2 ກະສັດ21
ກະສັດມານາເຊແຫ່ງຢູດາຍ
1ເມື່ອມານາເຊຂຶ້ນເປັນກະສັດ ເມື່ອເພິ່ນມີອາຍຸສິບສອງປີ ແລະ ປົກຄອງໃນເຢຣູຊາເລັມ 55 ປີ ແມ່ຂອງເພິ່ນມີຊື່ວ່າເຮຟະຊີບາ.2ເພິ່ນໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວໂດຍປະຕິບັດຕາມພິທີການຕ່າງໆອັນໜ້າກຽດຊັງຂອງຊົນຊາດຕ່າງໆທີ່ພຣະເຈົ້າຢາເວໄດ້ຂັບໄລ່ອອກໄປໃຫ້ພົ້ນຈາກຊາວອິດສະຣາເອນ.3ມານາເຊໄດ້ສ້າງສະຖານບູຊາເທິງທີ່ສູງທັງຫລາຍ ເຊິ່ງເຮເຊກີຢາພໍ່ຂອງເພິ່ນໄດ້ທຳລາຍຖິ້ມນັ້ນຂຶ້ນມາໃໝ່; ເພິ່ນຍັງໄດ້ສ້າງແທ່ນບູຊາພະບາອານ ແລະ ເສົາເຈົ້າແມ່ອາເຊຣາເໝືອນທີ່ກະສັດອາຮາບແຫ່ງອິດສະຣາເອນໄດ້ເຮັດ. ເພິ່ນໄດ້ກາບໄຫວ້ດວງດາວທັງໝົດໃນທ້ອງຟ້າ.4ລາວສ້າງແທ່ນບູຊາສຳລັບພະຕ່າງໆໃນວິຫານຂອງພຣະເຈົ້າຢາເວ ເຊິ່ງພຣະເຈົ້າຢາເວໄດ້ກ່າວວ່າ, “ເຮົາຈະເອົານາມຂອງເຮົາໄວ້ໃນເຢຣູຊາເລັມ”.5ເພິ່ນໄດ້ສ້າງແທ່ນບູຊາສຳລັບດວງດາວທັງໝົດໃນທ້ອງຟ້າຢູ່ທີ່ເດິ່ນທັງສອງຂອງວິຫານຂອງພຣະເຈົ້າຢາເວ.6ເພິ່ນໄດ້ນຳລູກຊາຍຂອງລາວເອງມາເຜົາບູຊາຍັນ , ໃຊ້ເວດມົນຄາຖາ ແລະ ຖືໂຊກຊະຕາລາສີ, ປຶກສາຄົນຫລິ້ນອາຄົມ ແລະ ໝໍດູ. ເພິ່ນໄດ້ເຮັດສິ່ງທີ່ຊົ່ວຮ້າຍຫລາຍໃນສາຍຕາຂອງພຣະເຈົ້າຢາເວ ແລະ ຍົວະໃຫ້ພຣະອົງໃຈຮ້າຍ.7ມານາເຊໄດ້ສ້າງເສົາສະຫລັກຂອງເຈົ້າແມ່ອາເຊຣາແລ້ວຕັ້ງໄວ້ໃນວິຫານບ່ອນທີ່ພຣະເຈົ້າຢາເວໄດ້ກ່າວໄວ້ກັບດາວິດ ແລະ ໂຊໂລໂມນລູກຊາຍຂອງເພິ່ນວ່າ, “ເຮົາຈະຕັ້ງນາມຂອງເຮົາໄວ້ເປັນນິດໃນວິຫານແຫ່ງນີ້ ແລະ ໃນເຢຣູຊາເລັມ ເຊິ່ງເຮົາໄດ້ເລືອກຈາກທຸກເຜົ່າຂອງອິດສະຣາເອນ.8ຂໍພຽງແຕ່ຊົນຊາດອິດສະຣາເອນເອົາໃຈໃສ່ປະຕິບັດຕາມຄຳສັ່ງຂອງເຮົາ ແລະ ກົດບັນຍັດທັງໝົດທີ່ໂມເຊຜູ້ຮັບໃຊ້ຂອງເຮົາໃຫ້ໄວ້ ເຮົາກໍຈະບໍ່ເຮັດໃຫ້ພວກເຂົາຕ້ອງອອກຈາກດິນແດນທີ່ເຮົາຍົກໃຫ້ບັນພະບຸລຸດຂອງພວກເຂົາອີກເລີຍ”.9ແຕ່ບັນດາປະຊາຊົນກໍບໍ່ຍອມຟັງ ມານາເຊຊັກຈູງພວກເຂົາໃຫ້ຫລົງຜິດໄປ, ດັ່ງນັ້ນ ພວກເຂົາຈຶ່ງເຮັດສິ່ງທີ່ຊົ່ວຮ້າຍຍິ່ງກວ່າຊົນຊາດຕ່າງໆ ເຊິ່ງພຣະເຈົ້າຢາເວໄດ້ທຳລາຍໄປໃຫ້ພົ້ນໄປຈາກຊົນຊາດອິດສະຣາເອນ.10ພຣະເຈົ້າຢາເວກ່າວຜ່ານຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງວ່າ:11“ເນື່ອງຈາກກະສັດມານາເຊແຫ່ງຢູດາຍໄດ້ເຮັດບາບທີ່ໜ້າກຽດຊັງເຫລົ່ານີ້ ແລະ ຍັງຊົ່ວຮ້າຍຍິ່ງກວ່າຊາວອາໂມທີ່ເຄີຍຢູ່ມາກ່ອນ ແລະ ເນື່ອງຈາກເພິ່ນໄດ້ຊັກຊວນຊົນຢູດາໃຫ້ເຮັດບາບດ້ວຍຮູບເຄົາລົບທັງຫລາຍຂອງຕົນ.12ເຫດສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນຈຶ່ງກ່າວດັ່ງນີ້ວ່າ: ເຮົາຈະນຳໄພພິບັດມາສູ່ເຢຣູຊາເລັມ ແລະ ຢູດາຍຈົນທຸກຄົນທີ່ໄດ້ຍິນເລື່ອງນີ້ແລ້ວຈົນວ່າຕົກໃຈຂົນລຸກ13ເຮົາຈະລົງໂທດເຢຣູຊາເລັມເໝືອນທີ່ເຮັດແກ່ເມືອງຊາມາເຣຍ ແລະ ແກ່ພົງພັນຂອງອາຮາບ ເຮົາຈະກວາດລ້າງເຢຣູຊາເລັມເໝືອນຄົນລ້າງຖ້ວຍແລ້ວຂ້ວມຖິ້ມໄວ້.14ເຮົາຈະຖິ້ມຊົນຊາດນ້ອຍທີ່ເຫລືອແຫ່ງກຳມະສິດຂອງເຮົາ ແລະ ມອບພວກເຂົາໃຫ້ແກ່ສັດຕູ ເຂົາຈະຖືກປຸ້ນ ແລະ ຖືກກວາດຕ້ອນໄປເປັນຊະເລີຍ.15ເພາະພວກເຂົາໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງເຮົາ ແລະ ຍົວະໃຫ້ເຮົາໃຈຮ້າຍ ນັບຕັ້ງແຕ່ບັນພະບຸລຸດຂອງພວກເຂົາອອກມາຈາກເອຢິບຈົນເຖິງບັດນີ້”.16ມານາເຊບໍ່ພຽງແຕ່ຊັກຊວນຊາວຢູດາໃຫ້ເຮັດບາບ ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວເທົ່ານັ້ນ ແຕ່ຍັງໄດ້ຂ້າຄົນບໍລິສຸດເປັນຈຳນວນຫລາຍຈົນເລືອດຖ້ວມທົ່ວທັງເຢຣູຊາເລັມ.17ເຫດການອື່ນໆໃນຊ່ວງການປົກຄອງຂອງມານາເຊ ແລະ ພາລະກິດທັງໝົດທີ່ເພິ່ນໄດ້ເຮັດ, ລວມທັງຄວາມບາບທີ່ເພິ່ນໄດ້ເຮັດນັ້ນແມ່ນມີບັນທຶກຢູ່ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍບໍ່ແມ່ນບໍ?18ມານາເຊໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ໃນສວນຂອງວັງຂອງເພິ່ນ, ສວນແຫ່ງອຸດສາ. ແລ້ວອາໂມນລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນ.ກະສັດອາໂມນແຫ່ງຢູດາຍ
19ອາໂມນໄດ້ຂຶ້ນເປັນກະສັດເພື່ອເພິ່ນມີອາຍຸ 22 ປີ ແລະ ເພິ່ນໄດ້ປົກຄອງໃນເຢຣູຊາເລັມສອງປີ. ແມ່ຂອງເພິ່ນມີຊື່ວ່າເມຊຸນເລເມດ ເຊິ່ງເປັນລູກສາວຂອງຮາຣຸດຈາກຢົດບາ.20ອາໂມນໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວຕາມແບບຢ່າງຂອງມານາເຊພໍ່ຂອງເພິ່ນ.21ອາໂມນໄດ້ເຮັດຕາມວິຖີທາງຂອງພໍ່ພໍ່ຂອງເພິ່ນ, ເພິ່ນກາບໄຫວ້ຮູບເຄົາລົບທັງຫລາຍທີ່ພໍ່ຂອງເພິ່ນໄດ້ກາບໄຫວ້.22ເພິ່ນປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງເພິ່ນ ແລະ ບໍ່ໄດ້ດຳເນີນໃນທາງຂອງພຣະເຈົ້າຢາເວ.23ພວກຜູ້ຮັບໃຊ້ຂອງອາໂມນໄດ້ຮ່ວມຫົວກັນຂ້າກະສັດໃນວັງຂອງເພິ່ນ.24ປະຊາຊົນໃນດິນແດນນັ້ນຈຶ່ງຂ້າຊີວິດຜູ້ລັກລອບຂ້າກະສັດອາໂມນທຸກຄົນ ແລ້ວແຕ່ງຕັ້ງໂຢຊີຢາລູກຊາຍຂອງອາໂມນຂຶ້ນເປັນກະສັດແທນ.25ເຫດການອື່ນໆໃນຊ່ວງການປົກຄອງຂອງອາໂມນ ແລະ ສິ່ງທີ່ເພິ່ນໄດ້ເຮັດນັ້ນແມ່ນມີບັນທຶກຢູ່ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍບໍ່ແມ່ນບໍ?26ເພິ່ນໄດ້ຖືກຝັງໄວ້ຢູ່ທີ່ອຸບໂມງຝັງສົບຂອງເພິ່ນ ຢູ່ທີ່ສວນແຫ່ງອຸດສາ. ແລ້ວໂຢຊີຢາລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດແທນ.Biblica, Inc.