ້າງຂຶ້ນເທິງດາດວັງ ເໜືອຫ້ອງຂອງອາຮາດ ແລະ ແທ່ນບູຊາທີ່ມານາເຊໄດ້ສ້າງຂຶ້ນໃນເດີ່ນທັງສອງຂອງວິຫານຂອງພຣະເຈົ້າຢາເວ. ໂຢຊີຢາໄດ້ຍ້າຍແທ່ນບູຊາເຫລົ່ານັ້ນ ອອກໄປຈາກທີ່ນັ້ນ, ທຸບແທ່ນເຫລົ່ານັ້ນເປັນກ້ອນນ້ອຍໆ ແລະ ຖິ້ມໃນຮ່ອມພູກິດໂຣນ.13ເພິ່ນໄດ້ທຳລາຍສະຖານບູຊາເທິງທີ່ສູງທັງຫລາຍທາງຕາເວັນອອກຂອງເຢຣູຊາເລັມ ທາງໃຕ້ຂອງໂນນພູແຫ່ງຄວາມເສື່ອມໂຊມ ເຊິ່ງກະສັດໂຊໂລໂມນແຫ່ງອິດສະຣາເອນໄດ້ສ້າງຂຶ້ນສຳລັບເຈົ້າແມ່ອັດສະຕາກອັນຊົ່ວຊ້າຂອງຊາວຊີໂດນ ສຳລັບພະເຄໂມດອັນຊົ່ວຊ້າຂອງໂມອາບ ແລະ ສຳລັບພະໂມເລັກ ອັນໜ້າກຽດຊັງຂອງຊາວອຳໂມນ.14ໂຢຊີຢາໄດ້ທຸບຫີນສັກສິດ ແລະ ໂຄ່ນລົ້ມເສົາເຈົ້າແມ່ອາເຊຣາຖິ້ມ ແລະ ຖົມບ່ອນເຫລົ່ານັ້ນດ້ວຍກະດູກຄົນຕາຍ.15ເພິ່ນຍັງໄດ້ຮື້ແທ່ນບູຊາ ແລະ ສະຖານບູຊາເທິງທີ່ສູງໃນເບັດເອນທີ່ເຢໂຣໂບອາມລູກຊາຍຂອງເນບັດ ຜູ້ທີ່ຊັກຈູງອິດສະຣາເອນໃຫ້ເຮັດບາບນັ້ນໄດ້ສ້າງຂຶ້ນ. ໂຢຊີຢາໄດ້ທຸບຖິ້ມໃຫ້ໝຸ່ນເປັນຂີ້ດິນ. ເພິ່ນໄດ້ເຜົາເສົາເຈົ້າແມ່ອາເຊຣາເໝືອນກັນ.16ຫລັງຈາກນັ້ນ ໂຢຊີຢາເບິ່ງໄປອ້ອມຮອບ ແລະ ເມື່ອເພິ່ນເຫັນບ່ອນຝັງສົບຕ່າງໆທີ່ຢູ່ຂ້າງພູເຂົາ ເພິ່ນກໍໄດ້ສັ່ງໃຫ້ນຳກະດູກໃນບ່ອນຝັງສົບເຫລົ່ານັ້ນອອກມາເຜົາຢູ່ເທິງແທ່ນບູຊາແຫ່ງເບັດເອນ ເພື່ອໃຫ້ແທ່ນນັ້ນເສື່ອມຄວາມສັກສິດ, ຕາມທີ່ຜູ້ທຳນວາຍຂອງພຣະເຈົ້າຢາເວປະກາດໄວ້ແລ້ວວ່າຈະເກີດຂຶ້ນ.17ໂຢຊີຢາໄດ້ຖາມວ່າ, “ຫີນອຸບໂມງຝັງສົບທີ່ເຫັນນັ້ນແມ່ນຫຍັງ?”ຊາວເມືອງໄດ້ຕອບວ່າ, “ເປັນຂຸມຝັງສົບຂອງຄົນຂອງພຣະເຈົ້າຈາກຢູດາຍ ເຊິ່ງປະກາດວ່າສິ່ງທີ່ທ່ານຫາກໍ່ເຮັດສຳເລັດລົງໄປຈະເກີດຂຶ້ນເທິງແທ່ນແຫ່ງເບັດເອນນີ້”.18ໂຢຊີຢາຈຶ່ງເວົ້າວ່າ, “ຈົ່ງປ່ອຍບ່ອນຝັງສົບນັ້ນໄວ້ ຢ່າໃຫ້ຜູ້ໃດໄປລົບກວນກະດູກຂອງລາວເລີຍ”. ດັ່ງນັ້ນ ພວກເຂົາຈຶ່ງບໍ່ໄດ້ເຜົາກະດູກຂອງຜູ້ນັ້ນ ແລະ ກະດູກຂອງຜູ້ທຳນວາຍຈາກຊາມາເຣຍ.19ເຊັ່ນດຽວກັບທີ່ເບັດເອນ ໂຢຊີຢາໄດ້ທຳລາຍສະຖານບູຊາເທິງທີ່ສູງທັງຫລາຍທົ່ວຊາມາເຣຍ ແລະ ເຮັດໃຫ້ເສື່ອມຄວາມສັກສິດ ຄືບ່ອນທີ່ບັນດາກະສັດອິດສະຣາເອນສ້າງຂຶ້ນຍົວະໃຫ້ພຣະເຈົ້າຢາເວໃຈຮ້າຍ.20ໂຢຊີຢາໄດ້ຂ້າປະໂລຫິດທັງໝົດຂອງສະຖານບູຊາເທິງທີ່ສູງເທິງແທ່ນບູຊາເຫລົ່ານັ້ນ ແລະ ເຜົາກະດູກຄົນເທິງແທ່ນບູຊານັ້ນ. ຫລັງຈາກນັ້ນ ເພິ່ນກໍກັບໄປທີ່ເຢຣູຊາເລັມ.21ໂຢຊີຢາໄດ້ສັ່ງປະຊາຊົນທັງໝົດວ່າ, “ຈົ່ງສະຫລອງປັດສະຄາຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານຕາມທີ່ຂຽນໄວ້ໃນໜັງສືຄຳໝັ້ນສັນຍານີ້”.22ບໍ່ເຄີຍມີການສະຫລອງປັດສະຄາແບບນັ້ນເລີຍນັບຕັ້ງແຕ່ສະໄໝພວກຜູ້ປົກຄອງຂອງອິດສະຣາເອນ ແລະ ຕະຫລອດຍຸກຂອງກະສັດອິດສະຣາເອນ ແລະ ຢູດາຍ.23ແຕ່ພິທີປັດສະຄານີ້ແມ່ນສະຫລອງແກ່ພຣະເຈົ້າຢາເວໃນເຢຣູຊາເລັມໃນປີທີສິບແປດແຫ່ງຊ່ວງການປົກຄອງກະສັດໂຢຊີຢາ.24ຫລາຍກວ່ານັ້ນ, ໂຢຊີຢາຍັງໄດ້ກຳຈັດຄົນຫລິ້ນຄາຖາ, ໝໍດູ, ພະປະຈຳເຮືອນ, ຮູບເຄົາລົບ ແລະ ສິ່ງທີ່ໜ້າກຽດຊັງທັງໝົດທີ່ພົບເຫັນໃນຢູດາຍ ແລະ ເຢຣູຊາເລັມ ເພື່ອໃຫ້ຄົບຖ້ວນຕາມຂໍ້ກຳນົດຂອງກົດບັນຍັດທີ່ຂຽນໄວ້ໃນໜັງສືທີ່ປະໂລຫິດຮິນກີຢາພົບໃນວິຫານຂອງພຣະເຈົ້າຢາເວ.25ກ່ອນໜ້າ ຫລື ຫລັງໂຢຊີຢາ ບໍ່ມີກະສັດຄົນໃດຄືກັບເພິ່ນ ເຊິ່ງຫັນກັບມາຫາພຣະເຈົ້າຢາເວຢ່າງສຸດຈິດສຸດໃຈຂອງຕົນ ແລະ ສຸດກຳລັງຂອງຕົນ, ຕາມກົດບັນຍັດທັງໝົດຂອງໂມເຊ.26ແຕ່ພຣະເຈົ້າຢາເວບໍ່ໄດ້ເຊົາໃຈຮ້າຍອັນໃຫຍ່ຫລວງທີ່ມີຕໍ່ຢູດາຍ ເຊິ່ງເນື່ອງມາຈາກການກະທຳທັງໝົດຂອງມານາເຊທີ່ຍົວະໃຫ້ພຣະອົງໃຈຮ້າຍ.27ດັ່ງນັ້ນ ພຣະເຈົ້າຢາເວໄດ້ກ່າວວ່າ, “ເຮົາຈະກຳຈັດຢູດາຍອອກໄປໃຫ້ພົ້ນໜ້າເຮົາ ເໝືອນທີ່ເຮົາໄດ້ກຳຈັດອິດສະຣາເອນ ແລະ ເຮົາຈະຖິ້ມເຢຣູຊາເລັມເມືອງທີ່ເຮົາເລືອກໄວ້ ແລະ ຖິ້ມວິຫານທີ່ເຮົາກ່າວວ່າ, ‘ນາມຂອງເຮົາຈະຢູ່ທີ່ນັ້ນ’ ”.28ເຫດການອື່ນໆໃນຊ່ວງການປົກຄອງຂອງໂຢຊີຢາ ແລະ ພາລະກິດທັງໝົດທີ່ເພິ່ນໄດ້ເຮັດນັ້ນແມ່ນມີບັນທຶກຢູ່ໃນປຶ້ມປະຫວັດສາດຂອງກະສັດແຫ່ງຢູດາຍບໍ່ແມ່ນບໍ?29ໃນຂະນະທີ່ໂຢຊີຢາຍັງປົກຄອງຢູ່, ຟາໂຣເນໂກແຫ່ງເອຢິບໄດ້ມາທີ່ແມ່ນ້ຳເອີຟຣັດເພື່ອຊ່ວຍກະສັດອັດຊີເຣຍ. ກະສັດໂຢຊີຢາໄດ້ຍົກທັບອອກໄປສູ້ຮົບກັບເນໂກ ແລະ ຖືກຂ້າຢູ່ທີ່ເມກິດໂດ.30ທະຫານຂອງໂຢຊີຢາຈຶ່ງນຳສົບຂອງເນໂກຂຶ້ນລົດມ້າຈາກເມກິດໂດມາທີ່ເຢຣູຊາເລັມ ແລະ ຝັງໄວ້ໃນອຸບໂມງຝັງສົບຂອງລາວເອງ. ປະຊາຊົນໄດ້ເລືອກເຢໂຮອາຮາດລູກຊາຍຂອງໂຢຊີຢາ ແລະ ແຕ່ງຕັ້ງເພິ່ນຂຶ້ນເປັນກະສັດແທນພໍ່ຂອງເພິ່ນ.
ກະສັດເຢໂຮອາຮາດແຫ່ງຢູດາຍ
31ເຢໂຮອາຮາດໄດ້ຂຶ້ນເປັນກະສັດເພື່ອເພິ່ນມີອາຍຸ 23 ປີ ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມເປັນເວລາສາມເດືອນ. ແມ່ຂອງເພິ່ນມີຊື່ວ່າຮາມູຕານລູກສາວຂອງເຢເຣມີຢາແຫ່ງລິບນາ.32ເຢໂຮອາຮາດໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວເໝືອນທີ່ບັນພະບຸລຸດຂອງເພິ່ນໄດ້ເຮັດ.33ຟາໂຣເນໂກໄດ້ຈັບເພິ່ນລ່າມໂສ້ໄວ້ຢູ່ທີ່ຣິບລາໃນຮາມັດ ເພື່ອບໍ່ໃຫ້ເພິ່ນປົກຄອງຢູ່ທີ່ເຢຣູຊາເລັມ ແລະ ບັງຄັບຢູດາຍໃຫ້ສົ່ງເຄຶ່ອງຖວາຍເປັນເງິນ 100 ຕາລັນຕົນ ແລະ ຄຳ 1 ຕາລັນຕົນ. 34ຟາໂຣເນໂກໄດ້ເລືອກເອລີອາກິມລູກຊາຍຂອງໂຢຊີຢາໃຫ້ປົກຄອງໃນເຢຣູຊາເລັມ ແລ້ວປ່ຽນຊື່ເປັນເຢໂຮຍອາກິມ. ສ່ວນເຢໂຮອາຮາດຖືກນຳໂຕໄປທີ່ເອຢິບ ແລະ ຕາຍທີ່ນັ້ນ.35ເຢໂຮຍອາກິມໄດ້ເກັບພາສີແຜ່ນດິນຈາກປະຊາຊົນເພື່ອໃຫ້ໄດ້ເງິນ ແລະ ຄຳເຕັມຈຳນວນຕາມທີ່ຟາໂຣເນໂກຮຽກຮ້ອງມາ.ກະສັດເຢໂຮຍອາກິມແຫ່ງຢູດາຍ
36ເຢໂຮຍອາກິມໄດ້ຂຶ້ນເປັນກະສັດເພື່ອເພິ່ນມີອາຍຸ 25 ປີ ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມເປັນເວລາສິບເອັດປີ. ແມ່ຂອງເພິ່ນມີຊື່ວ່າເສບິດາ ເຊິ່ງເປັນລູກສາວຂອງເປດາຢາຈາກຣູມາ.37ເຢໂຮຍອາກິນໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວເໝືອນທີ່ບັນພະບຸລຸດຂອງເພິ່ນໄດ້ເຮັດ.Biblica, Inc.