2 ກະສັດ1
ພຣະເຈົ້າຢາເວພິພາກສາອາຮາຊີຢາ
1ຫລັງຈາກທີ່ອາຮາບຕາຍ ຊົນຊາດໂມອາບກໍໄດ້ກະບົດຕໍ່ອິດສະຣາເອນ.2ຝ່າຍອາຮາຊີຢາພັດຕົກຈາກລະບຽງຫ້ອງຊັ້ນທີ່ຊາມາເຣຍ ແລະ ອາການໜັກ. ດັ່ງນັ້ນ ເພິ່ນຈຶ່ງສົ່ງຜູ້ສື່ສານໄປບອກກັບພວກເຂົາວ່າ, “ຈົ່ງໄປປຶກສາເບອານເຊບຸບ ພະແຫ່ງເອັກໂຣນວ່າອາການບາດເຈັບຂອງເຮົາຈະຫາຍບໍ່”.3ແຕ່ເທວະດາຂອງພຣະເຈົ້າຢາເວໄດ້ກ່າວກັບເອລີຢາຊາວຕີຊະເບວ່າ, “ຈົ່ງໄປພົບຜູ້ສື່ສານຂອງກະສັດຊາມາເຣຍນັ້ນ ແລະ ຖາມພວກເຂົາວ່າ, ‘ເປັນເພາະໃນອິດສະຣາເອນບໍ່ມີພຣະເຈົ້າ ພວກເຈົ້າຈຶ່ງຕ້ອງໄປປຶກສາບາອານເຊບຸບ ພະແຫ່ງເອັກໂຣນແມ່ນບໍ?’4ເຫດສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າ: ‘ເຈົ້າຈະບໍ່ໄດ້ລຸກອອກຈາກຕຽງທີ່ເຈົ້າກຳລັງນອນຢູ່. ເຈົ້າຈະຕ້ອງຕາຍແນ່ນອນ!’ ” ດັ່ງນັ້ນ ເອລີຢາຈຶ່ງໄປ.5ເມື່ອຜູ້ສື່ສານຂອງກະສັດຊາມາເຣຍກັບໄປພົບກະສັດ, ກະສັດຈຶ່ງໄດ້ຖາມພວກເຂົາວ່າ, “ພວກເຈົ້າກັບມາເຮັດຫຍັງ?”6ພວກເຂົາໄດ້ຕອບວ່າ, “ມີຊາຍຄົນໜຶ່ງໄດ້ມາຫາພວກຂ້ານ້ອຍ ແລະ ລາວໄດ້ເວົ້າກັບພວກຂ້ານ້ອຍວ່າ, ‘ຈົ່ງກັບໄປຫາກະສັດຜູ້ທີ່ໄດ້ສົ່ງພວກເຈົ້າມາ ແລະ ບອກເພິ່ນວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເປັນເພາະໃນອິດສະຣາເອນບໍ່ມີພຣະເຈົ້າ ພວກເຈົ້າຈຶ່ງຕ້ອງໄປປຶກສາບາອານເຊບຸບ ພະແຫ່ງເອັກໂຣນແມ່ນບໍ? ເຫດສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າ: ເຈົ້າຈະບໍ່ໄດ້ລຸກອອກຈາກຕຽງທີ່ເຈົ້າກຳລັງນອນຢູ່. ເຈົ້າຈະຕ້ອງຕາຍແນ່ນອນ!” ’ ”7ກະສັດຊາມາເຣຍໄດ້ຖາມວ່າ, “ຊາຍຄົນທີ່ມາພົບພວກເຈົ້າ ແລະ ບອກເລື່ອງນີ້ແກ່ພວກເຈົ້ານັ້ນໜ້າຕາທ່າທາງຄົນນີ້ເປັນຢ່າງໃດ?”8ພວກເຂົາໄດ້ຕອບວ່າ, “ລາວສວມເສື້ອຄຸມຂົນສັດ ແລະ ໃຊ້ສາຍໜັງຮັດແອວ”.ກະສັດໄດ້ກ່າວວ່າ, “ລາວຄືເອລີຢາຊາວຕີຊະເບ”.9ແລ້ວລາວກະສັດກໍສົ່ງນາຍທະຫານຄົນໜຶ່ງພ້ອມດ້ວຍທະຫານຫ້າສິບຄົນໄປຫາເອລີຢາ. ນາຍທະຫານໄດ້ຂຶ້ນໄປຫາເອລີຢາ ເຊິ່ງກຳລັງນັ່ງຢູ່ເທິງຍອດພູເຂົາແຫ່ງໜຶ່ງ ແລະ ໄດ້ເວົ້າກັບເອລີຢາວ່າ, “ຄົນຂອງພຣະເຈົ້າ ກະສັດກ່າວວ່າ, ‘ຈົ່ງລົງມາ!’ ”10ເອລີຢາໄດ້ຕອບນາຍທະຫານຜູ້ນັ້ນວ່າ, “ຖ້າເຮົາເປັນຄົນຂອງພຣະເຈົ້າ ຂໍໃຫ້ໄຟຕົກລົງມາຈາກສະຫວັນ ແລະ ເຜົາຜານເຈົ້າ ແລະ ທະຫານທັງຫ້າສິບຄົນຂອງເຈົ້າ!” ແລ້ວໄຟກໍຕົກລົງມາຈາກສະຫວັນ ແລະ ເຜົາຜານນາຍທະຫານ ແລະ ຄົນຂອງລາວ.11ເມື່ອເປັນຢ່າງນີ້ ກະສັດຈຶ່ງໄດ້ສົ່ງນາຍທະຫານຄົນອື່ນພ້ອມດ້ວຍທະຫານຫ້າສິບຄົນໄປ. ນາຍທະຫານໄດ້ເວົ້າກັບເອລີຢາວ່າ, “ຄົນຂອງພຣະເຈົ້າ, ກະສັດກ່າວວ່າ ‘ຈົ່ງລົງມາດຽວນີ້!’ ”12ເອລີຢາໄດ້ຕອບວ່າ, “ຖ້າເຮົາເປັນຄົນຂອງພຣະເຈົ້າ ກໍຂໍໃຫ້ໄຟຕົກລົງມາຈາກສະຫວັນ ແລະ ເຜົາຜານເຈົ້າ ແລະ ທະຫານຫ້າສິບນາຍຂອງເຈົ້າ!” ແລ້ວໄຟຈາກພຣະເຈົ້າກໍລົງມາຈາກສະຫວັນ ແລະ ເຜົານາຍທະຫານ ແລະ ທະຫານທັງຫ້າສິບຄົນ.13ດັ່ງນັ້ນ ກະສັດຈຶ່ງໄດ້ສົ່ງນາຍທະຫານກັບທະຫານອີກຫ້າສິບຄົນໄປເປັນຄັ້ງທີສາມ. ຄັ້ງທີສາມນີ້ນາຍທະຫານໄດ້ຂຶ້ນໄປ ແລະ ຄຸເຂົ່າຂອງຕົນລົງຕໍ່ໜ້າເອລີຢາ. ລາວໄດ້ເວົ້າວ່າ, “ຂ້າແດ່ຄົນຂອງພຣະເຈົ້າ ໂຜດໄວ້ຊີວິດຂ້າພະເຈົ້າ ແລະ ບັນດາຄົນທັງຫ້າສິບຄົນ ເຊິ່ງເປັນຜູ້ຮັບໃຊ້ຂອງທ່ານ!14ໄຟຈາກສະຫວັນໄດ້ລົງມາເຜົາຜານນາຍທະຫານສອງຄົນກ່ອນໜ້ານີ້ກັບທະຫານຂອງພວກເຂົາ. ແຕ່ບັດນີ້ຂໍໃຫ້ໄວ້ຊີວິດຂ້າພະເຈົ້າດ້ວຍ!”15ເທວະດາຂອງພຣະເຈົ້າຢາເວໄດ້ກ່າວກັບເອລີຢາວ່າ, “ຢ່າຢ້ານລາວເລີຍ ຈົ່ງໄປກັບລາວ”. ເອລີຢາຈຶ່ງລົງໄປກັບລາວ ແລ້ວໄປພົບກະສັດ.16ເອລີຢາໄດ້ບອກກະສັດວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເປັນເພາະໃນອິດສະຣາເອນບໍ່ມີພຣະເຈົ້າ ພວກເຈົ້າຈຶ່ງຕ້ອງໄປປຶກສາບາອານເຊບຸບ ພະແຫ່ງເອັກໂຣນແມ່ນບໍ? ເນື່ອງຈາກເຈົ້າເຮັດເຊັ່ນນີ້ ເຈົ້າຈະບໍ່ໄດ້ລຸກອອກຈາກຕຽງທີ່ເຈົ້າກຳລັງນອນຢູ່. ເຈົ້າຈະຕ້ອງຕາຍແນ່ນອນ!”17ດັ່ງນັ້ນ ອາຮາຊີຢາຈຶ່ງຕາຍ ຕາມຖ້ອຍຄຳຂອງພຣະເຈົ້າຢາເວທີ່ເອລີຢາກ່າວໄວ້.
ເນື່ອງຈາກອາຮາຊີຢາບໍ່ມີລູກຊາຍ, ໂຢຣາມ ຈຶ່ງໄດ້ຂຶ້ນເປັນກະສັດປົກຄອງແທນ ເຊິ່ງກົງກັບປີທີສອງແຫ່ງການປົກຄອງຂອງກະສັດເຢໂຮຣາມ ລູກຊາຍເຢໂຮຊາຟັດແຫ່ງຢູດາຍ.18ເຫດການອື່ນໆໃນຊ່ວງການປົກຄອງຂອງອາຮາຊີຢາ ແລະ ພາລະກິດທີ່ເພິ່ນໄດ້ເຮັດແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ?
Biblica, Inc.