2 ກະສັດ22
ພົບໜັງສືກົດບັນຍັດ
1ໂຢຊີຢາໄດ້ຂຶ້ນເປັນກະສັດເມື່ອເພິ່ນມີອາຍຸແປດປີ ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມເປັນເວລາ 31 ປີ. ແມ່ຂອງເພິ່ນມີຊື່ວ່າເຢດີດາ ເຊິ່ງລູກສາວຂອງອາດາຢາຈາກໂບສະກາດ.2ໂຢຊີຢາໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວ ແລະ ດຳເນີນຕາມແບບຢ່າງຂອງດາວິດຜູ້ເປັນບັນພະບຸລຸດທຸກປະການ ໂດຍບໍ່ໄດ້ຫັນເຫໄປທາງຂວາ ຫລື ທາງຊ້າຍ.3ໃນປີທີສິບແປດແຫ່ງຊ່ວງການປົກຄອງຂອງກະສັດໂຢຊີຢາ ເພິ່ນໄດ້ໃຊ້ຊາຟານ ຜູ້ເປັນເລຂາ, ລູກຊາຍຂອງອາຊາລີຢາ, ຜູ້ເປັນລູກຊາຍຂອງເມຊຸນລຳໄປທີ່ວິຫານຂອງພຣະເຈົ້າຢາເວ.4ໂຢຊີຢາໄດ້ສັ່ງວ່າ: “ຈົ່ງຂຶ້ນໄປພົບມະຫາປະໂລຫິດຮິນກີຢາ ແລະ ບອກເພິ່ນໃຫ້ລວມເງິນທີ່ປະໂລຫິດທີ່ເຝົ້າປະຕູວິຫານຂອງພຣະເຈົ້າຢາເວເກັບຈາກປະຊາຊົນທີ່ມານະມັດສະການ.5ແລະ ນຳໄປມອບແກ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃຫ້ຄວບຄຸມວຽກໃນວິຫານ ເພື່ອຈ່າຍໃຫ້ແກ່ຄົນງານທີ່ມາສ້ອມແປງວິຫານຂອງພຣະເຈົ້າຢາເວ.6ຄືຊ່າງໄມ້, ຊ່າງກໍ່ສ້າງ ແລະ ຊ່າງກໍ່ ແລະ ເພື່ອຊື້ໄມ້ ແລະ ຫີນສະຫລັກທີ່ໃຊ້ໃນການສ້ອມແປງວິຫານ.7ແຕ່ພວກເຂົາບໍ່ຕ້ອງເຮັດລາຍງານການເງິນທີ່ພວກເຂົາໄດ້ຮັບມາ ເພາະພວກເຂົາເຮັດວຽກດ້ວຍຄວາມສັດຊື່”.8ມະຫາປະໂລຫິດຮິນກີຢາໄດ້ເວົ້າກັບຊາຟານຜູ້ເປັນເລຂາວ່າ, “ຂ້າພະເຈົ້າໄດ້ພົບໜັງສືກົດບັນຍັດໃນວິຫານຂອງພຣະເຈົ້າຢາເວ”. ແລ້ວລາວມອບໃຫ້ຊາຟານອ່ານ9ຊາຟານຜູ້ເປັນເລຂາຈຶ່ງໄປລາຍງານກະສັດວ່າ, “ຜູ້ຮັບໃຊ້ໄດ້ຈ່າຍເງິນທີ່ມີຢູ່ໃນວິຫານຂອງພຣະເຈົ້າຢາເວໃຫ້ຄົນງານ ແລະ ຜູ້ຄວບຄຸມການສ້ອມແປງວິຫານ”.10ແລ້ວຊາຟານຜູ້ເປັນເລຂາກໍໄດ້ແຈ້ງຕໍ່ກະສັດວ່າ, “ປະໂລຫິດຮິນກີຢາໄດ້ມອບໜັງສືນີ້ໃຫ້ແກ່ຂ້ານ້ອຍ”. ຊາຟານຈຶ່ງອ່ານໜັງສືນັ້ນຕໍ່ໜ້າກະສັດ.11ເມື່ອກະສັດໄດ້ຟັງເນື້ອຄວາມໃນໜັງສືກົດບັນຍັດນັ້ນແລ້ວ, ເພິ່ນກໍຈີກເສື້ອຄຸມຂອງຕົນ.12ເພິ່ນໄດ້ສັ່ງປະໂລຫິດຮິນກີຢາ, ອາຮີກຳລູກຊາຍຂອງຊາຟານ, ອັກໂບລູກຊາຍຂອງມີກາອີຢາ, ຊາຟານຜູ້ເປັນເລຂາ ແລະ ອາສາອີຢາຄົນຮັບໃຊ້ຂອງກະສັດວ່າ:13“ຈົ່ງໄປຖາມພຣະເຈົ້າຢາເວໃຫ້ເຮົາ ແລະ ບັນດາປະຊາຊົນທົ່ວທັງຢູດາຍກ່ຽວກັບສິ່ງທີ່ບັນທຶກໄວ້ໃນໜັງສືທີ່ໄດ້ພົບນີ້ ຄວາມໃຈຮ້າຍຂອງພຣະເຈົ້າຢາເວທີ່ເຜົາຜານພວກເຮົານັ້ນຮ້າຍແຮງຫລາຍ ເພາະບັນພະບຸລຸດຂອງພວກເຮົາບໍ່ໄດ້ປະຕິບັດຕາມຖ້ອຍຄຳໃນໜັງສືນີ້ເລີຍ ເຊິ່ງມີບັນທຶກກ່ຽວພັນກັນມາເຖິງພວກເຮົາທັງຫລາຍ”.14ປະໂລຫິດຮິນກີຢາ, ອາຮີກຳ, ອັກໂບ, ຊາຟານ ແລະ ອາສາອີຢາ ຈຶ່ງໄດ້ໄປເວົ້າກັບຜູ້ທຳນວາຍຮຸນດາ ເຊິ່ງເປັນເມຍຂອງຊໍລູມ ລູກຊາຍຂອງຕິກວາ, ຜູ້ເປັນລູກຊາຍຂອງຮາຣະຮັດ, ເຊິ່ງເປັນຜູ້ເບິ່ງແຍງເຄື່ອງຖວາຍ. ນາງໄດ້ອາໄສຢູ່ທີ່ເຢຣູຊາເລັມແຂວງສອງ.15ນາງກ່າວກັບພວກເຂົາວ່າ, “ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ ຈົ່ງແຈ້ງຜູ້ທີ່ໃຊ້ເຈົ້າມາຫາເຮົາວ່າ:16‘ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ວ່າ: ເຮົາຈະນຳໄພພິບັດທຸກຢ່າງມາທີ່ສະຖານທີ່ແຫ່ງນີ້ ແລະ ມາທີ່ປະຊາຊົນຂອງສະຖານທີ່ແຫ່ງນີ້ ຕາມທີ່ຂຽນໄວ້ໃນໜັງສືເຊິ່ງກະສັດແຫ່ງຢູດາຍໄດ້ອ່ານນັ້ນ.17ເພາະພວກເຂົາໄດ້ປະຖິ້ມເຮົາໄປເຜົາເຄື່ອງຫອມຖວາຍພະອື່ນໆ ແລະ ຍົວະໃຫ້ເຮົາໃຈຮ້າຍເຮົາດ້ວຍຮູບເຄົາລົບທັງໝົດທີ່ມືຂອງພວກເຂົາໄດ້ເຮັດຂຶ້ນ ຄວາມຄຽດຂອງເຮົາຈະເຜົາຜານທີ່ແຫ່ງນີ້ ແລະ ຈະຢຸດບໍ່ໄດ້’.18ຈົ່ງບອກກະສັດຢູດາຍທີ່ໃຊ້ພວກເຈົ້າມາຖາມພຣະເຈົ້າຢາເວນັ້ນວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວກ່ຽວກັບຂໍ້ຄວາມທີ່ເຈົ້າໄດ້ຍິນດັ່ງນີ້ວ່າ:19ເນື່ອງຈາກຈິດໃຈຂອງເຈົ້ານ້ອມຮັບ ແລະ ເຈົ້າໄດ້ຖ່ອມໂຕລົງຕໍ່ໜ້າພຣະເຈົ້າຢາເວເມື່ອໄດ້ຍິນສິ່ງທີ່ເຮົາກ່າວໄວ້ກ່ຽວກັບສະຖານທີ່ນີ້ ແລະ ປະຊາຊົນທີ່ຂອງສະຖານທີ່ນີ້ວ່າຈະຖືກສາບແຊ່ງ ແລະ ຈະຕ້ອງຮ້າງ ແລະ ເນື່ອງຈາກເຈົ້າໄດ້ຈີກເສື້ອ ແລະ ຮ້ອງໄຫ້ຕໍ່ໜ້າເຮົາ ເຮົາໄດ້ຍິນແລ້ວ ພຣະເຈົ້າຢາເວປະກາດດັ່ງນີ້.20ເຫດສະນັ້ນ ເຮົາຈະລວມເຈົ້າໄປຢູ່ກັບບັນພະບຸລຸດ ແລະ ເຈົ້າຈະຖືກຝັງຢ່າງສະຫງົບສຸກ ບໍ່ຕ້ອງເຫັນໄພພິບັດທັງໝົດທີ່ເຮົາຈະນຳມາທີ່ສະຖານທີ່ນີ້’ ”.ດັ່ງນັ້ນ ພວກເຂົາຈຶ່ງໄດ້ນຳເອົາຄຳຕອບຂອງນາງກັບໄປຫາຕໍ່ກະສັດໂຢຊີຢາ.
Biblica, Inc.