2 ກະສັດ16
ກະສັດອາຮາດແຫ່ງຢູດາ
1ອາຮາດລູກຊາຍກະສັດໂຢທາມແຫ່ງຢູດາຍໄດ້ຂຶ້ນປົກຄອງ ກົງກັບປີທີສິບເຈັດຂອງຊ່ວງການປົກຄອງຂອງກະສັດເປກາ ລູກຊາຍຂອງເຣມາລີຢາ.2ອາຮາດມີອາຍຸຊາວປີ ເມື່ອເພິ່ນຂຶ້ນເປັນກະສັດ ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມເປັນເວລາສິບຫົກປີ. ອາຮາດບໍ່ໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນເໝືອນດາວິດຜູ້ເປັນບັນພະບຸລຸດຂອງເພິ່ນທີ່ເຄີຍເຮັດ.3ເພິ່ນໄດ້ເຮັດຕາມແບບຢ່າງຂອງກະສັດທັງຫລາຍຂອງອິດສະຣາເອນ ແລະ ຈົນວ່ານຳລູກຊາຍຂອງຕົນມາເຜົາບູຊາຍັນ ຕາມແບບຢ່າງອັນໜ້າກຽດຊັງຂອງຊົນຊາດຕ່າງໆ ທີ່ພຣະເຈົ້າຢາເວໄດ້ຂັບໄລ່ອອກໄປໃຫ້ພົ້ນຈາກຊາວອິດສະຣາເອນ.4ອາຮາດໄດ້ຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງຫອມຕາມສະຖານບູຊາເທິງທີ່ສູງທັງຫລາຍ, ເທິງໂນນພູຕ່າງໆ ແລະ ຢູ່ກ້ອງຕົ້ນໄມ້ໃຫຍ່ທຸກຕົ້ນ.5ຕໍ່ມາກະສັດເຣຊິນແຫ່ງອາຣາມ ແລະ ກະສັດເປກາລູກຊາຍຂອງເຣມາລີຢາແຫ່ງອິດສະຣາເອນໄດ້ຍົກທັບຂຶ້ນມາສູ້ຮົບກັບເຢຣູຊາເລັມ ແລະ ປິດລ້ອມອາຮາດ, ແຕ່ພວກເຂົາບໍ່ສາມາດເອົາຊະນະອາຮາດໄດ້.6ໃນເວລານັ້ນ, ກະສັດເຣຊິນແຫ່ງອາຣາມໄດ້ຢຶດເອົາເອລາດຄືນມາໃຫ້ອາຣາມ ໂດຍຂັບໄລ່ຊາວຢູດາຍອອກໄປ. ແລ້ວຊາວເອໂດມຈຶ່ງເຂົ້າໄປອາໄສຢູ່ທີ່ເອລາດຈົນເຖິງທຸກວັນນີ້.7ອາຮາດໄດ້ສົ່ງຜູ້ສື່ສານໄປບອກກະສັດຕີກະລາດປີເລເສແຫ່ງອັດຊີເຣຍວ່າ, “ຂ້າພະເຈົ້າເປັນຜູ້ຮັບໃຊ້ຂອງທ່ານ ແລະ ຜູ້ສັດຊື່ຕໍ່ທ່ານ. ຂໍໃຫ້ຂຶ້ນມາ ແລະ ຊ່ວຍຂ້າພະເຈົ້າໃຫ້ພົ້ນຈາກມືຂອງກະສັດອາຣາມ ແລະ ໃຫ້ພົ້ນຈາກກະສັດອິດສະຣາເອນ ເຊິ່ງກຳລັງໂຈມຕີຂ້າພະເຈົ້າດ້ວຍ”.8ອາຮາດໄດ້ນຳເອົາເງິນ ແລະ ຄຳທີ່ມີໃນວິຫານຂອງພຣະເຈົ້າຢາເວ ແລະ ໃນຄັງຫລວງ ແລ້ວສົ່ງໄປມອບໃຫ້ກະສັດອັດຊີເຣຍເພື່ອເປັນຂອງຂວັນ.9ກະສັດອັດຊີເຣຍກໍໄດ້ປະຕິບັດຕາມນັ້ນ ໂດຍໂຈມຕີເມືອງດາມັສກັດ ແລະ ຢຶດເອົາເມືອງນັ້ນ. ເພິ່ນໄດ້ກວາດຕ້ອນຊາວເມືອງນັ້ນໄປເປັນຊະເລີຍຢູ່ທີ່ເມືອງກີຣະ ແລະ ຂ້າເຣຊິນ.10ກະສັດອາຮາດໄດ້ໄປທີ່ເມືອງດາມັສກັດເພື່ອພົບກະສັດຕີກະລາດປີເລເສແຫ່ງອັດຊີເຣຍ. ເພິ່ນໄດ້ເຫັນແທ່ນບູຊາຢູ່ທີ່ເມືອງດາມັສກັດ ແລະ ກໍໄດ້ສົ່ງແບບຮ່າງ ພ້ອມດ້ວຍລາຍລະອຽດໃນການສ້າງແທ່ນບູຊາມາໃຫ້ປະໂລຫິດອູຣີຢາ.11ດັ່ງນັ້ນ ປະໂລຫິດອູຣີຢາຈຶ່ງໄດ້ສ້າງແທ່ນບູຊາຂຶ້ນມາອີກແທ່ນໜຶ່ງຕາມແບບທີ່ກະສັດອາຮາດໄດ້ສົ່ງມາຈາກເມືອງດາມັສກັດທຸກປະການ ແລະ ສ້າງສຳເລັດກ່ອນທີ່ກະສັດອາຮາດຈະກັບຄືນມາ.12ເມື່ອກະສັດກັບມາຈາກເມືອງດາມັສກັດ ແລະ ເຫັນແທ່ນ ເພິ່ນກໍເຂົ້າໄປໃກ້ແທ່ນນັ້ນ ແລະ ໄດ້ຖວາຍເຄື່ອງບູຊາ ເທິງແທ່ນນັ້ນ.13ເພິ່ນໄດ້ຖວາຍເຄື່ອງເຜົາບູຊາ ເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງດື່ມບູຊາຂອງເພິ່ນ ແລະ ຊິດເລືອດຈາກເຄື່ອງຖວາຍເພື່ອຄວາມສາມັກຄີທຳຂອງເພິ່ນຢູ່ເທິງແທ່ນນັ້ນ.14ສ່ວນແທ່ນບູຊາທອງສຳລິດທີ່ຕັ້ງຢູ່ຕໍ່ໜ້າພຣະເຈົ້າຢາເວແທ່ນເດີມນັ້ນ ເພິ່ນໄດ້ຍ້າຍຈາກດ້ານໜ້າຂອງວິຫານ ຄືລະຫວ່າງແທ່ນບູຊາໃໝ່ກັບວິຫານຂອງພຣະເຈົ້າຢາເວໄປຕັ້ງໄວ້ຢູ່ດ້ານທິດເໜືອຂອງແທ່ນບູຊາໃໝ່.15ກະສັດອາຮາດໄດ້ສັ່ງປະໂລຫິດອູຣີຢາວ່າ, “ຈົ່ງໃຊ້ແທ່ນບູຊາໃໝ່ນີ້ສຳລັບຖວາຍເຄື່ອງເຜົາບູຊາຕອນເຊົ້າ ແລະ ເຄື່ອງຖວາຍພືດຜົນເປັນເມັດຕອນແລງ, ເຄື່ອງເຜົາບູຊາຂອງກັບເຄື່ອງຖວາຍພືດຜົນເປັນເມັດຂອງກະສັດ ແລະ ເຄື່ອງເຜົາບູຊາກັບເຄື່ອງຖວາຍພືດຜົນເປັນເມັດ ແລະ ເຄື່ອງດື່ມບູຊາຂອງປະຊາຊົນ. ຈົ່ງເອົາເລືອດຈາກເຄື່ອງເຜົາບູຊາ ແລະ ເຄື່ອງບູຊາຕ່າງໆສາດໃສ່ທີ່ແທ່ນໃໝ່ນີ້ດ້ວຍ. ສ່ວນແທ່ນທອງສຳລິດນັ້ນ ເຮົາຈະໃຊ້ສຳລັບຂໍຄຳແນະນຳ”.16ປະໂລຫິດອູຣີຢາກໍເຮັດຕາມຄຳສັ່ງຂອງກະສັດອາຮາດ.17ກະສັດອາຮາດໄດ້ຮື້ແຜງດ້ານຂ້າງຂອງແທ່ນເຄື່ອນທີ່ທອງສຳລິດ ແລະ ຍ້າຍຂັນບັນຈຸນ້ຳທີ່ວາງຢູ່ເທິງແທ່ນນັ້ນອອກໄປ. ເພິ່ນໄດ້ຍ້າຍຂັນຈາກຫລັງຂອງງົວທອງສຳລິດໄປຕັ້ງໄວ້ເທິງຖານຫີນ.18ເພື່ອເອົາໃຈກະສັດອັດຊີເຣຍ, ອາຮາດໄດ້ຍ້າຍສາລາຊະບາໂຕທີ່ໄດ້ສ້າງຂຶ້ນຢູ່ທີ່ວິຫານອອກໄປ ແລະ ປິດທາງເຂົ້າສ່ວນຕົວດ້ານນອກທີ່ມາຫາວິຫານຂອງພຣະເຈົ້າຢາເວ.19ເຫດການອື່ນໆໃນຊ່ວງການປົກຄອງຂອງອາຮາດ ແລະ ສິ່ງທີ່ເພິ່ນໄດ້ເຮັດແມ່ນມີບັນທຶກຢູ່ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍບໍ່ແມ່ນບໍ?20ອາຮາດໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ຮ່ວມກັນໃນເມືອງດາວິດ. ແລ້ວເຮເຊກີຢາລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນ.Biblica, Inc.