2 ກະສັດ20
ເຮເຊກີຢາບໍ່ສະບາຍ
1ໃນເວລານັ້ນເຮເຊກີຢາເຈັບໜັກ ແລະ ໃກ້ຈະຕາຍ. ຜູ້ທຳນວາຍເອຊາຢາລູກຊາຍຂອງອາໂມດໄດ້ເຂົ້າມາພົບເພິ່ນ ແລະ ເວົ້າວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ຈົ່ງຈັດການບ້ານເມືອງໃຫ້ຮຽບຮ້ອຍ, ເພາະເຈົ້າຈະບໍ່ຫາຍດີ; ແຕ່ເຈົ້າກຳລັງຈະຕາຍ”.2ເຮເຊກີຢາຫັນໜ້າເຂົ້າຫາຝາ ແລະ ອະທິຖານຕໍ່ພຣະເຈົ້າຢາເວວ່າ,3“ຂ້າແດ່ພຣະເຈົ້າຢາເວຂໍໂຜດລະນຶກວ່າຂ້ານ້ອຍໄດ້ດຳເນີນຊີວິດຢູ່ໃນທາງຂອງພຣະອົງຢ່າງສັດຊື່ ແລະ ຍອມອຸທິດຕົນຢ່າງໝົດໃຈ ແລະ ເຮັດສິ່ງທີ່ດີໃນສາຍຕາຂອງພຣະອົງແນວໃດ”. ແລ້ວເຮເຊກີຢາກໍຮ້ອງໄຫ້ຢ່າງຂົມຂື່ນ.4ກ່ອນທີ່ເອຊາຢາຈະກ້າວພົ້ນເຂດເດີ່ນຊັ້ນກາງ ຄຳສັ່ງຂອງພຣະເຈົ້າຢາເວກໍໄດ້ມາເຖິງເພິ່ນວ່າ:5“ຈົ່ງກັບໄປບອກເຮເຊກີຢາຜູ້ນຳຂອງປະຊາຊົນຂອງເຮົາວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າຂອງດາວິດບັນພະບຸລຸດຂອງທ່ານກ່າວດັ່ງນີ້ວ່າ ເຮົາໄດ້ຍິນຄຳອະທິຖານ ແລະ ໄດ້ເຫັນນ້ຳຕາຂອງເຈົ້າແລ້ວ ເຮົາຈະປົກປັກຮັກສາເຈົ້າ ມື້ທີສາມນັບຈາກນີ້ເຈົ້າຈະລຸກຈາກຕຽງໄປທີ່ວິຫານຂອງອົງພຣະຜູ້ເປັນເຈົ້າໄດ້.6ເຮົາຈະຕໍ່ອາຍຸໃຫ້ເຈົ້າອີກສິບຫ້າປີ ແລະ ເຮົາຈະຊ່ວຍເຈົ້າກັບເມືອງນີ້ໃຫ້ພົ້ນຈາກມືກະສັດອັດຊີເຣຍ ເຮົາຈະປົກປ້ອງເມືອງນີ້ໄວ້ເພື່ອໂຕເຮົາເອງ ແລະ ເພື່ອດາວິດຜູ້ຮັບໃຊ້ຂອງເຮົາ’ ”.7ແລ້ວເອຊາຢາກ່າວວ່າ, “ຈົ່ງຕຽມຢາພອກຈາກໝາກເດື່ອ” ພວກເຂົາຈຶ່ງເຮັດຕາມນັ້ນ ແລະ ນຳມາພອກທີ່ຝີ ແລ້ວເຮເຊກີຢາກໍຫາຍດີ.8ເຮເຊກີຢາຖາມເອຊາຢາວ່າ “ອັນໃດຈະເປັນໝາຍສຳຄັນໃຫ້ຮູ້ວ່າພຣະເຈົ້າຢາເວຈະປົກປັກຮັກສາເຮົາ ແລະ ມື້ທີສາມນັບຈາກນີ້ເຮົາຈະຂຶ້ນໄປຍັງວິຫານຂອງພຣະເຈົ້າຢາເວໄດ້ອີກ?”9ເອຊາຢາຕອບວ່າ “ນີ້ເປັນໝາຍສຳຄັນທີ່ພຣະເຈົ້າຢາເວໃຫ້ແກ່ທ່ານ ເພື່ອສະແດງວ່າພຣະເຈົ້າຢາເວຈະເຮັດຕາມທີ່ສັນຍາໄວ້ຄື ທ່ານຢາກໃຫ້ເງົາເຄື່ອນໄປຂ້າງໜ້າສິບຂັ້ນ ຫລື ຖອຍຫລັງໄປສິບຂັ້ນ?”10ເຮເຊກີຢາກ່າວວ່າ “ການທີ່ເງົາຈະເຄື່ອນໄປຂ້າງໜ້າສິບຂັ້ນກໍເປັນເລື່ອງປົກກະຕິ ດັ່ງນັ້ນຂໍໃຫ້ຖອຍຫລັງສິບຂັ້ນກໍແລ້ວກັນ”.11ຜູ້ທຳນວາຍເອຊາຢາຈຶ່ງຮ້ອງຫາພຣະເຈົ້າຢາເວ ແລະ ພຣະເຈົ້າຢາເວກໍບັນດານໃຫ້ເງົາເທິງໂມງແດດຂອງອາຮາດເຄື່ອນຖອຍຫລັງໄປສິບຂັ້ນ.ຄະນະຜູ້ແທນຈາກບາບີໂລນ
12ໃນເວລານັ້ນ ເມໂຣດັກບາລາດານລູກຊາຍຂອງກະສັດບາລາດານແຫ່ງບາບີໂລນໄດ້ຮູ້ຂ່າວວ່າເຮເຊກີຢາບໍ່ສະບາຍກໍສົ່ງຈົດໝາຍ ແລະ ຂອງຂວັນມາໃຫ້.13ເຮເຊກີຢາຕ້ອນຮັບຜູ້ສົ່ງຈົດໝາຍເຫລົ່ານັ້ນ ແລະ ອວດສົມບັດທັງໝົດໃນຄັງໃຫ້ພວກເຂົາເບິ່ງ ຄືເງິນ, ຄຳ, ເຄື່ອງເທດ, ນ້ຳມັນຢ່າງດີ, ອາວຸດສົງຄາມ ແລະ ທຸກສິ່ງທຸກຢ່າງທີ່ມີ ບໍ່ມີຈັກສິ່ງໃນວັງ ຫລື ທົ່ວອານາຈັກທີ່ເຮເຊກີຢາບໍ່ໄດ້ອວດ.14ດັ່ງນັ້ນ ຜູ້ທຳນວາຍເອຊາຢາຈຶ່ງມາຫາກະສັດເຮເຊກີຢາ ແລະ ຖາມວ່າ, “ຄົນພວກເຂົາໄດ້ເວົ້າຫຍັງ? ແລະ ພວກເຂົາມາຈາກໃສ?”ເຮເຊກີຢາຕອບວ່າ “ມາຈາກບາບີໂລນດິນແດນທີ່ຢູ່ໄກ”.15ຜູ້ທຳນວາຍໄດ້ຖາມວ່າ, “ພວກເຂົາໄດ້ເຫັນຫຍັງແດ່ໃນວັງຂອງເຈົ້າ?”
ເຮເຊກີຢາຕອບວ່າ “ພວກເຂົາໄດ້ເຫັນທຸກສິ່ງທຸກຢ່າງໃນວັງຂອງເຮົາ, ບໍ່ມີຫຍັງໃນຄັງຂອງເຮົາທີ່ເຮົາບໍ່ໄດ້ໃຫ້ພວກເຂົາເບິ່ງ”.16ເອຊາຢາຈຶ່ງກ່າວແກ່ເຮເຊກີຢາວ່າ, “ຈົ່ງຟັງຄຳສັ່ງຂອງພຣະເຈົ້າຢາເວທີ່ວ່າ:17ເວລານັ້ນຈະມາເຖິງຢ່າງແນ່ນອນ ເມື່ອທຸກຢ່າງໃນວັງຂອງເຈົ້າ ແລະ ທຸກສິ່ງທີ່ບັນພະບຸລຸດຂອງເຈົ້າໄດ້ສະສົມໄວ້ຈົນເຖິງມື້ນີ້, ຈະຖືກກວາດໄປຍັງບາບີໂລນ. ຈະບໍ່ມີຫຍັງເຫລືອຢູ່, ພຣະເຈົ້າຢາເວກ່າວດັ່ງນີ້.18ແລະ ເຊື້ອສາຍຂອງເຈົ້າບາງຄົນ, ຜູ້ທີ່ເປັນເລືອດເນື້ອຂອງເຈົ້າ ຄືຜູ້ທີ່ເກີດຈາກເຈົ້າ, ຈະຖືກກວາດຕ້ອນໄປ ແລະ ຈະກາຍເປັນຂັນທີຢູ່ໃນວັງຂອງກະສັດບາບີໂລນ”.19ເຮເຊກີຢາຕອບວ່າ, “ຄຳສັ່ງຂອງພຣະເຈົ້າຢາເວຕາມທີ່ທ່ານເວົ້າມາກໍດີຢູ່” ເພາະເຮເຊກີຢາເວົ້າວ່າ “ຢ່າງນ້ອຍກໍຍັງຈະມີຄວາມສະຫງົບສຸກ ແລະ ຄວາມໝັ້ນຄົງປອດໄພໃນຊົ່ວອາຍຸຂອງເຮົາບໍ່ແມ່ນບໍ?”20ເຫດການອື່ນໆໃນຊ່ວງການປົກຄອງຂອງເຮເຊກີຢາ ຄວາມສຳເລັດທັງໝົດ, ການສ້າງສະນ້ຳ ແລະ ທໍ່ສົ່ງນ້ຳມາທີ່ໂຕເມືອງແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍບໍ່ແມ່ນບໍ?21ເຮເຊກີຢາໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລ້ວມານາເຊລູກຊາຍຂອງເພິ່ນຂຶ້ນເປັນກະສັດແທນ.
Biblica, Inc.