2 ກະສັດ11
ນາງອາທາລີຢາ ແລະ ໂຢອາດ
1ເມື່ອນາງອາທາລີຢາແມ່ຂອງອາຮາຊີຢາເຫັນວ່າລູກຊາຍຂອງຕົນຕາຍແລ້ວ ນາງກໍໄດ້ຂ້າຄອບຄົວທັງໝົດຂອງກະສັດ.2ແຕ່ເຢໂຮເຊບາລູກສາວຂອງກະສັດເຢໂຮຣາມ ແລະ ນ້ອງສາວຂອງອາຮາຊີຢາໄດ້ເອົາໂຢອາດລູກຊາຍຂອງອາຮາຊີຢາໄປ ແລະ ເຊື່ອງເພິ່ນໄວ້ຈາກບັນດາເຈົ້າຊາຍທັງຫລາຍ ເພື່ອບໍ່ໃຫ້ຖືກຂ້າ. ເຢໂຮເຊບາໄດ້ພາໂຢອາດ ແລະ ເອື້ອຍລ້ຽງຂອງເພິ່ນໄປເຊື່ອງໄວ້ໃນຫ້ອງນອນເພື່ອໃຫ້ພົ້ນຈາກນາງອາທາລີຢາ; ດັ່ງນັ້ນ ໂຢອາດຈຶ່ງບໍ່ຖືກຂ້າ.3ໂຢອາດ ແລະ ເອື້ອຍລ້ຽງຂອງເພິ່ນຍັງລີ້ຢູ່ໃນວິຫານຂອງພຣະເຈົ້າຢາເວຕະຫລອດຫົກປີທີ່ນາງອາທາລີຢາປົກຄອງດິນແດນນັ້ນ.4ໃນປີທີເຈັດ ເຢໂຮຍອາດາໄດ້ສົ່ງຄົນໄປນຳເອົາຜູ້ບັນຊາການກອງຮ້ອຍ, ຊາວຄາລີ ແລະ ຄົນຍາມ ມາຫາເພິ່ນຢູ່ທີ່ວິຫານຂອງພຣະເຈົ້າຢາເວ. ເພິ່ນໄດ້ເຮັດຄຳໝັ້ນສັນຍາກັບຄົນເຫລົ່ານັ້ນ ແລະ ໃຫ້ພວກເຂົາກ່າວປະຕິຍານຢູ່ທີ່ວິຫານຂອງພຣະເຈົ້າຢາເວ. ຫລັງຈາກນັ້ນເພິ່ນກໍໄດ້ນຳໂຢອາດລູກຊາຍຂອງອາຮາຊີຢາອອກມາຢູ່ຕໍ່ໜ້າພວກເຂົາ.5ເຢໂຮຍອາດາໄດ້ສັ່ງພວກເຂົາວ່າ, “ນີ້ຄືສິ່ງທີ່ພວກເຈົ້າຈະຕ້ອງເຮັດຄື: ໜຶ່ງໃນສາມຂອງຜູ້ປະຈຳໜ້າທີ່ຮັກສາການໃນວັນຊະບາໂຕແມ່ນໃຫ້ເຝົ້າຍາມລາຊະວັງ.6ໜຶ່ງໃນສາມຢູ່ທີ່ປະຕູຊູເຣ ແລະ ໜຶ່ງໃນສາມແມ່ນໃຫ້ຢູ່ທີ່ປະຕູຫລັງຍາມ ເຊິ່ງຢູ່ເວນເຝົ້າຍາມວິຫານ7ແລະ ອີກສອງພວກທີ່ອອກເວນວັນຊະບາໂຕທັງໝົດແມ່ນຈະເຝົ້າຍາມວິຫານເພື່ອເບິ່ງແຍງກະສັດ.8ພວກເຈົ້າຈົ່ງເຝົ້າຍາມຢູ່ອ້ອມກະສັດ, ພວກເຈົ້າແຕ່ລະຄົນຈົ່ງຖືອາວຸດຢູ່ມື. ຈົ່ງຂ້າທຸກຄົນທີ່ພະຍາຍາມຈະບຸກເຂົ້າມາຫາແຖວ ຂອງພວກເຈົ້າ. ຈົ່ງຢູ່ຄຽງຂ້າງກະສັດບໍ່ວ່າເພິ່ນຈະໄປທາງໃດ”.9ບັນດາຜູ້ບັນຊາການກອງຮ້ອຍຈຶ່ງປະຕິບັດຕາມຄຳສັ່ງຂອງປະໂລຫິດເຢໂຮຍອາດາ. ແຕ່ລະຄົນໄດ້ນຳທະຫານທີ່ຈະປ່ຽນເວນກັນໃນວັນຊະບາໂຕມາພົບປະໂລຫິດເຢໂຮຍອາດາ.10ຫລັງຈາກນັ້ນ ເພິ່ນກໍໄດ້ນຳເອົາຫອກ ແລະ ໂລ່ທີ່ເປັນຂອງກະສັດດາວິດ ແລະ ທີ່ຢູ່ໃນຄັງວິຫານຂອງພຣະເຈົ້າຢາເວມາແຈກຢາຍໃຫ້ບັນດາຜູ້ບັນຊາການ.11ທະຫານເຝົ້າຍາມແຕ່ລະຄົນແມ່ນຖືອາວຸດຢູ່ໃນມື, ພວກເຂົາໄດ້ເຝົ້າຍາມຢູ່ອ້ອມກະສັດ ປະຈຳການຢູ່ໃກ້ແທ່ນບູຊາ ແລະ ວິຫານ, ຈາກດ້ານທິດໃຕ້ໄປຈົນຮອດດ້ານທິດເໜືອຂອງວິຫານ.12ເຢໂຮຍອາດາໄດ້ນຳລູກຊາຍຂອງກະສັດອອກມາ ແລະ ສວມມົງກຸດໃຫ້ເພິ່ນ; ມອບສຳເນົາໜັງສືຄຳໝັ້ນສັນຍາໃຫ້ເພິ່ນ ແລະ ປະກາດວ່າເພິ່ນເປັນກະສັດ. ພວກເຂົາແຕ່ງຕັ້ງເພິ່ນ ແລະ ປະຊາຊົນກໍໄດ້ຕົບມືຂອງຕົນ ແລະ ໂຫ່ຮ້ອງວ່າ, “ຂໍໃຫ້ກະສັດຈົ່ງຈະເລີນ!”13ເມື່ອນາງອາທາລີຢາໄດ້ຍິນສຽງຂອງຄົນເຝົ້າຍາມ ແລະ ປະຊາຊົນ, ນາງກໍມາຫາປະຊາຊົນຢູ່ທີ່ວິຫານຂອງພຣະເຈົ້າຢາເວ.14ນາງໄດ້ຫລຽວເບິ່ງ ແລະ ເຫັນກະສັດຢືນຢູ່ຂ້າງເສົາຕາມປົກກະຕິ. ມີເຈົ້າໜ້າທີ່ກັບຄົນເປົ່າແກຢູ່ຂ້າງກະສັດ ແລະ ປະຊາຊົນທັງໝົດຂອງດິນແດນກໍກຳລັງມ່ວນຊື່ນ ແລະ ເປົ່າແກ. ດັ່ງນັ້ນ ນາງອາທາລີຢາກໍໄດ້ຈີກເສື້ອຄຸມຂອງຕົນ ແລະ ຮ້ອງສຽງດັງວ່າ, “ກະບົດ! ກະບົດ!”15ປະໂລຫິດເຢໂຮຍອາດາໄດ້ສັ່ງບັນດາຜູ້ບັນຊາການກອງຮ້ອຍ, ເຊິ່ງເປັນຜູ້ຮັບຜິດຊອບກອງທະຫານວ່າ, “ຈົ່ງນຳນາງອອກໄປຈາກແຖວ ທະຫານ ແລະ ຂ້າທຸກຄົນທີ່ຕິດຕາມນາງດ້ວຍດາບ”. ເພາະປະໂລຫິດໄດ້ເວົ້າວ່າ, “ນາງຈະຕ້ອງບໍ່ຖືກຂ້າຢູ່ໃນວິຫານຂອງພຣະເຈົ້າຢາເວ”.16ດັ່ງນັ້ນ ພວກເຂົາຈຶ່ງຈັບນາງໄປທີ່ປະຕູທີ່ມ້າຜ່ານເຂົ້າລາຊະວັງ ແລະ ຂ້ານາງຢູ່ທີ່ນັ້ນ.17ຫລັງຈາກນັ້ນ ເຢໂຮຍອາດາໃຫ້ກະສັດໂຢອາດ ແລະ ປະຊາຊົນທັງໝົດເຮັດຄຳໝັ້ນສັນຍາຕໍ່ພຣະເຈົ້າຢາເວວ່າພວກເຂົາຈະເປັນປະຊາຊົນຂອງພຣະເຈົ້າຢາເວ. ເພິ່ນຍັງໃຫ້ກະສັດໂຢອາດ ແລະ ປະຊາຊົນເຮັດຄຳໝັ້ນສັນຍາຕໍ່ກັນ.18ປະຊາຊົນທຸກຄົນທົ່ວດິນແດນນັ້ນໄດ້ພາກັນເຂົ້າໄປວິຫານຂອງພະບາອານ ແລະ ຮື້ທຳລາຍວິຫານຂອງພະບາອານລົງ. ພວກເຂົາໄດ້ທຸບແທ່ນບູຊາ ແລະ ຮູບເຄົາລົບທັງຫລາຍໃຫ້ແຕກເປັນປ່ຽງໄປ ແລະ ໄດ້ຂ້າມັດຕານປະໂລຫິດຂອງພະບາອານຕໍ່ໜ້າແທ່ນ.ແລ້ວປະໂລຫິດເຢໂຮຍອາດາໄດ້ຕັ້ງກອງຮັກສາການເຝົ້າຍາມວິຫານຂອງພຣະເຈົ້າຢາເວ.19ເຢໂຮຍອາດາ, ບັນດານາຍທະຫານ, ທະຫານຮັກສາກະສັດ, ຊາວຄາລີ, ທະຫານຍາມ ແລະ ປະຊາຊົນທັງໝົດທີ່ຕິດຕາມກະສັດໂຢອາດຈາກວິຫານຂອງພຣະເຈົ້າຢາເວຜ່ານປ້ອມທະຫານຮັກສາການເຂົ້າສູ່ວັງ ແລ້ວກະສັດໂຢອາດກໍໄດ້ຂຶ້ນໄປຢູ່ເທິງລາຊະບັນລັງຂອງຕົນ.20ປະຊາຊົນທົ່ວດິນແດນໄດ້ພາກັນຊື່ນຊົມຍິນດີ ແລະ ນະຄອນກໍສະຫງົບລົງ, ເພາະນາງອາທາລີຢາຖືກຂ້າດ້ວຍດາບຢູ່ທີ່ວັງແລ້ວ.21ໂຢອາດ ມີອາຍຸເຈັດປີເມື່ອເພິ່ນເລີ່ມປົກຄອງ.
Biblica, Inc.