2 ກະສັດ15

ກະສັດ​ອາຊາຣີຢາ​ແຫ່ງ​ຢູດາຍ

1ອາຊາຣີຢາ​ລູກຊາຍ​ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ​ໄດ້​ຂຶ້ນ​ປົກຄອງ ກົງກັບ​ປີ​ທີ​ຊາວ​ເຈັດ​ຂອງ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ.2ເພິ່ນ​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ມີ​ອາຍຸ​ສິບ​ຫົກ​ປີ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ 52 ປີ. ແມ່​ຂອງ​ເພິ່ນ​ມີ​ຊື່​ວ່າ​ເຢໂກລີຢາ; ນາງ​ມາ​ຈາກ​ເຢຣູຊາເລັມ.3ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ​ເໝືອນ​ກັບ​ອາມາຊີຢາ​ພໍ່​ຂອງ​ເພິ່ນ​ທີ່​ໄດ້​ເຮັດ.4ແຕ່​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ​ຍັງ​ບໍ່​ໄດ້​ຖືກ​ທຳລາຍ​ໄປ ປະຊາຊົນ​ຍັງ​ຖວາຍ​ເຄື່ອງບູຊາ ແລະ ເຜົາ​ເຄື່ອງຫອມ​ທີ່​ນັ້ນ.
5ພຣະເຈົ້າ​ຢາເວ​ໄດ້​ໃຫ້​ກະສັດ​ອາຊາຣີຢາ​ເປັນ​ພະຍາດ​ຂີ້ທູດ ​ຈົນ​ຮອດ​ມື້​ທີ່​ເພິ່ນ​ຕາຍ. ອາຊາຣີຢາ​ຈຶ່ງ​ແຍກ​ໄປ​ອາໄສ​ຢູ່​ໃນ​ເຮືອນ ​ໜຶ່ງ​ຕ່າງ​ຫາກ. ໂຢທາມ​ລູກຊາຍ​ຂອງ​ກະສັດ​ໄດ້​ເປັນ​ຜູ້​ເບິ່ງແຍງ​ວັງ ແລະ ປົກຄອງ​ປະຊາຊົນ​ໃນ​ແຜ່ນດິນ​ນັ້ນ.
6ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ອາຊາຣີຢາ ແລະ ພາລະກິດ​ທັງໝົດ​ທີ່​ເພິ່ນ​ໄດ້​ເຮັດ​ແມ່ນ​ມີ​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຂອງ​ກະສັດ​ແຫ່ງ​ຢູດາຍ​ບໍ່​ແມ່ນ​ບໍ?7ອາຊາຣີຢາ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຖືກ​ຝັງ​ໄວ້​ໃກ້​ກັບ​ພວກເພິ່ນ​ໃນ​ເມືອງ​ດາວິດ. ແລ້ວ​ໂຢທາມ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ແທນ.

ກະສັດ​ເຊກາຣີຢາ​ແຫ່ງ​ອິດສະຣາເອນ

8ເຊກາຣີຢາ​ລູກຊາຍ​ຂອງ​ເຢໂຣໂບອາມ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ກົງກັບ​ປີ​ທີ​ສາມ​ສິບ​ແປດ​ຂອງ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ອາຊາຣີຢາ​ແຫ່ງ​ຢູດາຍ, ເພິ່ນ​ປົກຄອງ​ຢູ່​ໃນ​ຊາມາເຣຍ​ເປັນ​ເວລາ​ຫົກ​ເດືອນ.9ເພິ່ນ​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ​ຄື​ກັນ​ດຽວ​ກັບ​ບັນພະບຸລຸດ​ຂອງ​ເພິ່ນ​ທີ່​ໄດ້​ເຮັດ. ເພິ່ນ​ບໍ່​ໄດ້​ຫັນ​ໜີ​ຈາກ​ຄວາມ​ບາບ​ຂອງ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ເຊິ່ງ​ໄດ້​ເຮັດ​ໃຫ້​ອິດສະຣາເອນ​ເຮັດ​ຕາມ.
10ຊໍລູມ​ລູກຊາຍ​ຂອງ​ຢາເບັດ​ໄດ້​ຄິດ​ຮ້າຍ​ຕໍ່​ເຊກາຣີຢາ. ເພິ່ນ​ໄດ້​ໂຈມຕີ​ເຊກາຣີຢາ​ຢູ່​ຕໍ່ໜ້າ​ປະຊາຊົນ, ລອບ​ສັງຫານ​ເພິ່ນ​ແລ້ວ​ຂຶ້ນ​ເປັນ​ກະສັດ​ແທນ.11ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ເຊກາຣີຢາ​ແມ່ນ​ບັນທຶກ​ຢູ່​ໃນ​ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.12ດັ່ງນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ທີ່​ໄດ້​ກ່າວ​ກັບ​ເຢຮູ​ຈຶ່ງ​ເປັນ​ຈິງ​ວ່າ: “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ນັ່ງ​ເທິງ​ບັນລັງ​ຂອງ​ອິດສະຣາເອນ​ເຖິງ​ສີ່​ຊົ່ວ​ອາຍຸ​ຄົນ”. 

ກະສັດ​ຊາມລູມ​ແຫ່ງ​ອິດສະຣາເອນ

13ຊໍລູມ​ລູກຊາຍ​ຂອງ​ຢາເບັດ​ໄດ້​ຂຶ້ນ​ເປັນ​ກະສັດ​ກົງກັບ​ປີ​ທີ​ສາມ​ສິບ​ເກົ້າ​ຂອງ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ອຸດຊີຢາ​ແຫ່ງ​ຢູດາຍ ແລະ ປົກຄອງ​ຢູ່​ໃນ​ຊາມາເຣຍ​ໜຶ່ງ​ເດືອນ.14ຫລັງ​ຈາກ​ນັ້ນ ເມນາເຮມ​ລູກຊາຍ​ຂອງ​ກາດີ​ທີ່​ມາ​ຈາກ​ເມືອງ​ຕີຣະຊາ​ກໍ​ຂຶ້ນ​ມາ​ທີ່​ຊາມາເຣຍ. ລາວ​ໄດ້​ໂຈມຕີ​ຊໍລູມ​ລູກຊາຍ​ຂອງ​ຢາເບັດ​ຢູ່​ໃນ​ຊາມາເຣຍ, ລອບ​ສັງຫານ​ເພິ່ນ​ແລ້ວ​ຂຶ້ນ​ເປັນ​ກະສັດ​ແທນ.
15ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ຊໍລູມ ແລະ ການ​ສົມຮູ້​ຮ່ວມ​ຄິດ​ກັນ​ທີ່​ເພິ່ນ​ເປັນ​ຄົນ​ນຳພາ​ນັ້ນ​ແມ່ນ​ບັນທຶກ​ຢູ່​ໃນ​ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.
16ໃນ​ເວລາ​ນັ້ນ ເມນາເຮມ​ໄດ້​ຍົກ​ທັບ​ຈາກ​ເມືອງ​ຕີຣະຊາ​ເຂົ້າ​ໂຈມຕີ​ເມືອງ​ທິບຊາ ແລະ ທຸກຄົນ​ທີ່​ຢູ່​ໃນ​ເມືອງ ແລະ ຢູ່​ໃນ​ແຖບ​ນັ້ນ, ເນື່ອງ​ຈາກ​ຊາວ​ເມືອງ​ນັ້ນ​ບໍ່​ຍອມ​ເປີດ​ປະຕູ​ຂອງ​ຕົນ. ເພິ່ນ​ໄດ້​ປຸ້ນ​ເມືອງ​ທິບຊາ ແລະ ຜ່າ​ທ້ອງ​ຍິງ​ຖືພາ​ທັງໝົດ.

ກະສັດ​ເມນາເຮມ​ແຫ່ງ​ອິດສະຣາເອນ

17ເມນາເຮມ​ລູກຊາຍ​ຂອງ​ກາດີ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ກົງກັບ​ປີ​ທີ​ສາມ​ສິບ​ເກົ້າ​ຂອງ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ອາຊາຣີຢາ​ແຫ່ງ​ຢູດາຍ, ລາວ​ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ຊາມາເຣຍ​ເປັນ​ເວລາ​ສິບ​ປີ.18ເມນາເຮມ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ. ໃນ​ຊ່ວງ​ເວລາ​ທີ່​ເຂົ້າ​ມາ​ປົກຄອງ​ນັ້ນ​ເພິ່ນ​ບໍ່​ໄດ້​ຢຸດ​ເຮັດ​ບາບ​ຂອງ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ເຊິ່ງ​ເຮັດ​ໃຫ້​ອິດສະຣາເອນ​ເຮັດ​ຕາມ.
19ຕໍ່ມາ​ກະສັດ​ປູນ ​ແຫ່ງ​ອັດຊີເຣຍ​ໄດ້​ເຂົ້າ​ຮຸກຮານ​ດິນແດນ ແລະ ເມນາເຮມ​ໄດ້​ມອບ​ເງິນ​ໃຫ້​ເພິ່ນ​ຈຳນວນ 1.000 ຕາລັນຕົນ ເພື່ອ​ຂໍ​ການ​ສະໜັບສະໜູນ​ຈາກ​ເພິ່ນ ແລະ ເພື່ອ​ໃຫ້​ຕົນ​ໄດ້​ຄອບຄອງ​ອານາຈັກ​ຢ່າງ​ໝັ້ນຄົງ.20ເມນາເຮມ​ໄດ້​ບັງຄັບ​ເອົາ​ເງິນ​ຈຳນວນ​ນີ້​ຈາກ​ອິດສະຣາເອນ. ຄົນ​ຮັ່ງມີ​ທຸກຄົນ​ຕ້ອງ​ຈ່າຍ​ເງິນ​ໜັກ 50 ເຊເຂວ ເພື່ອ​ຈ່າຍ​ໃຫ້​ກະສັດ​ອັດຊີເຣຍ. ດັ່ງນັ້ນ ກະສັດ​ອັດຊີເຣຍ​ຈຶ່ງ​ໄດ້​ຖອນ​ທັບ​ກັບ​ໄປ ແລະ ບໍ່​ໄດ້​ຢູ່​ໃນ​ດິນແດນ​ນັ້ນ​ອີກ.
21ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ເມນາເຮມ ພາລະກິດ​ທັງໝົດ​ທີ່​ເພິ່ນ​ໄດ້​ເຮັດ​ແມ່ນ​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ​ບໍ່​ແມ່ນ​ບໍ?22ເມນາເຮມ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ເປກາຮີຢາ ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.

ກະສັດ​ເປກາຮີຢາ​ແຫ່ງ​ອິດສະຣາເອນ

23ເປກາຮີຢາ​ລູກຊາຍ​ຂອງ​ເມນາເຮມ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ໃນ​ຊາມາເຣຍ ກົງກັບ​ປີ​ທີ​ຫ້າ​ສິບ​ຂອງ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ອາຊາຣີຢາ​ແຫ່ງ​ຢູດາຍ, ເພິ່ນ​ໄດ້​ປົກຄອງ​ຢູ່​ສອງ​ປີ.24ເປກາຮີຢາ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ, ລາວ​ບໍ່​ໄດ້​ຢຸດ​ເຮັດ​ບາບ​ຂອງ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ເຊິ່ງ​ໄດ້​ເຮັດ​ໃຫ້​ອິດສະຣາເອນ​ເຮັດ​ຕາມ.25ໜຶ່ງ​ໃນ​ບັນດາ​ຫົວໜ້າ​ຂ້າລາຊະການ​ຂອງ​ເພິ່ນ ຄື​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ໄດ້​ສົມ​ຮູ້​ຮ່ວມ​ຄິດ​ກັບ​ຊາວ​ກີເລອາດ​ຫ້າ​ສິບ​ຄົນ​ຕໍ່ສູ້​ເພິ່ນ, ລາວ​ໄດ້​ລອບ​ສັງຫານ​ເປກາຮີຢາ ລວມ​ທັງ​ສັງຫານ​ອາຣະໂກບ ແລະ ອາຣີເອ​ດ້ວຍ. ເຫດການ​ນີ້​ເກີດ​ຂຶ້ນ​ຢູ່​ທີ່​ປ້ອມ​ຊັ້ນ​ໃນ​ຂອງ​ລາຊະວັງ​ທີ່​ຊາມາເຣຍ ແລະ ເປກາ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.
26ເຫດການ​ອື່ນໆ​ໃນ​ຊ່ວງ​ເປກາຮີຢາ ແລະ ພາລະກິດ​ທັງໝົດ​ທີ່​ເພິ່ນ​ໄດ້​ເຮັດ​ແມ່ນ​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.

ກະສັດ​ເປກາ​ແຫ່ງ​ອິດສະຣາເອນ

27ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ໃນ​ຊາມາເຣຍ ກົງກັບ​ປີ​ທີ​ຫ້າ​ສິບ​ສອງ​ຂອງ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ອາຊາຣີຢາ​ແຫ່ງ​ຢູດາຍ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ຊາວ​ປີ.28ເປກາ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ ເພິ່ນ​ບໍ່​ໄດ້​ຢຸດ​ເຮັດ​ບາບ​ຂອງ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ເຊິ່ງ​ໄດ້​ເຮັດ​ໃຫ້​ອິດສະຣາເອນ​ເຮັດ​ຕາມ.
29ໃນ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ເປກາ​ແຫ່ງ​ອິດສະຣາເອນ, ກະສັດ​ຕີກະລາດ​ປີເລເສ​ແຫ່ງ​ອັດຊີເຣຍ​ໄດ້​ມາ​ຢຶດ​ເມືອງ​ອີໂຢນ, ອາເບັນ​ເບັດ​ມາອາກາ, ຢາໂນອາ, ເກເດັດ ແລະ ຮາໂຊ. ເພິ່ນ​ໄດ້​ຢຶດ​ເອົາ​ກີເລອາດ ແລະ ຄາລີເລ, ລວມ​ທັງ​ດິນແດນ​ເນັບທາລີ​ທັງໝົດ ແລະ ໄດ້​ນຳ​ປະຊາຊົນ​ທັງຫລາຍ​ໄປ​ເປັນ​ຊະເລີຍ​ຢູ່​ທີ່​ອັດຊີເຣຍ.30ແລ້ວ​ໂຮເຊອາ​ລູກຊາຍ​ຂອງ​ເອລາ​ກໍ​ສົມຮູ້​ຮ່ວມ​ຄິດ​ກັນ​ຕໍ່ສູ້​ເປກາ ລູກຊາຍ​ຂອງ​ເຣມາລີຢາ. ໂຮເຊຢາ​ໄດ້​ໂຈມຕີ ແລະ ລອບ​ສັງຫານ​ເພິ່ນ ແລະ ຫລັງຈາກນັ້ນ ໂຮເຊຢາ​ກໍ​ຂຶ້ນ​ເປັນ​ກະສັດ​ແທນ ກົງກັບ​ປີ​ທີ​ຊາວ​ຂອງ​ຊ່ວງ​ການ​ປົກຄອງ​ຂອງ​ໂຢທາມ​ລູກຊາຍ​ຂອງ​ອຸດຊີຢາ.
31ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ເປກາ ແລະ ພາລະກິດ​ທັງໝົດ​ທີ່​ເພິ່ນ​ໄດ້​ເຮັດ​ແມ່ນ​ມີ​ບັນທຶກ​ຢູ່​ໃນ​ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ​ບໍ່​ແມ່ນ​ບໍ?

ກະສັດ​ໂຢທາມ​ແຫ່ງ​ຢູດາຍ

32ໂຢທາມ​ລູກຊາຍ​ຂອງ​ກະສັດ​ອຸດຊີຢາ​ແຫ່ງ​ຢູດາຍ​ໄດ້​ຂຶ້ນ​ປົກຄອງ ກົງກັບ​ປີ​ທີ​ສອງ​ຂອງ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ເປກາ ລູກຊາຍ​ຂອງ​ເຣມາລີຢາ​ແຫ່ງ​ອິດສະຣາເອນ.33ເພິ່ນ​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ມີ​ອາຍຸ​ໄດ້ 25 ປີ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ສິບ​ຫົກ​ປີ. ແມ່​ຂອງ​ເພິ່ນ​ມີ​ຊື່​ວ່າ​ເຢຣູຊາ​ລູກສາວ​ຂອງ​ຊາດົກ.34ໂຢທາມ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ​ຄື​ກັນ​ກັບ​ອຸດຊີຢາ​ພໍ່​ຂອງ​ເພິ່ນ​ທີ່​ໄດ້​ເຮັດ.35ແຕ່​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ​ຍັງ​ບໍ່​ຖືກ​ທຳລາຍ ປະຊາຊົນ​ຍັງ​ຖວາຍ​ເຄື່ອງບູຊາ ແລະ ເຜົາ​ເຄື່ອງຫອມ​ຢູ່​ທີ່​ນັ້ນ. ໂຢທາມ​ໄດ້​ບູລະນະ​ປະຕູ​ເທິງ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ.
36ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ໂຢທາມ ແລະ ພາລະກິດ​ທັງໝົດ​ທີ່​ເພິ່ນ​ໄດ້​ເຮັດ​ແມ່ນ​ບັນທຶກ​ຢູ່​ໃນ​ປຶ້ມ​ປະຫວັດສາດ​ຂອງ​ກະສັດ​ແຫ່ງ​ຢູດາຍ​ບໍ່​ແມ່ນ​ບໍ?37(ໃນ​ສະໄໝ​ນັ້ນ​ພຣະເຈົ້າ​ຢາເວ​ໃຊ້​ກະສັດ​ເຣຊິນ​ແຫ່ງ​ອາຣາມ ແລະ ກະສັດ​ເປກາ ລູກຊາຍ​ຂອງ​ເຣມາລີຢາ​ມາ​ໂຈມຕີ​ຢູດາຍ).38ໂຢທາມ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຖືກ​ຝັງ​ໄວ້​ຮ່ວມກັນ​ໃນ​ເມືອງ​ດາວິດ, ເຊິ່ງ​ເປັນ​ເມືອງ​ຂອງ​ພໍ່​ຂອງ​ເພິ່ນ. ແລ້ວ​ອາຮາດ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ແທນ.

Biblica, Inc.

https://app.library.bible/content/eab9312f9f16b3a2