2 ກະສັດ13
ກະສັດເຢໂຮອາຮາດແຫ່ງອິດສະຣາເອນ
1ເຢໂຮອາຮາດລູກຊາຍຂອງເຢຮູໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນໃນຊາມາເຣຍ ເຊິ່ງກົງກັບປີທີຊາວສາມຂອງຊ່ວງການປົກຄອງຂອງກະສັດໂຢອາດ ລູກຊາຍຂອງອາຮາຊີຢາແຫ່ງຢູດາຍ ແລະ ໄດ້ປົກຄອງຢູ່ສິບເຈັດປີ.2ເຢໂຮອາຮາດໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວ ໂດຍການຕາມແບບຢ່າງຄວາມບາບຂອງເຢໂຣໂບອາມ ລູກຊາຍຂອງເນບັດ, ເຊິ່ງເພິ່ນໄດ້ເຮັດໃຫ້ອິດສະຣາເອນເຮັດຕາມ ແລະ ເພິ່ນກໍບໍ່ໄດ້ຢຸດເຮັດຄວາມບາບເຫລົ່ານັ້ນ.3ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໃຈຮ້າຍອິດສະຣາເອນຫລາຍ ແລະ ພຣະອົງໃຫ້ພວກເຂົາຕົກຢູ່ພາຍໃຕ້ອຳນາດຂອງກະສັດຮາຊາເອນແຫ່ງອາຣາມ ແລະ ເບັນຮາດາດຜູ້ເປັນລູກຊາຍຂອງເພິ່ນເປັນເວລາດົນນານ.4ແລ້ວເຢໂຮອາຮາດໄດ້ສະແຫວງຫາຄວາມກະລຸນາຂອງພຣະເຈົ້າຢາເວ ແລະ ພຣະເຈົ້າຢາເວກໍໄດ້ຮັບຟັງເພິ່ນ, ເພາະພຣະອົງເຫັນວ່າກະສັດອາຣາມໄດ້ກົດຂີ່ຂົ່ມເຫັງອິດສະຣາເອນຫລາຍ.5ພຣະເຈົ້າຢາເວໄດ້ຈັດຕຽມຜູ້ກອບກູ້ຄົນໜຶ່ງສຳລັບອິດສະຣາເອນ ແລະ ພວກເຂົາໄດ້ພົ້ນຈາກອຳນາດຂອງອາຣາມ. ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ອາໄສຢູ່ໃນເຮືອນຂອງຕົນຄືກັບທີ່ພວກເຂົາເຄີຍອາໄສມາເໝືອນແຕ່ກ່ອນ.6ແຕ່ພວກເຂົາກໍຍັງບໍ່ໄດ້ຫັນໜີຈາກບາບຂອງຄອບຄົວເຢໂຣໂບອາມ, ເຊິ່ງເພິ່ນໄດ້ເຮັດໃຫ້ອິດສະຣາເອນເຮັດຕາມ; ພວກເຂົາຍັງສຶບຕໍ່ດຳເນີນໃນຄວາມບາບເຫລົ່ານັ້ນຢູ່, ເສົາເຈົ້າແມ່ອາເຊຣາ ກໍຍັງຕັ້ງຢູ່ໃນຊາມາເຣຍ.7ເຢໂຮອາຮາດບໍ່ເຫລືອທະຫານເລີຍ ເຫລືອພຽງແຕ່ທະຫານມ້າຈຳນວນຫ້າສິບຄົນ, ລົດມ້າຮົບສິບຄັນ ແລະ ທະຫານລາບຈຳນວນສິບພັນຄົນ, ເພາະຖືກກະສັດອາຣາມທຳລາຍຈົນເປັນເໝືອນຂີ້ຝຸ່ນດິນໃນເວລານວດເຂົ້າ.8ເຫດການອື່ນໆໃນຊ່ວງການປົກຄອງຂອງເຢໂຮອາຮາດ, ພາລະກິດທັງໝົດທີ່ເພິ່ນໄດ້ເຮັດ ແລະ ຄວາມສຳເລັດທັງໝົດຂອງເພິ່ນແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ?9ເຢໂຮອາຮາດໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ຢູ່ທີ່ຊາມາເຣຍ. ແລ້ວເຢໂຮອາດ ລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນ.ກະສັດເຢໂຮອາດແຫ່ງອິດສະຣາເອນ
10ເຢໂຮອາດລູກຊາຍຂອງເຢໂຮອາຮາດໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນໃນຊາມາເຣຍ ເຊິ່ງກົງກັບປີທີສາມສິບເຈັດຂອງຊ່ວງການປົກຄອງຂອງກະສັດໂຢອາດແຫ່ງຢູດາຍ, ເພິ່ນໄດ້ປົກຄອງເປັນເວລາສິບຫົກປີ.11ເຢໂຮອາດໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວ ແລະ ບໍ່ໄດ້ຢຸດເຮັດບາບຂອງເຢໂຣໂບອາມລູກຊາຍຂອງເນບັດ ເຊິ່ງເພິ່ນໄດ້ເຮັດໃຫ້ອິດສະຣາເອນເຮັດຕາມ; ເພິ່ນກໍຍັງດຳເນີນຊີວິດຢູ່ໃນຄວາມບາບເຫລົ່ານັ້ນ.12ເຫດການອື່ນໆໃນຊ່ວງການປົກຄອງຂອງເຢໂຮອາດ, ພາລະກິດທັງໝົດທີ່ເພິ່ນໄດ້ເຮັດ ແລະ ຄວາມສຳເລັດທັງໝົດຂອງເພິ່ນ, ລວມທັງການເຮັດສົງຄາມກັບກະສັດອາມາຊີຢາແຫ່ງຢູດາຍແມ່ນມີບັນທຶກໄວ້ປຶ້ມປະຫວັດສາດຂອງກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ?13ເຢໂຮອາດໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ໃນຊາມາເຣຍຮ່ວມກັບບັນດາກະສັດອິດສະຣາເອນ ແລ້ວເຢໂຣໂບອາມກໍໄດ້ຂຶ້ນເປັນກະສັດແທນ.14ເມື່ອເອລີຊາໄດ້ທຸກທໍລະມານຈາກການເຈັບປ່ວຍໜັກທີ່ໃກ້ຈະຕາຍ ກະສັດເຢໂຮອາດແຫ່ງອິດສະຣາເອນກໍໄດ້ລົງມາຢ້ຽມເພິ່ນ ແລະ ຮ້ອງໄຫ້ຕໍ່ໜ້າເພິ່ນ ແລະ ຄ່ຳຄວນວ່າ, “ພໍ່! ພໍ່! ຜູ້ເປັນລົດມ້າຮົບ ແລະ ທະຫານມ້າແຫ່ງອິດສະຣາເອນ!”15ເອລີຊາໄດ້ເວົ້າວ່າ, “ຈົ່ງເອົາຄັນທະນູກັບລູກທະນູມາ”, ແລ້ວເຢໂຮອາດກໍເຮັດຕາມ.16ເອລີຊາໄດ້ບອກກະສັດອິດສະຣາເອນວ່າ, “ຈົ່ງຈັບທະນູຂຶ້ນມາ”. ເມື່ອກະສັດຈັບທະນູຂຶ້ນມາແລ້ວ, ເອລີຊາກໍວາງມືຂອງຕົນລົງເທິງມືຂອງກະສັດອິດສະຣາເອນ.17ເອລີຊາໄດ້ເວົ້າວ່າ, “ຈົ່ງເປີດປ່ອງຢ້ຽມດ້ານທິດຕາເວັນອອກ”, ແລ້ວກະສັດກໍເປີດ. ເອລີຊາເວົ້າວ່າ, “ຈົ່ງຍິງອອກໄປ!” ແລ້ວກະສັດກໍຍິງ. ເອລີຊາໄດ້ປະກາດວ່າ, “ລູກທະນູແຫ່ງໄຊຊະນະຂອງພຣະເຈົ້າຢາເວ, ລູກທະນູແຫ່ງໄຊຊະນະເໜືອອາຣາມ! ທ່ານຈະທຳລາຍຊາວອາຣາມຢູ່ທີ່ອາເຟັກຈົນໝົດສິ້ນ”.18ຫລັງຈາກນັ້ນ ເອລີຊາກໍເວົ້າວ່າ, “ຈົ່ງຈັບລູກທະນູຂຶ້ນມາ”, ແລ້ວກະສັດກໍຈັບລູກທະນູນັ້ນຂຶ້ນມາ. ເອລີຊາໄດ້ບອກກະສັດວ່າ, “ຈົ່ງຟາດລົງພື້ນ”. ກະສັດກໍຟາດລູກທະນູສາມເທື່ອແລ້ວກໍຢຸດ.19ຄົນຂອງພຣະເຈົ້າໃຈຮ້າຍ ແລະ ເວົ້າວ່າ, “ທ່ານສົມຄວນຈະຟາດພື້ນຫ້າ ຫລື ຫົກເທື່ອ; ຫລັງຈາກນັ້ນ ທ່ານກໍຈະເອົາຊະນະອາຣາມ ແລະ ທຳລາຍມັນໃຫ້ໝົດສິ້ນ. ແຕ່ວ່າທ່ານຈະຊະນະອາຣາມພຽງແຕ່ສາມເທື່ອເທົ່ານັ້ນ”.20ເອລີຊາຕາຍ ແລະ ຖືກຝັງໄວ້.ໃນເວລານັ້ນ ກອງໂຈນຂອງຊາວໂມອາບເຄີຍມາບຸກລຸກດິນແດນທຸກລະດູໃບໄມ້ປົ່ງ.21ຄັ້ງໜຶ່ງ ຂະນະທີ່ຄົນອິດສະຣາເອນກຳລັງຝັງຮ່າງກາຍຂອງຊາຍຄົນໜຶ່ງ, ທັນທີທີ່ພວກເຂົາເຫັນກອງໂຈນ; ພວກເຂົາກໍຖິ້ມຮ່າງກາຍຂອງຊາຍຄົນນັ້ນເຂົ້າໄປໃນອຸບໂມງຝັງສົບຂອງເອລີຊາ. ເມື່ອຮ່າງກາຍນັ້ນແຕະຕ້ອງກັບໂຄງກະດູກຂອງເອລີຊາ, ຊາຍຄົນນັ້ນກໍກັບມີຊີວິດ ແລະ ລຸກຂຶ້ນຢືນ.22ກະສັດຮາຊາເອນແຫ່ງອາຣາມໄດ້ກົດຂີ່ຂົ່ມເຫັງອິດສະຣາເອນຕະຫລອດຊ່ວງການປົກຄອງຂອງເຢໂຮອາຮາດ.23ແຕ່ພຣະເຈົ້າຢາເວກະລຸນາພວກເຂົາ ແລະ ເມດຕາສົງສານ ແລະ ໄດ້ສະແດງຄວາມຫ່ວງໃຍຕໍ່ພວກເຂົາ ເພາະເຫັນແກ່ຄຳໝັ້ນສັນຍາທີ່ຂອງພຣະອົງທີ່ໄດ້ໃຫ້ໄວ້ກັບອັບຣາຮາມ, ອີຊາກ ແລະ ຢາໂຄບ. ເຖິງບັດນີ້ ພຣະອົງກໍບໍ່ໄດ້ປະສົງຈະທຳລາຍພວກເຂົາ ຫລື ໄລ່ພວກເຂົາໄປໃຫ້ພົ້ນຈາກພຣະອົງ.24ກະສັດຮາຊາເອນແຫ່ງອາຣາມໄດ້ຕາຍ ແລະ ເບັນຮາດາດລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດແທນ.25ແລ້ວເຢໂຮອາດລູກຊາຍຂອງເຢໂຮອາຮາດກໍໄດ້ຢຶດຫົວເມືອງຕ່າງໆຄືນມາຈາກເບັນຮາດາດລູກຊາຍຂອງຮາຊາເອນ ເຊິ່ງກະສັດເບັນຮາດາດໄດ້ຢຶດໄປເອົາໄປຈາກເຢໂຮອາຮາດພໍ່ຂອງເພິ່ນ. ເຢໂຮອາດໄດ້ຮົບຊະນະເບັນຮາດາດສາມເທື່ອ ດັ່ງນັ້ນ ເພິ່ນຈຶ່ງໄດ້ຫົວເມືອງອິດສະຣາເອນຄືນມາ.
Biblica, Inc.