2 ກະສັດ14
ກະສັດອາມາຊີຢາແຫ່ງຢູດາຍ
1ອາມາຊີຢາລູກຊາຍກະສັດໂຢອາດແຫ່ງຢູດາຍໄດ້ຂຶ້ນປົກຄອງ ເຊິ່ງກົງກັບປີທີສອງຂອງຊ່ວງການປົກຄອງກະສັດເຢໂຮອາດ ລູກຊາຍຂອງກະສັດເຢໂຮອາຮາດແຫ່ງອິດສະຣາເອນ.2ເພິ່ນໄດ້ຂຶ້ນເປັນກະສັດເມື່ອເພິ່ນມີອາຍຸຊາວຫ້າປີ ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມເປັນເວລາຊາວເກົ້າປີ. ແມ່ຂອງເພິ່ນມີຊື່ວ່າເຢໂຮອັດດິນ; ນາງມາຈາກເຢຣູຊາເລັມ.3ອາມາຊີຢາໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວ ເຖິງແມ່ນວ່າຈະບໍ່ເທົ່າກັບດາວິດບັນພະບຸລຸດຂອງເພິ່ນໄດ້ເຮັດ. ເພິ່ນເຮັດຕາມແບບຢ່າງທັງໝົດຂອງໂຢອາດພໍ່ຂອງເພິ່ນ.4ແຕ່ບໍ່ໄດ້ທຳລາຍສະຖານບູຊາເທິງທີ່ສູງທັງຫລາຍ; ປະຊາຊົນຍັງສຶບຕໍ່ຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງຫອມຢູ່ທີ່ນັ້ນ.5ຫລັງຈາກທີ່ອານາຈັກຢູ່ພາຍໃຕ້ການຄວບຄຸມຢ່າງແໜ້ນໜາຂອງອາມາຊີຢາແລ້ວ, ເພິ່ນກໍໄດ້ຂ້າບັນດາຂ້າລາຊະການຜູ້ທີ່ໄດ້ຂ້າພໍ່ຂອງເພິ່ນທີ່ເປັນກະສັດ.6ແຕ່ບໍ່ໄດ້ຂ້າລູກຂອງພວກເຂົາຕາມທີ່ຂຽນໄວ້ໃນໜັງສືກົດບັນຍັດຂອງໂມເຊ ເຊິ່ງພຣະເຈົ້າຢາເວໄດ້ສັ່ງໄວ້ວ່າ: “ຢ່າຂ້າພໍ່ແມ່ເພາະບາບຂອງລູກຂອງຕົນ ຫລື ຂ້າລູກເພາະບາບຂອງພໍ່ແມ່; ແຕ່ລະຄົນຈະຕ້ອງຕາຍເພາະບາບຂອງຕົນເອງ”. 7ອາມາຊີຢາເປັນຜູ້ທີ່ເອົາຊະນະຊາວເອໂດມຈຳນວນສິບພັນຄົນໃນຮ່ອມພູເກືອ ແລະ ໄດ້ຢຶດເມືອງເສລາໄດ້, ປ່ຽນຊື່ເມືອງນີ້ເປັນໂຢກເທເອນ ເຊິ່ງຍັງເອີ້ນກັນຢູ່ຈົນທຸກມື້ນີ້.8ແລ້ວອາມາຊີຢາກໍໄດ້ສົ່ງຜູ້ສື່ສານໄປຫາເຢໂຮອາດລູກຊາຍຂອງເຢໂຮອາຮາດ ເຊິ່ງເປັນລູກຊາຍຂອງກະສັດເຢຮູແຫ່ງອິດສະຣາເອນ ພ້ອມກັບທ້າທາຍວ່າ, “ຈົ່ງອອກມາ, ໃຫ້ພວກເຮົາມາປະເຊີນໜ້າກັນ”.9ແຕ່ກະສັດເຢໂຮອາດແຫ່ງອິດສະຣາເອນໄດ້ຕອບກະສັດອາມາຊີຢາແຫ່ງຢູດາຍວ່າ: “ຕົ້ນໜາມໃນເລບານອນສົ່ງຂ່າວມາຫາຕົ້ນສີດາໃນເລບານອນວ່າ, ‘ຈົ່ງໃຫ້ລູກສາວຂອງເຈົ້າແຕ່ງງານກັບລູກຊາຍຂອງເຮົາ’ ແລ້ວກໍມີສັດປ່າໂຕໜຶ່ງໃນເລບານອນມາຢຽບຢໍ່າຕົ້ນໜາມນັ້ນໃຫ້ໝຸ່ນ.10ທ່ານໄດ້ຢຶດຄອງເອໂດມໄດ້ ແລະ ບັດນີ້ ກໍເລີຍອວດອົ່ງຈອງຫອງ. ຂໍຈົ່ງພາກພູມໃຈໃນໄຊຊະນະຂອງທ່ານໄປ, ແຕ່ຈົ່ງຢູ່ກັບເຮືອນ! ດ້ວຍເຫດໃດຈຶ່ງຖາມຫາຄວາມເດືອດຮ້ອນ ແລະ ເຮັດໃຫ້ທ່ານເອງ ແລະ ຢູດາຍຕ້ອງຫລົ້ມຈົມຄືກັນ?”11ແຕ່ວ່າອາມາຊີຢາບໍ່ຟັງ, ດັ່ງນັ້ນ ກະສັດເຢໂຮອາດແຫ່ງອິດສະຣາເອນຈຶ່ງບຸກເຂົ້າໂຈມຕີ. ເພິ່ນ ແລະ ກະສັດອາມາຊີຢາແຫ່ງຢູດາຍໄດ້ມາປະເຊີນໜ້າກັນຢູ່ທີ່ເບັດເຊເມດໃນຢູດາຍ.12ແລ້ວຢູດາຍກໍພ່າຍແພ້ໃຫ້ອິດສະຣາເອນ ແລະ ທຸກຄົນໄດ້ແຕກໜີກັບໄປເຮືອນຂອງຕົນ.13ກະສັດເຢໂຮອາດແຫ່ງອິດສະຣາເອນໄດ້ຈັບກຸມກະສັດອາມາຊີຢາແຫ່ງຢູດາຍ ເຊິ່ງເປັນລູກຊາຍຂອງໂຢອາດ, ຜູ້ເປັນລູກຊາຍຂອງອາຮາຊີຢາຢູ່ທີ່ເບັດເຊເມດ. ຫລັງຈາກນັ້ນ ເຢໂຮອາດກໍໄດ້ໄປທີ່ເຢຣູຊາເລັມ ແລະ ທຳລາຍກຳແພງເມືອງເຢຣູຊາເລັມຕັ້ງແຕ່ປະຕູເອຟຣາອິມຈົນເຖິງປະຕູແຈ ເຊິ່ງມີໄລຍະທາງຍາວ 400 ສອກ. 14ເຢໂຮອາດໄດ້ປຸ້ນເອົາຄຳກັບເງິນທັງໝົດ ແລະ ເຄື່ອງໃຊ້ທັງໝົດທີ່ພົບຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະ ໃນຄັງຫລວງ ພ້ອມທັງຈັບໂຕປະກັນໄປ ແລະ ກັບຄືນໄປທີ່ຊາມາເຣຍ.15ເຫດການຕ່າງໆໃນຊ່ວງການປົກຄອງຂອງເຢໂຮອາດ, ພາລະກິດທັງໝົດທີ່ເພິ່ນໄດ້ເຮັດ ແລະ ຄວາມສຳເລັດທັງໝົດຂອງເພິ່ນ, ລວມທັງສົງຄາມຂອງເພິ່ນກັບກະສັດອາມາຊີຢາແຫ່ງຢູດາຍ ແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ?16ເຢໂຮອາດໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ໃນຊາມາເຣຍຮ່ວມກັບກະສັດຄົນອື່ນໆຂອງອິດສະຣາເອນ. ແລ້ວເຢໂຣໂບອາມລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນ.17ອາມາຊີຢາລູກຊາຍຂອງກະສັດໂຢອາດແຫ່ງຢູດາຍນັ້ນມີຊີວິດຍືນກວ່າເຢໂຮອາດລູກຊາຍຂອງກະສັດເຢໂຮອາຮາດແຫ່ງອິດສະຣາເອນສິບຫ້າປີ.18ເຫດການອື່ນໆໃນຊ່ວງການປົກຄອງຂອງອາມາຊີຢາແມ່ນມີບັນທຶກໃນປຶ້ມປະຫວັດສາດຂອງກະສັດແຫ່ງຢູດາຍບໍ່ແມ່ນບໍ?19ມີຄົນຄິດຮ້າຍໄດ້ຮ່ວມຫົວກັນຕໍ່ສູ້ອາມາຊີຢາໃນເຢຣູຊາເລັມ ແລະ ເພິ່ນຈຶ່ງໄດ້ໜີໄປທີ່ເມືອງລາກິດ, ແຕ່ຄົນຄິດຮ້າຍເຫລົ່ານັ້ນໄດ້ສົ່ງຄົນຕາມເພິ່ນໄປທີ່ລາກິດ ແລະ ຂ້າເພິ່ນຢູ່ທີ່ນັ້ນ.20ສົບຂອງເພິ່ນຖືກນຳຂຶ້ນຫລັງມ້າກັບຄືນມາ ແລະ ຖືກຝັງໄວ້ໃນເຢຣູຊາເລັມຮ່ວມກັບບັນດາບັນພະບຸລຸດຂອງເພິ່ນໃນເມືອງດາວິດ.21ຫລັງຈາກນັ້ນ ຊາວຢູດາຍກໍໄດ້ແຕ່ງຕັ້ງອາຊາຣີຢາ ເຊິ່ງມີອາຍຸສິບຫົກປີ ຂຶ້ນເປັນກະສັດແທນອາມາຊີຢາພໍ່ຂອງເພິ່ນ.22ເພິ່ນເປັນຜູ້ບູລະນະເມືອງເອລາດ ແລະ ຢຶດເມືອງນັ້ນຄືນມາເປັນຂອງຢູດາຍ ຫລັງຈາກທີ່ອາມາຊີຢາໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນແລ້ວ.ກະສັດເຢໂຣໂບອາມທີສອງແຫ່ງອິດສະຣາເອນ
23ເຢໂຣໂບອາມລູກຊາຍຂອງກະສັດເຢໂຮອາດແຫ່ງອິດສະຣາເອນໄດ້ຂຶ້ນເປັນກະສັດໃນຊາມາເຣຍ ກົງກັບປີທີສິບຫ້າຂອງຊ່ວງການປົກຄອງຂອງກະສັດອາມາຊີຢາແຫ່ງຢູດາຍລູກຊາຍຂອງໂຢອາດ, ເພິ່ນໄດ້ປົກຄອງຢູ່ 41 ປີ.24ເຢໂຣໂບອາມໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວ ແລະ ບໍ່ໄດ້ຢຸດເຮັດບາບຂອງເຢໂຣໂບອາມລູກຊາຍຂອງເນບັດ ເຊິ່ງໄດ້ເຮັດໃຫ້ອິດສະຣາເອນເຮັດຕາມ.25ເພິ່ນເປັນຜູ້ຢຶດເຂດແດນຂອງອິດສະຣາເອນຕັ້ງແຕ່ເລໂບຮາມັດ ຈົນຮອດທະເລແຫ່ງອາຣາບາ. ເປັນໄປຕາມຖ້ອຍຄຳຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ, ທີ່ໄດ້ກ່າວຜ່ານທາງຜູ້ທຳນວາຍໂຢນາລູກຊາຍຂອງອາມິດໄຕຈາກກາດເຮເຟ.26ພຣະເຈົ້າຢາເວໄດ້ເຫັນຄວາມຂົມຂື່ນຂອງອິດສະຣາເອນ, ບໍ່ວ່າທີ່ເປັນຂ້າທາດ ຫລື ເປັນອິດສະຫລະ, ທົນທຸກທໍລະມານ; ບໍ່ມີຜູ້ໃດຊ່ວຍເຫລືອພວກເຂົາເລີຍ.27ແລະ ພຣະເຈົ້າຢາເວບໍ່ໄດ້ກ່າວໄວ້ວ່າຈະລຶບຊື່ອິດສະຣາເອນອອກໄປຈາກແຜ່ນດິນໂລກນີ້, ພຣະອົງໄດ້ໃຊ້ເຢໂຣໂບອາມລູກຊາຍຂອງເຢໂຮອາດມາຊ່ວຍເຫລືອອິດສະຣາເອນ.28ເຫດການອື່ນໆໃນຊ່ວງການປົກຄອງຂອງເຢໂຣໂບອາມ, ພາລະກິດທັງໝົດທີ່ເພິ່ນໄດ້ເຮັດ ແລະ ຄວາມສຳເລັດດ້ານການທະຫານ, ລວມທັງການກອບກູ້ເມືອງດາມັສກັດກັບເມືອງຮາມັດ ເຊິ່ງເຄີຍເປັນຂອງຢູດາຍແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ?29ເຢໂຣໂບອາມກໍໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນຄືກັບບັນດາກະສັດອິດສະຣາເອນ. ແລ້ວເຊກາຣີຢາລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນ.Biblica, Inc.